ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ແຮງງານ ລາວ ສາມາດຕອບສະໜອງໄດ້ພຽງ 10 ເປີເຊັນ ຂອງການຈ້າງງານທັງໝົດ 50,000 ກວ່າອັດຕາ ໃນວິສາຫະກິດລົດໄຟ ລາວ-ຈີນ


ກຳມະກອນກໍ່ສ້າງທາລົດໄຟ ລາວ-ຈີນ.
ກຳມະກອນກໍ່ສ້າງທາລົດໄຟ ລາວ-ຈີນ.

ແຮງງານ ລາວ ສາມາດຕອບສະໜອງໄດ້ພຽງ 10 ເປີເຊັນຂອງການຈ້າງງານທັງໝົດ 50,000 ກວ່າອັດຕາໃນວິສາຫະກິດລົດໄຟ ລາວ-ຈີນ ໂດຍບຸກຄະລາກອນສ່ວນຫຼາຍໃນໂຄງການລ້ວນແລ້ວແຕ່ເປັນບຸກຄະລາກອນຈາກ ຈີນ.


ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມຢືນ ຢັນວ່າ ສິ່ງທີ່ຈະຕ້ອງດຳເນີນການແກ້ໄຂຢ່າງຈິງຈັງໃນໄລຍະຕໍ່ໄປນີ້ຄືການພັດທະນາເພື່ອຍົກລະ ດັບຄຸນນະພາບຂອງແຮງງານ ລາວ ໃຫ້ສາມາດຮອງຮັບກັບໂຄງການພັດທະນາຂະໜາດໃຫຍ່ໃຫ້ໄດ້ເພາະວ່າໃນໄລຍະທີ່ຜ່ານມາລະດັບຄວາມຮູ້ ແລະ ຝີມືຂອງແຮງງານ ລາວ ບໍ່ສາມາດຕອບສະ ໜອງຄວາມຕ້ອງການຂອງໂຄງການຂະໜາດໃຫຍ່ທີ່ບໍລິສັດຕ່າງຊາດລົງທຶນໃນ ລາວ ໄດ້ເລີຍ ດັ່ງກໍລະນີຂອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊຶ່ງຕ້ອງການຈ້າງງານຫຼາຍກວ່າ 50,000 ຄົນ ແຕ່ກໍປາກົດວ່າມີແຮງງານ ລາວ 5,000 ກວ່າຄົນ ຫຼືຄິດເປັນພຽງ​ 10 ເປີເຊັນເທົ່ານັ້ນທີ່ໄດ້ຮັບການວ່າຈ້າງໃນໂຄງການນີ້ ດັ່ງທີ່ທ່ານ ຄຳແພງ ໄດ້ໃຫ້ການຢືນຢັນວ່າ

“ກະຊວງແຮງງານພວກເຮົານີ້ຍັງບໍ່ທັນຕອບສະໜອງແຮງງານໃຫ້ໂຄງການໄດ້ເທື່ອ ໂດຍສະເພາະໂຄງການທາງລົດໄຟ ເພິ່ນກະຕ້ອງການ 50,000 ຄົນແຕ່ວ່າໂຕຈິງເຮົາຕອບສະໜອງໄດ້ 5,000 ຄົນ ກໍເນື່ອງຈາກວ່າສີມືແຮງງານເຮົາມັນບໍ່ເຖິງເນາະ ແລ້ວກະເທັກນິກກະຍາກແດ່ ເພິ່ນຕ້ອງນຳໃຊ້ເທັກນິກສູງ ສະນັ້ນເຮົາຕ້ອງໄດ້ຄຳນວນເຖິງວຽງງານການກໍ່ສ້າງແຮງງານໃນຂົງເຂດການນຳໃຊ້ເທັກນິກ ແລະ ກ່ອນສິມີໂຄງການໃດອີກ ຫຼື ໂຄງການທີ່ເລັ່ງດ່ວນ ພວກເຮົາກະຕ້ອງໄດ້ມີການກຽມ ພ້ອມດ້ານແຮງງານກ່ອນ ອັນນີ້ໂຄງການມາກ່ອນ ແຮງງານນັ້ນມາຕາມຫຼັງ ສະນັ້ນເຮັດໃຫ້ການພັດທະນາກະມີຄວາມຫຍຸ້ງຍາກ.”

ກ່ອນໜ້ານີ້ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ລາວ ກໍໄດ້ສະແດງການຮຽກຮ້ອງຂໍໃຫ້ມີການຈ້າງແຮງງານ ລາວ ເຂົ້າໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເພີ່ມຂຶ້ນ ເພາະເຫັນວ່າບຸກຄະລາກອນສ່ວນໃຫຍ່ໃນໂຄງການລ້ວນແລ້ວແຕ່ເປັນບຸກຄະລາກອນຈາກ ຈີນ ດັ່ງທີ່ທ່ານ ບຸນຍັງ ໄດ້ສະແດງການຮຽກຮ້ອງວ່າ

“ຕໍ່ໄປນີ້ກະຢາກໃຫ້ພະຍາຍາມຕື່ມ ສ້າງວຽກເຮັດງານທຳໃຫ້ຄົນ ລາວ ໃຫ້ມັນຫຼາຍຂຶ້ນ ໃຫ້ເຂົາເຈົ້າຮູ້ເຮັດວຽກ ມີວຽກເຮັດງານທຳຫຼາຍຂຶ້ນ ເພາະວ່າຍັງມີຫຼາຍຢູ່ແຮງງານ ລາວ ກະຍັງບໍ່ທັນໄດ້ເຂົ້າ ຮ່ວມ ຈັ່ງຊັ້ນກະຢາກໃຫ້ມີການເຂົ້າຮ່ວມຫຼາຍຂ​ຶ້ນເພາະວ່າຜູ້ສິສືບຕໍ່ໄປຍາວນານລະແມ່ນລູກຫຼານຄົນ ລາວ ເດ້ ຈະໄດ້ສ້າງໃຫ້ເຈົ້າຮູ້ເຮັດວຽກ.”

ທັງນີ້ປະທານປະເທດ ລາວ ຖືວ່າໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນສັນຍາລັກທີ່ສະແດງເຖິງການເປັນຫຸ້ນສ່ວນຍຸດທະສາດການພັດທະນາຢ່າງຮອບດ້ານລະຫວ່າງ ລາວ-ຈີນ ພາຍໃຕ້ຂໍ້ລິເລີ່ມນຶ່ງແລວໜຶ່ງເສັ້ນທາງຂອງທ່ານ ສີ ຈິ່ນຜິງ ປະທານປະເທດ ຈີນ ຊຶ່ງໄດ້ເນັ້ນໜັກເຖິງການເປັນຫຸ້ນສ່ວນຍຸດທະສາດ 4 ດີລະຫວ່າງ ລາວ ກັບ ຈີນ ກໍຄືການເປັນບ້ານໃກ້ເຮືອນຄຽງທີ່ດີ, ການເປັນມິດທີ່ດີ, ການເປັນສະຫາຍທີ່ດີ ແລະ ການເປັນຄູ່ຮ່ວມມືທີ່ດີ.

ທັງນີ້ໂດຍທາງລົດໄຟ ລາວ-ຈີນ ທີ່ເຊື່ອນຕໍ່ຈາກ ບໍ່ເຕັນ ມາເຖິງນະຄອນຫຼວງວຽງຈັນ ຈະຕ້ອງຂຸດເຈາະ ແລະ ກໍ່ສ້າງອຸໂມງ 75 ແຫ່ງໃນຕະຫຼອດເສັ້ນທາງທີ່ມີໄລຍະທາງ 414 ກິໂລແມັດ ໂດຍຈາກການດຳເນີນງານນັບແຕ່ທ້າຍປີ 2016 ເປັນຕົ້ນມາທີ່ມີການນຳໃຊ້ນາຍຊ່າງ ແລະ ກຳລັງແຮງງານຈາກ ຈີນ ຫຼາຍກວ່າ 50,000 ຄົນໃນປັດຈຸບັນນີ້ ກໍເຮັດໃຫ້ສະພາບໍລິຫານຂອງບໍລິສັດລົດໄຟ ລາວ-ຈີນ ຈຳກັດ ຊຶ່ງມີທ່ານ ຈູ ກົວະຈຽງ ເປັນປະທານນັ້ນ ໝັ້ນໃຈວ່າການກໍ່ສ້າງທາງລົດໄຟ ລາວ-ຈີນ ຈະແລ້ວສຳເລັດ ແລະ ເປີດການເດີນລົດໄຟຂະບວນປະຖົມມະເລີກຈາກເມືອງ ຄຸມໝິງ ມານະຄອນຫຼວງວຽງຈັນ ໄດ້ໃນວັນຊາດ ລາວ 2 ທັນວາ 2021 ຢ່າງແນ່ນອນ.

ແຕ່ຢ່າງໃດກໍຕາມ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ລາວ ຈຳ ນວນ 4,411 ຄອບຄົວໃນ 13​ ເມືອງໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີທີ່ດິນຖືກກະທົບເຖິງ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ, ຕົ້ນໄມ້ຕ່າງໆ ແລະ ໄມ້ກິນໝາກຮວມກັນເກືອບ 1 ລ້ານຕົ້ນ ໂດຍການຊົດເຊີຍຄ່າທີ່ດິນໃນເຂດແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ຫຼວງພະບາງນັ້ນມີອັດຕາຕັ້ງແຕ່ 11,000 - 80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ກໍໄດ້ຊົດເຊີຍລະຫວ່າງ 15,000 - 137,000 ກີບຕໍ່ຕາແມັດ ເຊັ່ນການຈ່າຍຄ່າຊົດເຊີຍໃຫ້ແກ່ປະຊາຊົນ 63 ລາຍຢູ່ໃນເຂດບ້ານແຈ້ງສະຫວ່າງ ແລະ ບ້ານຫ້ວຍນໍ້າເຢັນ, ເມືອງນາຊາຍທອງ ນະຄອນຫຼວງ ວຽງຈັນ ທີ່ຄິດເປັນມູນຄ່າລວມເກືອບ 17.3 ຕື້ກີບນັ້ນ ຫາກແຕ່ກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ Land Information Working Group ໄດ້ສະເໜີລາຍງານວ່າທີ່ດິນຢູ່ເຂດເມືອງນາຊາຍທອງມີລາຄາຊື້-ຂາຍຕົວຈິງທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ ຫາກແຕ່ວ່າປະຊາຊົນ ລາວ ກັບໄດ້ຮັບການຊົດເຊີຍພຽງແຕ່ 137,000 ກີບຕໍ່ຕາແມັດ ຊຶ່ງຄິດເປັນ 10 ເປີເຊັນຂອງລາຄາຊື້-ຂາຍຕົວຈິງເທົ່ານັ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG