ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະເລັ່ງ ປັບປຸງ ທຸລະ​ກິດ​ ທ່ອງທ່ຽວ ​​ແຂວງຫລວງ​ພະ​ບາງ


ນັກທ່ອງທ່ຽວຕ່າງປະເທດ ກໍາລັງຟັງຜູ້ນໍາທ່ຽວອະທິບາຍ ກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງນຶ່ງໃນລາວ.
ນັກທ່ອງທ່ຽວຕ່າງປະເທດ ກໍາລັງຟັງຜູ້ນໍາທ່ຽວອະທິບາຍ ກ່ຽວກັບສະຖານທີ່ທ່ອງທ່ຽວແຫ່ງນຶ່ງໃນລາວ.

ພາກທຸລະ​ກິດ​ການທ່ອງທ່ຽວ​ໃນ​ແຂວງຫລວງ​ພະ​ບາງ ຈະ​ຕ້ອງ​ເລັ່ງພັດທະນາ​ປັບປຸງ
ທັງ​ໃນ​ດ້ານ​ບໍລິການ ​ແລະ​ດ້ານ​ຄວາມ​ຮູ້ ຄວາມ​ສາມາດ​ຂອງ​ພະນັກງານ ການທ່ອງທ່ຽວ
ທີ່​ຍັງ​ບໍ່​ໄດ້​ລະດັບ​ມາດຕະຖານ​ໃນ​ອາ​ຊ່ຽນ.

ທ່ານ​ສຸລິ​ທິບ ໜໍ່ຄູນ​ຜົນ ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ-ວັດທະນາ​ທໍາ ​ແລະ​ທ່ອງ​ທ່ຽວ
ແຂວງຫລວງ​ພະ​ບາງ ຍອມຮັບ​ວ່າ ຄຸນ​ນະພາ​ບດ້ານ​ການ​ບໍລິການ ​ແລະ​ການ​ຄຸ້ມ​ຄອງ
​ການທ່ອງທ່ຽວ​ໃນແຂວງຫລວງ​ພະ​ບາງ ຍັງ​ບໍ່ທັນ​ໄດ້​ລະດັບ​ມາດຕະຖານ​ໃນ​ກຸ່ມ​ອາ​
ຊ່ຽນດ້ວຍ​ກັນ ຊຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເລ່ັງດໍາ​ເນີນ​ການ​ພັດທະນາ ປັບປຸງ ທັງ​ໃນ​ດ້ານ​ບຸກ
ຄະລາ​ກອນ ​ແລະ​ພື້ນຖານ​ໂຄງ​ລ່າງ​ຕ່າງໆ ​ໂດຍ​ແນ​ໃສ່​ການ​ພັດທະນາ​ພາກ​ບໍລິການ ​
ແລະ​ທ່ອງ​ທ່ຽວ​ໃນ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ໄດ້​ມາດຕະຖານ​ຂອງ​ອາ​ຊ່ຽນຢ່າງ​ແທ້​ຈິງ
ດັ່ງ​ທີ່​ທ່ານ​ສຸລິ​ທິບ ຢືນຢັນ​ວ່າ:

“ຕົ້ນຕໍຊິປັບປຸງໜີ້ ກະອັນທີນຶ່ງກະຍັງແມ່ນບຸກຄະລາກອນ ເພາະວ່າ ບຸກຄະລາ
ກອນພວກເຮົານີ້ ມັນກໍບໍ່ທັນຫລາຍ ແລະດ້ານຄວາມຮູ້-ຄວາມສາມາດ ກໍຈໍາກັດ ຖືວ່າຍັງບໍ່ທັນໄດ້ມາດຕະຖານຂອງອາຊ່ຽນ. ອັນທີ່ສອງມາ ກໍຄືຊິໄດ້ປັບປຸງເລື່ອງ
ສິ່ງອໍານວຍຄວາມສະດວກໃຫ້ແກ່ແຂກ ເປັນຕົ້ນແມ່ນການບໍລິການຢູ່ຮ້ານອາ
ຫານ ມັນກໍບໍ່ທັນໄດ້ມາຕະຖານເນາະ. ບາງທີກໍຊັກຊ້າ ຫລືວ່າ ເຮັດມັນບໍ່ທັນຖືກ
ຕາມລະບຽບການ ຕາມຫລັກການຂອງມັນ. ອັນນີ້ກະຊິໄດ້ເອົາໃຈໃສ່ ແລະປັບ
ປຸງຕື່ມ.”

ທັງ​ນີ້ ​ແຂວງຫລວງ​ພະ​ບາງ ມີ​ອັດຕາການ​ຂະຫຍາຍຕົວທາງເສດຖະກິດໃນລະດັບ
8.4 ເປີເຊັນ​ໃນ​ປີ 2016ທີ່​ຜ່ານ​ມາ ຊຶ່ງເມື່ອສົມທົບກັບການຂະຫຍາຍຕົວ ໃນດ້ານ
ບໍລິການ ແລະທ່ອງທ່ຽວໂດຍປະກົດວ່າມີຊາວຕ່າງຊາດຫຼາຍກວ່າ 450,000 ຄົນ
ທີ່ເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງພະບາງນັ້ນ ກໍໄດ້ເຮັດໃຫ້ລາຍ
ໄດ້ສະເລ່ຍຂອງປະຊາຊົນລາວ ໃນແຂວງຫຼວງພະບາງເພີ່ມສູງຂຶ້ນເປັນຫຼາຍກວ່າ
1,768 ໂດລາຕໍ່ປີ. ສ່ວນປະຊາຊົນລາວ ໃນເຂດບ້ານພັດທະນາ ຫຼື ທີ່ມີການ ພັດ
ທະນາລະບົບພື້ນຖານໂຄງຫລ່າງຢ່າງດີແລ້ວນັ້ນ ກໍມີລາຍໄດ້ສະເລ່ຍສູງເຖິງ
3,000 ຫາ 4,000 ​ໂດ​ລາຕໍ່ຄົນ ​ໃນ​ປີດຽວກັນ.

ສະຖານທີ່ທ່ອງທ່ຽວຕ່າງໆ ໃນລາວ
ສະຖານທີ່ທ່ອງທ່ຽວຕ່າງໆ ໃນລາວ


ທາງ​ດ້ານ ວາລະສານ Wanderlust Travel ຊຶ່ງເປັນວາລະສານດ້ານການທ່ອງທ່ຽວ
ຊັ້ນນຳ ຂອງໂລກໃນປະເທດ ອັງກິດ ໄດ້ສະເໜີລາຍງານການສຳຫຼວດຄວາມຄິດ
ເຫັນຂອງບັນດາສະມາຊິກວາລະສານປະຈຳປີ 2016 ວ່າເມືອງມໍລະດົກໂລກຫຼວງ
ພະບາງ ໄດ້ຖືກຈັດໃຫ້ຢູ່ໃນອັນດັບທີ 8 ທີ່ຊາວຕ່າງຊາດຕ້ອງການເດີນທາງໄປຢ້ຽມ
ຢາມຫຼາຍ ທີ່ສຸດໂດຍໄດ້ຮັບຄະແນນນິຍົມທີ່ລະດັບ 94.67 ເປີເຊັນ ສ່ວນອັນດັບທີ
1-3 ນັ້ນກໍຄື ເມືອງ Hoi An ຂອງຫວຽດນາມ, ເມືອງ Tromso ຂອງປະເທດນໍເວ
ແລະ ເມືອງ ພຸກາມ ຂອງ ມຽນມາ ທີ່ໄດ້ຄະແນນນິຍົມທີ່ລະດັບ 98.5, 97.33 ເປີ
ເຊັນ ແລະ 96.92 ເປີເຊັນຕາມລຳດັບ.

ການທີ່ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນທີ 8 ຂອງໂລກ ໃນຖານະທີ່ເປັນເມືອງຍອດ ນິຍົມຂອງນັກທ່ອງທ່ຽວດັ່ງກ່າວນີ້ຖືເປັນການຕົກຕ່ຳລົງເຖິງ 7 ອັນດັບ ເນື່ອງຈາກວ່າ
ໃນປີ 2015 ທີ່ຜ່ານມາ ເມືອງຫຼວງພະບາງຖືກຈັດໃຫ້ຢູ່ອັນດັບທີ 1 ໃນຖານະເມືອງ
ຍອດນິຍົມທີ່ສຸດຂອງນັກ ທ່ອງທ່ຽວ ຫາກແຕ່ວ່າສະພາບການດັ່ງກ່າວນີ້ກໍນັບເປັນ
ເລື່ອງປົກກະຕິໄປແລ້ວ ສຳລັບເມືອງ ຫຼວງພະບາງ ດັ່ງຈະເຫັນໄດ້ຈາກການຖືກຈັດ
ໃຫ້ຢູ່ອັນດັບທີ 1 ຂອງໂລກໃນປີ 2006-2008 ກັບໃນປີ 2010-2012 ແລະ ປີ 2015 ຊຶ່ງກໍຄືເມືອງຫຼວງພະບາງ ໄດ້ເສຍແຊັມໃຫ້ເມືອງອື່ນໆ ໃນປີ 2009, ປີ 2013-2014
ແລະ ປີ 2016 ນັ້ນເອງ.

ແຕ່ຢ່າງໃດກໍຕາມ, ພະແນກຖະແຫຼງຂ່າວວັດທະນະທຳ ແລະທ່ອງທ່ຽວແຂວງຫຼວງ
ພະບາງ ຄາດໝາຍວ່າໃນຕະຫຼອດປີ 2017 ຈະມີຊາວຕ່າງຊາດຫຼາຍກວ່າ 5 ແສນ
ຄົນທີ່ຈະເດີນທາງ ມາທ່ອງທ່ຽວເມືອງມໍລະດົກໂລກຫຼວງພະບາງ ໂດຍເພີ່ມຂຶ້ນຈາກ
ປີ 2016 ທີ່ມີຊາວຕ່າງຊາດ ເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງພະບາງ
450,000 ກວ່າຄົນນັ້ນກໍຄິດເປັນອັດ ຕາສະເລ່ຍເກີນກວ່າ 20 ເປີເຊັນ ໝາຍຄວາມ ວ່າໃນແຕ່ລະປີມີນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງມາເມືອງມໍລະດົກໂລກເພີ່ມ
ຂຶ້ນເຖິງ​ເກືອບ 1 ແສນກວ່າຄົນນັ້ນເອງ.

ປັດໃຈທີ່ດຶງດູດໃຫ້ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນເມືອງມໍລະດົກໂລກຫຼວງ
ພະບາງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍເພາະວ່າ ຊາວເມືອງຫຼວງພະບາງຍັງຮັກສາໄດ້ທັງວັດ
ທະນະທຳ ຮີດຄອງປະເພນີ, ວິຖີຊີວິດດັ່ງເດີມ, ປະຫວັດສາດ ແລະທຳມະຊາດ ອັນ
ສວຍງາມ ທັງຍັງສາມາດປະຕິບັດຕາມສົນທິສັນຍາທີ່ຕົກລົງໄວ້ກັບອົງການ
UNESCO ກ່ຽວກັບການປົກປັກຮັກສາມໍລະດົກໄດ້ຢ່າງເຄັ່ງຄັດ ເຊັ່ນການກໍ່ສ້າງ
ແລະ ບູລະນະສ້ອມແປງເຮືອນ, ອາຄານວັດ ແລະສະຖານທີ່ຕ່າງໆພາຍໃນແຂວງ
ທີ່ຈະ ຕ້ອງໄດ້ຮັກສາຮີດຄອງອັນດີງາມຂອງພໍ່ແມ່ ປະຊາຊົນ ແລະ ສິ່ງດັ່ງເດີມທີ່ເປັນ
ເອກະລັກ ໄວ້ຢ່າງຄົບຖ້ວນ.

ໃນປະຈຸບັນນີ້ ທົ່ວແຂວງຫຼວງພະບາງມີໂຮງແຮມ-ຣີສອດ 76 ແຫ່ງ, ບ້ານພັກ 327
ແຫ່ງ ແລະ ຮ້ານອາຫານ 286 ແຫ່ງ ທີ່ຖືເປັນສ່ວນປະກອບສຳຄັນໃນແຜນການພັດ
ທະນາການ ທ່ອງທ່ຽວໃນ ລາວ ແຕ່ປີ 2016-2020 ຊຶ່ງລັດຖະບານລາວ ໄດ້ວາງເປົ້າ
ໝາຍທີ່ຈະສ້າງລາຍ ຮັບໃນພາກບໍລິການ ແລະ ທ່ອງທ່ຽວໃຫ້ໄດ້ຫຼາຍກວ່າ 950 ລ້ານ
ໂດລາໃນປີ 2020 ດ້ວຍການ ດຶງດູດນັກທ່ອງທ່ຽວຊາວຕ່າງຊາດໃຫ້ໄດ້ເຖິງ 6​ ລ້ານຄົນ.
ສ່ວນ​ປີ​ທ່ອງ​ທ່ຽວລາວ 2018 ກໍ​ຄາດ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ​ມາລາ​ວ​ເຖິງ
5 ລ້ານ​ຄົນ.

XS
SM
MD
LG