ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ-ໄທ ຈະສ້າງ ຂົວຂ້າມນໍ້າຂອງ ແຫ່ງທີ 5 ເຊື່ອມຕໍ່ປາກຊັນ ກັບບຶງການ


ພິທີເປີດຂົວຂ້າມແມ່ນໍ້າຂອງລະຫວ່າງລາວ-ໄທ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງຄໍາມ່ວນກັບຈັງຫວັດນະຄອນພະນົມ ທີ່ກໍ່ສ້າງສໍາເລັດ ແລະເປີດໃຊ້ເປັນທາງການນັບຕັ້ງແຕ່ທ້າຍປີ 2011 ເປັນຕົ້ນມາ.
ພິທີເປີດຂົວຂ້າມແມ່ນໍ້າຂອງລະຫວ່າງລາວ-ໄທ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງຄໍາມ່ວນກັບຈັງຫວັດນະຄອນພະນົມ ທີ່ກໍ່ສ້າງສໍາເລັດ ແລະເປີດໃຊ້ເປັນທາງການນັບຕັ້ງແຕ່ທ້າຍປີ 2011 ເປັນຕົ້ນມາ.
ທາງການລາວກັບໄທວາງແຜນການທີ່ຈະກໍ່ສ້າງຂົວມິດຕະ
ພາບຂ້າມແມ່ນໍ້າຂອງແຫ່ງທີ 5 ເພື່ອເຊື່ອມຕໍ່ລະຫວ່າງແຂວງ
ບໍລິຄໍາໄຊ ກັບຈັງຫວັດບຶງການ ດ້ວຍທຶນສະໜັບສະໜຸນຈາກ
ລັດຖະບານໄທ.

ທ່ານສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກລັດຖະມົນຕີ ແລະ
ລັດຖະມົນຕີວ່າ ການຕ່າງປະເທດຂອງໄທ ຖະແຫຼງຢືນຢັນ
ເມື່ອບໍ່ດົນມານີ້ວ່າ ລັດຖະບານລາວແລະໄທ ໄດ້ຕົກລົງໃນຫຼັກ
ການຮ່ວມກັນວ່າ ຈະດໍາເນີນໂຄງການກໍ່ສ້າງຂົວມິດຕະພາບ
ຂ້າມແມ່ນໍ້າຂອງແຫ່ງທີ 5 ທີ່ເຊື່ອມຕໍ່ລະຫວ່າງເຂດແຂວງບໍລິ
ຄໍາໄຊ ກັບຈັງຫວັດບຶງການໃຫ້ສໍາເລັດໄວທີ່ສຸດ ດັ່ງທີ່ທ່ານໄດ້
ໃຫ້ການຢືນຢັນວ່າ:

ສໍາລັບໄທ-ລາວນັ້ນ ເພື່ອມິດຕະພາບທີ່ມີກັນມາຢ່າງຍາວນານ ເຮົາກໍໄດ້
ເລີ່ມຫາລືກັນ ເລື່ອງການກໍ່ສ້າງຂົວມິດຕະພາບໄທ-ລາວ ແຫ່ງທີ 5 ມີການ
ພົບປະໂອ້ລົມກັນຫຼາຍຂຶ້ນ ບໍ່ວ່າຈະໃນລະດັບທ່ານນາຍົກລັດຖະມົນຕີ ຫຼື
ແມ່ນແຕ່ລະດັບທ່ານປະຫຼັດກະຊວງ ລະດົມຂ້າພະເຈົ້າ ກໍມີສິ່ງຕ່າງໆເຫຼົ່ານີ້
ເກີດຂຶ້ນ.”


ພາຍໃຕ້ການຕົກລົງໃນຫຼັກການດັ່ງກ່າວນີ້ ລັດຖະບານໄທກໍໄດ້ສະແດງເຈດຈໍານົງ ທີ່ຈະເປັນຝ່າຍອອກເງິນທຶນກໍ່ສ້າງທັງໝົດ ຄືກັນກັບຂົວມິດຕະພາບແມ່ນໍ້າຂອງແຫ່ງ
ທີ 3 ທີ່ເຊື່ອມຕໍ່ລະຫວ່າງຄໍາມ່ວນກັບຈັງຫວັດນະຄອນພະນົມ ທີ່ກໍ່ສ້າງສໍາເລັດແລະ ເປີດໃຊ້ເປັນທາງການນັບຕັ້ງແຕ່ທ້າຍປີ 2011 ເປັນຕົ້ນມາແລ້ວ.

ແຕ່ຢ່າງໃດກໍຕາມ ທ່ານສຸຣະພົງ ກໍຍອມຮັບວ່າຈົນເຖິງຂະນະນີ້ກໍຍັງຄົງບໍ່ສາມາດທີ່ ຈະກໍານົດໄດ້ວ່າ ການກໍ່ສ້ງຂົວມິດຕະພາບຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງລາວ
-ໄທ ຈະເລີ່ມລົງມືກໍ່ສ້າງໃນໄດ້ພາກຕົວຈິງໄດ້ເມື່ອໃດ ເນື່ອງຈາກຈະຕ້ອງລໍຖ້າການ ອະນຸມັດແຜນການງົບປະມານລາຍຈ່າຍຈາກ ລັດຖະສະພາໄທຢ່າງເປັນທາງການ
ເສຍກ່ອນ ແຕ່ເຊື່ອວ່າລັດຖະສະພາໄທ ຈະອະນຸມັດແຜນການງົບປະມານດັ່ງກ່າວ
ພາຍໃນກາງປີ 2013 ນີ້ ແລະຫຼັງຈາກນັ້ນ ກໍຈະໃຊ້ເວລາອີກປະມານ 3 ປີ ການກໍ່
ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ກໍຈະສໍາເລັດແລະເປີດໃຊ້ຕໍ່ໄປ.

ພິທີເຊັນສັນຍກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 4 ເຊື່ອມຕໍ່ລະຫວ່າງເມືອງຫ້ວຍຊາຍ ໃນແຂວງບໍ່ແກ້ວ ກັບອໍາເພີຊຽງຂອງ
ພິທີເຊັນສັນຍກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທ ແຫ່ງທີ 4 ເຊື່ອມຕໍ່ລະຫວ່າງເມືອງຫ້ວຍຊາຍ ໃນແຂວງບໍ່ແກ້ວ ກັບອໍາເພີຊຽງຂອງ

ສ່ວນກ່ຽວກັບຄວາມຄືບໜ້າຂອງການກໍ່ສ້າງຂົວມິດຕະພາບລາວ
-ໄທ ແຫ່ງທີ 4 ທີ່ເຊື່ອມຕໍ່ລະຫວ່າງເມືອງຫ້ວຍຊາຍ ໃນແຂວງບໍ່
ແກ້ວ ກັບອໍາເພີຊຽງຂອງ ໃນຈັງຫວັດຊຽງຣາຍຂອງໄທນັ້ນ ກໍຈະ ສໍາເລັດແລະທໍາພິທີເປີດໃຊ້ຢ່າງເປັນທາງການໃນເດືອນມີຖຸນາ
ປີນີ້ ເນື່ອງຈາກວ່າຂົວດັ່ງກ່າວນີ້ ຈະເປັນການເຊື່ອມຕໍ່ການຄົມ
ມະນາຄົມ-ຂົນສົ່ງລະຫວ່າງລາວກັບຈີນແລະໄທ ຈຶ່ງເຊື່ອວ່າ ຈະ ມີສ່ວນຢ່າງສໍາຄັນໃນການເພີ່ມການຄ້າລະຫວ່າງ 3 ປະເທດໃຫ້
ສູງຂຶ້ນຢ່າງຕໍ່ເນື່ອງ.

ຂົວຂ້າມແມ່ນໍ້າຂອງແຫ່ງທີ 4 ລະຫວ່າງລາວ-ໄທດັ່ງກ່າວນີ້ ໃຊ້ງົບປະມານ ກໍ່ສ້າງ ຄິດເປັນມູນຄ່າລວມເກີນກວ່າ 40 ລ້ານໂດລາ ໂດຍລັດຖະບານໄທ ແລະຈີນເປັນ ຜູ້ອອກທຶນຝ່າຍລະ 50% ແລະການກໍ່ສ້າງໄດ້ເລີ່ມຕົ້ນປີ 2010 ເປັນຕົ້ນມາ ແລະ ເມື່ອຂົວແຫ່ງນີ້ໄດ້ເປີດໃຊ້ ກໍຈະເປັນສ່ວນສໍາຄັນ ໃນການເຊື່ອມຕໍ່ການຄົມມະນາ ຄົມ-ຂົນສົ່ງຈາກມົນທົນຢູນນານຂອງຈີນ ຜ່ານທາງຫຼວງໝາຍເລກ 3 ໃນແຂວງຫຼວງ ນໍ້າທາມາໄທ ຕາມແຜນການເຊື່ອມຕໍ່ເໜືອ-ໃຕ້ ໃນເຂດລຸ່ມແມ່ນໍ້າຂອງນັ້ນເອງ.

ລາວ-ໄທ ມີຂົວມິດຕະພາບຂ້າມແມ່ນໍ້າຂອງແຫ່ງທໍາອິດໃນປີ 1994 ໂດຍເປັນການ
ອອກທຶນຮ່ວມກັນລະຫວ່າງລັດຖະບານໄທກັບອອສເຕຣເລຍ ຊຶ່ງກໍຖືເປັນສັນຍາລັກ
ຂອງການພົວພັນຮ່ວມມື ໃນໄລຍະໃໝ່ລະຫວ່າງສອງປະເທດ. ສ່ວນຂົວມິດຕະພາບ ຂ້າມແມ່ນໍ້າຂອງແຫ່ງທີ 2 ກໍເຊື່ອມຕໍ່ຈາກຈັງຫວັດມຸກດາຫານມາແຂວງສະຫວັນນະ
ເຂດນັ້ນ ກໍໄດ້ກໍ່ສ້າງສໍາເລັດໃນທ້າຍປີ 2006 ແລະເປີດໃຊ້ຢ່າງເປັນທາງການໃນຕົ້ນ
ປີ 2007 ໂດຍງົບປະມານທີ່ໃຊ້ໃນການກໍ່ສ້າງນັ້ນທາງການລາວ-ໄທ ກູ້ຢືມຈາກລັດ ຖະບານຍີ່ປຸ່ນຝ່າຍລະ 50% ຂອງເງິນທຶນທັງໝົດ 84 ລ້ານໂດລາ.
XS
SM
MD
LG