ໂຄງການນຳພາຂອງຊາວໜຸ່ມຂົງເຂດເອເຊຍຕາເວັນອອກສຽງໃຕ້ ຫລື Southeast Asia Youth Leadership Program ຊຶ່ງເອີ້ນຫຍໍ້ວ່າ SEAYLP ກໍໄດ້ກັບມາດໍາເນີນການແລກປ່ຽນປະສົບການຂອງຊາວໜຸ່ມອີກ ຫລັງຈາກການລະບາດຂອງໂຄວິດ-19 ເລີ້ມຖືກຄວບຄຸມໄດ້ໃນລະດັບໃດນຶ່ງແລ້ວ. ນາງປະວິສຸດາ, ຜູ້ນຳພາແລະໃຫ້ຄຳປຶກສາ ແກ່ກຸ່ມນັກຮຽນລາວ 6 ຄົນ ທີ່ເຂົ້າຮ່ວມໂຄງການດັ່ງກ່າວໃນລະດູຮ້ອນປີນີ້ ທີ່ມະຫາວິທະຍາໄລລັດອີລີນອຍພາກເໜືອ ຫລື Northern Illinois University, ເມືອງດີແຄັບ (DeKalb) ບອກກັບວີໂອເອກ່ຽວກັບກິດຈະກຳຂອງໂຄງການນີ້ວ່າ:
ໂຄງການນີ້ໄດ້ຮັບທຶນຊ່ວຍເຫລືອຈາກກະຊວງການຕ່າງປະເທດສະຫະລັດ ຊຶ່ງປີນີ້ມີນັກຮຽນຈາກ 8 ປະເທດ, ປະເທດລະ 7 ຄົນ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງຂາດມຽນມາ ແລະບຣູໄນທີ່ນາງປະວິສຸດາບອກວ່າຍ້ອນມາດຕະການກ່ຽວກັບພະຍາດໂຄວິດປະເທດເຂົາເຈົ້າ ຊຶ່ງເຮັດໃຫ້ເຂົາເຈົ້າບໍ່ສາມາດເດີນທາງອອກປະເທດໄດ້. ນອກຈາກນັ້ນຮຽນຮູ້ການຂຶ້ນແຜນເຮັດກິດຈະກຳແລ້ວ ກໍຍັງມີການຝຶກທັກສະໃນການດຳລົງຊີວິດຢູ່ຮ່ວມກັບຄົນອື່ນທີ່ມີວັດທະນະທຳຕ່າງກັນ ເພາະນັກຮຽນແຕ່ລະຄົນຖືກຈັດໃຫ້ນອນຮ່ວມຫ້ອງກັບນັກຮຽນມາຈາກຊາດອື່ນ ແລະຝຶກຝົນວິທີການຈັດຕາຕະລາງເວລາເພື່ອໃຫ້ຮູ້ໃຊ້ເວລາຢ່າງມີປະສິດທິພາບ ຊຶ່ງເປັນທັກສະສຳຄັນ ແລະກໍຫາໂອກາດຮຽນໄດ້ຍາກຖ້າຮຽນຢູ່ພຽງແຕ່ໃນລາວເທົ່ານັ້ນ, ອີງຕາມຄຳເຫັນຂອງນາງປະວິສຸດາ.