ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງການ ລາວ ຍັງສືບຕໍ່ປິດເຂດຊາຍແດນ, ແຕ່ອະນຸຍາດໃຫ້ ຄົນລາວ ທີ່ຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ ທີ່ເຮັດວຽກໃນ ລາວ ເດີນທາງເຂົ້າ


ແຜນທີ່ປະເທດ ລາວ.
ແຜນທີ່ປະເທດ ລາວ.

ປະເທດ ລາວ, ເຖິງແມ່ນຈະບໍ່ມີລາຍງານກໍລະນີຜູ້ຕິດເຊື້ອໄວຣັສ COVID-19 ລາຍໃໝ່ໃນປັດຈຸບັນນີ້, ແຕ່ທາງການຂອງປະເທດກໍຍັງສືບຕໍ່ເຂັ້ມງວດກັບການ ກວດໂຣກກັບຜູ້ທີ່ໄດ້ເດີນທາງເຂົ້າປະເທດ ຕາມລະບຽບການທີ່ໄດ້ກຳນົດອອກ ມາ.

ນັບຕັ້ງແຕ່ໄດ້ເກີດໂຣກລະບາດ COVID-19 ປີກາຍນີ້ເປັນຕົ້ນມາ, ປະເທດ ລາວ ໄດ້ລາຍງານຜູ້ຕິດເຊື້ອໄວຣັສ 22 ຄົນ, ແລະ ປັດຈຸບັນນີ້ 21 ຄົນແມ່ນ ໄດ້ອອກໂຮງໝໍໄປແລ້ວ, ແຕ່ບໍ່ມີລາຍງານຜູ້ເສຍຊີວິດຢູ່ໃນປະເທດດັ່ງກ່າວ.

ລັດຖະບານລາວ ຍັງປິດເຂດຊາຍແດນຂອງເຂົາເຈົ້າຕໍ່ບັນດານັກເດີນທາງ ແລະ ນັກທ່ອງທ່ຽວຕ່າງປະເທດຢູ່, ແຕ່ວ່າປະເທດດັ່ງກ່າວກໍບໍ່ໄດ້ປິດຕໍ່ປະຊາຊົນ ລາວ ຜູ້ທີ່ຢາກເດີນທາງກັບ ແລະ ຜູ້ຊ່ຽວຊານ, ແຮງງານຄົນຕ່າງປະເທດທີ່ເຮັດວຽກ ຢູ່ໃນລາວ.

ຜູ້ທີ່ເດີນທາງເຂົ້າລາວໃນປັດຈຸບັນນີ້ແມ່ນມາຈາກບັນດາປະເທດທີ່ໃກ້ຄຽງເຊັ່ນ ຫວຽດນາມ, ໄທ, ຈີນ, ມຽນມາ ແລະ ກຳປູເຈຍ. ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວ ໜ້າກົມຄວບຄຸມພະຍາດຕິດຕໍ່ໄດ້ກ່າວ ກ່ຽວກັບ ການເດີນທາງເຂົ້າປະເທດດັ່ງຕໍ່ນີ້: ສຳບັບການເຝົ້າລະວັງ ໂຄວິດ ຢູ່ ສປປ ລາວ ຮອດວັນທີ 10 ກັນຍາ ເວລາ 5 ໂມງແລງ, ການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆນັ້ນ ທົ່ວປະເທດມີຜູ້ເດີນທາງເຂົ້າອອກ 1,879 ຄົນ. ຊຶ່ງໃນນັ້ນຜ່ານຈຸດຜ່ານແດນ ລາວ-ໄທ ມີ 856 ຄົນ, ຈຸດຜ່ານແດນ ລາວ-ຈີນ ແມ່ນ 42 ຄົນ, ສໍາລັບຜ່ານດ່ານ ລາວ-ຫວຽດນາມ ແມ່ນ 823 ຄົນ, ສະເພາະດ່ານ ລາວ-ກຳປູເຈຍ ກໍບໍ່ມີຜູ້ເດີນທາງເຂົ້າ, ສຳລັບເດີນທາງຜ່ານ ລາວ-ມຽນມາ ມື້ວານນີ້ກະແມ່ນມີທັງໝົດ 3 ຄົນ.”

ສຳລັບປະຊາຊົນ ລາວ ທີ່ເຮັດວຽກ ຫຼື ກຳລັງສຶກສາຢູ່ຕ່າງປະເທດ ທີ່ ຢາກເດີນທາງກັບໃນເວລານີ້ ເຂົາເຈົ້າຕ້ອງໄດ້ຕິດຕໍ່ກັບສະຖານທູດລາວ ທີ່ຕັ້ງຢູ່ໃນປະເທດທີ່ເຂົາເຈົ້າອາໄສຢູ່ນັ້ນ, ເພື່ອເຈົ້າໜ້າ ທີ່ລາວຈະໄດ້ທໍາການ ປະສານງານ ແລະ ຊ່ວຍເຫຼືອໃນການເດີນທາງກັບບ້ານ. ດັ່ງທີ່ນາງ ຕິນ່າ ນັກສຶກສາທີ່ຮຽນຈົບຈາກປະເທດ ອອສເຕຣເລຍ ໄດ້ໃຫ້ຄຳແນະນຳ ກ່ຽວກັບ ການຂໍເດີນທາງກັບປະເທດວ່າ

“ຕ້ອງໄດ້ຕິດຕໍ່ລະກະລົງລາຍຊື່ກັບສະຖານທູດ ລະກະເພິ່ນຊິຕິດຕໍ່ກັບມາ ຖ້າຫາກວ່າມີຍົນ ຫຼື ຖ້ຽວບິນພິເສດ, ເພິ່ນກະຊິແຈ້ງກັບມາຫາເຮົາ.. ຖ້າຫາກເຮົາໄດ້ປີຍົນແລ້ວເຮົາແຈ້ງເອເຈັ້ນວ່າເຮົາຈະໄດ້ກັບມາມື້ໃດ. ເຮົາກະຈິ່ງຊິດດຳເນີນການໄປກວດ. ເຮົາຕ້ອງໄດ້ໄປໂຮງໝໍຕ້ອງກວດຫາໂຄວິດ.”

ທຸກຄົນທີ່ເດີນທາງເຂົ້າລາວ ແມ່ນຕ້ອງໄດ້ທຳການວັດແທກອຸນຫະພູມຫ່າງກາຍ, ແລະ ເກັບຕົວ ຢ່າງຂອງທຸກຄົນໄປກວດ. ພ້ອມກັບຈະຖືກພາໄປສະຖານທີ່ກັກຕົວ ເພື່ອຕິດຕາມອາການຢູ່ບ່ອນທີ່ທາງການລາວໄດ້ກຳນົດໄວ້ໃຫ້.

XS
SM
MD
LG