ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະພັດທະນາທຸລະກິດທ່ອງທ່ຽວ ລຽບຕາມທາງລົດໄຟລາວ-ຈີນ ເພື່ອແນໃສ່ຮອງຮັບ ນັກທ່ອງທ່ຽວຈາກຈີນ


ທ່ານທອງລຸນ ສີສຸລິດ ແລະຜູ້ນໍາຂັ້ນສູງຂອງລາວຈໍານວນນຶ່ງ ຢືນເບິ່ງແຜນທີ່ຂອງເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ
ທ່ານທອງລຸນ ສີສຸລິດ ແລະຜູ້ນໍາຂັ້ນສູງຂອງລາວຈໍານວນນຶ່ງ ຢືນເບິ່ງແຜນທີ່ຂອງເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ

ລັດຖະບານລາວຈະເລັ່ງພັດທະນາທຸລະກິດດ້ານການທ່ອງທ່ຽວ ແລະການບໍລິການຕະຫລອດໄລຍະທາງລົດໄຟລາວ-ຈີນ ໂດຍແນ່ໃສ່ການຮອງຮັບເອົານັກທ່ອງທ່ຽວ ຊາວຈີນທີ່ຈະເດີນທາງມາລາວຫລາຍຂຶ້ນ ໃນທ້າຍປີ 2021ນີ້.

ທ່ານອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫລວງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຖະແຫລງວ່າ ລັດຖະບານລາວຈະເລັ່ງພັດທະນາທຸລະກິດການທ່ອງທ່ຽວ ແລະການບໍລິການທີ່ໄດ້ມາດຕະຖານສາກົນໃຫ້ໄວທີ່ສຸດ ໂດຍສະເພາະແມ່ນການພັດທະນາທຸລະກິດດ້ານການທ່ອງທ່ຽວແລະການບໍລິການທີ່ຢູ່ຕາມເສັ້ນທາງລົດໄຟລາວ - ຈີນ ນັນ ຖືເປັນເປົ້າໝາຍສຳຄັນທີ່ສຸດ ເພາະວ່າເມື່ອໄດ້ເປີດການເດີນລົດໄຟຢ່າງເປັນທາງການທີ່ກໍານົດວ່າຈະມີຂຶ້ນໃນວັນທີ 2 ທັນວາປີ 2021 ນີ້ ຍ່ອມຈະເຮັດໃຫ້ນັກທ່ອງທ່ຽວເດີນທາງມາລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຊິ່ງລວມທັງນັກທ່ອງທ່ຽວຈາກຈີນອີກດ້ວຍ ດັ່ງທີ່ທ່ານອຸ່ນທວງ ຢືນຢັນວ່າ:

"ພາຍຫຼັງທີ່ສຳເລັດເສັ້ນທາງລົດໄຟລາວ - ຈີນເຮົນີ້ ແນ່ນອນແຫລະ ຂະແໜງການທ່ອງທ່ຽວພວກເຮົາຈະ ໄດ້ຮັບການພັດທະນາຂຶ້ນອີກກ້າວນຶ່ງ. ອັນນີ້ເປັນທາງເລືອກນຶ່ງ ແລະເປັນຮູບແບບນຶ່ງຂອງການເດີນທາງ ເຊິ່ງຈະຊ່ວຍໃຫ້ນັກທ່ອງທ່ຽວໄດ້ໃຊ້ເວລາສັ້ນລົງ ແລະໃຊ້ເວລາທີ່ມັນຖືກເວລາຂອງນັກທ່ອງທ່ຽວ ແລະຈະບໍ່ໄດ້ເສຍເວລາໃນການເດີນທາງ. ນັກທ່ອງທ່ຽວຈະຜ່ານຕາມບັນດາເສັ້ນທາງທີ່ລົດໄຟຜ່ານຫັ້ນ ກໍຈະໄດ້ ສໍາຜັດ ແລ້ວກໍໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆ ໃນຂອບເຂດ ຫລືວ່າຕາມແລວເສັ້ນທາງລົດໄຟລາວ-ຈີນເຮົານີ້. ສະນັ້ນພວກເຮົາ ກະກຳລັງສ້າງແຜນຍຸດທະສາດພັດທະນາການທ່ອງທ່ຽວຕາມແລວເສັ້ນທາງລົດໄຟລາວ -ຈີນນີ້

ທັງນີ້ອົງການທ່ອງທ່ຽວໂລກຄາດວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະຫລອດປີ 2020 ໄດ້ຫລຸດລົງ 80 ເປີເຊັນ ຊຶ່ງກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຂອງຫຼາຍກວ່າ 120 ລ້ານຄົນໃນທົ່ວໂລກ ແລະ ເຮັດໃຫ້ລາຍຮັບໃນພາກບໍລິການລະການທ່ອງທ່ຽວຫລຸດລົງເຖິງ 1,200 ຕື້ໂດລາ ໃນນີ້ກໍລວມທັງການສູນເສຍລາຍຮັບຂອງພາກທຸລະກິດ ແລະການທ່ອງທ່ຽວໃນລາວທີ່ຄິດເປັນມູນຄ່າຫລາຍກວ່າ 700 ລ້ານໂດລາອີກດ້ວຍ ແຕ່ທາງການລາວກໍຫວັງວ່າ ພາກທຸລະກິດ ບໍລິການ ແລະທ່ອງທ່ຽວຈະກັບຄືນມາຟື້ນຕົວໄດ້ ເມື່ອທົ່ວໂລກສາມາດຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ໄດ້ຢ່າງແນ່ນອນແລ້ວ ໂດຍທາງການລາວ ກໍໄດ້ກຽມການໂຄສະນາເພື່ອສົ່ງເສີມການທ່ອງທ່ຽວ ທັງໃນລາວ ແລະຕ່າງປະເທດ ໃນຕະຫລອດປີ 2021 ນີ້ ດັ່ງທີ່ທ່ານນາງ ພອນມາລີ ອິນທະວົງ, ຮອງຫົວໜ້າກົມພັດທະນາການທ່ອງທ່ຽວໃຫ້ການຢືນຢັນວ່າ:
“ຈະໂຄສະນາການທ່ອງທ່ຽວໃນຮູບແບບການຈັດກອງປະຊຸມ ສຳມະນາ ຈັດງານວາງສະແດງ ງານນິທັດສະການຕ່າງໆ ຫຼືທີ່ເອີ້ນວ່າ MICE Tourism ຢູ່ບັນດາແຂວງທີ່ມີທ່າແຮງຫັ້ນ ເປັນຕົ້ນແມ່ນ ແຂວງຈຳປາສັກ ຫລວງພະບາງ ແຂວງວຽງຈັນ ອຸດົມໄຊ ຜົ້ງສາລີ ອັນນີ້ ແມ່ນຖ້າຫາກພວກເຮົາມີ ການຈັດກອງປະຊຸມ-ສຳມະນາຕ່າງໆ ແລະແນ່ນອນຄົນທີ່ໄປຮ່ວມກອງປະຊຸມ ເຂົາຈະຢູ່ຕໍ່ເພື່ອທ່ອງທ່ຽວ ນອກຈາກນັ້ນ ກໍສືບຕໍ່ເຮັດການປະກວດ VDO ເພື່ອໂຄສະນາສະຖານທີ່ທ່ອງທ່ຽວທີ່ພົ້ນເດັ່ນນັ້ນ.”

ຫຼ້າສຸດກໍປາກົດວ່າບໍລິສັດຈາກຈີນ ກໍໄດ້ຮັບອະນຸຍາດສຳປະທານໂຄງການພັດທະນາເມືອງໃໝ່ ທີ່ເຂດເມືອງວັງວຽງໃນແຂວງວຽງຈັນ ໂດຍຈະລົງທຶນລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດເມືອງໃໝ່ວັງວຽງບົນເນື້ອທີ່ 7,000 ເຮັກຕາ ຢູ່ຝັ່ງຕາເວັນຕົກຂອງແມ່ນໍ້າຊອງ ໃຫ້ເປັນເຂດທ່ອງທ່ຽວ ແລະບໍລິການຢ່າງຄົບຖ້ວນ ດ້ວຍການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ສູນການຄ້າ, ໂຮງແຮມ, ໂຮງໝໍ, ໂຮງຮຽນນາໆຊາດ, ສູນການປະຊຸມ, ສູນວັດທະນາທຳ ວັດວາອາຮາມ ແລະສະຖານບັນເທີງຕ່າງໆຢ່າງຄົບຊຸດ ດ້ວຍເປົ້າໝາຍທີ່ຈະດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດ ໂດຍສະເພາະແມ່ນຊາວຈີນໃຫ້ໄດ້ເຖິງ 9 ລ້ານຄົນ ຕໍ່ປີ ນັບຈາກປີ 2024 ເປັນຕົ້ນໄປ.

ສ່ວນຢູ່ແຂວງອຸດົມໄຊ ທີ່ທາງລົດໄຟລາວ-ຈີນຜ່ານ ຄິດເປັນໄລຍະທາງກວ່າ 160 ກິໂລແມັດນັ້ນ ກໍມີ ບໍລິສັດ AMATA ຈະພັດທະນາໂຕເມືອງໃໝ່ ແລະເຂດພັດທະນາກະສິກຳສະອາດຢູ່ໃນພີື້ນທີ່ 5,000 ເຮັກຕາ ແລະບໍລິສັດດອກງີ້ວຄຳຈາກຈີນ, ເຈົ້າຂອງສຳປະທານເຂດບໍລິສັດເສດຖະກິດສາມຫລ່ຽມຄຳ ທີ່ແຂວງບໍ່ແກ້ວນັ້ນ ຈະລົງທຶນພັດທະນາເມືອງໃໝ່ ທີ່ເຊື່ອມຕໍ່ກັບສະຖານີລົດໄຟ 9 ແຫ່ງໃນແຂວງອຸດົມໄຊ ແລະບໍລິສັດບໍ່ເຕັນແດນງາມ ກໍຈະລົງທຶນພັດທະນາເຂກເສດຖະກິດພິ ເສດບົນເນື້ອທີ່ 3,000 ເຮັກຕາໃນເຂດເມືອງໄຊແລະເມືອງນາໝໍ້ໂດຍທັງ 3 ບໍລິສັດ ຈະເລີ້ມດໍາເນີນງານໃນປີ 2021 ເປັນຕົ້ນໄປ.

XS
SM
MD
LG