ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກສຶກສາລາວ ຢູ່ຍີ່ປຸ່ນຍັງດໍາລົງຊີວິດ ປົກກະຕິ ທ້າມກາງການລະບາດ ຂອງໄວຣັສໂຄໂຣນາ


ນັກສຶກສາລາວ ທີ່ປະເທດຍີ່ປຸ່ນ
ນັກສຶກສາລາວ ທີ່ປະເທດຍີ່ປຸ່ນ

ທ່ານຜູ້ຟັງທີ່ເຄົາລົບໃນອາທິດແລ້ວນີ້ ພວກເຮົາໄດ້ນໍາສະເໜີຂ່າວ ກ່ຽວກັບ ຄົນ ລາວທີ່ເຮັດ
ວຽກຢູ່ໃນເກົາຫລີໃຕ້ ທີ່ເປັນປະເທດນຶ່ງທີ່ມີການລະບາດຂອງໄວຣັສ ໂຄໂຣນາຫລາຍເປັນອັນດັບ 2 ຢູ່ໃນຂົງເຂດເອເຊຍ. ສໍາລັບມື້ນີ້ ພວກເຮົາ ຈະນໍາ ພາທ່ານໄປຟັງຄວາມຄິດເຫັນ
ຂອງນັກສຶກສາລາວ ຂັ້ນປະລິນຍາໂທ 2 ຄົນ ກ່ຽວ ກັບການດໍາລົງຊີວິດຂອງເຂົາເຈົ້າໃນຂະ
ນະທີ່ກໍາລັງສຶກສາຢູ່ປະເທດຍີ່ປຸ່ນ ທ້າມ ກາງການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວນີ້
ຢູ່. ເພື່ອບໍ່ເປັນການເສຍ ຂໍເຊີນທ່ານຮັບຟັງການສໍາພາດກັບນັກສຶກສາສອງທ່ານນີ້ ຈາກ
ນັກຂ່າວຂອງ ພວກເຮົາ ໃນອັນດັບຕໍ່ໄປ.

ທ່ານຜູ້ຟັງທີ່ເຄົາລົບ, ໃນຂະນະທີ່ມີການລະບາດຂອງເຊື້ອໄວຣັສຢູ່ທົ່ວໂລກຢູ່ນີ້ ທາງວີ
ໂອເອກໍໄດ້ຕິດຕໍ່ຫາ ແລະສໍາພາດບັນດາຄົນລາວທີ່ໄປສຶກສາຮໍ່າຮຽນ ແລະ ອອກແຮງງານ
ຢູ່ຕ່າງປະເທດຫລາຍແຫ່ງ. ສໍາລັບແລງມື້ນີ້ພວກເຮົາຈະນໍາພາ ທ່ານໄປຟັງຄວາມຄິດເຫັນ
ຂອງນັກສຶກສາປະລິນຍາໂທ 2 ຄົນ ທີ່ໄດ້ຮັບທຶນໄປ ສຶກສາຢູ່ຍີ່ປຸ່ນ ຊຶ່ງເປັນປະເທດທີ່ມີການລະບາດຂອງເຊື້ອໄວຣັສໂຄໂຣນາ ຫລື ໂຄວິດ 19 ຫລາຍເປັນອັນດັບ 3 ໃນຂົງເຂດເອເຊຍ.
ນັກສຶກສາຜູ້ທີນຶ່ງ ແມ່ນຮຽນ ວິຊາວິທະຍາສາດສິ່ງແວດລ້ອມ ຢູ່ມະຫາວິທະຍາໄລຊູຄູບາ
ທີ່ຕັ້ງຢູ່ໃກ້ກັບ ນະ ຄອນຫລວງໂຕກຽວໄປທາງທິດເໜືອ ແລະອີກຜູ້ນຶ່ງແມ່ນຮຽນ ຢູ່ມະຫາ
ວິທະ ຍາໄລຢາມາກຸຈິ ທີ່ຢູ່ໃນເມືອງນ້ອຍໆ ແຫ່ງນຶ່ງ ຊຶ່ງຕັ້ງຢູ່ ທາງພາກໃຕ້ຂອງປະ ເທດ
ນັ້ນ ຊຶ່ງທັງສອງ ຄົນນີ້ແມ່ນຮຽນໃກ້ຈະຮຽນຈົບແລ້ວ ແລະກໍາລັງທໍາການ ຄົ້ນຄວ້າເພື່ອຂຽນ
ບົດວິທະຍານິພົນຂອງຕົນຢູ່.

ໃນແຕ່ລະປີນັ້ນ ລາວສົ່ງນັກສຶກສາໄປຮຽນຢູ່ຍີ່ປຸ່ນ ປະມານ 200 ຄົນ ຊຶ່ງສ່ວນ ໃຫຍ່ ແລ້ວ
ແມ່ນໄປຮຽນໃນຂັ້ນປະລິນຍາຕີ ແລະໂທ ອີງຕາມການບອກເລົ່າ ຂອງນັກສຶກສາຄົນທີນຶ່ງ
ທີ່ຮຽນຢູ່ໃກ້ກັບນະຄອນໂຕກຽວ. ສ່ວນນັກສຶກສາຂັ້ນອື່ນ ເຊັ່ນ ປະລິນຍາເອກ, ຊັ້ນກາງ
ແລະຊັ້ນສູງນັ້ນ ແມ່ນມີໜ້ອຍກວ່າ. ພ້ອມກັນນັ້ນ ກໍຍັງມີຮຽນນັກສຶກສາແລກປ່ຽນທີ່ໄປຮຽນ
ຢູ່ທີ່ນັ້ນເປັນຊຸດໆ ທີ່ໄປຮຽນ ໃນໄລຍະສັ້ນ ແຕ່ 6 ເດືອນ ຫາ ນຶ່ງປີ.

ອີງຕາມສະຖິຕິຂອງອົງການອະນາໄມໂລກ, ຢູ່ຍີ່ປຸ່ນນັ້ນ ກໍຄືຢູ່ໃນຫລາຍໆ ປະ ເທດໃນ
ໂລກ ໃນແຕ່ລະວັນ ມີກໍລະນີຄົນຕິດເຊື້ອໄວຣັສໂຄວິດ-19 ຫລາຍຂຶ້ນ ນັບມື້. ໃນວັນພະ
ຫັດທີ 19 ມີນາ ຜ່ານມານີ້ ຢູ່ຍີ່ປຸ່ນ ມີຄົນຕິດເຊື້ອ ທີ່ໄດ້ຮັບການ ຢືນຢັນ 77 ລາຍ ແລະມີຄົ
ນເສຍຊີວິດຍ້ອນເຊື້ອພະຍາດນີ້ໃນວັນດຽວກັນນັ້ນ 3 ລາຍ ຊຶ່ງເຮັດໃຫ້ຈໍານວນຄົນທີ່ມີການ
ຕິດເຊື້ອໃໝ່ລວມທັງໝົດເປັນ 950 ລາຍ ແລະເສຍຊີວິດລວມທັງໝົດ 33 ຄົນ. ເຖິງຈະດໍາ
ລົງຊີວິດ ຢູ່ໃນປະເທດທີ່ມີການ ລະບາດແຮງຂອງເຊື້ອໄວຣັສເຊັ່ນນັ້ນກໍຕາມ ແຕ່ທັງສອງ
ຄົນກໍບອກວ່າ ປັດຈຸບັນ ນີ້ເຂົາເຈົ້າບໍ່ຮູ້ສຶກຢ້ານກົວຫຍັງຫາຍ ເພາະວ່າ ຢູ່ໃນເຂດທີ່ເຂົາເຈົ້າ
ຢູ່ນັ້ນ ແມ່ນບໍ່ ມີຄົນຕິດເຊື້ອພະຍາດນີ້. ເຖິງແມ່ນວ່າ ກ່ອນໜ້ານີ້ ຈະມີການແຕກຕືນກັນຢູ່ ກໍຕາມ ແຕ່ດຽວນີ້ທຸກຢ່າງແມ່ນກັບສູ່ພາວະປົກກະຕິ. ດັ່ງທີ່ນັກຮຽນຄົນທີນຶ່ງ ທີ່ ຮຽນຢູ່ໃນ
ເຂດໃກ້ນະຄອນໂຕກຽວເລົ່າສູ່ຟັງວ່າ:


“ສະພາບດຽວນີ້ ປົກກະຕິແລ້ວ ເພາະວ່າມັນມີຊ່ວງນຶ່ງ ທີ່ເຂົາເຈົ້າເວົ້າເລື້ອງເຈ້ຍ ທິດຊູ
ຫັ້ນນະ. ດຽວນີ້ກໍກັບມາປົກກະຕິແລ້ວ. ກາມີແຕ່ຊອກຍາກແດ່ ແມ່ນ ເຈລລ້າງມື ແລະຜ້າ
ອັດປາກ. ເລື້ອງອາຫານການກິນ ແມ່ນບໍ່ມີບັນຫາ.”

ເຊັ່ນດຽວກັນ ນັກຮຽນຜູ້ທີສອງທີ່ຮຽນຢູ່ໃນ ເຂດພາກໃຕ້ຂອງຍີ່ປຸ່ນກໍເວົ້າວ່າ:


“ປັດຈຸບັນຮຽນຢູ່ປະເທດຍີ່ປຸ່ນໄດ້ເກືອບ 2 ປີແລ້ວ ຈ້າວ ລະດັບຮຽນແມ່ນປະລິນຍາໂທ
ສາຍບໍລິຫານລັດ ຫຼືວ່າ Public Administration ໃນການຮຽນແມ່ນບໍ່ຍາກປານໃດ ແລະ
ຄາດວ່າເດືອນ 9 ປີ 2020 ນີ້ ກໍຈະຈົບແລ້ວ ແລະພາຍຫຼັງຈົບໄປແມ່ນຈະກັບໄປປະເທດລາວ. ສ່ວນເລື້ອງຂ່າວພະຍາດໂກວິດ ຢູ່ເມືອງນີ້ບໍ່ມີຄົນຕິດພະຍາດນີ້ເທື່ອ ກໍ່ບໍ່ມີຄວາມວິ
ຕົກກັງວົນພໍປານໃດ.”

ອີກເຫດຜົນນຶ່ງທີ່ເຮັດໃຫ້ນັກສຶກສາເຫລົ່ານີ້ ບໍ່ແຕກຕື່ນ ຫລື ຢ້ານກົວຫຍັງຫລາຍ ກໍເພາະ
ເຂົາເຈົ້າໝັ່ນສຶກສາຮຽນຮູ້ໃຫ້ເຂົ້າໃຈກ່ຽວກັບໄວຣັສໂຄໂຣນາໃຫ້ດີ ເພື່ອ ຈະໄດ້ລະມັດລະ
ວັງ ແລະຫລີກລ້ຽງການຕິດເຊື້ອພະຍາດນີ້ ດັ່ງນັກສຶກສາຜູ້ທີນຶ່ງ ທີ່ຮຽນຢູ່ມະຫາວິທະຍາໄລ
ຊູຄູບາ ບອກວ່າ:


“ສໍາລັບເຮົາກາບໍ່ຮູ້ສຶກແຕກຕື່ນຫຍັງຫລາຍເພາະເຮົາກາ ເຂົ້າໃຈບັນຫາວ່າມັນ ຕິດຕໍ່ກັນ
ໄດ້ແນວໃດ, ມັນໄປ ມັນມາແນວໃດ.”

ເຖິງແມ່ນຈະຮູ້ດີຢູ່ແລ້ວວ່າ ພວກນັກສຶກສາຢູ່ຍີ່ປຸ່ນເຫລົ່ານີ້ ຈະເຂົ້າໃຈ ແລະມີ ຄວາມລະ
ມັດລະວັງຫລາຍຢູ່ກໍຕາມ ແຕ່ທາງພໍ່ແມ່ຂອງເຂົາເຈົ້າກໍຍັງມີ ຄວາມ ເປັນຫ່ວງ ເປັນໃຍຕໍ່
ເຂົາເຈົ້າຢູ່, ດັ່ງການໃຫ້ຄໍາເຫັນຂອງພໍ່ຂອງນັກສຶກສາ ຜູ້ທີ 2 ທີ່ລົມກັບວີໂອເອຜ່ານທາງໂທລະສັບ ຈາກນະຄອນຈໍາປາສັກວ່າ:

“ປີປາຍແລ້ວເດ ຫາກຮອດເດືອນທີ 10 ກະຮອດ 2 ປີແລ້ວເດ່. ມາຫວ່າງເດືອນທີ2 ວັນ
ທີ 23 ມາ 3-4 ວັນ ເພີ່ນກະເມືອ ມາແຕ່ຍີ່ປຸ່ນເດ ກະເດືອນທີ 10 ພຸ້ນລະ ເພິ່ນມາລະກະ
ເຮັດວຽກຢູ່ທະນະຄານຄືເກົ່າ. ໝໍຮຽນກະຮຽນຄຸ້ມຄອງລັດ. ບໍ່ຢ້ານ ໝໍກະໃຫ້ລະວັງຄືເພີ່ນ
ປະກາດຫັ້ນລະ , ໝໍເອງໝໍກະລະວັງ ໝໍກະກຽມຄືກັນ, ໂອ້ຍກະຫ່ວງຫັ້ນລະໂທຫາກັນ
ໂທຫາທຸກມື້ນະ.”

ແຕ່ຢ່າງໃດກໍຕາມ, ທ້າມກາງການລະບາດຂອງເຊື້ອໄວຣັສ ໂຄວິດ-19 ຢູ່ໃນ ເວລານີ້
ມະຫາວິທະຍາໄລຕ່າງໆ ໃນຍີ່ປຸ່ນທີ່ກໍາລັງພັກປະຈໍາພາກຮຽນຢູ່ນັ້ນ ກໍໄດ້ຍືດເວລາພັກ
ຮຽນ ຊຶ່ງຕາມປົກກະຕິແລ້ວ ແມ່ນຈະສິ້ນສຸດລົງ ໃນຕົ້ນ ເດືອນ ເມສານັ້ນ ອອກໄປຕື່ມອີກ ປະມານ 3 ອາທິດ. ພ້ອມກັນນັ້ນກໍບໍ່ໃຫ້ມີການຈັດພິທີ ຮັບໃບປະກາດຊະນີຍະບັດ
ຂອງນັກສຶກສາ ໝາຍຄວາມວ່າ ເມື່ອຮຽນຈົບແລ້ວ ນັກສຶກສາກໍໄປເຊັນຮັບເອົາໃບປະ
ກາດເທົ່ານັ້ນ, ອີງຕາມການບອກ ເລົ່າຂອງນັກ ສຶກສາທັງສອງຄົນທີ່ກ່າວມາຂ້າງເທິງນັ້ນ.

ສະຫລຸບແລ້ວ, ນັກສຶກສາລາວທີ່ຮຽນຢູ່ປະເທດຍີ່ປຸ່ນ ຊຶ່ງເປັນປະເທດທີ່ໄດ້ຮັບ ຜົນກະ
ທົບຈາກການລະບາດຂອງເຊື້ອໄວຣັສ ໂຄວິດ-19 ທີ່ເປັນອັນຕະລາຍ ຮ້າຍແຮງຫລາຍ
ສົມຄວນຢູ່ນັ້ນ ແມ່ນບໍ່ໄດ້ມີຄວາມແຕກຕື່ນ ຢ້ານກົວຫລາຍ ປານໃດ ທັງນີ້ກໍຍ້ອນມີສອງ
ປັດໄຈ. ປັດໄຈທີ 1 ກໍຄື ຢູ່ໃນເຂດທີ່ເຂົາເຈົ້າຢູ່ນັ້ນ ເທົ່າທີ່ຜ່ານມາ ບໍ່ໄດ້ມີລາຍງານວ່າ ມີ
ຄົນຕິດເຊື້ອໄວຣັສນີ້ ແລະ ປັດໄຈທີ 2 ແມ່ນ ພວກກ່ຽວພະຍາຍາມຮຽນຮູ້ໃຫ້ເຂົ້າໃຈກ່ຽວ
ກັບເຊື້ອພະຍາດດັ່ງກ່າວ ແລະກໍໃຊ້ຄວາມລະມັດລະວັງໃນການດຳລົງຊີວິດ.

XS
SM
MD
LG