ອໍານາດການປົກຄອງເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວຈະຢຸດການສໍາປະທານທີ່ດິນທີ່
ອະນຸຍາດໃຫ້ແກ່ນັກທຸລະກິດຈີນ ປູກກ້ວຍທຸກໂຄງການ ພາຍໃນປີ 2018 ຍ້ອນຜົນ
ກະທົບຕໍ່ສິ່ງແວດລ້ອມ ຢ່າງໜັກ.
ທ່ານເຂື່ອນເພັດ ເມືອງຈັນ ເຈົ້າເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ຖະແຫລງຢືນຢັນວ່າ ອໍາ
ນາດການປົກຄອງ ເມືອງຕົ້ນເຜີ້ງ ໄດ້ຢຸດການອະນຸຍາດໃຫ້ສໍາປະທານທີ່ດິນລາຍໃໝ່
ເພື່ອປູກກ້ວຍຫອມຢ່າງສັ້ິນເຊີງແລ້ວ ໃນປັດຈຸບັນ. ສ່ວນທີ່ໄດ້ອະນຸຍາດໄປແລ້ວນັ້ນ
ກໍຈະຈໍາກັດພື້ນທີ່ປູກໃຫ້ຫລຸດລົງ ເທື່ອລະກ້າວ ໂດຍໃນໄລຍະທີ່ຜ່ານມາໄດ້ມີຄໍາສັ່ງ
ໃຫ້ຍົກເລີກການສໍາປະທານປູກກ້ວຍໄປແລ້ວໃນເນື້ອທີ່ 1,000 ກວ່າເຮັກຕາ ຈຶ່ງຍັງ
ເຫລືອອີກ 5,000 ກວ່າເຮັກຕາ ທີ່ຈະຍົກເລີກສໍາປະທານປູກກ້ວຍໃຫ້ໄດ້ທັງໝົດ
ພາຍໃນປີ 2018 ດັ່ງທີ່ທ່ານເຂື່ອນເພັດໄດ້ໃຫ້ການຢືນຢັນວ່າ:
“ເມືອງຕົ້ນເຜີ້ງຂອງພວກເຮົາໃນແຜນການປີນີ້ ຈະພະຍາຍາມໃຫ້ມີການລົບລ້າງ
ການປູກກ້ວຍ. 3 ເດືອນຕົ້ນປີນີ້ ພວກເຮົາສາມາດລົບລ້າງໄດ້ປະມານພັນກວ່າເຮັກ
ຕາ ສ່ວນເຫລືອ ປະມານຫ້າພັນກວ່ານີ້ ພວກເຮົາຈະມີໂຄງການທີ່ວ່າໝົດປີນີ້ ຈະ
ໄດ້ກວດກາຕີລາຄາຄືນກ່ຽວກັບສັນຍາ ບ່ອນໃດທີ່ສັນຍາທີ່ວ່າເກີນປີ 2018 ພວກ
ເຮົາຈະມີແຜນໃຫ້ເກັບລະດູດຽວ ກະຖືວ່າຈະໄດ້ມີການລົບລ້າງ ຖືວ່າຫັນປ່ຽນດິນ
ອັນນີ້ໃຫ້ເປັນດິນການປູກໄມ້ໃຫ້ໝາກ.”
ກ່ອນໜ້ານີ້ ມີລາຍງານວ່າປາ ແລະສັດນໍ້າຊະນິດອື່ນໆ ຢູ່ໃນເຂດວັງສະຫງວນນໍ້າ
ງ້າວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຕາຍໄປຢ່າງຫລວງຫລາຍ ໃນເດືອນທັນວາ
ທີ່ຜ່ານມາຄຸນນະພາບນໍ້າເຂດດັ່ງກ່າວ ພົບວ່າມີສານເຄມີເຈືອປົນຢ່າງໜາແໜ້ນ ແລະ
ເຊື່ອວ່າ ເປັນສານເຄມີທີ່ຮົ່ວໄຫລລົງມາ ຈາກເຂດສຳປະທານປູກກ້ວຍຂອງບັນດາ ນັກທຸລະກິດຈີນ ຫາກແຕ່ກໍຍັງບໍ່ສາມາດລະບຸເປັນສານເຄມີທີ່ຮົ່ວໄຫລມາຈາກເຂດ ສຳປະທານຂອງນັກທຸລະກິດຈີນລາຍໃດ.
ແຕ່ຢ່າງໃດກໍຕາມ ທາງການລາວ ໂດຍກົມຄວບຄຸມມົນລະພິດ ກະຊວງຊັບພະຍາກອນ
ທຳມະຊາດ ແລະສິ່ງແວດລ້ອມ ກໍໄດ້ອອກປະກາດແຈ້ງການເຕືອນ ແລະຫ້າມບໍ່ໃຫ້
ປະຊາຊົນຊື້ຫາປາ ແລະສັດນ້ຳຈາກເຂດວັງສະຫງວນນ້ຳງາວ ມາບໍລິໂພກຢ່າງເດັດ
ຂາດເພາະຢ້ານວ່າອາດຈະໄດ້ຮັບອັນຕະລາຍ ຈາກສານເຄມີທີ່ມາກັບປາ ແລະສັດ
ນ້ຳດັ່ງກ່າວ.
ທາງດ້ານທ່ານຄຳພັນ ນັນທະວົງ ເຈົ້າແຂວງ ແຂວງບໍ່ແກ້ວ ໄດ້ອອກຄໍາສັ່ງໄປເຖິງ
ໜ່ວຍງານກ່ຽວຂ້ອງ ໃນທົ່ວແຂວງເພື່ອໃຫ້ຢຸດການອະນຸຍາດສຳປະທານທີ່ດິນ ໃຫ້ກັບບັນດານັກທຸລະກິດຈີນ ທີ່ມາລົງທຶນປູກກ້ວຍໃນແຂວງບໍ່ແກ້ວ ຢ່າງສິ້ນເຊີງ ທັງກໍຍັງໄດ້ມີຄຳສັ່ງໃຫ້ຍົກເລີກສຳປະທານທີ່ດິນ 18 ແຫ່ງ ທີ່ໄດ້ອີກດ້ວຍ ເພາະ
ກວດພົບວ່າ ພື້ນທີ່ປູກກ້ວຍຂອງບັນດານັກທຸລະກິດຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມທຳມະຊາດ ແລະປະຊາຊົນລາວໃນແຂວງບໍ່ແກ້ວຢ່າງກວ້າງຂວາງ.
ທັງຍັງຝ່າຝືນກົດໝາຍວ່າດ້ວຍ ສິ່ງແວດລ້ອມທຳມະຊາດຂອງລາວ ດ້ວຍການນຳໃຊ້
ສານເຄມີປ້ອງກັນໂຣກພືດເຖິງ 28 ຊະນິດ ແລະຢາຂ້າສັດຕູພືດອີກ 19 ຊະນິດ ລວມ
ເຖິງການໃຊ້ສານເຄມີເພື່ອເລັ່ງຜົນຜະລິດດ້ວຍນັ້ນ ໄດ້ເປັນສິ່ງທີ່ຄຸກຄາມ ຕໍ່ສຸຂະພາບ
ອະນາໄມຂອງປະຊາຊົນ ທັງຍັງໄດ້ສົ່ງຜົນກະທົບຕໍ່ແຫລ່ງນ້ຳທຳມະຊາດ ສັດນ້ຳ ທີ່ນາ
ແລະພືດຜົນຕ່າງໆ ຂອງປະຊາຊົນຢ່າງໜັກໜ່ວງອີກດ້ວຍ.
ໂດຍທີ່ຜ່ານມາ ທ່າງການແຂວງບໍ່ແກ້ວ ໄດ້ອະນຸມັດສຳປະທານທີ່ດິນ ເພື່ອປູກກ້ວຍ
ໃຫ້ແກ່ບັນດານັກທຸລະກິດຈີນ ໃນພື້ນທີ່ 15,000 ເຮັກຕາ ສ່ວນໃຫຍ່ເປັນທີ່ດິນ ທີ່ຢູ່
ສູງກວ່າທີ່ທຳກິນຂອງປະຊາຊົນ ນ້ຳຝົນຈຶ່ງຊັດເອົາສານເຄມີລົງມາ ໃນເຂດທີ່ດິນ
ທຳກິນຂອງປະຊາຊົນ ແລະແຫລ່ງນ້ຳທຳມະຊາດດ້ວຍ.
ໃນແຜນການປະຈຳປີ 2015-2016 ລັດຖະບານລາວມີລາຍຮັບ ຈາກການອະນຸຍາດ ສຳປະທານທີ່ດິນ ເພື່ອປູກພືດອຸດສາຫະກຳຕ່າງໆ ບໍ່ເຖິງ 20 ລ້ານໂດລາ ຊຶ່ງຖືເປັນ ລາຍຮັບທີ່ຕ່ຳຫຼາຍ ເມື່ອທຽບກັບພື້ນທີ່ສຳປະທານລວມກວ້າງກວ່າ 570,000 ເຮັກຕາ ໃນທົ່ວປະເທດ ເພາະໄດ້ມີການປະເມີນຄ່າໃນອັດຕາທີ່ຕ່ຳກວ່າຄວາມເປັນຈິງ.