ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວໄດ້ເປີດການໃຊ້ເຄືອຂ່າຍອິນເຕີແນັດລະບົບ 5G ຢ່າງເປັນທາງການ ຫຼັງຈາກໄດ້ເປີດທົດລອງ ມາໄດ້ນານກວ່າສາມປີ


ລາວກໍໄດ້ເປີດໂຕການບໍລິການເຄືອຂ່າຍອິນເຕີແນັດລະບົບ 5G ທີ່ມີຄວາມໄວສູງຢ່າງເປັນທາງການ ໃນງານສັບປະດາດີຈິຕອລ ຫຼື Lao Digital Week ຢູ່ນະຄອນຫລວງວຽງຈັນ.
ລາວກໍໄດ້ເປີດໂຕການບໍລິການເຄືອຂ່າຍອິນເຕີແນັດລະບົບ 5G ທີ່ມີຄວາມໄວສູງຢ່າງເປັນທາງການ ໃນງານສັບປະດາດີຈິຕອລ ຫຼື Lao Digital Week ຢູ່ນະຄອນຫລວງວຽງຈັນ.

ໂດຍມຸ້ງໃສ່ການສື່ສານໃຫ້ໄວຂຶ້ນ ເພື່ອອໍານວຍຄວາມສະດວກໃນ ການປະຊຸມທາງໄກຂອງລັດຖະບານ ແລະພາກເອກະຊົນຢູ່ພາຍໃນແລະກັບ ປະເທດຕ່າງໆ ແລະສົ່ງເສີມການບໍລິການທາງດ້ານຕ່າງໆ ລາວໄດ້ເລີ້ມເປີດ ການໃຊ້ເຄືອຂ່າຍອິນເຕີແນັດລະບົບ 5G ຢ່າງເປັນທາງການໃນເດືອນແລ້ວນີ້ ແຕ່ປາກົດ ມັນຍັງບໍ່ທັນເປັນທີ່ນິຍົມໃຊ້ ໂດຍຄົນທົ່ວໄປເທື່ອ. ໄຊ​ຈະ​ເລີນ​ສຸກມີ​ລາຍ​ງານ​ເລື້ອງນີ້ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຂະນະທີ່ລາວເປີດປີທ່ອງທ່ຽວ 2024 ແລະເລີ້ມຕົ້ນການເປັນປະທານວຽນຂອງ ອາຊຽນໃນປີນີ້ ລາວກໍໄດ້ເປີດໂຕການບໍລິການເຄືອຂ່າຍອິນເຕີແນັດລະບົບ 5G ທີ່ມີຄວາມໄວສູງຢ່າງເປັນທາງການ ໃນງານສັບປະດາດີຈິຕອລ ຫຼື Lao Digital Week ໃນທ້າຍເດືອນແລ້ວນີ້ ຢູ່ນະຄອນຫລວງວຽງຈັນ ໂດຍບໍລິສັດລັດວິສາຫະກິດລາວໂທລະຄົມມະນາຄົມມະຫາຊົນ (Lao Telecom) ຫຼື LTC ພາຍຫລັງທີ່ມີການເປີດນໍາໃຊ້ທົດລອງ ເປັນຜູ້ທໍາອິດຢູ່ຈຸດຕ່າງໆ ເຊັ່ນສາຍລົມ, ສີຫອມ, ແລະ ມະຫາວິທະຍາໄລແຫ່ງຊາດຂອງລາວ ມາແຕ່ເດືອນສິງຫາ ປີ 2020. ການເປີດຕົວທີ່ວ່ານີ້ ໄດ້ຂະຫຍາຍການບໍລິການອິນເຕີແນັດຄວາມໄວ ສູງໃຫ້ກວ້າງອອກກວ່າເກົ່າ ດັ່ງທີ່ອະດີດພະນັກງານຂອງບໍລິສັດ LTC ກ່າວ ຕໍ່ພວກເຮົາວ່າ:

“ໂຕເປີດເປັນທາງການຫວ່າງອາທິດແລ້ວນີ້ເດ ເຂົາຂະຫຍາຍເຄືອຂ່າຍເພີ້ມຢູ່ນະຄອນຫລວງວຽງຈັນ ແຕ່ກີ້ມັນມີນ້ອຍ ມັນມີແຕ່ແຖວມະຫາໄລແຫ່ງຊາດຢູ່ແຖວສີຫອມ ແຖວນັ້ນຊື່ໆມັນບໍ່ພຽງພໍຕໍ່ການຕອບສະໜອງ ເຂົາຫາກະເປີດໃໝ່ປະມານອາທິດແລ້ວອາທິດກ່ອນນີ້ລະ ກະບໍ່ແມ່ນຈໍາກັດ ເພາະວ່າລາວເປັນປະ ທານອາຊຽນຫັ້ນເດ ເຂົາກະເລີຍເປີດເພື່ອຮອງຮັບໂຕນີ້ເລີຍຈະມີກອງປະຊຸມຈະເກີດຂຶ້ນ ເຂົາກະປະກາດເປັນທາງການເດ ເພີ່ມຂຶ້ນແລ້ວຈາກຈໍານວນເທົ່ານີ້ ເຄືອຂ່າຍກະເພີ້ມຂຶ້ນຫລາຍບ່ອນ.”

5G ແມ່ນເຄືອຂ່າຍມືຖືຫຼ້າສຸດທີ່ລື່ນກາຍລຸ້ນກ່ອນດ້ວຍຄວາມໄວທີ່ໂດດເດັ່ນ, ສະໜອງອັດຕາຂໍ້ມູນສູງສຸດເຖິງ 20 ກີກາໄບຕໍ່ວິນາທີ. ດ້ວຍຄວາມອາດສາ ມາດເພີ່ມຂຶ້ນ, ມັນເພີ້ມຄວາມວ່ອງໄວໃຫ້ການສົ່ງແລະຮັບຂໍ້ມູນເພີ່ມຂຶ້ນ 100 ເທື່ອ, ເພີ່ມປະສິດທິພາບເຄືອຂ່າຍ ຊຶ່ງສາມາດຕອບສະໜອງຄວາມຕ້ອງການໃນການພັດທະນາຂະແໜງການທີ່ນໍາໃຊ້ເທັກໂນໂລຈີສູງ ເຊັ່ນດ້ານການແພດ, ການຜະລິດອຸດສາຫະກໍາ, ກະສິກໍາຂະໜາດໃຫຍ່ແລະອື່ນໆ ແລະກໍມີຫລາຍບໍລິສັດ ທີ່ແຂ່ງຂັນກັນເປີດໃຫ້ບໍລິການລະບົບດັ່ງກ່າວແລ້ວ ຢູ່ໃນລາວດັ່ງທີ່ພະນັກງານ ອະວຸໂສທ່ານນຶ່ງ ໃນກົມໂທລະຄົມຈາກກະຊວງເທັກກໂນໂລຈີ ແລະ ການສື່ສານອະທິບາຍວ່າ:

“ຫ້າຈີນີ້ ອັນນຶ່ງກະແມ່ນປະຊາຊົນມີຜົນປະໂຫຍດ ຄືວ່າເວົ້າງ່າຍໆພວກເຮົາຮອງຮັບໃຫ້ການຫັນເປັນດີຈີຕອນຫັ້ນແຫລະ ບາດນີ້ເວົ້າເລື້ອງຄຸນນະພາບຂອງຫ້າຈີ ມັນກະໄວກວ່າສີ່ຈີແນວນັ້ນ ສ່ວນປະຊາຊົນ ກະໄດ້ນໍາໃຊ້ລະບົບທີ່ທັນສະໄໝ ສະດວກໃຫ້ເຂົາເຈົ້າ ຫ້າຈີແມ່ນບັນດາໂອເປຣາເຕີຫັ້ນແຫລະເປັນລະບົບຂອງເຂົາເຈົ້າເປັນໂຕຫລັກໝົດຫັ້ນແຫລະ ມີແຕ່ວ່າເຮົາເປັນກໍາມະການໃຫ້ເຂົາເຈົ້າແຂ່ງຂັນກັນແບບຍຸຕິທໍາ ມັນກະມີໂອເປຣາເຕີ ຢູ່ບ້ານເຮົານີ້ແຫລະເປັນຜູ້ລວບລວມລະບົບໂຕນີ້ເນາະ ເວົ້າເລື່ອງຂໍ້ມູນທີ່ວ່າໃຫຍ່ໆ ອັນນະບິກດາຕາປະມານນີ້ ການດາວໂຫລດຂໍ້ມູນລົງມາ”.

ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ຄ່າບໍລິການຂອງລະບົບ 5G ນີ້ ແມ່ນສູງກວ່າລະບົບທີ່ມີຄວາມໄວທີ່ຕໍ່າກວ່າເຊັ່ນລະບົບ 4G ແລະ 3G ທີ່ປະຊາຊົນໃຊ້ຢ່າງແຜ່ຫຼາຍນັັ້ນ ແລະມັນຮຽກຮ້ອງໃຫ້ມີໂທລະສັບມືຖືຂ້ອນຂ້າງອອກມາໃໝ່ ທີ່ສາມາດຮອງຮັບລະບົບ 5G ພ້ອມກັນນັ້ນ ເຄືອຂ່າຍຂອງລະບົບອິນເຕີແນັດ ຄວາມໄວສູງນີ້ ຍັງບໍ່ທັນຄວບຄຸມໄປທຸກພາກສ່ວນຂອງປະເທດເທື່ອ ສະນັ້ນມັນ ຈຶ່ງຍັງບໍ່ທັນມີການຊົມໃຊ້ກັັນຢ່າງກວ້າງຂວາງເທື່ອ. ດັ່ງທີ່ນັກຊ່ຽວຊານທ່ານນຶ່ງ ໃນບໍລິສັດລາວໂທລະຄົມ ອະທິບາຍວ່າ:

“ພວກໂຮງຈັກໂຮງງານໂອເຄຢູ່ ພວກເທັກໂນໂລຊີອັນໃໝ່ ພວກເຮັດຟາມເຮັດຫຍັງເຂົາເອີ້ນພວກສະມາສຄອນແທ໊ກ ພວກສະມາດຊີຈີ ພວກສະມັດໂຮມ ກະໂອເຄ ຄັນເອົາມາໃຊ້ກະແລ້ວແຕ່ຜູ້ຊິໃຊ້ ແຕ່ຄວາມຈິງມັນບໍ່ຈໍາເປັນໃຊ້. ເຮົາໃຊ້ 4G ກະເຫລືອແຮງແລ້ວ 5G ຫັ້ນສົມມຸດວ່າ ເຈົ້າມີຟາມມີຫຍັງ ເອີມີການຕິດ ຕາມເລື້ອງສັດຫລາຍຫັ້ນເຈົ້າບໍ່ຈໍາເປັນຊິໄປຢູ່ຫັ້ນ ຫລືວ່າຕິດຕາມອຸ່ນນະພູມບໍ, ຄວາມໝາຍ 5G ຄວາມໄວມັນກະໄວເນາະ ມັນສາມາດໄຊ້ເຮັດນໍາ ພວກປ່ຽນເປັນໄຮເທັກ ພວກຟາມເມີ ພວກສະມາດໂຟນ ພວກທີຈີ ພວກນີ້ມັນຕ້ອງການຄວາມໄວ ຕ້ອງການສະປີດ ຊັດເຈນ ພວກຄຣິບຕອກຄຣິບໂຕນີ້, ຕາມເປັນເຂົາເປີດຫວ່າງເດືອນແລ້ວມັນກະຂຶ້ນກັບກະຊວງ ແຕ່ລະບໍລິສັດເຂົາກໍເປີດຂອງໃຜຂອງມັນ ແຕ່ວ່າພາຍໃຕ້ການຊີ້ນໍາຂອງກະຊວງ ກະຊວງຫັ້ນແຫລະເປັນເຈົ້າການເຂົາເຈົ້າ ແຕ່ວ່າຄືພວກເຮົາເຈົ້າຂ້ອຍຜູ້ບໍ່ຕອ້ງການຄວາມໄວເຮົາກະບໍ່ກ່ຽວ ໃຊ້ 4G ເຮົາກະເຫລືອຕາຍແລ້ວ ແຕ່ວ່າຂໍ້ເສຍຂອງມັນປະຈຸບັນນີ້ພື້ນທີ່ມັນຈໍາກັດມັນບໍ່ໄດ້ໄປທົ່ວທຸກບ່ອນ ບໍ່ຄືຄືພວກ G4 ແລະ G3 ມັນໄປທົ່ວປະເທດເລີຍ”.

ປັດຈຸບັນບໍລິສັດ LTC ໄດ້ເປີດນໍາໃຊ້ລະບົບ 5G ໃນນະຄອນຫຼວງວຽງຈັນແລ້ວ 28 ແຫ່ງ, ກວມເອົາເຂດຕົວເມືອງ, ສະຖານທີ່ສຳຄັນ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ. ພ້ອມກັນນັ້ນ ບໍລິສັດນີ້ ຍັງມີແຜນຈະຂະຫຍາຍລະບົບໃຫ້ໄປທົ່ວປະເທດ ເພື່ອຮັບປະກັນໃຫ້ລູກຄ້າສາມາດເຂົ້າເຖິງເທັກໂນໂລຈີ 5G ແລະ ຊົມໃຊ້ເທັກໂນໂລຈີ ທີ່ທັນສະໄໝນໍາທັນຄວາມກ້າວໜ້າຂອງປະເທດອື່ນ ໃນຂົງ ເຂດເອ​ເຊຍຕາເວັນອອກສຽງໃຕ້.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG