ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຄ້າຊາຍແດນລະຫວ່າງ ລາວ ກັບ ໄທ ຍັງມີທ່າອຽງຫຼຸດລົງ ໃນປີ 2021 ຍ້ອນການລະບາດ ຂອງເຊື້ອໄວຣັສ COVID-19


ລົດຄັນນຶ່ງຢູ່ດ່ານກວດກາພາສີຊາຍແດນ ລະຫວ່າງ ໄທ ກັບ ລາວ ເຊິ່ງມີສິ່ງກີດຂວາງຕັ້ງຢູ່. (Photo by Panumas SANGUANWONG / AFP) / TO GO WITH Thailand-Myanmar-crime-drugs,FOCUS by Lisa Martin
ລົດຄັນນຶ່ງຢູ່ດ່ານກວດກາພາສີຊາຍແດນ ລະຫວ່າງ ໄທ ກັບ ລາວ ເຊິ່ງມີສິ່ງກີດຂວາງຕັ້ງຢູ່. (Photo by Panumas SANGUANWONG / AFP) / TO GO WITH Thailand-Myanmar-crime-drugs,FOCUS by Lisa Martin

ການຄ້າຊາຍແດນລະຫວ່າງ ລາວ ກັບ ໄທ ຍັງມີທ່າອຽງຫຼຸດລົງໃນປີ 2021 ຍ້ອນການລະບາດຂອງເຊື້ອໄວຣັສ COVID-19 ໂດຍ ລາວ ຍັງຈະເປັນຝ່າຍທີ່ຂາດດຸນການຄ້າຕໍ່ ໄທ ຈາກການແຂງຄ່າຂອງເງິນບາດ.

ທ່ານ ກີຣະຕິ ຣັດສະໂນ ອະທິບໍດີກົມການຄ້າຕ່າງປະເທດ ກະຊວງການຄ້າຂອງ ໄທ ຖະແຫຼງວ່າການຄ້າລະຫວ່າງ ໄທ ກັບ ລາວ ໃນຕະຫຼອດປີ 2021 ຍັງບໍ່ມີປັດໃຈທີ່ຈະເຮັດໃຫ້ມີສະພາບການທີ່ດີຂຶ້ນ ເມື່ອທຽບກັບໃນປີ 2020 ທີ່ຜ່ານມາ ໂດຍສະເພາະແມ່ນການລະບາດຂອງເຊື້ອໄວຣັສ COVID-19 ກໍຍັງເປັນບັນຫາສຳຄັນທີ່ສົມທົບດ້ວຍບັນຫາການແຂງຄ່າຂອງເງິນບາດ ຊຶ່ງເຮັດໃຫ້ສິນຄ້າ ໄທ ມີລາຄາທີ່ແພງຂຶ້ນດ້ວຍນັ້ນ ກໍຄືປັດໃຈສຳຄັນທີ່ຈະເຮັດໃຫ້ສະພາວະການຄ້າລະຫວ່າງ ໄທ-ລາວ ໃນປີ 2021 ນີ້ມີສະພາບການຄືກັບໃນປີ 2020 ທີ່ຜ່ານມາ ໂດຍສະເພາະແມ່ນການຄ້າຊາຍແດນນັ້ນ ດັ່ງທີ່ທ່ານ ກີຣະຕິ ໄດ້ຢືນຢັນວ່າ

“ການຄ້າຊາຍແດນກັບ ສປປ ລາວ ມີມູນຄ່າການຄ້າລວມທັງໝົດ 189,000 ລ້ານບາດ, ຫຼຸດລົງ 3.85 ເປີເຊັນ ສຳລັບສິນຄ້າສົ່ງອອກໄປ ສປປ ລາວ ກໍໄດ້ແກ່ນໍ້າມັນດີເຊລ, ສິນຄ້າປະສຸສັດ ແລະ ນໍ້າມັນສຳເລັດຮູບ ສຳລັບປັດໄຈທີ່ເຮັດໃຫ້ມູນຄ່າການຄ້າຊາຍແດນຫຼຸດລົງກໍເນື່ອງມາຈາກສະພາ ວະເສດຖະກິດໂລກທີ່ຊະລໍຕົວ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄືເລື່ອງຂອງສະຖານະການແຜ່ລະບາດຂອງ COVID ແລ້ວ ກໍເລື່ອງຂອງຄ່າເງິນບາດທີ່ແຂງຄ່າ.”

ເງິນບາດແຂງຄ່າຂຶ້ນກວ່າ 20 ເປີເຊັນ ທຽບກັບເງິນກີບ ກໍຄືອັດຕາແລກປ່ຽນໄດ້ປັບຕົວຂຶ້ນຈາກ 1 ບາດຕໍ່ 271 ກີບໃນເດືອນເມສາ 2020 ເປັນ 1​ ບາດຕໍ່ 326 ກີບໃນປັດຈຸບັນນີ້ ສ່ວນການຄ້າລວມລະຫວ່າງ ລາວ-ໄທ ໃນປີ 2020 ມີມູນຄ່າທັງໝົດ 197,443.44 ລ້ານບາດ ໃນນີ້ກໍເປັນການສົ່ງສິນຄ້າໄປ ລາວ 104,017.33 ລ້ານບາດ ຫຼຸດລົງເຖິງ 12.68 ເປີເຊັນທຽບກັບປີ 2019 ສ່ວນ ໄທ ນຳເຂົ້າສິນຄ້າຈາກ ລາວ 93,426.12 ລ້ານບາດ ເພີ່ມຂຶ້ນເຖິງ 17.19 ເປີເຊັນ ທຽບກັບປີ 2019 ໂດຍສິນຄ້າສຳຄັນທີ່ ລາວ ສົ່ງໄປ ໄທ ຫຼາຍທີ່ສຸດກໍຄືພະລັງງານໄຟຟ້າ, ແຮ່ທາດ, ແລະ ສິນຄ້າກະສິກຳ ສ່ວນສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ຫຼາຍທີ່ສຸດຄືນໍ້າມັນ, ອຸປະກອນກະສິກຳ ແລະ ປະສຸສັດ, ເຄື່ອງອຸປະໂພກບໍລິໂພກຕາມລຳດັບ.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າການຄ້າສ່ວນໃຫຍ່ລະຫວ່າງ ລາວ-ໄທ ນັ້ນເປັນການຄ້າຊາຍແດນທີ່ຈະຕ້ອງມີການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າທີ່ດ່ານຊາຍແດນລະຫວ່າງກັນດ້ວຍນັ້ນ ແຕ່ເມື່ອເກີດການລະບາດຂອງໄວຣັສ COVID-19 ອັນເຮັດໃຫ້ຕ້ອງເພີ່ມມາດຕະການເຂັ້ມງວດເຂົ້າໃນການກວດກາການເດີນທາງຂອງປະຊາຊົນ ແລະ ການຂົນສົ່ງສິນຄ້າເຂົ້າອອກລະ ຫວ່າງ ລາວ ກັບ ໄທ ດ້ວຍນັ້ນ ຈຶ່ງເຮັດໃຫ້ການຄ້າຊາຍແດນ ລາວ-ໄທ ຫຼຸດລົງດ້ວຍເຊັ່ນກັນ ດັ່ງທີ່ທ່ານ ອະນຸຣັກ ອິນທອນ ປະທານຫໍການຄ້າຈັງຫວັດ ຊຽງຣາຍ ໄດ້ໃຫ້ການອະທິບາຍ ກ່ຽວກັບ ສະພາບການຄ້າຊາຍແດນລະຫວ່າງແຂວງບໍ່ແກ້ວ ກັບຈັງຫວັດ ຊຽງຣາຍ ໃນຕະຫຼອດປີ 2020 ທີ່ຜ່ານມາວ່າ

“ກ່ອນມີໂຄວິດມູນຄ່າເຮົາປະມານ 5 ໝື່ນລ້ານ ແຕ່ຫຼັງໂຄວິດນີ້ມີບັນຫາເນາະ ຊ່ວງທຳອິດເນື່ອງຈາກເຮົາປິດດ່ານໝົດ ກໍອາດຈະມີຜົນກະທົບ ອາດຈະລົງມາເປັນບາງເດືອນທີ່ຕົວເລກກໍອາດຈະຕົກລົງໄປເກີນເຄິ່ງ ແຕ່ຫຼັງໆນີ້ ກໍເລີ່ມມີການຂົນສົ່ງສິນຄ້າໄດ້ ກໍອາດຈະມີຕົວເລກກະເຕືອງຂຶ້ນ ສິນຄ້າຊາຍແດນກໍຄືຄ້າໄປ ສປປ ລາວ ສ່ວນໃຫຍ່ກໍຈະເປັນພວກສິນຄ້າອຸປະໂພກບໍລິໂພກ ສ່ວນອັນດັບຮອງລົງມາກໍຈະເປັນພວກນໍ້າມັນທີ່ເຂົາຕ້ອງໃຊ້ນໍ້າມັນຈາກບ້ານເຮົາ.”

ທັງນີ້ໃນປີ 2020 ການຄ້າຊາຍແດນລະຫວ່າງ ລາວ-ໄທ ມີມູນຄ່າລວມທັງໝົດ 189,836 ລ້ານບ້ານ ຄິດເປັນ 96 ເປີເຊັຍຂອງມູນຄ່າການຄ້າທັງໝົດລະຫວ່າງ ລາວ-ໄທ ໂດຍຫຼຸດລົງ 3.85 ເປີເຊັນ ທຽບກັບປີ 2019 ໃນນີ້ແບ່ງເປັນການສົ່ງອອກສິນຄ້າ ລາວ ໄປ ໄທ 86,214 ລ້ານບາດ ເພີ່ມຂຶ້ນ 8.37 ເປີເຊັນ ແລະ ລາວນໍ້າເຂົ້າສິນຄ້າຈາກ ໄທ 103,622 ລ້ານບາດ ຫຼຸດລົງ 12.1 ເປີເຊັນ ອັນໄດ້ເປັນຜົນທີ່ເຮັດໃຫ້ ລາວ ຂາດດຸນການຄ້າຕໍ່ ໄທ ພຽງແຕ່ 10,591.21 ລ້ານບາດ ຫຼືຫຼຸດລົງເຖິງ 73.12 ເປີເຊັນທຽບກັບປີ 2019.

ສ່ວນກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າການຄ້າຕ່າງປະເທດຂອງ ລາວ ໃນປີ 2020 ມີມູນຄ່າລວມ 9,384 ລ້ານໂດລາ ຫຼຸດລົງເກີນກວ່າ 18 ເປີເຊັນ ທຽບກັບປີ 2019 ໃນນີ້ເປັນການສົ່ງອອກ 4,308 ລ້ານໂດລາ ແລະ ນຳເຂົ້າ 5,076 ລ້ານໂດລາ ອັນເຮັດໃຫ້ ລາວ ຂາດດຸນການຄ້າເພີ່ມຂຶ້ນເຖິງ 113 ເປີເຊັນທຽບກັບປີ 2019.

XS
SM
MD
LG