ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ບຸນຍັງເວົ້າວ່າ ພັກມີການນໍາພາ ໃນການປ້ອງກັນຊາດ ທີ່ຖືກຕ້ອງ ສອດຄ່ອງກັບ ສະພາບການຕົວຈິງ


ທ. ບຸນຍັງ ວໍລະຈິດ, ປະທານປະເທດລາວ
ທ. ບຸນຍັງ ວໍລະຈິດ, ປະທານປະເທດລາວ

ປະທານປະເທດຢືນຢັນວ່າ ການຮັກສາຄວາມໝັ້ນຄົງແຫ່ງຊາດທີ່ຢູ່ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວນັ້ນ ຖືເປັນທິດຊີ້ນໍາທີ່ຖືກຕ້ອງແລະສອດຄ່ອງກັບສະພາບການຕົວຈິງ. ຊົງລິດໂພນເງິນມີ ລາຍງານ ກ່ຽວກັບເລື້ອງນີ້ມາຈາກບາງກອກ.

ທ່ານບຸນຍັງ ວໍລະຈິດ, ປະທານປະເທດຖະແຫລງຢືນຢັນຕໍ່ກອງປະຊຸມພະນັກງານການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ແລະກະຊວງປ້ອງກັນຄວາມສະຫງົບ ປະຈໍາປີ 2020 ເມື່ອບໍ່ນານມານີ້ ວ່າການຈັດຕັ້ງປະຕິດບັດເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດພາຍໃຕ້ການກໍາຂອງພັກປະຊາຊົນ ປະຕິວັດລາວ ໃນໄລຍະທີ່ຜ່ານມາຖືເປັນທິດຊີ້ນໍາທີ່ຖືກຕ້ອງ ແລະສອດຄ່ອງກັບສະພາບການຕົວຈິງ ທັງ ພາຍໃນ ແລະຕ່າງປະເທດຈຶ່ງເຮັດໃຫ້ກໍາລັງປ້ອງກັນຊາດ (ປກຊ) ແລະກໍາລັງປ້ອງກັນຄວາມສະຫງົບ (ປກສ) ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ເປັນຢ່າງດີ ດັ່ງທີ່ທ່ານບຸນຍັງໃຫ້ການຢືນຢັນວ່າ:
“ຜົນສໍາເລັດທີ່ກໍາລັງ ປກສ ປກຊ ພວກເຮົາຍາດມາໄດ້ຕະຫລອດໄລຍະຜ່ານມານັ້ນ ແມ່ນການຈັດຕັ້ງ ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກຖືກທິດ ສອດຄ້ອງກັບສະພາບເງື່ອນໄຂ ແລະຈຸດພິເສດຂອງສະພາບການ ອັນໄດ້ສະແດງໃຫ້ເຫັນວ່າ ພາຍໃຕ້ ການນໍາຂອງພັກ ແລະລັດໄດ້ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດທັງປັບປຸງກໍ່ສ້າງ ກໍາລັງໃຫ້ໜັກແໜ້ນ ເຂັ້ມແຂງ.”

ສ່ວນພົນເອກຈັນສະໝອນ ຈັນຍາລາດ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຖະແຫລງຢືນຢັນວ່າ ກອງທັບປະຊາຊົນລາວ ສາມາດຮັບປະກັນດ້ານຄວາມໝັ້ນຄົງແຫ່ງຊາດໄດ້ຢ່າງເຕັມສ່ວນ ທັງຍັງສາມາດປົກປັກຮັກສາ ແລະສ້າງເສີມລະບອບການເມືອງການປົກຄອງຂອງຊາດໄດ້ຢ່າງແຂງແຮງ ແລະເປັນທີ່ຍອມຮັບໃນເວທີສາກົນຫລາຍຂຶ້ນນັບມື້ອີກດ້ວຍ ທັງນີ້ ກໍຍ້ອນວ່າ ກອງທັບໄດ້ປະຕິບັດຕາມການຊີ້ນຳຂອງພັກປະຊາຊົນປະຕິວັດລາວຢ່າງເຂັ້ມງວດ ດັ່ງທີ່ ພົນເອກຈັນສະໝອນ ຢືນຢັນວ່າ:
ພາຍໃຕ້ການຊີ້ນຳໆພາຂອງຄະນະພັກກະຊວງປ້ອງກັນປະເທດໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກລັດ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ພວກເຮົາໄດ້ສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ ອັນພົ້ນເດັ່ນແມ່ນຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ຄວາມສະຫງົບ ຄວາມປອດໄພທາງສັງຄົມ ອັນໄດ້ເຮັດໃຫ້ບົດບາດ ອິດທິພົນຂອງ ສປປ ລາວ ພວກເຮົາໄດ້ພົ້ນເດັ່ນຂຶ້ນໃນພາກພື້ນ ໃນສາກົນ ໃນນັ້ນ ກອງທັບເຮົາ ໄດ້ເປັນກຳລັງຫລັກແຫລ່ງ ເຮັດໃຫ້ລະບອບພວກເຮົາ ປະເທດພວກເຮົາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ.

ຫາກແຕ່ ທ່ານບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຖະແຫລງຍອມຮັບວ່າ ປະຊາຊົນລາວບັນດາເຜົ່າມີທ່າອຽງທີ່ຈະເສື່ອມສັດທາຕໍ່ການນຳພາຂອງພັກເພີ້ມຂຶ້ນນັບມື້ ໂດຍມີສາເຫດສຳຄັນຈາກການຈັດຕັ້ງປະຕິບັດວຽກງານທີ່ບໍ່ມີປະສິດທິພາບຂອງບຸກຄະລາກອນພັກ ຊຶ່ງລວມເຖິງການທຸຈະລິດທີ່ມີທ່າອຽງເກີດຂຶ້ນຢ່າງກວ້າງຂວາງທັງໃນຂັ້ນສູນກາງ ແລະທ້ອງຖິ່ນ ຈຶ່ງໄດ້ກາຍເປັນອຸປະສັກທີ່ມີຕໍ່ການສ້າງຄວາມເຂັ້ມແຂງຂອງພັກເພາະສະມາຊິກພັກຈຳນວນບໍ່ນ້ອຍເປັນບຸຄະລາກອນທີ່ບໍ່ມີຄຸນນະພາບນັ້ນ.

ທ່ານບຸນທອງ ໄດ້ຍົກຕົວຢ່າງກ່ຽວກັບການກວດກາບັນດາໂຄງການລົງທຶນຂອງລັດຖະບານຈຳນວນ 209 ໂຄງການທີ່ຈັດຕັ້ງປະຕິບັດບໍ່ຖືກຕ້ອງຕາມກົດໝາຍນັ້ນແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນແລະ 106 ໂຄງການທີ່ຈັດການປະມູນແຕ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ລັດຖະບານສູນເສຍງົບປະມານໄປ 5,331 ກວ່າຕື້ກີບ ທີ່ເປັນການຮ່ວມມືລະຫວ່າງພະນັກງານລັດກັບນັກທຸລະກິດ ຈຳນວນ 1,285 ຄົນ. ນອກຈາກນີ້ ກໍຍັງກວດພົບໂຄງການນອກແຜນການຂອງລັດຖະບານເຖິງ 285 ໂຄງການທີ່ມີມູນຄ່າເສຍຫາຍຫລາຍກວ່າ 4,483 ຕື້ກີບ ຢຶດໄມ້ທີ່ລັກລອບຂົນສົ່ງໄປຕ່າງປະເທດກວ່າ 4 ລ້ານແມັດກ້ອນ ຊຶ່ງເຮັດໃຫ້ອົງການເພື່ອຄວາມໂປ່ງໃສສາກົນ (Transparency International) ລາຍງານວ່າ ລັດຖະບານລາວມີຄວາມໂປ່ງໃສໃນການບໍລິຫານງານທີ່ລະດັບ 29 ຈາກ 100 ຄະແນນເຕັມ ໃນປີ 2019 ທີ່ຜ່ານມາ ຊຶ່ງເທົ່າກັບໃນປີ 2018 ໝາຍຄວາມວ່າ ມີນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວພຽງແຕ່ 29 ຄົນໃນ 100 ຄົນ ທີ່ເຫັນວ່າ ການບໍລິຫານງານໃນວົງການພັກແລະລັດຖະບານລາວ ໄດ້ດຳເນີນໄປຢ່າງໂປ່ງໃສ ຫລືບໍ່ມີການທຸດຈະລິດ ກໍຄືການແກ້ໄຂບັນຫາແລະການປາບປາມການທຸດຈະລິດໃນລາວ ຍັງມີປະສິດທິພາບຕ່ຳ ຈຶ່ງເຮັດໃຫ້ເກີດການເສຍຫາຍດ້ານງົບປະມານໄປຢ່າງຫລວງຫລາຍນັ້ນເອງ.

XS
SM
MD
LG