ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຸລະກິດ ການທ່ອງທ່ຽວ ຂອງລາວ ຈະຕ້ອງ ໄດ້ພັດທະນາ ໃນດ້ານບຸກຄະລາກອນ ແລະມາດຕະຖານ


ການທ່ອງທ່ຽວແບບທຳມະຊາດ ເປັນທີ່ນິຍົມຊົມຊອບ ຂອງ
ບັນດານັກທ່ອງທ່ຽວຊາວຕ່າງປະເທດຢ່າງຫຼວງຫຼາຍ ຢູ່ໃນລາວ.
ການທ່ອງທ່ຽວແບບທຳມະຊາດ ເປັນທີ່ນິຍົມຊົມຊອບ ຂອງ ບັນດານັກທ່ອງທ່ຽວຊາວຕ່າງປະເທດຢ່າງຫຼວງຫຼາຍ ຢູ່ໃນລາວ.

ພາກທຸລະກິດການທ່ອງທ່ຽວ ຂອງລາວ ຈຳເປັນຈະຕ້ອງໄດ້ຮັບການພັດທະນາປັບປຸງ
ທັງໃນດ້ານບຸກຄະລາກອນ ແລະມາດຕະຖານດ້ານບໍລິການ ຈຶ່ງຈະສາມາດດຶງດູດ
ນັກທ່ອງທ່ຽວຕ່າງປະເທດໃຫ້ເຂົ້າມາລາວ ໄດ້ຫຼາຍຂຶ້ນ.

ທ່ານອະລຸນໄຊ ສູນນະລາດ ຮອງເລຂາທິການສູນກາງຊາວໜຸ່ມປະຕິວັດລາວ ໃຫ້ການ
ຢືນຢັນວ່າ ການປະກອບສ່ວນຂອງຊາວໜຸ່ມເຂົ້າໃນການພັດທະນາພາກບໍລິການ ແລະ
ທ່ອງທ່ຽວ ຈະເນັ້ນໜັກການພັດທະນາດ້ານບຸກຄະລາກອນ ແລະມາດຕະຖານດ້ານ
ບໍລິການ ທີ່ມີຄຸນນະພາບທີ່ສາມາດຕອບສະໜອງ ຕໍ່ຄວາມຕ້ອງການຂອງນັກທ່ອງທ່ຽວ
ພາຍໃນ ແລະຈາກຕ່າງປະເທດ ໄດ້ຢ່າງແທ້ຈິງ ທັງນີ້ ລວມເຖິງການເພີ່ມຄວາມສາມາດ
ໃນການປະດິດສ້າງຜະລິດຕະພັນ ແລະລາຍການທ່ອງທ່ຽວໃໝ່ໆ ບົນພື້ນຖານດ້ານ
ສິນລະປະ ວັດທະນະທຳ ແລະຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນຂອງລາວ
ເປັນສຳຄັນ ດັ່ງທີ່ ທ່ານອະລຸນໄຊ ຢືນຢັນວ່າ:

“ສູນກາງຊາວໜຸ່ມນີ້ ກະໄດ້ປະກອບສ່ວນໃນການຊຸກຍູ້ບັນດາຫົວໜ່ວຍຕ່າງໆ ຂອງ
ຊາວໜຸ່ມໃນການສ້າງຫົວໜ່ວຍທຸລະກິດຂອງການທ່ອງທ່ຽວ ເພື່ອໃຫ້ມີອາຊີບ ການ
ຝຶກອົບຮົມການເປັນໄກດ໌ນຳທ່ຽວ ໂດຍສະເພາະ ກໍແມ່ນການຫັນເອົາຜະລິດຕະພັນ
ການທ່ອງທ່ຽວມາຈາກຮູບແບບການດຳລົງຊີວິດ ຂອງປະຊາຊົນຫັ້ນ ນັບແຕ່ການຕຳ
ເຂົ້າບໍ່ ຫຼືວ່າຮູບແບບຂອງການດຳນາ ກໍກາຍເປັນຕົວແບບນຶ່ງຂອງການທ່ອງທ່ຽວ
ແບບອະນຸລັກ ຫຼືວ່າ ແບບແຜນການດຳລົງຊີວິດຂອງປະຊາຊົນລາວ ບັນດາເຜົ່ານີ້
ມາເປັນຜະລິດຕະພັນຂອງການທ່ອງທ່ຽວ ແລ້ວກະສົ່ງເສີມໃນການຜະລິດເປັນມິດ
ກັບສິ່ງແວດລ້ອມນີ້.”

ຖ້ຳແຫ່ງນຶ່ງ ໃນເມືອງວຽງໄຊ ແຂວງຫົວພັນ ກໍເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດຕິສາດ ແຫ່ງນຶ່ງຂອງລາວ
ຖ້ຳແຫ່ງນຶ່ງ ໃນເມືອງວຽງໄຊ ແຂວງຫົວພັນ ກໍເປັນສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດຕິສາດ ແຫ່ງນຶ່ງຂອງລາວ

ປັດຈຸບັນ ທົ່ວປະເທດມີສະຖານທີ່ທ່ອງທ່ຽວທີ່ຖືກຄົ້ນພົບ ແລະຂຶ້ນທະບຽນແລ້ວ 2,104
ແຫ່ງ ໃນນີ້ເປັນສະຖານທີ່ທ່ອງທ່ຽວທຳມະຊາດ 1,194 ແຫ່ງ ວັດທະນະທຳ 628 ແຫ່ງ
ແລະປະຫວັດຕິສາດ 282 ແຫ່ງ ຫາກແຕ່ໃນປີ 2017 ກໍມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າມາລາວທັງໝົດ 3,868,831 ຄົນ ຊຶ່ງຫລຸດລົງເຖິງ 8.73 ເປີເຊັນ ທຽບໃສ່
ປີ 2016 ທີ່ມີນັກທ່ອງທ່ຽວຕ່າງຊາດເດີນທາງເຂົ້າມາລາວຫຼາຍກວ່າ 4,230,000 ຄົນ
ໂດຍນັກທ່ອງທ່ຽວ ຈາກປະເທດໃນກຸ່ມອາຊຽນດ້ວຍກັນ ລົດລົງຫຼາຍທີ່ສຸດຊຶ່ງທະນາຄານ
ພັດທະນາແຫ່ງເອເຊຍ (ADB) ລະບຸວ່າ ເປັນຍ້ອນສະພາວະຄ່າຄອງຊີບໂດຍລວມ ໃນ
ອາຊຽນ ໄດ້ປັບຕົວສູງຂຶ້ນ ຈຶ່ງເຮັດໃຫ້ອຳນາດການຊື້ສິນຄ້າ ແລະບໍລິການ ຂອງພົນລະ
ເມືອງໃນອາຊຽນ ເກີດການເຄັ່ງຕຶງຢ່າງກວ້າງຂວາງ.

ແຕ່ຢ່າງໃດກໍຕາມ ພາຍຫລັງລັດຖະບານລາວ ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018
ຢ່າງເປັນທາງການ ໃນວັນທີ 28 ຕຸລາ ປີ 2017 ທີ່ຜ່ານມາ ຊຶ່ງໄດ້ຈັດຂຶ້ນໃນໂອກາດ
ດຽວກັນ ກັບງານບຸນນະມັດສະການພະທາດຫຼວງປະຈຳປີ 2017 ນັ້ນ ກໍປາກົດວ່າ ມີ
ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະເພາະ
ໃນໄລຍະບໍ່ເຖິງ 3 ເດືອນທ້າຍປີ 2017 ນັ້ນ ປາກົດວ່າ ມີນັກທ່ອງທ່ຽວຊາວຕ່າງຊາດ
ເດີນທາງເຂົ້າມາໃນລາວແລ້ວ ເຖິງ 1,041,744 ຄົນ.

ທິວທັດຂອງເມືອງແຫ່ງນຶ່ງ ໃນແຂວງຜົ້ງສາລີ ຈາກເທິງຈອມພູ ສາມາດແນມເຫັນໄດ້ເຝື້ອປົກຄຸມ ເນື້ອທີ່ທີ່ກວ້າງຂວາງ ຍາມລະດູໜາວ
ທິວທັດຂອງເມືອງແຫ່ງນຶ່ງ ໃນແຂວງຜົ້ງສາລີ ຈາກເທິງຈອມພູ ສາມາດແນມເຫັນໄດ້ເຝື້ອປົກຄຸມ ເນື້ອທີ່ທີ່ກວ້າງຂວາງ ຍາມລະດູໜາວ

ທັງນີ້ ລັດຖະບານລາວ ໄດ້ວາງຄາດໝາຍທີ່ຈະດຶງດູດເອົາຊາວຕ່າງຊາດ ໃຫ້ເຂົ້າມາ
ທ່ອງທ່ຽວໃນລາວ ໃຫ້ໄດ້ຫຼາຍກວ່າ 5 ລ້ານຄົນ ເພື່ອເຮັດໃຫ້ພາກບໍລິການໃນລາວ ມີ
ລາຍຮັບເກີນກວ່າ 900 ລ້ານໂດລາ ໃນຕະຫຼອດປີ 2018 ດ້ວຍການຈັດກິດຈະກຳ ແລະ
ງານບຸນປະເພນີຕ່າງໆ ໃນ 18 ແຂວງທົ່ວປະເທດ ເຊັ່ນ ການຈັດຄາລາວານລົດທ່ອງ
ທ່ຽວແຕ່ເໜືອຮອດໃຕ້ ບຸນມະໂຫລານການສະແດງສິນລະປະ ວັດທະນະທຳພື້ນເມືອງ
ບັນດາເຜົ່າ ການແຂ່ງລົດວິບາກ ກິດຈະກຳປີນໜ້າຜາ ການຈັດງານວັນລາວໃນຕ່າງ
ປະເທດ ເຊັ່ນ ໄທ ຫວຽດນາມ ຍີ່ປຸ່ນ ເຢຍຣະມັນ ຝຣັ່ງ ອັງກິດ ທີ່ທາງການລາວ ເຊື່ອວ່າ
ຈະດຶງດູດນັກທ່ອງທ່ຽວຕ່າງຊາດໄດ້ເປັນຍ່າງດີ.

ທາາງດ້ານສະມາຄົມວິໄຈການທ່ອງທ່ຽວອາຊຽນ (ATRA) ລາຍງານວ່າ ລາຍຮັບໃນ
ພາກການທ່ອງທ່ຽວຂອງລາວ ໃນປັດຈຸບັນຍັງມີລາຍຮັບ ຕ່ຳກວ່າອັດຕາສະເລ່ຍ ໃນກຸ່ມ
ອາຊຽນດ້ວຍກັນ ກໍຄືໃນຂະນະທີ່ລາຍຮັບການທ່ອງທ່ຽວຂອງອາຊຽນ ຢູ່ທີ່ອັດຕາສະເລ່ຍ
12 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຫາກແຕ່ວ່າ ລາຍຮັບໃນພາກ
ການທ່ອງທ່ຽວຂອງລາວ ກັບຄິດເປັນອັດຕາສະເລ່ຍພຽງ 7 ເປີເຊັນ ຂອງ GDP ເທົ່ານັ້ນ
ແລະການທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ 5 ລ້ານກວ່າຄົນ ໃນປີ
2018 ຈຶ່ງບໍ່ແມ່ນເລື່ອງງ່າຍ.

ສ່ວນ ADB ກໍລະບຸດ້ວຍວ່າ ລັດຖະບານລາວ ຈະຕ້ອງດຳເນີນມາດຕະການຢ່າງຮອບ
ດ້ານ ເຂົ້າໃນການພັດທະນາປັບປຸງ ເພື່ອຍົກລະດັບຄຸນນະພາບການທ່ອງທ່ຽວ ໃນທົ່ວ
ປະເທດດ້ວຍ ຫາກບໍ່ສະນັ້ນແລ້ວ ຜົນປະໂຫຍດຈາກການທ່ອງທ່ຽວໃນລາວ ກໍຈະຕົກ
ເປັນຂອງຕ່າງຊາດ ເຊັ່ນ ນັກທຸລະກິດຈີນ ຜູ້ທີ່ເປັນເຈົ້າຂອງໂຮງແຮມ ຮ້ານອາຫານ
ສະຖານບັນເທີງ ແລະບໍລິສັດນຳທ່ຽວ ຢ່າງຄົບວົງຈອນ ໃນລາວ.

XS
SM
MD
LG