ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄ່າຂົນສົ່ງສິນຄ້າ ລາວໄປ ຕ່າງປະເທດ ມີລາຄາສູງ ຍ້ອນລາວ ບໍ່ມີທາງອອກ ສູ່ທະເລ


ລົດທີ່ສົ່ງສິນຄ້າຜ່ານຊາຍແດນໄປຍັງປະເທດເພື່ອນບ້ານ ຄັນນຶ່ງ
ລົດທີ່ສົ່ງສິນຄ້າຜ່ານຊາຍແດນໄປຍັງປະເທດເພື່ອນບ້ານ ຄັນນຶ່ງ

ລັດຖະມົນຕີລາວຍອມຮັບວ່າ ການສົ່ງສິນຄ້າຂອງລາວໄປຕ່າງປະເທດ ຍັງ
ປະເຊີນກັບບັນຫາໃນຫລາຍດ້ານ ໂດຍສະເພາະໃນດ້ານຄ່າຂົນສົ່ງທີ່ແພງ
ກວ່າປະເທດເພື່ອນບ້ານ ເພາະລາວບໍ່ມີທາງອອກສູ່ທະເລ, ຊົງລິດ ໂພນເງິນ
ມີລາຍງານມາສະເໜີທ່ານຈາກບາງກອກ.

ທ່ານບຸນຈັນ ສິນທະວົງ ລັດຖະມົນຕີວ່າການ ກະຊວງໂຍທາທິການ ແລະຂົນສົ່ງ​ຢືນ
ຢັນວ່າການທີ່ລາວເປັນປະເທດບໍ່ມີຊາຍແດນຕິດກັບທະເລນັ້ນ ຖືເປັນສາເຫດສໍາ
ຄັນ ທີ່ເຮັດໃຫ້ຄ່າຂົນສົ່ງສິນຄ້າຂອງລາວ ແພງກວ່າ ປະເທດເພື່ອນບ້ານໃນເຂດລຸ່ມ
ແມ່ນໍ້າຂອງດ້ວຍກັນ ແລະໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຮັດໃຫ້ສິນຄ້າຂອງລາວ ບໍ່ສາ
ມາດແຂ່ງຂັນດ້ານລາຄາໃນຕະຫລາດຕ່າງປະເທດໄດ້ອີກດ້ວຍ ເພາະສະນັ້ນ
ເພື່ອເປັນການຫລຸດຜ່ອນບັນຫາດັ່ງກ່າວນີ້ ທາງການລາວກໍໄດ້ຂໍເປີດການເຈລະ
ຈາກັບທາງການໄທ, ຈີນ, ແລະຫວຽດນາມຕໍ່ໄປ ໂດຍເມື່ອບໍ່ນານມານີ້ ທາງການ
ລາວກໍໄດ້ສະເໜີບັນຫາດັ່ງກ່າວເຂົ້າໃນກອງປະຊຸມຄັ້ງທີ 24 ວ່າດ້ວຍການຮ່ວມມື
ທາງເສດຖະກິດໃນເຂດລຸ່ມແມ່ນໍ້າຂອງ ຫລື GMS ທີ່ຫວຽດນາມແລ້ວ ດັ່ງທີ່ທ່ານ
ບຸນຈັນໃຫ້ການຢືນຢັນວ່າ

ກອງປະຊຸມ GMS ຢູ່ຫວຽດນາມ ສໍາລັບລາວ ທີ່ພວກເຮົາຍົກຂຶ້ນກ່ຽວກັບບັນຫາ
ການແກ້ໄຂ ການຂົນສົ່ງ ອັນນີ້ເປັນບັນຫາທີ່ພວກເຮົາບໍ່
ມີຊາຍແດນຕິດກັບທະເລ
ພວກເຮົາ ກະຕັ້ງບັນຫາລະຫວ່າງປະເທດອ້ອມຂ້າງ ເພື່ອອໍານວຍຄວາມສະດວກ
ໃຫ້ແກ່ພວກເຮົາ ອັນນີ້ພວກຂ້າພະເຈົ້າກະມີແຜນ ຈະປຶກສາ ໂດຍສະເພາະກັບ
ທາງຣາດຊະອານາຈັກໄທ ກັບທາງ ສປ ຈີນ, ທາງຫວຽດນາມ ລະຫວ່າງກະຊວງ
ກັບກະຊວງ.

ລົດຂົນສົ່ງສິນຄ້າຂ້າມຊາຍແດນລາວ
ລົດຂົນສົ່ງສິນຄ້າຂ້າມຊາຍແດນລາວ

ສ່ວນທ່ານ​ພວງ​ປະລິ​ສັກ ປະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ
ປ່າໄມ້ຢືນຢັນວ່າດ້ວຍອັດຕາຄ່າຂົນສົ່ງໃນລາວທີ່ສູງກວ່າປະເທດອື່ນ ໂດຍສະເພາະ
ແມ່ນເມື່ອທຽບໃສ່ອັດຕາຄ່າຂົນສົ່ງຂອງປະເທດເພື່ອນບ້ານນັ້ນ ກໍໄດ້ສົ່ງຜົນກະທົບຕໍ່
ການສົ່ງອອກສິນຄ້າກະສິກຳແລະໄມ້ຈາກລາວ ໄປຍັງຕະຫຼາດໃນຕ່າງປະເທດ ຢ່າງ
ຫຼີກລ້ຽງບໍ່ໄດ້ ເພາະອັດຕາຄ່າຂົນສົ່ງທີ່ສູງດັ່ງກ່າວ ໄດ້ເຮັດໃຫ້ສິນຄ້າກະສິກຳຂອງລາວ
ມີລາຄາສູງກວ່າສິນຄ້າຊະນິດດຽວກັນຂອງປະເທດເພື່ອນບ້ານນັ້ນເອງ.

ທ່ານ​ພວງ​ປະຣິສັກ ຍອມຮັບ​ດ້ວຍ​ວ່າ​ເປັນ​ການ​ຍາກ​ທີ່​ສິນຄ້າ ກະສິກຳ​ແລະ​ໄມ້​ຂອງ​ລາວ​
ຈະ​ສາມາດ​ແຂ່ງຂັນ​ໃນຕະ​ຫຼາດ​ໂລກ ​ໄດ້​ຢ່າງ​ແທ້​ຈິງ ຖ້າ​ຫາກ​ບໍ່​ສາມາດ​ທີ່​ຈະ​ລົດ​ຕົ້ນ​ທຶນ​
ການ​ຂົນ​ສົ່ງ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ​ເພາະວ່າ ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ
ດ້ວຍ​ເຫດນີ້ ຈຶ່ງມີ​ພຽງ​ການ​ເຈລະຈາ​ເພື່ອ​ຂໍ​ໃຫ້​ປະ​ເທດ​ເພື່ອ​ບ້ານ​ຊ່ວຍ​ເຫຼືອ​ດ້ວຍ​ການ​
ລົດ​ຄ່າ​ຂົນ​ສົ່ງ​ສິນຄ້າ​ໃຫ້​ລາວ ​ເປັນ​ກໍລະນີ​ພິ​ເສ​ດ​ເທົ່າ​ນັ້ນ ​ແຕ່​ວ່າການ​ຊ່ວຍ​ເຫຼືອດັ່ງກ່າວ
ນີ້ກໍ​ເປັນ​ພຽງ​ມາດ​ຕະການ​ໄລຍະ​ສັ້ນ ສ່ວນ​ມາດ​ຕະການ​ທີ່​ຈະ​ສາມາດ​ແກ້​ໄຂ​ບັນຫາ​ໄດ້
ໃນ​ໄລຍະ​ຍາວ​ນັ້ນ ຄື​ການ​ພັດທະນາ​ຄຸນ​ນະພາ​ບສິນຄ້າ​ກະສິກຳ ​ແລະ​ໄມ້​ແປ​ຮູບ​ຂອງ
​ລາວ ທີ່​ໄດ້​ມາດຕະຖານ​ສາກົນ​ຢ່າງ​ແທ້​ຈິງ.

ທາງດ້ານນັກທຸລະກິດລາວ ທີ່ດໍາເນີນກິດຈະການຂົນສົ່ງສິນຄ້າ ຢືນຢັນວ່າ ເປັນການຍາກ
ທີ່ປະເທດເພື່ອນບ້ານຈະຫລຸດຄ່າຂົນສົ່ງສິນຄ້າໃຫ້ລາວ ເພາະສະນັ້ນ ສິ່ງທີ່ທາງການລາວ
ຄວນເຈລະຈາກັບທາງການຈີນ, ໄທ, ແລະຫວຽດນາມ ຈຶ່ງບໍ່ແມ່ນເລື່ອງຄ່າຂົນສົ່ງ ຫາກ
ແຕ່ເປັນເລື້ອງຂອງການສົ່ງສິນຄ້າໃນເຂດລາວ ທີ່ຈະຕ້ອງດໍາເນີນການໂດຍວິສາຫະກິດ
ຂົນສົ່ງຂອງລາວເທົ່ານັ້ນ ເພາະການຂົນສົ່ງສິນຄ້າລະຫວ່າງລາວ ກັບປະເທດເພື່ອນບ້ານ
ໃນປັດຈຸບັນນີ້ເປັນການຂົນສົ່ງສິນຄ້າຜ່ານລາວ ໂດຍທີ່ວິສາຫະກິດຂົນສົ່ງຂອງລາວບໍ່ໄດ້
ຮັບຜົນປະໂຫຍດຫຍັງເລີຍ ດັ່ງທີ່ນັກທຸລະກິດລາວໄດ້ໃຫ້ການຢືນຢັນວ່າ

ຕົວຢ່າງທາງ R-3 ນີ້ ລົດຈີນຂົນມາຮອດຊາຍແດນລາວ ແລ້ວເອົາລົງໄວ້ສາງ ລົດລາວ
ຂົນຕໍ່ໄປ ຮອດບໍ່ແກ້ວ, ລົດໄທຂົນມາລົງໄວ້ສາງບໍ່ແກ້ວເນາະ, ລົດລາວກໍຂົນຕໍ່ ໝາຍ
ຄວາມວ່າ ແບ່ງຄວາມຮັບຜິດຊອບກັນ ຂອງແຕ່ລະປະເທດວ່າ ດິນຂ້ອຍ ຂ້ອຍຂັບແນ່
ແມ່ນຢູ່ສະດວກສະບາຍ ເຈົ້າບໍ່ໄດ້ເອົາລົງ ກາຍໄປເລີຍຮອດປະເທດໄທນີ້ ແຕ່ເຈົ້າຂອງ
ປະເທດສິໄດ້ຫຍັງ ໄດ້ແຕ່ສ້າງຖະໜົນມູນຄ່າຫລາຍລ້ານໂດລາ ແຕ່ຜົນທີ່ໄດ້ບໍ່ມີ.

ທາງດ້ານອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ລາຍງານວ່າ ຄ່າຂົນສົ່ງສິນ
ຄ້າໃນລາວ ສູງກວ່າ ຄ່າຂົນສົ່ງສິນຄ້າໃນໄທເຖິງ 40 ເປີເຊັນ ໃນໄລຍະທາງ ແລະປະລິ
ມານການຂົນສົ່ງສິນຄ້າທີ່ເທົ່າກັນ.

XS
SM
MD
LG