ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການໄອຍະການ ປະຊາຊົນລາວ ຕິດຕາມ ກວດກາ ການປະຕິບັດກົດໝາຍ ໄດ້ເປັນບາງສ່ວນ


ພວກຄ້າຢາເສບຕິດ ທີ່ຖືກຈັບພ້ອມດ້ວຍຂອງກາງ.
ພວກຄ້າຢາເສບຕິດ ທີ່ຖືກຈັບພ້ອມດ້ວຍຂອງກາງ.

ອົງການໄອຍະການປະຊາຊົນລາວ ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ຕາມ ຄໍາຕັດສິນ ຂອງສານປະຊາຊົນ ໄດ້ພຽງ 15.62% ຂອງຄະດີອາຍາ ຈຳນວນທັງໝົດ 13,690 ກວ່າຄະດິໃນປີ 2015

ທ່ານໄຊຊະນະ ໂຄດພູທອນ ຮອງຫົວໜ້າຫ້ອງການໄອຍະການປະຊາຊົນສູງສຸດ ສະເໜີ ລາຍງານຕໍ່ກອງປະຊຸມວຽກງານ ໄອຍະການປະຊາຊົນທົ່ວປະເທດລາວ ເມື່ອບໍ່ນານມານີ້ ວ່າ ການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຕາມການຕັດສິນ ຂອງສານປະ ຊາຊົນທົ່ວປະເທດໃນປີ 2015 ສາມາດປະຕິບັດສຳເລັດ 2,140 ຄະດີ ຄຶດເປັນພຽງ 15.62% ຂອງຄະດີອາຍາທັງໝົດ 1,369 ກວ່າຄະດີ.

ແຕ່ຢ່າງໃດກໍຕາມ ທ່ານໄຊຊະນະ ໄດ້ໃຫ້ການຢືນຢັນວ່າມີ 11,017 ຄະດີຫລື 80.43% ຂອງຄະດິທັງໝົດທີ່ກຳລັງດຳເນີນຕິດຕາມ ເພື່ອຈັດຕັ້ງປະຕິບັດກົດໝາຍຕາມການຕັດ ສິນຂອງສານ ໃຫ້ໄດ້ຢ່າງເປັນຮູບປະທຳ ຊຶ່ງໃນນີ້ຮ່ວມເຖິງຄະດີທີ່ມີຄວາມຜິດກ່ຽວກັບ ຢາເສບຕິດດ້ວຍໂດຍໃນປີ 2015 ທີ່ຜ່ານມາທາງການຕຳຫລວດລາວ ຈັບກຸມແກ້ງຄ້າ
ຢາເສບຕິດໄດ້ 2,258 ກໍລະນີ ແລະມີຜູ້ຕ້ອງຫາທີ່ຖືກຄວບຄຸມໂຕໄດ້ 3,346 ຄົນຮວມ ທັງຜູ້ຕ້ອງຫາຕ່າງຊາດດ້ວຍ 90 ຄົນ ແລະເປັນການຈັບກຸມແກ້ງຄ້າຢາເສບຕິດໄດ້ເພີ່ມ ຂຶ້ນຫລາຍກວ່າ 600 ກໍລະນີທຽບກັບປິ 2014.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບດຸມດັ່ງກ່າວນີ້ກໍປະກອບດ້ວຍຢາບ້າ
ຫລາຍກວ່າ 6,330.00 ເມັດ ເຮໂຣອິນ 134 ກິໂລກຣາມ ກັນຊາແຫ້ງ 3,257 ກິໂລກຣາມ ຢາໄອ 176 ກິໂລກຣາມ ຝິ່ນດິບເກຶອບ 50 ກິໂລກຣາມ ສານເຄມີ ແລະສ່ວນປະສົມຂອງ ຢາເສບຕິດອີກ 8,242 ກິໂລກຣາມ ໂດຍຜ່ານທີ່ມີການຈັບກຸມ ແລະຍຶດຢາເສບຄິດໄດ້ ຫລາຍທີ່ສຸກໍຄືເຂດ ນະຄອນຫລວງວຽງຈັນ.

ນັກຄ້າຢາເສບຕິດ ພ້ອມດ້ວຍຫລັກຖານ
ນັກຄ້າຢາເສບຕິດ ພ້ອມດ້ວຍຫລັກຖານ

ນອກຈາກນີ້ການຮ່ວມມືຢູ່ເຂດຊາຍແດນລະຫວ່າງ ທາງການຕຳຫລວດລາວ ກັບຫວຽດ ນາມ ໃນປີຜ່ານມາ ຍັງສາມາດຈັບກຸມແກ້ງສະມາຊິກຢາເສຍຕິດໄດ້ 11 ຄົນ ໂດຍຍຶດຊາ ແຫ້ງໄດ້ເຖິງ 1,998 ຫໍ່ ສານເຄມີທີເປັນສ່ວນປະສົມຂອງຢາບ້າ 2,220 ລິດ ແລະເຄຶ່ອງ ສຳລັບອົບແຫ້ງກັນຊາ ສ່ວນຕຳຫລວດຢູ່ແຂວງອຸດົມໄຊກໍສາມາດຈັບກຸມນັກຄ້າຢາເສບ
ຕິດລາຍໃຫຍ່ສອງຄົນ ແລະຍຶດເຮໂຣອິນໄດ້ 200 ແຫ່ງນໍ້າໜັກລວມເຖິງ 77.6 ກິໂລ ກຣາມ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນໜ່ວຍປາບປາມຢາເສບຕິດໃນລາວ ຍອມຮັບວ່າມີເຈົ້າໜ້າ ທີ່ຂັ້ນສູງຈຳ ນວນບໍ່ນ້ອຍ ທັງໃນວົງການທະຫານ ຕຳຫລວດ ແລະລັດຖະບານ ທີ່ໄດ້ເຂົ້າ ໄປພົວພັນ ແລະກ່ຽວຂ້ອງກັບການຄ້າຢາເສບຕິດ ໂດຍສະເພາະການເຂົ້າໄປມີຜົນປະ ໂຫຍດ ໃນການຄ້າຢາເສບຕິດນັ້ນ ກໍຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ການລັກລອບ ຂົນສົ່ງ ແລະການຄ້າຢາເສບຕິດ ໃນລາວໄດ້ມີການຈັດຕັ້ງເປັນຂະບວນການທີ່ມີເຄືອ ຂ່າຍຢ່າງກວ້າງຂວາງ ທັງໃນລາວ ແລະນອກປະເທດເພື່ອນບ້ານອີກດ້ວຍ ດັ່ງທີ່ທ່ານໄດ້ ຢືນຢັນວ່າ

"ຫລັກສະນະຂອງ ຢາບ້ານີ້ ມີລັກສະນະຂ້າມຊາດ ມີຄົນພາຍໃນ ແລະນອກປະເທດ ສົມຮູ້ຮ່ວມ ຄິດກັນເຮັດ ລັກສະນະຊອກຫາບ່ອນອີງທີ່ໜາແໜ້ນ ເປັນຕົ້ນແມ່ນແຊກຊຶ່ມ ເຂົ້າພະນັກງານຜູ້ທີ່ມີສິດມີອຳນາດທີບົດບາດຂະໜາບ ໃນເມຶ່ອຖືກເຈົ້າໜ້າທີດຳ ເນີນ ຄະດີ ຈະໄດ້ແອບແຝງ ແລະຂົ້ມຂູ່ອຶ່ນໆອັນນີ້ກໍຄືແນວນັ້ນຫັ້ນແຫລະ ຈະແຈ້ງ."

ທັ້ງນີ້ໂດຍເຂດທີ່ຂະບວນຄ້າຢາເສບຕິດໄດ້ສວຍໃຊ້ເປັນເສັ້ນທາງລັກລອບຂົນສົ່ງຢາເສບ ຕິດຈາກເຂດສາມຫລ່ຽມທອງຄຳ ໄປຕ່າງປະເທດຫລາຍຂຶ້ນນັບມື້ຄື ຊາຍແດນລາວ ຫວຽດນາມ ໂດຍເສັ້ນທາງທີ່ແກ້ງຄ້າຢາເສບຕິດນຳໃຊ້ຫລາຍທີ່ສຸດໃນລາວກໍຄືຖະໜົນ ເລກ 13 ຈາກພາກເໜືອຕໍ່ມາຍັງຖະໜົນເລກ 9 ໃນແຂວງສະຫວັນນະເຂດ ຕໍ່ໄປຍັງ
ຫວຽດນາມ ແລະປະເທດທີ່ສາມຕາມລຳດັບ ຍິງໄປກວ່ານັ້ນການທີ່ຂະບນການຄ້າຢາ ເສບຕິດຂ້າມຊາດ ໄດ້ຫານມາໃຊ້ລາວເປັນເສັ້ນທາງລັກລອບຂົນສົ່ງຢາເສບຕິດຫລາຍ ຂຶ້ນດັ່ງກ່າວນີ່່ ກໍຍັງເປັນປັດໃຈສຳຄັນທີ່ຊຸກຍູ້ໃຫ້ເຍົາວະຊົນລາວພາກັນຫັນໄປຊະມໃຊ້ຢາ ເສບຕິດເພີ່ມຂຶ້ນນັບມື້ອີກດ້ວຍ ໂດຍການສຳຫລວດຫລ້າສຸດເພາະວ່າມີເຍົາວະຊົນລາວ ກວ່າສີ່ແສນຄົນ ທີ່ຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງ ທີ່ຈະເຂົ້າໄປຫຍູ້ງກ່ຽວກັບຢາເສບ ຕິດໃນປັດຈຸບັນນີ້.

ພວກຄ້າຢາເສບຕິດທີ່ຖືກຈັບ
ພວກຄ້າຢາເສບຕິດທີ່ຖືກຈັບ

ທັ້ງນີ້ເຖິງແມ້ວ່າລາວຈະໄດ້ດຳເນີນປາບ ປາມຢ່າງໜັກກໍຕາມ ຫາກແຕ່ ວ່າກໍບໍສາສມາດ ຈະທຳລາຍເຄືອຂ່າຍການຄ້າຢາເສບຕິດ ໃຫ້ ໝົດໄປໄດ້ເລີຍເນຶ່ອງຈາກຜູ້ວ່າ ຜູ້ຕ້ອງຫາ ໃນຄະດີຢາເສບຕິດທີ່ຖືກຈັບກຸ່ມນັ້ນຈະບໍ່ຍອມໃຫ້ຂໍ້ມຸນ ທີ່ເຊື່ອມໂຍງໄປເຖິງສະມາຊິກ ຄົນ ອຶ່ນໆໃນເຄືອຄ່າຍຂອງພວກເຂົາເຈົ້າເລີຍນັ້ນເອງ.

XS
SM
MD
LG