ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ສ້າງ​ຂົວ​ຂ້າມ ລາວ-ໄທ ແຫ່ງ​ທີ 5 ແລະ 6 ຈ​ະ​ເລີ້ມຂຶ້ນ​ໃນ​ກາງ​ປີ 2019


ເຈົ້າ​ໜ້າ​ທີ່​ໄທ ຢືນ​ຢູ່​ກັບ ທຸງ​ຊາດໄທ ແລະ​ລາວ ໃນລະ​ຫວ່າງ​ພິ​ທີເປີດ​ຂົວ​ມິດ​ຕ​ະ​ພາບ ​​ຂ້າມ​ນ້ຳ​ຂອງ ແຫ່ງທີສອງ ວັນ​ທີ 20 ທັນ​ວາ 2006
ເຈົ້າ​ໜ້າ​ທີ່​ໄທ ຢືນ​ຢູ່​ກັບ ທຸງ​ຊາດໄທ ແລະ​ລາວ ໃນລະ​ຫວ່າງ​ພິ​ທີເປີດ​ຂົວ​ມິດ​ຕ​ະ​ພາບ ​​ຂ້າມ​ນ້ຳ​ຂອງ ແຫ່ງທີສອງ ວັນ​ທີ 20 ທັນ​ວາ 2006

ທ່ານ​ອາ​ຄົມ ເຕີມ​ພິ​ທະ​ຍາ​ໄພ​ສິດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ ຂອງໄທ|
ຖະ​ແຫຼງ​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ລາວ ແລະ​ໄທ ​ໄດ້​ຕົກ​ລົງ​ກັນຢ່າງ​ເປັນ​ທາງ​ການ​ວ່າ ຈະ
​ຮ່ວມ​ມື​ກັນ​ດຳ​ເນີນ​ການ​ກໍ່​ສ້າງ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ ຫຼື​ຂົວ​ມິດ​ຕະ​ພາບ​ລາວ-ໄທ​ ແຫ່ງ​ທີ
5 ແລະ 6 ໃຫ້​ສຳ​ເລັດ ແລະ​ເປີດ​ນຳ​ໃຊ້​ໃນ​ປີ 2022 ແລະ​ປີ 2023 ຕາມ​ລຳ​ດັບ ໂດຍ
​ເພື່ອ​ເຮັດ​ໃຫ້​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຕາມ​ເປົ້າ​ໝາຍ​ດັ່ງ​ກ່າວ​ຢ່າງ​ແທ້​ຈິງ ລັດ​ຖະ​ບ​ານ
​ໄທ​ກໍ​ໄດ້​ອະ​ນຸ​ມັດ​ເງິນ​ທຶນ​ສຳ​ລັບ​ສະ​ໜັບ​ສະ​ໜູນ​ໂຄງ​ການ​ກໍ່​ສ້າງ​ຂົວ​ມິດ​ຕ​ະ​ພາບ​ລາວ
ໄທ ທັງ 2 ແຫ່ງ​ຢ່າງ​ເປັນ​ທາງ​ການ​ແລ້ວ ທັງ​ກໍ​ຍັງ​ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ຄົມ​ມະ​ນາ
​ຄົມ​ເປັນ​ພ​າກ​ສ່ວນ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ສຶກ​ສາ ແລະ​ອອກ​ແບບ​ການ​ກໍ່​ສ້າງ​ອີກ​ດ້ວຍ
ດັ່ງ​ທີ່​ທ່ານ​ອາ​ຄົມ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ :

“ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງກ​າ​ນ​ສຶກ​ສາ ແລະ​ອອ​ກ​ແບບ ໃຊ້​ເວ​ລາ​ອີກ​ຈັກ 6 ເດືອນ ຫຼັງ​
ຈາກ​ນັ້ນຍັງ​ຈະ​ມີ​ການ​ຫາ​ລື​ກັນ​ໃນ​ລະ​ດັບ​ນະ​ໂຍ​ບາຍ​ວ່າ ຈະ​ດຳ​ເນີນ​ງານຢ່າງ​ໃດ​ຕໍ່
​ໄປ. ຊຶ່ງ​ການ​ກໍ່​ສ້າງ​ຂົວ​ເຊື່ອ​ມ​ກັນ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ການ​ເດີນ​ທາງ​ໄປ​ມາ​ສະ​ດວກ​ຫຼາຍ
​ຂຶ້ນທັງ​ໃນ​ເລື່ອງ​ຂອງ​ການ​ຂົນ​ສົ່ງ​ສິນ​ຄ້າ ກັບ​ໃນ​ເລື່ອງ​ຂອງ​ການ​ທ່ອ​ງ​ທ່ຽວ.”

ໂດຍ​ການ​ກໍ່ສ້າງ​ຂົວ​ມິດ​ຕະ​ພາບ​ລາວ-ໄທ ແຫ່ງ​ທີ 5 ຈະ​ໃຊ້​ເ​ງິນທຶນໃນ​ມູນ​ຄ່າ 3,930
ລ້ານ​ບາດ ແບ່​ງເ​ປັນຄວາມ​ຮັບ​ຜິດ​ຊອບ​ຂອງ​ທາງ​ການ​ລາວ ແລະ​ໄທ​ໃນ​ມູນ​ຄ່າ 1,248
ລ້ານ​ບາດ ແລະ 2,630 ລ້ານ​ບາດ ​ຕາມ​ລຳ​ດັບ ຊຶ່ງ​ລັດ​ຖະ​ບານ​ໄທ ໄດ້​ອະ​ນຸ​ມັດ​ງົບ​ປະ
​ມານ​ສະ​ໜັບ​ສ​ະ​ໜູນ​ເຕັມ​ຈຳ​ນວນ ດ້ວຍ​ການ​ຈັດ​ສັນເປັນ​ທຶນ​ຊ່ວຍ​ເຫຼືອ ແລະ​ໃຫ້​ລັດ​
ຖະ​ບານ​ລາວກູ້​ຢືມ​ຄຶດ​ເປັນ​ສັດ​ສ່ວນ 30 ເປີ​ເຊັນ​ ແລະ 70 ເປີ​ເຊັນ ຂອງ​ເງິນທຶນ ໃນ
​ມູນ​ຄ່າ 1,248 ລ້ານບ​າດ​ດັ່ງ​ກ່າວ.

ຂົວ​ມີ​ດ​ຕະ​ພາບ​ລາວ-ໄທ ແຫ່ງ​ທີ 5 ຈະ​ເຊື່ອມ​ຕໍ່​ລະ​ຫວ່າງ​ຈັງ​ວັດ​ບືງ​ການ ກັບ​ແຂວງ​ບໍ​ລິ
​ຄຳ​ໄຊ ທີ່​ສາ​ມາດ​ຕໍ່​ໄປ​ຍັງ​ພາກ​ກາງ​ໃນ​ຫວຽກ​ນາມ​ໄດ້​ດ້ວຍ​ຖະ​ນົນ​ ເລກ​ 8 ໃນ​ລາວ ໂດຍ
​ການ​ດຳ​ເນີນ​ງານ​ທີ່​ຜ່ານ​ມາ ກໍ​ສຳ​ເລັດ​ທັງ​ໃນ​ດ້ານ​ການ​ສຶກ​ສາ​ສຳ​ຫລວດ ແລະ​ອອກ​
ແບບ​ກໍ່​ສ້າງ​ແລ້ວໃນ​ຂັ້ນ​ເບື້ອງ​ຕົ້ນ ແລະ​ເມື່ອ​ກ່ອນ​ກໍ່​ສ້າງ​ສຳ​ເລັດ​ກໍ​ຈະ​ສົ່ງ​ຜົນ​ດີຕໍ່​ການ​
ຄ້າ ແລະ​ການ​ລົງ​ທຶ​ນ ລະ​ຫວ່​າງ​ລາວ-ໄທ-​ແລະຫວຽດ​ນາມ.

ສ່ວນ​ຂົວ​ມິດ​ຕະ​ພາບ​ລາ​ວ-ໄທ ແຫ່ງ​ທີ 6 ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ອຳ​ເພີ​ນາ​ຕານ ຈັງ​ວັດ​ອຸ
ບົນ​ຣາ​ຊ​ທາ​ນີ ກັບ​ເມືອງ​ລະ​ຄອນ​ເພງ ແ​ຂວງ​ສາ​ລະ​ວັນ​ນັ້ນ ກຳ​ໄດ້​ຮັບ​ການ​ສະ​ນັບ​ສະ​
ໜູນ​ເງິນ​ທຶນ​ຈາກ​ລັດ​ຖະ​ບານ​ໄທ​ໃນ​ມູນ​ຄ່າ​ລວມ 4,300 ລ້ານ​ບາດ ຊຶ່ງ​ໃນ​ນີ້​ແບ່ງ​ເປັນ
2,400 ລ້ານ​ບາດ ທີ່​ເປັນ​ເງິນ​ທຶນ​ສຳ​ລັບ​ການ​ກໍ່​ສ້າງ​ຂົວ​ໃນ​ເບື້ອງ​ໄທ ແລະ 1,900 ລ້ານ​
ບາດ​ເປັນ​ການ​ຊ່ວຍ​ເຫຼືອ ແລະ​ເງິນ​ກູ້​ ແລະ​ຈັດ​ສັນໃຫ້​ແກ່​ລັດ​ຖະ​ບານ​ລາວ​ໃນ​ສັດ​ສ່ວນ
30 ເປີ​ເຊັນ ແລະ 70 ເປີ​ເຊັນ ຕາມ​ລຳ​ດັບ ​ໂດ​ຍ​ກາ​ນ​ກໍ່​ສ້າງ​ຂົວ​ມິດ​ຕະ​ພາບ​ລາວ-ໄທ
ແຫ່ງ​ທີ 5 ແລະ 6 ຄາດ​ວ່າ​ຈະ​ສຳ​ເລັດ​ໃນ​ປີ 2022 ແລະ​ປີ 2023 ຕາມ​ລຳ​ດັບ.

ໃນ​ປັດ​ຈຸ​ບັນ ສ​ປ​ປ ລາວ ມີ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ທີ່​ກໍ່​ສ້າງ​ສຳເລັດ​ແລ້ວ ແລະ​ນຳ​ໃຊ້​ເພື່ອ​
ເຊື່ອມ​ຕໍ່​ການ​ຄົມ​ມະ​ນາ​ຄົມ ຂົນ​ສົ່ງ​ແລ້ວ 10 ແຫ່ງ​ໃນ​ທົ່ວ​ປະ​ເທດ ໂດຍ​ໃນ​ນີ້​ແບ່ງເປັນ
5 ແຫ່ງ​ທີ່​ນຳ​ໃຊ້​ເພື່ອ​ການ​ເຊື່ອມ​ຕໍ່ການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ພາຍ​ໃນ​ລາວ ແລະ 5 ແຫ່ງ
​ທີ່​ເຊື່ອມ​ໂຍງ​ການ​ຄົມ​ມະ​ນາ​ຄົມ-ຂົນ​ສົ່ງ​ລະ​ຫ​ວ່າງ ​ລ​າວ ກັບ​ປະ​ເທດ​ເພື່ອນ​ບ້ານ.

ໂດຍ​ຂົວ 5 ແຫ່ງ​ພາຍ​ໃນ​ລາວ​ກໍ​ເຊື່ອມ​ຕໍ່ເມື​ອງ​ປາກ​ເຊ​ກັບ​ເມືອງ​ໂພນ​ທອງ ແຂວງ​ຈຳ​
ປາ​ສັກ ຂົວ​ຂ້າມ​ບ້ານດອນ​ໂຂງ​ຢູ່​ເມືອງ​ໂຂງ ແຂວງ​ຈຳ​ປາ​ສັກ ຂົວ​ທີ່​ເມືອງ​ເງິນ ແຂວງ
​ຫຼວງ​ພະ​ບາງ ກັບ​ເມືອງ​ປາກ​ແບງ ແຂວງ​ອຸ​ດົມ​ໄຊ ຂົວ​ປ​າກ​ຄອນ​ທີ່ເມືອງນານ ແຂວງ​
ຫຼວງ​ພະ​ບາ​ງ ​ເຊື່ອມ​ຕໍ່​ທ່າ​ເດື່ອ​ໃນ​ແຂວງ​ໄຊ​ຍະ​ບູ​ຣີ ແລະ​ຂົວ​ທີ່​ເມືອງ​ຊະ​ນະ​ຄາມ ແຂວງ
ວຽງ​ຈັນ​ກັບ​ເມືອງ​ປາກ​ລາຍ ແຂວງ​ໄຊ​ຍະ​ບູ​ຣີ ສ່ວນ​ອີກ 5 ແຫ່ງ​ກໍ​ເຊື່ອມ​ຕໍ່​ຈາກ​ນະ​ຄອນ
​ວຽງ​ຈັນ ໄປ​ທີ່​ຈັງ​ວັດ​ໜອງ​ຄາຍ ສະ​ຫວັນ​ນະ​ເຂດ ກັບ​ມຸກ​ດາ​ຫານ ຄຳ​ມວນ ກັບ​ນະ​ຄອນ
​ພະ​ນົມ ເມືອງ​ຫ້ວຍ​ຊາຍ ແຊວງ​ບໍ່​ແກ້ວ​ກັບ​ຊ່ຽງ​ຂອງ ຈັງ​ວັດ​ຊຽງ​ຮາຍ ແລ​ະ​ຂົວ​ທີ່​ເຊື່ອມ​ຕໍ່
​ລາວ ກັບ​ສະ​ຫະ​ພາບມ​ຽນ​ມາ​ເມືອງ​ທ່າ​ຂີ້​ເຫລັກ ໃນ​ເຂດ​ລັດ​ສານ​ ກັບ​ເມືອງ​ຊຽງ​ກົກ ໃນ
​ແຂວງ​ຫຼວງ​ນໍ້​າ​ທາ ຕ​າມ​ລຳ​ດັບ.

XS
SM
MD
LG