ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໜ່ວຍປາບປາມ ຢາເສບຕິດ ຂອງໄທ ​ຈັບຂະ​ບວນ​ການ ​ລັກ​ລອບ ​ຄ້າ​ຢາ​ເສບ​ຕິດ​ ທີ່​ຜ່ານ​ ເຂົ້າ​ໄປ​ໃນ​ໄທ


ໜ່ວຍປາບປາມ ຢາເສບຕິດຂອງໄທ ຈັບ​ຢາ​ເສບ​ຕິດ ​ທີ່​ຜ່ານ​ເຂົ້າ​ໄປ​ໃນ​ໄທ
ໜ່ວຍປາບປາມ ຢາເສບຕິດຂອງໄທ ຈັບ​ຢາ​ເສບ​ຕິດ ​ທີ່​ຜ່ານ​ເຂົ້າ​ໄປ​ໃນ​ໄທ

ໜ່ວຍ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ໄທ ຈັບ​ກຸມ​ສະ​ມາ​ຊິກຂອງ​ຂະບວນການຄ້າ​ຢາ​ເສບ​ຕິດ
​ໃນ​ລາວ ໄດ້​ເຖິງ 9,593 ຄົນ ໃນ​ຊ່ວງ 10 ປີ ຜ່ານ​ມາ ໂດຍ​ຖື​ວ່າ ເປັນ​ອັນ​ດັບ​ທີ 2 ຮອງ​
ຈາກ​ຜູ້​ຕ້ອງ​ຫາ​ຊາວ​ມຽນ​ມາ ຊົງ​ຣິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ສຳ​ນັກ​ງານຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ແລະ​ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ
ລາຍ​ງານ​ຜົນ​ການປາບ​ປາມ​ການ​ຄ້າຢາ​ເສບຕິດ​ໂດຍຊາວ​ຕ່າງ​ຊາດ ໃນ​ໄທ ໃນ​ໄລ​ຍະ​ປີ
2010-2017​ທີ່​ຜ່ານ​ມາ​ວ່າ ຝ່າຍປາບ​ປາມ​ຢາ​ເສບຕິດ​ ໃນໄທ ສາ​ມາດ​ຈັບ​ກຸມ​ນັກ​ຄ້າຢາ​ເສບຕິດຊາວ​ມຽນ​ມາ ໄດ້​ເຖິງ 13,417 ຄົນ ຊຶ່ງ​ກໍ​ນັບ​ເປັນ​ຈຳ​ນວນ​ນັກ​ຄ້າຢາ​ເສບຕິດ
ຊາວ​ຕ່າງ​ຊາດ ທີ່ຖືກຈັບ​ກຸມ ໃນ​ໄທ ຫຼາຍ​ທີ່​ສຸດ ສ່ວນ​ອັນ​ດັບ​ 2 ກໍຄື​ນັກຄ້າຢາ​ເສບຕິດ
ສັນ​ຊາດ​ລາວ ທີີ່​ທາງການໄທ​ ຈັບກຸມ​ຕົວ​ໄດ້ 9,593 ຄົນ ແລະ​ອັນ​ດັບ​ທີ 3 ກໍ​ຄື​ນັກ​ຄ້າ
ຢາ​ເສບຕິດຊາວ​ກຳ​ປູ​ເຈຍ ທີ່​ທາງ​ການໄທ ຈັບ​ກຸມ​ຕົວໄດ້ 2,456 ຄົນ ໃນ​ໄລ​ຍະ​
ດຽວ​ກັນ.

ສ່ວນຢາ​ເສບຕິດ​ຂອງ​ກາງ​ທີ່​ຍຶດ​ໄດ້​ ກໍ​ປະ​ກອບ​ດ້ວຍ ​ເຮ​ໂອ​ອີນ 334 ກິ​ໂລກ​ຣັມ
ຝິ່ນ 852 ກິ​ໂລກ​ຣາມ ຢາ​ບ້າ 11,125 ກິ​ໂລກ​ຣາມ ​ໄອສ໌ 2,332 ກິ​ໂລກ​ຣາມ ກັນ​ຊາ
​ແຫ້ງ 33,235 ກິ​ໂລກ​ຣາມ ກັນ​ຊາ​ສົດ ຫຼາຍກວ່າ 1,702 ກິ​ໂລກ​ຣາມ ແລະ​ສານ​ເຄ​ມີ
​ທີ່​ເປັນ​ສ່ວນ​ປະ​ສົມ​ໃນ​ການຜະ​ລິດ​ຢາ​ເສບຕິດອີກ 26,505 ​ ກິ​ໂລກ​ຣາມ.

ນອກ​ຈາກ​ນີ້ ດ້ວຍ​ຜົນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ ມຽນ​ມາ ລາວ ໄທ ກຳ​ປູ​ເຈຍ
ແລະຫວຽດ​ນາມ ພາຍ​ໃຕ້​ປະ​ຕິ​ບັດ​ການ​ແມ່​ນ້ຳ​ຂອງ​ປອດ​ໄພ ຈາກ​ບັນ​ຫາ​ຢາ​ເສບ​ຕິດ
ທີ່​ໄດ້ຈັດຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັນ​ໃນ​ຊ່ວງ​ປີ 2013-2017 ທີ່​ຜ່ານ​ມາ ທັງ 6 ປະ​ເທດ ກໍ​ຍັງ
​ສາ​ມາດ​ປາບ​ປາມ​ການ​ຄ້າຢາ​ເສບ​ຕິດໄດ້ 125,274 ກໍ​ລະ​ນີ ຈັບ​ຜູ້​ຕ້ອງ​ຫາໄດ້
160,000 ກວ່າຄົນ ຍຶດ​ຢາ​ບ້າ​ໄດ້ 363 ລ້ານກວ່າ​ເມັດ ສານ​ເຄ​ມີກວ່າ 270 ໂຕນ ​ໄອ​ສ໌
ເກີນກວ່າ 13 ໂຕນ ​ເຮ​ໂຣ​ອິນກວ່າ 7,553 ກິ​ໂລກ​ຣາມ ຝິ່ນກວ່າ 14 ໂຕນ ກັນ​ຊາ​ແຫ້ງ
ເກີນກວ່າ 20ໂຕນ ອາວຸດ​ສົງ​ຄາມແລະ​ອຸບ​ປະ​ກອນ​ສື່​ສານ​ທີ່​ທັນ​ສະ​ໄມ ຫຼາຍກວ່າ
10,000 ລາຍ​ການ ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວ​ນີ້ ກໍ​ຍັງ​ເຮັດ​ໃຫ້​ທາງ​ການ​ໄທ ຕ້ອງ​
ເພີ້ມ​ມາດ​ ຕະ​ການ​ເຂັ້ມ​ງວດເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ການ​ລັກ​ລອບ​ຂົນ​ຢາ​ເສບ​ຕິດ​ຈາກ
​ເຂດ​ສາມ ຫ​່ຽມຄຳ​ເຂົ້າມາ​ໃນ​ໄທ ຫຼາຍ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ຢາ​ບ້າ ແລະ​ ໄອສ໌​ນັ້ນ
ດັ່ງ​ທີ່ ທ່ານສິ​ຣິນຢາ ສິດ​ທິ​ໄຊ ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ແລະ​ປາບ​ປາມ​
ຢາ​ເສບຕິດ​ແຫ່ງ​ຊາດ​ໄ​ທ ໄດ້​ໃຫ້ການ​ຢືນ​ຢັນ​ວ່າ: “ຕະ​ຫຼອດ​ປີ 2560 ເຮົາ​ຍຶດ​ຢາ​ບ້າ​
ໄດ້ 214 ລ້ານ​ເມັດ ປັດ​ຈຸ​ບັນ​ນີ້ ທຳ​ງານ​ມາ​ໄດ້ 8 ເດືອນ ຍຶດ​ໄດ້ປະ​ມານ 205 ລ້ານ​
ເມັດ ກໍ​ມີ​ແນວ​ໂນ້ມ​ຈະ​ເພີ້ມ​ຂຶ້ນ​ ຈັກ​ໜ້ອຍ ກໍ​ຕ້ອງ​ຮຽນ​ວ່າ ລັດ​ຖະ​ບານ​ລາວ​ໄດ້​ເນັ້ນ
​ໜັກໃຫ້​ມີການ​ສະ​ກັດ​ຢາ​ເສບ​ຕິດ ທີ່​ຊາຍ​ແດນ ຈະ​ເຫັນ​ວ່າ ຕອນ​ນີ້​ມີ​ການ​ຈັບ​ກຸມ
​ຢາ​ບ້າ​ໄດ້​ຄັ້ງ​ລະ​ຫຼາຍໆ ບາງ​ກໍ​ລະ​ນີ 13 ລ້ານ​ເມັດ ບາງ​ກໍ​ລະ​ນີ 10 ລ້ານ​ເມັດ
ຊຶ່ງ​ຢູ່​ໃນ ລະ​ຫວ່າງ​ຂອງ​ການ​ຂົນ​ເຂົ້າ​ມາ​ ເພື່ອ​ຈະ​ມາ​ພັກ​ໄວ້​ທີ່​ກຸງ​ເທບ ແລ້ວ​ກໍ​ຈະ
ກະ​ຈາຍຢາອອກ​ໄປ ສ່ວນ​ຢາ​ໄອ​ສ໌ ​ນີ້ ຈະ​ມຸ່ງ​ໄປ​ຍັງ​ພາກ​ໃຕ້ ເພື່ອ​ສົ່ງ​ຕໍ່​ໄປ​ປະ​ເທດ
​ທີ ສາມ.”

​ທາງ​ດ້ານທ່ານ​ສົມ​ແກ້ວ ສີ​ລາ​ວົງ ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະຫງົບ
ພາຍ​ໃນ ຍອມ​ຮັບ​ວ່າ​ເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ ຢູ່​ໃນ​ລາວ ທີ່​ມີ​ລັກ​ສະ​ນະ​ຂ້າມ​ຊາດ
ແລະ​ເປັນ​ກຸ່ມ​ແກັ້ງ​ຄ້າ​ຢາ​ເສບ​ຕິດ ທີ່​ມີ​ການ​ນຳ​ໃຊ້​ເທກນິກ​ຂັ້ນ​ສູງ​ແລະ​ຍາກ​ຕໍ່​ການ​ຕິດ​ຕາມກວດກາ ແລະ​ຈັບ​ກຸ​ມ​ດັ່ງ​ກ່າວຍັງ​ເຮັດ​ໃຫ້​ຂະ​ບວນ​ການ​ນີ້​ສາ​ມາດ​ລັກ​ລອບ​ຂົນ​ສົ່ງ
​ຢາ​ເສບ​ຕິດ ຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ໄດ້​ຢ່າງ​ຫຼວງ​ຫຼາຍ ແລະ​ການ​ທີ່​ລາວ​ຕົກ​ເປັນ​
ເຂດຜ່ານ​ຂອງ​ການ​ລັກ​ລອບ​ຂົນສົ່ງຢາ​ເສບ​ຕິດ ຈາກເຂດ​ສາມ​ຫ​່ຽມ​ຄຳໄປ​ຕ່າງ​ປະ​ເທດ
​ດັ່ງ​ກ່າວ ຍັງ​ເຮັດ​ໃຫ້​ສັງ​ຄົມ​ລາວ ຕ້ອງ​ປະ​ເຊີນກັບ​ບັນ​ຫາ​ການ​ຊົມ​ໃຊ້ຢາ​ເສບ​ຕິດແລະ​
ອາ​ຊະ​ຍາ​ກຳ ກ່ຽວ​ກັບຢາ​ເສບ​ຕິດເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ອີກ​ດ້ວຍ.

ທັງ​ນີ້ ສານ​ປະ​ຊາ​ຊົນ​ລາວ ໄດ້​ຕັດ​ສິນ​ຄະ​ດີ​ຄວາມ​ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ ຈຳ​ນວນ
28,475 ຄະ​ດີ ຈາກ​ທີ່​ໄດ້​ຟ້ອງ​ຮ້ອງ​ຕໍ່​ສານ​ທັງ​ໝົດ 29,780 ຄະ​ດີ​ໃນ​ຊ່ວງ 5 ປີ ທີ່​ຜ່ານ​
ມາ ທາງ​ດ້ານ ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ແລະ​ປາບ​ປາມຢາ​ເສບ​ຕິດແຫ່ງ​ຊາດ​ໄທ
ລາຍ​ງານ​ວ່າ ການ​ລັກ​ລອບ​ປູກ​ຝິ່ນ ໃນ​ເຂດ​ສາມ​ຫ​່ຽມ​ຄຳ ກໍ​ຍັງ​ຄົງ​ສືບ​ຕໍ່ ຢູ່​ເລື້ອຍ​ມາ
ໂດຍ​ມີ​ເນື້ອ​ທີ່ກວ້າງກວ່າ 6 ໝື່ນ​ເຮັກ​ຕາ ໃນ​ມຽນ​ມາ ແລະກວ້າງກວ່າ 1 ໝື່ນ​ເຮັກ​ຕາ
ໃນ​ລາວ ກັບ 1,500 ກວ່າເຮັກ​ຕາ ໃນ​ປະ​ເທດ​ໄທ.

XS
SM
MD
LG