ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະ​ນະ​ຜູ້​ແທນລາວ ມີ​ຄວາມພໍ​ໃຈ ແລະ​​​ພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ ສຸດຍອດ​ ສ​ຫ​ລ-ອາ​ຊຽນ ທີ່ວໍ​ຊິງ​ຕັນ

ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ​ອາ​ຊຽນ (ASEAN) ລວມ​ທັງທ່ານ​ນາ​ຍົກ​ລາວ​ (ຜູ້​ທີ 3 ນັບ​ຈາກ​ຂວາ) ​ຖ່າຍ​ຮູບຮ່ວມ​ກັບປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ຢູ່​ສະ​ໜາມ​ຫຍ້າ​ດ້ານ​ໃຕ້​ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ທີ 12 ພຶດ​ສະ​ພາ, 2022 ຊຶ່ງ​ເປັນ​ມື້​ທຳ​ອິດ​ທີ່​ເປີດກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ​ລະ​ຫວ່າງ​ ສ​ຫລ-ອາ​ຊຽນ.

ກອງ​ປະ​ຊຸມ​ສຸດ​ຍອດ​ພິ​ເສດ​ລະ​ຫວ່າງ ສະ​ຫະ​ລັດ ແລະ​ອາ​ຊຽນ​ ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ​ສອງວັນໄດ້​ສິ້ນ​ລົງ​ແລ້ວໃນ​ວັນ​ສຸກ​ຜ່ານ​ມາ. ຄະ​ນະ​ຜູ້​ແທນ​ລາວ​ທີ່ນຳ​ພາໂດຍ​ນາຍົກລັດ​ຖະ​ມົນ​ຕີ​, ພະ​ນະ​ທ່ານພັນ​ຄຳ​ ວິ​ພາ​ວັນນັ້ນ ຖື​ວ່າປະ​ສົບ​ຜົນ​ສຳ​ເລັດ​ດີໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້ດັ່ງ​ການ​ໃຫ້​ສຳ​ພາດກັບ​ວີ​ໂອ​ເອ ​ຂອງທ່ານທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫລັງ​ສິ້ນ​ສຸດກອງ​ປະ​ຊຸມນັ້ນ​ວ່າ:

ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ຫລ, ທ່ານ​ນາງ Wendy Sherman ພົບ​ປະ​ກັບ​ທ່ານ​ສະ​ເຫລີມ​ໄປ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ ສ​ຫລ ທີ່ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ ສ​ຫລ ໃນນະ​ຄອນ​ຫລວງວໍ​ຊິງ​ຕັນ​, ວັນ​ທີ 13 ພຶດ​ສະ​ພາ

ພ້ອມ​ກັນ​ນັ້ນ ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຫະ​ລັດ ແລະ ສ​ປ​ປ ລາວ​ຄາດຈະ​ເພີ້ມ​ ຂຶ້ນ ດັ່ງ​ທີ່​ທ່ານ​ທອງ​ຜ່ານ​ໃຫ້​ຄຳ​ເຫັນ​ວ່າ:

ເບິ່ງວີ​ດິ​ໂອກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ຄະ​ນະ​ຜູ້​ແທນ​ລາວ​ໄປ​ຮ່ວມກອງ​ປະ​ຊຸມຢູ່ ກ​ຊ ການ​ຕ່າງ​ປະ​ເທດ

ກອງ​ປະ​ຊຸມ​ສຸດຍອດ​ລະ​ຫວ່າງ​ສະ​ຫະ​ລັດ​ແລະອາ​ຊຽນ​ຄັ້ງ​ນີ້​ເປັນ​ຄັ້ງທຳ​ອິດທີ່​ຈັດ ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະ​ມີ​ການ​ສະ​ຫລອງ​ຄົບ​ຮອບ 45 ປີ​ຂອງ​ການ​ພົວ​ພັນ​ສະ​ຫະ​ລັດກັບ​ອາ​ຊຽນ. ສ່ວນ ສ​ປ​ປ ລາວ​ແລ້ວ​ຖື​ວ່າເປັນ​ຄັ້ງທີ​ສອງ​ທີ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເຊັ່ນ​ນີ້​ທີ່​ຈັດ​ຂຶ້ນ​ໃນ​ສະ​ຫະ​ລັດ. ຄັ້ງ​ທີ 1 ແມ່ນໃນ​ປີ 2016 ທີ່​ລັດ​ຄາ​ລິ​ຟໍ​ເນຍ. ຄັ້ງ​ທີ​ສອງ​ກໍ​ຄື​ຄັ້ງ​ນີ້ຊຶ່ງທີ່​ຈິງ​ແລ້ວມີ​ກຳ​ນົດຈັດ​ຂຶ້ນ​ໃນ​ປີ 2020 ແຕ່​ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ໂຄວິດ-19 ຈຶ່ງ​ເລື່ອນ​ມາ​ຈັດ​ໃນ​ປີນີ້ ແລະ​ເປັນ​ປະ​ທານ​ຮ່ວມ​ຈັດ​ກອງ​ປະ​ຊຸມ​ໂດຍ​ກຳ​ປູ​ເຈຍ ແລະ​ສະ​ຫະ​ລັດ.

ເບິ່ງວີ​ດິ​ໂອກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ຄະ​ນະ​ຜູ້​ແທນ​ລາວ​ໄປ​ຮ່ວມກອງ​ປະ​ຊຸມ​ຢູ່ລັດຖະ​ສະ​ພາ

XS
SM
MD
LG