ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກສຶກສາ ລາວ ທີ່ຕິດຄ້າງໃນ ອອສເຕຣເລຍ ເດີນທາງກັບປະເທດ ດ້ວຍຖ້ຽວບິນພິເສດ


ຜູ້ໂດຍສານສາຍການບິນ ເອມີເຣັສ ຢືນ ເຊັກອິນກະເປົາເດີນທາງ ໃນຂະນະທີ່ລາວຈະເດີນທາງໄປນະຄອນ ຊິດນີ, ປະເທດ ອອສເຕຣເລຍ, 22 ພຶດສະພາ 2020.
ຜູ້ໂດຍສານສາຍການບິນ ເອມີເຣັສ ຢືນ ເຊັກອິນກະເປົາເດີນທາງ ໃນຂະນະທີ່ລາວຈະເດີນທາງໄປນະຄອນ ຊິດນີ, ປະເທດ ອອສເຕຣເລຍ, 22 ພຶດສະພາ 2020.

ເມື່ອວັນອາທິດທີ 9 ເດືອນສິງຫາທີ່ຜ່ານມາ, ບັນດານັກສຶກສາ ລາວ ທີ່ຕິດຄ້າງໃນປະເທດ ອອສເຕຣເລຍ ໄດ້ເດີນທາງຮອດນະຄອນຫຼວງ ວຽງຈັນ ປະມານຕອນບ່າຍ 1 ໂມງຕາມເວລາໃນທ້ອງ ຖິ່ນ.

ນັກສຶກສາທີ່ເດີນທາງກັບໃນຄັ້ງນີ້ ມີທັງນັກສຶກສາທີ່ຮຽນຈົບແລ້ວ ແລະ ນັກສຶກ ສາທີ່ກຳລັງຮຽນຢູ່ ເຊິ່ງເຂົາເຈົ້າໄດ້ເດີນທາງກັບປະເທດເນື່ອງຈາກວ່າ ມະຫາວິທະຍາໄລຂອງເຂົາເຈົ້າໄດ້ຫັນໄປຮຽນທາງອອນໄລນ໌ ຍ້ອນໂຣກລະບາດໄວຣັສ ໂຄໂຣນາ.

ການທີ່ຈະສາມາດເດີນທາງກັບປະເທດ ລາວ ໄດ້ນັ້ນເຂົາເຈົ້າຕ້ອງໄດ້ຕິດຕໍ່ ແລະ ລົງທະບຽນກັບສະຖານທູດ ລາວ ປະຈຳ ອອສເຕຣເລຍ, ແລະ ເວລາໃດທີ່ມີ ຖ້ຽວບິນກັບບ້ານເຂົາເຈົ້າກໍຈະຖືກແຈ້ງໃຫ້ຊາບ ກ່ຽວກັບ ການເດີນທາງກັບ ເຊິ່ງ ນາງ ຕິນ່າ ພັດທະນາກ ນັກສຶກສາລາວທີ່ໄດ້ຮຽນຈົບ ຢູ່ ນະຄອນ ຊິດນີ ໄດ້ກ່າວຕໍ່ວີໂອເອ ລາວ ດັ່ງນີ້:

“ຕ້ອງໄດ້ຕິດຕໍ່ ລະກະລົງລາຍຊື່ກັບສະຖານທູດລະກະເພິ່ນຊິຕິດຕໍ່ກັບມາ ຖ້າ ຫາກວ່າມີຍົນ ຫຼື ຖ້ຽວບິນພິເສດ. ທີ່ລາຍຊື່ທີ່ເພິ່ນສົ່ງໃຫ້ທາງສະຖານທູດແມ່ນ ມີມາແຕ່ ແມລເບິນ ລະກະມາແຕ່ ຊິດນີ. ຄົນລາວນັກສຶກສາຢູ່ຫັ້ນແມ່ນ 40 ຄົນທີ່ເຫັນ. ສ່ວນຫຼາຍແມ່ນຜູ້ທີ່ຮຽນຈົບແລ້ວ ແຕ່ວ່າຜູ້ທີ່ຍັງບໍ່ໄດ້ຈົບ ເຂົາເຈົ້າ ກະມາໄດ້ຄືກັນ ເພາະວ່າລະບົບເຂົາເຈົ້າຮຽນອອນໄລນ໌ ລະເຂົາເຈົ້າກະບໍ່ຢາກ ຢູ່ພຸ້ນ ໂດຍທີ່ບໍ່ໄດ້ໄປໂຮງຮຽນ.”

ປັດຈຸບັນນີ້ນາງ ຕິນ່າ ກັບນັກສຶກສາຄົນອື່ນໆແມ່ນຖືກກັກໂຕຢູ່ໂຮງແຮມແຫ່ງ ນຶ່ງ ເປັນເວລາສອງອາທິດ. ເຊິ່ງໂຮງແຮມຕ່າງໆນັ້ນ ແມ່ນລັດຖະບານ ລາວ ຈະມີລາຍຊື່ໂຮງແຮມໃຫ້ເລືອກ. ໃນລະ ຫວ່າງການພັກຢູ່ໂຮງແຮມນັ້ນ ກໍຈະມີ ພະນັກງານມາກວດອຸນຫະພູມທຸກໆມື້. ເມື່ອຄົບເວລາການກັກຕົວແລ້ວເຂົາເຈົ້າ ກໍສາມາດກັບໄປຢູ່ບ້ານຂອງຕົນໄດ້.

XS
SM
MD
LG