ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການກໍ່ສ້າງຂົວຂ້າມແມ່ນ້ຳຂອງ ແຫ່ງທີ 5 ລະຫວ່າງ ລາວ-ໄທ ໄດ້ເລີ້ມດຳເນີນການແລ້ວ ຈະສຳເລັດພາຍໃນ 3 ປີ


ພິທີລົງນາມໃນຂໍ້ຕົກລົງ ວ່າດ້ວຍການສ້າງຂົວຂ້າມແມ່ນ້ຳຂອງ ລະຫວ່າງ ລາວ-ໄທ ແຫ່ງທີ 5, ເມື່ອວັນທີ 14 ມິຖຸນາ 2019 ດ້ວຍເງິນທຶນສະໜັບສະໜຸນທັງ 100 ເປີເຊີນ ຈາກລັດຖະບານ ໄທ ຊຶ່ງໃນນີ້ກໍຮວມເຖິງ ເງິນກູ້ແລະທຶນຊ່ວຍເຫຼືອ ທີ່ລັດຖະບານ ໄທໃຫ້ແກ່ລັດຖະບານລາວ.
ພິທີລົງນາມໃນຂໍ້ຕົກລົງ ວ່າດ້ວຍການສ້າງຂົວຂ້າມແມ່ນ້ຳຂອງ ລະຫວ່າງ ລາວ-ໄທ ແຫ່ງທີ 5, ເມື່ອວັນທີ 14 ມິຖຸນາ 2019 ດ້ວຍເງິນທຶນສະໜັບສະໜຸນທັງ 100 ເປີເຊີນ ຈາກລັດຖະບານ ໄທ ຊຶ່ງໃນນີ້ກໍຮວມເຖິງ ເງິນກູ້ແລະທຶນຊ່ວຍເຫຼືອ ທີ່ລັດຖະບານ ໄທໃຫ້ແກ່ລັດຖະບານລາວ.

ໂຄງການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບຈັງວັດບຶງການ ຈະແລ້ວສຳເລັດໃນ 3 ປີຕໍ່ໜ້າ ດ້ວຍເງິນທຶນສະໜັບສະໜຸນທັງ 100 ເປີເຊັນ ຈາກລັດຖະບານໄທ.


ທ່ານສະນິດ ຂາວສະອາດ ຜູ້ວ່າຣາຊະການຈັງຫວັດບຶງການ ຖະແຫລງວ່າ ການກໍ່ສ້າງ
ຂົວຂ້າມ ແມ່ນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ແຂວງບໍລິຄຳໄຊ ກັບ
ຈັງຫວັດບຶງການ ໄດ້ເລີ້ມລົງມືດຳເນີນການກໍ່ສ້າງແລ້ວໃນຂະນະນີ້ ໂດຍມີກຳນົດການ
ກໍ່ສ້າງ ໃຫ້ແລ້ວສຳເລັດ ແລະເປີດການເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ ລະຫວ່າງ
ລາວ-ໄທ ໃຫ້ໄດ້ພາຍໃນ 3 ປີ ຕໍ່ໜ້າດ້ວຍເງິນທຶນສະໜັບສະໜຸນທັງ 100 ເປີເຊີນ ຈາກ
ລັດຖະບານໄທ ຊຶ່ງໃນນີ້ກໍຮວມເຖິງ ເງິນກູ້ແລະທຶນຊ່ວຍເຫຼືອທີ່ລັດຖະບານໄທ ໃຫ້ແກ່
ລັດຖະບານລາວ ດ້ວຍ ດັ່ງທີ່ ທ່ານສະນິດ ໄດ້ໃຫ້ການຢືນຢັນວ່າ:

“ການກໍ່ສ້າງນັ້ນ ກໍ່ສ້າງເປັນ 2 ສ່ວນ ສ່ວນນຶ່ງຄືຖະໜົນ ແລ້ວກໍດ່ານພົມແດນພາສີອາ
ກອນ ສຳເລັດແລ້ວກໍຈະໄປສ້າງຂົວເຊື່ອມໄປຝັ່ງ ສປປ ລາວ ແລ້ວ ສປປ ລາວ ກໍຈະສ້າງ
ຖະໜົນ ແລ້ວກໍດ່ານພົມແດນພາສີອາກອນ ສຳເລັດແລ້ວ ກໍຈະໄປສ້າງສະພານເຊື່ອມ
ຊຶ່ງມັນກໍຈະເປັນ ເງິນກູ້ ຊຶ່ງເງິນກູ້ຂອງ ສປປ ລາວ ກຮຽບຮ້ອຍແລ້ວ ຂົວນີ້ເລີ້ມສ້າງແລ້ວ
ຫລັງຈາກນີ້ ໄປອີກ 3 ປີ ຂ້າງໜ້າ ກໍຈະຮຽບຮ້ອຍສຳເລັດເປັນຂົວແຫ່ງທີ່ 5 ສປປ ລາວ
ກັບໄປ ກໍຈະເຊື່ອມໂຍງກັນ.”

ທັງນີ້ ລັດຖະບານໄທ ກໍໄດ້ອະນຸມັດທຶນສະໜັບສະໜຸນການກໍ່ສ້າງຂົວຂ້າມນ້ຳຂອງແຫ່ງ
ທີ 5 ໃນມູນຄ່າລວມ 3,930 ລ້ານບາດ ໃນນີ້ແບ່ງເປັນເງິນຊ່ວຍເຫຼືອແລະເງິນກູ້ ທີ່ໃຫ້
ແກ່ ລັດຖະບານລາວ ໃນມູນຄ່າລວມ 1,248 ລ້ານບາດ ໂດຍເປັນທຶນຊ່ວຍເຫຼືອລ້າ ແລະ
ເງິນກູ້ ໃນສັດສ່ວນ 30 ເປີເຊັນ ແລະ 70 ເປີເຊັນ ຕາມລຳດັບ ໂດຍຂົວຂ້າມນ້ຳຂອງແຫ່ງ
ທີ 5 ທີ່ເຊື່ອມຕໍ່ ລະຫວ່າງຈັງຫວັດບຶງການກັບແຂວງບໍລິຄຳໄຊ ດັ່ງກ່າວນີ້ ຍັງສາມາດ
ເຊື່ອມຕໍ່ ໄປຍັງພາກກາງຂອງຫວຽດນາມ ໄດ້ດ້ວຍຖະໜົນເລກ 8 ໃນລາວ.

ສ່ວນທ່ານເລື່ອນວິໄລ ຈັນທະລະພັນ ຫົວໜ້າພະແນກແຜນການແລະການລົງທຶນ ແຂວງ
ບໍລິຄຳໄຊ ຖະແຫລງວ່າ ທາງການແຂວງບໍລິຄຳໄຊ ກຳລັງທຳການສຶກສາສຳຫຼວດ ເພື່ອ
ຈັດສັນພື້ນທີ່ ຮອງຮັບການສ້າງຕັ້ງເຂດເສດຖະກິດພິເສດຢູ່ເຂດຕິດຕໍ່ ກັບເຂດກໍ່ສ້າງຂົວ
ຂ້າມນ້ຳຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ດ້ວຍເປົ້າໝາຍຈະຮອງຮັບເອົາການນລົງທຶນ
ຂອງຕ່າງປະເທດ ໃຫ້ເຂົ້າມາໃນລາວເພີ້ມຂຶ້ນ ພາຍຫລັງຈາກ ການກໍ່ສ້າງຂົວຂ້າມນ້ຳ
ຂອງ ດັ່ງກ່າວແລ້ວສຳເລັດ ໃນປີ 2023 ຫາກແຕ່ວ່າ ຈົນເຖິງປັດຈຸບັນນີ້ ກໍຍັງບໍ່ໄດ້ມີການ
ສ້າງຕັ້ງເຂດເສດຖະກິດພິເສດຂຶ້ນຢ່າງເປັນທາງການແຕ່ຢ່າງໃດ ຈຶ່ງຢ້ານວ່າ ຈະບໍ່ທັນກັບ
ການລົງທຶນ ຂອງຕ່າງຊາດທີ່ຈະມາໃນແຂວງບໍລິຄຳໄຊໃນໄລຍະຕໍ່ໄປ ດັ່ງທີ່ ທ່ານ
ເລື່ອນວິໄລ ຢືນຢັນວ່າ:

“ຄວາມຫຍຸ້ງຍາກ ພວກເຮົານີ້ນະ ນັກລົງທຶນມາ ຖ້າເຮົາບໍ່ມີສະຖານທີ່ວ່າ ເອີ້ເຈົ້າຕ້ອງ
ການລົງທຶນ ນີ້ ໄປລົງທຶນຢູ່ບ່ອນນີ້ເດີ້ ບ່ອນນັ້ນເດີ້ ຄັນເວົ້າແນວນຶ່ງ ເພິ່ນເອີ້ນວ່າ ປູເສື່ອ
ໃຫ້ນັກລົງທຶນ ເຮົາກະຍັງເຮັດບໍ່ໄດ້ ຄັນນັກລົງທຶນສົນໃຈໃນດ້ານນັ້ນ ແລ້ວກໍຢາກພາ
ນັກລົງທຶນນັ້ນ ໄປຄົ້ນຄວ້າເບິ່ງວ່າ ບ່ອນນີ້ເໝາະບໍ່ ບ່ອນນັ້ນເໝາະບໍ່ ກະເຮັດໃຫ້ມັນຫຍຸ້ງ
ຍາກ ຫັ້ນແຫລະ ຄັນເຮົາມີເນື້ອທີ່ກຳນົດໄວ້ໂລດ ຄືເສດຖະກິດພິເສດບໍ່ ມັນກະງ່າຍ ແລະ
ຜູ້ປະກອບການ ສ່ວນໃຫຍ່ມາ ບາງເທື່ອ ເຂົາເຈົ້າກໍບໍ່ທັນໄດ້ກຳລະບຽບກົດໝາຍ
ຂອງລາວເຮົາປາໃດ.”

ໃນປັດຈຸບັນນີ້ ຢູ່ໃນລາວມີຂົວຂ້າມນ້ຳຂອງທີ່ກໍ່ສ້າງສຳເລັດ ແລະໃຊ້ເພື່ອເຊື່ອມຕໍ່ ການ
ຄົມມະນາຄົມ ຂົນສົ່ງແລ້ວ 10 ແຫ່ງ ໃນນີ້ 5 ແຫ່ງທີ່ເຊື່ອມຕໍ່ການຄົມມະນາຄົມ-ຂົນສົ່ງ
ພາຍໃນລາວ ຄືຂົວທີ່ເຊື່ອມຕໍ່ເມືອງປາກເຊ ກັບເມືອງໂພນທອງ ແຂວງຈຳປາສັກ ຂົວ
ຂ້າມດອນໂຂງ ທີ່ເມືອງໂຂງ ແຂວງຈຳປາສັກ ຂົວຂ້າມເມືອງເງິນ ແຂວງຫລວງພະບາງ
ກັບເມືອງປາກແບ່ງ ແຂວງອຸດົມໄຊ ຂົວທີ່ປາກຄອນຢູ່ເມືອງນານ ແຂວງຫລວງພະບາງ
ເຊື່ອມຕໍ່ທ່າເດື່ອ ແຂວງໄຊຍະບູລີ ແລະຂົວທີ່ຊະນະຄາມໃນແຂວງວຽງຈັນ ກັບເມືອງ
ປາກລາຍ ໃນແຂວງໄຊຍະບູລີ.

ສ່ວນຂົວອີກ 5 ແຫ່ງທທີ່ເຊື່ອມຕໍ່ລາວກັບ ປະເທດເພື່ອນບ້ານ ກໍຄືຂົວທີ່ເຊື່ອມຕໍ່ນະຄອນ
ວຽງຈັນ ກັບໜອງຄາຍ ສະຫວັນນະເຂດກັບມຸກດາຫານ ຄຳມ່ວນກັບນະຄອນພະນົມ
ຫ້ວຍຊາຍ ໃນແຂວງບໍ່ແກ້ວ ກັບອຳເພີຊຽງຂອງໃນຈັງຫວັດຊຽງຣາຍຂອງໄທ ແລະຂົວ
ທີ່ເມືອງທ່າຂີ້ເຫຼັກ ໃນເຂດຣັດສານຂອງພະມ້າທີ່ເຊື່ອມຕໍ່ກັບເມືອງຊຽງກົກ ໃນແຂວງ
ຫລວງນ້ຳທາຂອງລາວ ຕາມລຳດັບ.

XS
SM
MD
LG