ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທາງການ ລາວ-ໄທ ຮ່ວມກັນກວດກາ ຊາຍແດນຢ່າງເຂັ້ມງວດ ເພື່ອປ້ອງກັນການລະບາດຂອງເຊື້ອໄວຣັສ COVID-19 ຮອບໃໝ່


ແຮງງານລາວທີ່ຕົກງານຢູ່ໄມກໍາລັງຂີ່ລົດມາຫາດ່ານຊາຍແດນຢູ່ຝັ່ງຂອງໄທເພື່ອຈະຂ້າມມາລາວ
ແຮງງານລາວທີ່ຕົກງານຢູ່ໄມກໍາລັງຂີ່ລົດມາຫາດ່ານຊາຍແດນຢູ່ຝັ່ງຂອງໄທເພື່ອຈະຂ້າມມາລາວ

ທາງການ ລາວ-ໄທ ຮ່ວມກັນກວດກາຊາຍແດນຢ່າງເຂັ້ມງວດເພື່ອປ້ອງກັນການລະບາດຂອງເຊື້ອໄວຣັສ COVID-19 ຮອບໃໝ່ທີ່ຈະເກີດຈາກບັນດາແຮງງານ ລາວ ທີ່ລັກລອບເດີນທາງຈາກ ໄທ ກັບຄືນມາ ລາວ.


ພັນເອກ ບົວເງິນ ຫົງໄຂຄຳ ຮອງຫົວໜ້າກອງບັນຊາການທະຫານນະຄອນຫຼວງວຽງຈັນ ຖະແຫຼງວ່າທາງການ ລາວ-ໄທ ໄດ້ນຳໃຊ້ກຳລັງທະຫານເຂົ້າໃນການກວດກາເຂດຊາຍແດນລະຫວ່າງກັນຢ່າງເຂັ້ມງວດໃນເວລານີ້ ເນື່ອງຈາກວ່າຍັງປາກົດມີການລັກບອບເດີນທາງກັບຄືນມາ ລາວ ໂດຍບັນດາແຮງງານ ລາວ ໃນ ໄທ ແລະ ໄດ້ກາຍເປັນສາເຫດທີ່ສຳຄັນທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສ COVID-19 ຢູ່ໃນ ລາວ ໃນປັດຈຸບັນນີ້ ທັງຍັງໄດ້ເກີດການລະບາດໃນວົງກວ້າງ ແລະ ວ່ອງໄວອີກດ້ວຍ ສະນັ້ນເພື່ອສະກັດກັ້ນບໍ່ໃຫ້ເກີດສະພາບການທີ່ຮຸນແຮງກວ່າທີ່ເປັນຢູ່ນີ້ ຈຶ່ງຕ້ອງດຳເນີນມາດຕະການກວດກາຊາຍແດນຢ່າງເຂັ້ມງວດດັ່ງທີ່ ພັນເອກ ບົວເງິນ ໄດ້ໃຫ້ການຢືນ ຢັນວ່າ

“ການລັກຂ້າມມາດຽວນີ້ຄືພວກເຮົາຮູ້ນຳກັນທຸກມື້ນີ້ລະບົບສື່ສານນັ້ນກະຖືວ່ານັບມື້ນັບທັນສະໄໝແລ້ວກໍວ່ອງໄວກ່ອນເຂົາເຈົ້າສິມານີ້ກະມີການໂທປະສານກັນໃຫ້ຍາດຕິພີ່ນ້ອງເອົາເຮືອໄປຮັບເອົາ ແລະກໍຂ້າມຈຸດບ່ອນທີ່ວ່າເຈົ້າໜ້າທີ່ຫັ້ນບໍ່ຢູ່ ແລ້ວກະພວກເຮົາຖືວ່າກົມຮັບຜິດຊອບຄົນເຂົ້າອອກເມືອງລະຫວ່າງ ລາວ ກັບ ໄທ ໄດ້ມີການພົບປະ ແລກປ່ຽນບົດຮຽນນຳກັນ ແລ້ວກະມີແນວນະໂຍ ບາຍ ພວກເຮົາຈະບໍ່ໃຫ້ໂທດ ຂໍພຽງແຕ່ວ່າມີຄວາມສະໝັກຕື່ນຕົວແຈ້ງຕໍ່ເຈົ້າໜ້າທີ່ ແລ້ວກະໄປກັກ ຕົວ 14 ວັນເມື່ອບໍ່ມີພະຍາດຫຍັງແລ້ວກະຖືວ່າສາມາດກັບຄືນຄອບຄົວໄດ້.”

ໂດຍສະເພາະໃນເຂດນະຄອນຫຼວງວຽງຈັນນັ້ນ ກອງທັບປະຊາຊົນ ລາວ ໄດ້ຈັດສົ່ງກຳລັງທະຫານໄປປະຈຳການໃນຕະຫຼອດແນວຊາຍແດນ 178 ກິໂລແມັດໃນແນວແມ່ນໍ້າຂອງທີ່ຕິດຕໍ່ກັບ ໄທ ໂດຍມີພື້ນທີ່ຮັບຜິດຊອບໃນເຂດ 101 ບ້ານຂອງ 6 ເມືອງທີ່ມີຊາຍແດນໃນແມ່ນໍ້າຂອງຕິດຕໍ່ກັບ ໄທ ຊຶ່ງກຳລັງທະຫານດັ່ງກ່າວນີ້ຈະຄຸ້ມຄອງຢູ່ຊາຍແດນເພື່ອປ້ອງກັນການລັກລອບການເດີນທາງກັບມາ ລາວ ໂດຍບັນດາແຮງງານ ລາວ ທີ່ຖືກເລີກຈ້າງໃນ ໄທ ເປັນດ້ານຫຼັກ.

ທັງນິ້ການທີ່ມີແຮງງານ ລາວ ເດີນທາງຈາກ ໄທ ກັບຄືນມາ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງດັ່ງກ່າວຍັງຖືເປັນສາດເຫດສຳຄັນທີ່ເຮັດໃຫ້ພະຍາດໄວຣັສ COVID-19 ກັບເຂົ້າໄປລະບາດໃນລະດັບຊຸມຊົນ ແລະ ບ້ານໃນທົ່ວປະເທດ ລາວ ອີກເທື່ອໃໝ່ດ້ວຍ ເພາະແຮງງານ ລາວ ທີ່ເດີນທາງຈາກ ໄທ ກັບຄືນມາ ລາວ ນັ້ນສ່ວນຫຼາຍໄດ້ຕິດໄວຣັສ COVID-19 ມາຈາກ ໄທ ຈຶ່ງໄດ້ນຳເອົາເຊື້ອມາຕິດຕໍ່ໃຫ້ກັບຍາດໃນຊຸມຊົນ ແລະ ບ້ານໃນທົ່ວປະເທດ ທັງຍັງເກີດການລະບາດຢ່າງວ່ອງໄວ ແລະ ຍາກຕໍ່ການສະກັດກັ້ນອີກດ້ວຍ ຖ້າຫາກວ່າບໍ່ໄດ້ຮັບການຮ່ວມມືຈາກປະຊາຊົນ ລາວ ບັນດາເຜົ່າໃນທົ່ວປະເທດຢ່າງແທ້ຈິງ ດັ່ງທີ່ທ່ານ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ໃຫ້ການຢືນຢັນວ່າ

“ມີການຊຸມແຊວກັນເປັນຢູ່ໃນຫຼາຍຮ້ານອາຫານທີ່ເປີດ ແລ້ວກະລັກມີການດື່ມສິ່ງມຶນເມົາ ບໍ່ຮັກສາໄລຍະຫ່າງໃນຮ້ານອາຫານ ລວມທັງການຈັດງານປະເພນີ ແລ້ວກໍສັງເກດໄດ້ວ່າປະຊາຊົນຈຳນວນນຶ່ງ ເມື່ອໄປຮ່ວມງານບໍ່ມັກໃສ່ຜ້າປິດປາກ, ດັງ ການປະຕິບັດມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ ບາງບໍລິສັດ, ໂຮງງານ, ຫ້າງຮ້ານແມ່ນຍັງບໍ່ເຮັດໄດ້ດີເທົ່າທີ່ຄວນ ຊຶ່ງທັງໝົດນີ້ສ້າງໃຫ້ເກີດມີຄວາມສ່ຽງສູງໃຫ້ແກ່ການລະບາດອອກສູ່ຊຸມຊົນ ຊຶ່ງປະເທດຂອງພວກເຮົາກຳລັງປະເຊີນຢູ່ໃນປັດຈຸບັນນີ້.”

ເຄືອຂ່າຍດ້າປະຊາກອນຂ້າຊາດ ປະເມີນວ່າ ການລະບາດຂອງໄວຣັສ COVID-19 ໄດ້ເຮັດໃຫ້ບັນດານາຍຈ້າງໃນ ໄທ ຕ້ອງເລີກຈ້າງແຮງງານ ລາວ 2 ແສນກວ່າຄົນ ກໍຄືແຮງງານ ລາວ ທີ່ພາກັນເດີນທາງກັບຄືນໄປ ລາວ ໃນເວລານີ້ແຕ່ດ້ວຍຄວາມຢ້ານກົວວ່າຈະຖືກທາງການ ລາວ ຈັບກຸມ ຈຶ່ງໄດ້ພາກັນລັກລອບເດີນທາງກັບຄືນໄປ ລາວ ເປັນສ່ວນຫຼາຍ ອັນໄດ້ກາຍເປັນສາເຫດທີ່ເຮັດໃຫ້ເກີດການລະບາດຮອບໃໝ່ຂອງໄວຣັສ COVID-19 ໃນ ລາວ ໃນປັດຈຸບັນນີ້ນັ້ນເອງ.

ນັບຈາກເດືອນມີນາ 2020 ເປັນຕົ້ນມາ ປາກົດວ່າມີແຮງງານ ລາວ ເດີນທາງຈາກ ໄທ ກັບມາ ລາວ 3 ແສນກວ່າຄົນ ສ່ວນກະຊວງແຮງງານ ໄທ ລາຍງານວ່າໃນປັດຈຸບັນມີແຮງງານ ລາວ ທຳງານໃນ ໄທ ຢ່າງຖືກຕ້ອງຕາມກົດໝາຍ 277,845 ຄົນ ທາງດ້ານເຄືອຂ່າຍໃຫ້ການຊ່ວຍເຫຼືອແຮງງານຕ່າງຊາດໃນ ໄທ ລະບຸວ່າມີແຮງງານ ລາວ ໃນ ໄທ ຫຼາຍກວ່າ 6 ແສນຄົນໃນນີ້ເກີນກວ່າ 3 ແສນຄົນເປັນແຮງງານຜິດກົດໝາຍ ສ່ວນກົມພັດທະນາຝີມືແຮງງານ ແລະ ຈັດຫາງານຂອງ ລາວ ລາຍງານວ່າ ແຮງງານ ລາວ 246,757 ຄົນໄດ້ເດີນທາງຈາກ ໄທ ກັບຄືນມາ ລາວ ໃນຊ່ວງເດືອນພຶດສະພາ 2020 ຫາເດືອນພຶດສະພາ 2021 ທີ່ຜ່ານມາ ແລະ ລັດຖະບານ ໄທ ຈະອະນຸຍາດໃຫ້ແຮງງານ ລາວ ທີ່ເຫຼືອຢູ່ 3 ແສນກວ່າຄົນໃຫ້ທຳງານໃນ ໄທ ໄດ້ເຖິງທ້າຍເດືອນມີນາ 2022 ໝາຍຄວາມວ່າແຮງງານ ລາວ ທຸກຄົນຈະຕ້ອງເດີນທາງກັບຄືນມາ ລາວ ນັ້ນເອງ.

XS
SM
MD
LG