ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຄາດວ່າຈະໄດ້ຮັບ ການຊ່ວຍເຫລືອ ຈາກກອງທັບຈີນ ໃນການສ້າງ ໂຮງໝໍສະໜາມ ເພື່ອຮັບມືກັບ Covid-19


ໂຮງໝໍ 103 ຂອງກອງທັບປະຊາຊົນລາວ ທີ່ຄາດວ່າຈະໄດ້ຮັບການຊ່ວຍເຫລືອຈາກກອງທັບຈີນໃນການສ້າງໂຮງໝໍສະໜາມ ເພື່ອກຽມພ້ອມຮັບມືກັບການລະບາດຂອງພະຍາດ Covid-19
ໂຮງໝໍ 103 ຂອງກອງທັບປະຊາຊົນລາວ ທີ່ຄາດວ່າຈະໄດ້ຮັບການຊ່ວຍເຫລືອຈາກກອງທັບຈີນໃນການສ້າງໂຮງໝໍສະໜາມ ເພື່ອກຽມພ້ອມຮັບມືກັບການລະບາດຂອງພະຍາດ Covid-19

ກອງທັບປະຊາຊົນລາວ ມີແຜນການຈະສ້າງຕັ້ງໂຮງໝໍສະໜາມ ຖ້າຫາກເກີດການລະ
ບາດຂອງເຊື້ອໄວຣັສ Covid-19 ຢ່າງກວ້າງຂວາງໃນລາວ ໂດຍຄາດຫວັງວ່າຈະໄດ້
ຮັບການຊ່ວຍເຫລືອຈາກກອງທັບຈີນ. ຊົງລິດ ໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້
ມາສະເໜີທ່ານໃນອັນດັບຕໍ່ໄປ.


ພົນຕີສະແອໄໝ ເລືອງວັນໄຊ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຖະແຫລງວ່າ ໂຮງໝໍ 103 ຂອງ ກອງທັບປະຊາຊົນລາວ ໄດ້ກຽມອາຄານຫລັງໃໝ່ ທີ່ກໍ່ສ້າງສໍາເລັດແລ້ວ ດ້ວຍການຊ່ວຍເຫລືອ ຈາກກອງທັບ ປົດປ່ອຍປະຊາຊົນຈີນນັ້ນ ໄວ້ສໍາລັບຮອງຮັບສະຖານະການທີ່ເກີດການແຜ່ລະບາດຂອງເຊື້ອໄວຣັສ Covid-19 ຢ່າງກວ້າງຂວາງໃນລາວ. ແຕ່ເນື່ອງຈາກສະພາບການໃນປັດຈຸບັນນີ້ ໂຮງໝໍ ທີ່ຢູ່ ສັງກັດໃນກະຊວງ ສາທາລະນະສຸກ ກໍຄື ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິລາດ ແລະ ໂຮງໝໍມະໂຫສົດ ຍັງສາມາດຮັບມື ກັບສະພາບການໄດ້ ຈຶ່ງກໍານົດໃຫ້ໂຮງໝໍຂອງກອງທັບປະຊາຊົນລາວນັ້ນ ເປັນພາກສ່ວນໃຫ້ ການສະໜັບສະໜຸນ ໃນກໍລະນີສຸກເສີນເປັນດ້ານຫລັກ.

ແຕ່ຢ່າງໃດກໍຕາມ, ດ້ວຍການຊ່ວຍເຫລືອຈາກກອງທັບປົດປ່ອຍປະຊາຊົນຈີນ ກໍເຮັດໃຫ້ໂຮງໝໍ 103 ຂອງກອງທັບປະຊາຊົນລາວ ມີຄວາມພ້ອມ ທີ່ຈະຮັບມືກັບສະຖານະການສຸກເສີນ ໄດ້ຕະຫລອດເວລາ ຊຶ່ງລວມທັງຄວາມພ້ອມທີ່ຈະສ້າງຕັ້ງໂຮງໝໍສະໜາມໃນກໍລະນີເກີດການລະບາດຂອງໄວຣັສ Covid-19 ຢ່າງກວ້າງຂວາງໃນລາວອີກດ້ວຍ. ທັງນີ້ ໂດຍຄາດຫວັງວ່າ ຈະໄດ້ຮັບການຊ່ວຍເຫລືອດ້ານອຸປະກອນ- ເຄື່ອງມື ທາງການແພດຢ່າງພຽງພໍຈາກກອງທັບຈີນ ດັ່ງທີ່ພົນຕີ ແອສະໄໝ ໄດ້ໃຫ້ການຢືນຢັນວ່າ:
ອັນສໍາຄັນທີ່ສຸດຫລະແມ່ນ ອຸປະກອນ- ເຄື່ອງມືການແພດ ດຽວນີ້ໂຮງໝໍຂອງພວກເຮົາ ຮັບປະກັນໄດ້ພຽງແຕ່ສະພາວະປົກກະຕິ ແຕ່ພວກເຮົາຄິດວ່າ ຖ້າມັນລະບາດແຮງມັນຕ້ອງໄດ້ ໂຮງໝໍ ພາກສະໜາມ ແລະປັບປຸງສະຖານທີ່ໂຮງໝໍ 103 ຢູ່ໃນນີ້ ພວກເຮົາໄດ້ກໍາໜົດເອົາຕຶກ ປິ່ນປົວພະຍາດ ລະດູຮ້ອນ ເພື່ອຈະຮອງຮັບດ້ານການປິ່ນປົວຈໍານວນນຶ່ງ ແລະອັນໃຫຍ່ລະແມ່ນ ພວກເຮົາກໍາໜົດ ເອົາໂຮງໝໍ ໂຕຕຶກ 9 ຊັ້ນທີ່ຈີນຊ່ວຍສ້າງຫັ້ນ ຖ້າວ່າມັນລະບາດຮ້າຍແຮງ.”

ທັງນີ້ ລັດຖະບານຈີນໄດ້ສົ່ງຄະນະຜູ້ຊ່ຽວຊານທາງການແພດຂອງລັດຖະບານ ຈີນ 12 ຄົນເດີນທາງເຖິງນະຄອນຫຼວງວຽງຈັນ ໃນວັນທີ 29 ມີນາ 2020 ພ້ອມດ້ວຍອຸປະກອນຕ່າງໆທີ່ຈຳເປັນສຳລັບນຳໃຊ້ໃນການສະກັດກັ້ນການແຜ່ລະບາດຂອງໄວຣັສສາຍພັນໃໝ່ COVID-19 ໃນ ລາວ ໂດຍໄດ້ປະຕິບັດພາລະກິດໃນ ລາວ ເປັນເວລາ 14 ວັນ ເພື່ອຖ່າຍທອດປະສົບການໃຫ້ແກ່ບຸກຄະລາກອນທາງການແພດຂອງລາວ ກ່ຽວກັບ ການປ້ອງກັນ ແລະ ຄວບຄຸມໄວຣັສ COVID-19, ການຄັດຕອງຜູ້ທີ່ຕິດເຊື້ອ, ການກວດວິເຄາະ, ການຮັກສາຄົນປ່ວຍ, ການບໍລິຫານ ແລະຈັດການໂຮງໝໍ-ສະຖານທີ່ ກັກກັນຜູ້ຕິດເຊື້ອ ແລະ ການໂຄສະນາເພື່ອເສີມສ້າງການມີສ່ວນຮ່ວມຂອງປະຊາຊົນ ເຂົ້າໃນການສະກັດກັ້ນ ແລະປ້ອງກັນພະຍາດ COVID-19. ສ່ວນກອງທັບປົດປ່ອຍປະຊາຊົນຈີນ ກໍໃຫ້ການຊ່ວຍເຫລືອແກ່ໂຮງໝໍ 103 ຂອງກອງທັບ ປະຊາຊົນລາວເປັນການສະເພາະ ອີກດ້ວຍ ຊຶ່ງລັດຖະບານຈີນໃຫ້ການຊ່ວຍເຫລືອແກ່ລັດຖະບານລາວ ພາຍໃຕ້ການພົວພັນຮ່ວມມືເປັນຄູ່ຮ່ວມຊະຕາກຳ ໃນຍຸດທະສາດການພັດທະນາຢ່າງຮອບດ້ານ ແລະ ຢ່າງຍາວນານລະຫວ່າງລາວ ກັບຈີນນັ້ນ.

ສ່ວນອຸປະກອນທີ່ ຈີນ ໃຫ້ການຊ່ວຍເຫຼືອ ລາວໃນຄັ້ງນີ້ກໍປະກອບດ້ວຍ ຢາກວດເຊື້ອໄວຣັສ COVID-19 ຈຳນວນ 2,016 ຊຸດ,​ ໜ້າກາກ N-95 ສຳລັບແພດ ແລະ ໜ້າກາກອະນາໄມ 4 ແສນຊຸດ, ອຸປະກອນປ້ອງກັນສຳລັບໝໍ ແລະ ພະຍາບານ 5,000 ຊຸດ ລວມທັງຢາກວດເຊື້ອໄວຣັສ COVID-19 ອີກ 2 ໝື່ນຊຸດຈາກມູນນິທິ ແຈັກ ໝ່າ (Jack Ma) ຜູ້ກໍ່ຕັ້ງລະບົບການຄ້າ Online Alibaba ທີ່ມີເຄືອຂ່າຍໃຫຍ່ທີ່ສຸດຂອງຈີນນັ້ນ.

ແຕ່ຢ່າງໃດກໍຕາມ ສະພາບບັນຫາທີ່ເກີດຂຶ້ນຢ່າງກວ້າງຂວາງໃນ ລາວ ໃນປັດຈຸບັນນີ້ກໍຄືບັນຫາຂາດແຄນໜ້າກາກອະນາໄມ ຫຼື ຜ້າອັດປາກ-ດັງຂອງປະຊາຊົນ ທັງຍັງມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ໂດຍເຖິງແມ່ນວ່າລັດຖະບານ ລາວ ໄດ້ປະກາດຄວບຄຸມລາຄາແລ້ວກໍຕາມ ແຕ່ກໍບໍ່ສາມາດປະຕິ ບັດໄດ້ຈິງ ເພາະເປັນສິນຄ້າທີ່ ລາວ ນຳເຂົ້າຈາກຕ່າງປະເທດທັງໝົດ ປະກອບກັບທຸກປະເທດກໍຕ້ອງການໜ້າກາກອະນາໄມເພີ່ມຂຶ້ນ ແລະ ຜູ້ຜະລິດກໍໄດ້ຫຼຸດການສົ່ງອອກດ້ວຍນັ້ນ ຈຶ່ງສົ່ງຜົນກະທົບຕໍ່ ລາວ ຢ່າງຫຼີກລ່ຽງບໍ່ໄດ້.

ທັງນີ້ ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມແລະແກ້ໄຂການລະບາດຂອງໂຄວິດ-19 ໃນລາວ ໄດ້ກຳນົດໃຫ້ໂຮງໝໍມິດຕະພາບໃນນະຄອນວຽງຈັນ ເປັນສູນກາງໃນການຮັກສາຜູ້ຕິດເຊື້ອໄວຣັສໂຄວິດ-19 ໂດຍການນຳໃຊ້ອາຄານໃໝ່ ເພື່ອຮອງຮັບຜູ້ທີ່ຕິດເຊື້ອໂຄວິດ-19 ເປັນການສະເພາະ ເນື່ອງຈາກມີບຸກຄະລາກອນ ແລະເຄື່ອງມືທາງການແພດທີ່ທັນສະໄໝທີ່ສຸດໃນລາວ.

XS
SM
MD
LG