ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຖະບານ ລາວ ແລະ ໄທ ຕົກລົງເສີມ ຂະຫຍາຍ ການຮ່ວມມື ຢ່າງຮອບດ້ານ


ພິທີລົງນາມ ຂໍ້ຕົກລົງ ເສີມຂະຫຍາຍ ການຮ່ວມມື ຢ່າງຮອບດ້ານລະຫວ່າງກັນ ໃນຂົງ ເຂດການເມືອງ ເສດຖະກິດການຄ້າ ວັດທະນະທຳ ສັງຄົມ ທັງຂອບເຂດ ສອງຝ່າຍ ແລະ ຂອບເຂດພາກພື້ນ ແລະ ຂອບເຂດສາກົນ.
ພິທີລົງນາມ ຂໍ້ຕົກລົງ ເສີມຂະຫຍາຍ ການຮ່ວມມື ຢ່າງຮອບດ້ານລະຫວ່າງກັນ ໃນຂົງ ເຂດການເມືອງ ເສດຖະກິດການຄ້າ ວັດທະນະທຳ ສັງຄົມ ທັງຂອບເຂດ ສອງຝ່າຍ ແລະ ຂອບເຂດພາກພື້ນ ແລະ ຂອບເຂດສາກົນ.

ລັດຖະບານລາວ ແລະ ໄທ ຕົກລົງເສີມຂະຫຍາຍການຮ່ວມມືຢ່າງ ຮອບດ້ານ ລະຫວ່າງກັນຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍລວມເຖິງ ການຮ່ວມມື ເພື່ອພັດທະນາ ລະບົບການຈ້າງງານໃຫ້ໄດ້ມາດຕະຖານສາກົນດ້ວຍ.

ພົນເອກປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຖະແຫລງຢືນຢັນ ພາຍ ຫລັງສິ້ນສຸດ ການພົບປະເຈລະຈາ ລະຫວ່າງ ຄະນະລັດຖະບານໄທ ກັບລາວ ໃນໂອກາດທີ່ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມປະເທດໄທ ຢ່າງເປັນ ທາງການ ເມື່ອວັນທີ 5-6 ກໍລະກົດ 2016 ນີ້ ທີ່ບາງກອກ ວ່າ ລັດຖະບານ ລາວກັບໄທ ຈະເສີມຂະຫຍາຍການຮ່ວມມືຢ່າງຮອບດ້ານ ລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ ລວມເຖິງການຮ່ວມມືດ້ານແຮງງານດ້ວຍ ດັ່ງທີ່ທ່ານ ຢືນຢັນວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດໄທ ຢ່າງເປັນທາງການ ເມື່ອວັນທີ 5-6 ກໍລະກົດ 2016 ນີ້ ທີ່ບາງກອກ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດໄທ ຢ່າງເປັນທາງການ ເມື່ອວັນທີ 5-6 ກໍລະກົດ 2016 ນີ້ ທີ່ບາງກອກ.

“ເຮົາໄດ້ລົມຫຼາຍເລື່ອງ ທີ່ຈະຕ້ອງປະຕິບັດໃຫ້ໄດ້ ໃນເລື່ອງຂອງການເຊື່ອມ ໂຍງພູມິພາກ ການພັດທະນາໂຄງສ້າງພື້ນຖານ ການໃຊ້ບັງຄັບກົດລະບຽບ ເພື່ອອຳນວຍຄວາມສະດວກໃນການເດີນທາງໄປມາຫາສູ່ກັນທາງບົກ ທາງ ອາກາດ ທາງນ້ຳ ນັ້ນ ການບຳລຸງມູນຄ່າການຄ້າ ການລົງທຶນ ລະຫວ່າງກັນ ການພັດທະນາໂຄງສ້າງພື້ນຖານ ຕາມແນວຊາຍແດນ ແລະ ຄວາມຮ່ວມມື ເພື່ອການພັດທະນາຢ່າງຍືນຍົງ ອີກປະການໜຶ່ງ ກໍຄືໄດ້ຮ່ວມກັນເປັນສັກຂີ ພະຍານ ໃນການລົງນາມໃນບັນທຶກຄວາມເຂົ້າໃຈ ວ່າດ້ວຍຄວາມຮ່ວມມື ທາງດ້ານແຮງງານ.”

ການພົບປະເຈລະຈາ ລະຫວ່າງ ຄະນະລັດຖະບານໄທ ກັບລາວ ໃນໂອກາດທີ່ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງໄປ ຢ້ຽມຢາມປະເທດໄທ ຢ່າງເປັນທາງການ.
ການພົບປະເຈລະຈາ ລະຫວ່າງ ຄະນະລັດຖະບານໄທ ກັບລາວ ໃນໂອກາດທີ່ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງໄປ ຢ້ຽມຢາມປະເທດໄທ ຢ່າງເປັນທາງການ.

ພົນເອກປຣະຍຸດ ຢືນຢັນດ້ວຍວ່າ ລັດຖະບານໄທ ພາຍໃຕ້ການນຳຂອງທ່ານ ໄດ້ໃຫ້ຄວາມສຳຄັນ ຢ່າງຍິ່ງຕໍ່ການສະກັດກັ້ນ ແລະປາບປາມການຄ້າມະນຸດ ຂ້າມຊາດ ໂດຍສະເພາະແມ່ນ ການຄ້າແຮງງານຜິດກົດໝາຍຈາກລາວ ມຽນມາ ກຳປູເຈຍ ແລະຫວຽດນາມ ໃນໄທນັ້ນ ຕ້ອງດຳເນີນມາດຕະການປາບ ປາມ ແລະ ລົງໂທດຢ່າງເດັດຂາດຕໍ່ທຸກຄົນ ທີ່ກ່ຽວຂ້ອງກັບການຄ້າມະນຸດ ຂ້າມຊາດໃນໄທ.

ທາງດ້ານທ່ານທອງລຸນ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງ ລາວ-ໄທ ຈະປະສົບຜົນສຳເລັດເປັນຢ່າງດີ ໃນທຸກໆດ້ານ ທັງກໍຍັງຈະເສີມຂະ ຫຍາຍໄປສູ່ລະດັບພາກພື້ນ ແລະ ສາກົນອີກດ້ວຍ ດັງທີ່ທ່ານ ໄດ້ໃຫ້ການຢືນ ຢັນວ່າ:

“ຂ້າພະເຈົ້າຕີລາຄາສູງຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍ ແລະ ເປັນ ເອກະພາບກັນຕໍ່ການສືບຕໍ່ຮັດແໜ້ນສາຍພົວພັນອັນດີ ສອງຝ່າຍໄດ້ຕີລາຄາ ວ່າ ສາຍພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງສອງປະເທດ ໄດ້ຮັບ ການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ໂດຍສະເພາະແມ່ນ ການຮ່ວມມື ໃນຂົງ ເຂດການເມືອງ ເສດຖະກິດການຄ້າ ວັດທະນະທຳສັງຄົມ ທັງຂອບເຂດ ສອງຝ່າຍ ແລະ ຂອບເຂດພາກພື້ນ ແລະ ຂອບເຂດສາກົນ.”

ກ່ອນໜ້ານີ້ ກະຊວງແຮງງານຂອງໄທ ລາຍງານວ່າ ມີແຮງງານລາວ 256,000 ກວ່າຄົນໄດ້ແຈ້ງຈົດທະບຽນຂໍອະນຸຍາດທຳງານໃນໄທ ຢ່າງຖືກຕ້ອງຕາມກົດ ໝາຍ ໂດຍໃນນີ້ ກໍແບ່ງເປັນແຮງງານລາວ ທີ່ໄດ້ຜ່ານການພິສູດສັນຊາດ ແລະ ໄດ້ຮັບອະນຸຍາດໃຫ້ທຳງານໃນໄທຕໍ່ໄປ ຈຳນວນ 40,500 ຄົນ ແລະ ອີກ 41,700 ກວ່າຄົນ ເປັນແຮງງານ ທີ່ສິ້ນສຸດສັນຍາຈ້າງນັບແຕ່ເດືອນສິງຫາ 2015 ເປັນຕົ້ນມາແລ້ວ.

ທາງດ້ານເຄື່ອຂ່າຍໃຫ້ການຊ່ວຍເຫລືອແຮງງານຕ່າງດ້າວໃນໄທ ປະເມີນວ່າ ມີແຮງງານລາວທີ່ຢູ່ໃນໄທ ຫຼາຍກວ່າ 4 ແສນຄົນ ຊຶ່ງໃນນີ້ຫຼາຍກວ່າ 3 ແສນ ຄົນ ທີ່ລັກລອບທຳງານໂດຍຜິດກົດໝາຍ ແລະມີຄວາມສ່ຽງທີ່ຈະຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ແຕ່ໃນລະຍະ 14 ປີ ທີ່ຜ່ານມາ ທາງການໄທ ກັບສາມາດໃຫ້ ການຊ່ວຍເຫລືອ ແຮງງານລາວເຫຼົ່ານີ້ ໄດ້ພຽງ 2,217 ຄົນ ເທົ່ານັ້ນ.

ທັງນີ້ ເຈົ້າໜ້າທີ່ຕຳຫຼວດໄທ ໄດ້ທຳການຄວບຄຸມຕົວແມ່ຍິງລາວ 43 ຄົນ ຢູ່ທີ່ ສະຖານບັນເທິງແຫ່ງໜຶ່ງ ໃນເຂດອຳເພີໂຄງຈຽມ ຈັງຫວັດອຸບົນຣາຊະທານີ ເມື່ອກາງເດືອນທັນວາ 2015 ທີ່ຜ່ານມາ ດ້ວຍຂໍ້ຫາຮ່ວມກັນຂາຍບໍລິການທາງ ເພດໂດຍຜິດກົດໝາຍ ຊຶ່ງໃນນີ້ ກໍມີເຖິງ 14 ຄົນ ທີ່ເປັນເຍົາວະຊົນ ທີ່ອາຍຸຕ່ຳ ກວ່າ 18 ປີ ຮວມຢູ່ດ້ວຍ.

ໂດຍອີງຕາມກົດໝາຍອາຍາຂອງໄທ ຜູ້ທີ່ກະທຳຄວາມຜິດກົດໝາຍ ໃນຂໍ້ຫາ ຂາຍບໍລິການທາງເພດ ຈະມີໂທດຈຳຄຸກເປັນເວລາ 1 ເດືອນ ແລະ ປັບໃໝ ບໍ່ເກີນ 1,000 ບາດ ແຕ່ຖ້າຫາກວ່າ ຜູ້ກະທຳຄວາມຜິດເປັນເຍົາວະຊົນອາຍຸ ຕ່ຳກວ່າ 18 ປີ ຈະບໍ່ຖືວ່າ ມີຄວາມຜິດດັ່ງກ່າວ ແຕ່ຈະຖືກສົ່ງຕົວໄປຢູ່ໃນສູນ ຟື້ນຟູສະພາບຈິດໃຈ ແລະ ຝຶກອົລຮົມວິຊາຊີບ ເປັນເວລາ 6 ເດືອນ ແລະ ຫລັງ ຈາກນັ້ນ ກໍຈະຖືກສົ່ງຕົວກັບຄືນປະເທດທີ່ເປັນພູມລຳເນົາ.

ແຕ່ຢ່າງໃດກໍຕາມ ການກຳນົດບົດລົງໂທດດັ່ງກ່າວ ກໍນັບວ່າເປັນການລົງໂທດ ທີ່ບໍ່ຮຸນແຮງ ແລະ ຜົນທີ່ຕິດຕາມມາ ກໍຄືການລັກລອບຂາຍບໍລິການທາງເພດ ໃນໄທ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ຊຶ່ງໃນນີ້ ກໍຮວມເຖິງແມ່ຍິງລາວ ຈຳ ນວນບໍ່ນ້ອຍ ທີ່ຍັງພາກັນເດີນທາງມາຂາຍບໍລິການທາງເພດໃນໄທ ຢູ່ເລື້ອຍມາ ທັງຍັງມີທ່າອຽງເພີ່ມຈຳນວນຫຼາຍຂຶ້ນ ນັບມື້ອີກດ້ວຍ.

XS
SM
MD
LG