ທະນາຄານແຫ່ງຊາດລາວ ສາມາດຕອບສະໜອງເງິນຕາຕ່າງປະເທດໃຫ້ພາກທຸລະກິດທີ່ນຳເຂົ້ານ້ຳມັນ ໄດ້ພຽງ 30 ເປີເຊັນ ຂອງຄວາມຕ້ອງການຕົວຈິງ ທັງເປັນສາເຫດທີ່ ເຮັດໃຫ້ລາວຕ້ອງຊື້ນ້ຳມັນໃນລາຄາແພງ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ທ່ານສີສັງຄົມ ໂຄດໂຍທາ, ປະທານສະມາຄົມນໍ້າມັນເຊື້ອໄຟ ແລະອາຍແກ໊ສແຫ່ງຊາດລາວ ຢືນຢັນວ່າ ບັນຫາທີ່ຫຍຸ້ງຍາກຢ່າງຍິ່ງສຳລັບການນຳເຂົ້ານໍ້າມັນເຊື້ອໄຟ ຈາກຕ່າງປະເທດ ໃນປັດຈຸບັນ ກໍຄືການມີປະລິມານເງິນຕາຕ່າງປະເທດຢູ່ໃນລະບົບ ທະນາຄານຂອງລາວຢ່າງຈໍາກັດ ທີ່ເຮັດໃຫ້ເກີດບັນຫາຫຍຸ້ງຍາກໃນການແລກປ່ຽນ ລະຫວ່າງເງິນກີບກັບເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນໂດລານັ້ນ ຖືເປັນສະກຸນ ເງິນ ທີ່ແລກປ່ຽນໄດ້ຢ່າງຈຳກັດທີ່ສຸດ ແລະທະນາຄານແຫ່ງຊາດລາວ ກໍສາມາດຕອບສະໜອງ ເງິນໂດລາສະຫະລັດໄດ້ຫລຸດລົງຈາກ 50 ເປີເຊັນ ມາເປັນ 30 ເປີເຊັນ ຂອງຄວາມຕ້ອງການຕົວຈິງອີກດ້ວຍແລ້ວ ຈຶ່ງເຮັດໃຫ້ຕ້ອງໃຊ້ເງິນບາດ ເພື່ອຊຳລະລາຄານ້ຳມັນທີ່ນຳເຂົ້າມາຈາກໄທເປັນດ້ານຫຼັກ ຊຶ່ງມີລາຄາແພງ ກວ່າການຊຳລະດ້ວຍເງິນໂດລາສະຫະລັດ ດັ່ງທີ່ທ່ານສີສັງຄົມໄດ້ໃຫ້ການຢືນຢັນວ່າ:
“ແຫຼ່ງນ້ຳມັນທີ່ມາ ສ່ວນໃຫຍ່ມາຈາກໄທ 70 ເປີເຊັນ, ຫວຽດນາມນີ້ 30 ເປີເຊັນ. ທາງຜູ້ຂາຍໄທໜີ້ ກໍຂ້ອນຂ້າງມີຄວາມເຂົ້າໃຈເຮົາພໍສົມຄວນວ່າຊັ້ນຊະ. ຄັນຂາຍເປັນເງິນໂດລາ ກະຂາຍຖືກແນ່ ຄັນຂາຍ ເປັນເງິນບາດ ເພາະເຮົາພໍແລກໄດ້ເພິ່ນຂາຍໃນລາຄາທີ່ສູງກວ່າ. ອັນນີ້ ບາງເທືື່ອເຮົາກະຢາກຊື້ເປັນ ໂດລາເພື່ອຊື້ຖືກ ແຕ່ຊອກໂດລາບໍ່ໄດ້ ກໍຈໍາເປັນໄດ້ໄປຊື້ເປັນສະກຸນບາດໃນບາງຄັ້ງກະແມ່ນໄດ້ຊື້ໃນ ລາຄານ້ຳມັນທີ່ແພງກວ່າເນາະ.”
ໃນປີ 2021 ລາວ ໄດ້ຮັບນໍ້າມັນເຊື້ອໄຟຈາກໄທຄິດເປັນມູນຄ່າລວມເຖິງ 19,893 ລ້ານບາດ ເພີ້ມຂຶ້ນຫລາຍກວ່ 38 ເປີເຊັນ ທຽບກັບປີ 2020 ແລະຄາດວ່າໃນປີ 2022 ລາວ ຈະນຳເຂົ້ານ້ຳມັນເຊື້ອໄຟ ຈາກໄທເພີ້ມຂຶ້ນ ເປັນຫຼາຍກວ່າ 27,000 ລ້ານບາດ ຫຼືເພີ້ມຂຶ້ນເຖິງ 40 ເປີເຊັນ ທຽບໃສ່ປີ 2021 ເພາະ ການຊົມໃຊ້ນ້ຳມັນເຊື້ອໄຟທີ່ເພີ້ມຂຶ້ນໂດຍທີ່ ນັກວິຊາການດ້ານພະລັງງານຂອງທະນາຄານພັດທະນາ ເອເຊຍ (ADB) ໃຫ້ການຄາດໝາຍວ່າ ລາວຈະຕ້ອງການຊົມໃຊ້ນ້ຳມັນຫຼາຍກວ່າ 1,045 ລ້ານລິດ ໃນ ຕະຫຼອດປີ 2022 ນີ້.
ການຄ້າລະຫວ່າງໄທກັບລາວໃນປີ 2021 ຫຼຸດລົງເຖິງ 36.71 ເປີເຊັນທຽບກັບປີ 2020 ໂດຍມີມູນຄ່າ ການຄ້າລວມເຖິງ 700,195 ລ້ານບາດ ໃນນີ້ເປັນການນຳເຂົ້າສິນຄ້າຈາກ ລາວ 282,464 ລ້ານບາດເພີ້ມຂຶ້ນເຖິງ 33.05 ເປີເຊັນ. ສ່ວນໄທສົ່ງສິນຄ້າໄປລາວ 417,731 ລ້ານບາດ ເພີ້ມຂຶ້ນເຖິງ 39.31 ເປີເຊັນ ອັນເຮັດໃຫ້ໄທເປັນຝ່າຍໄດ້ປຽບດຸນ ການຄ້າຕໍ່ລາວເຖິງ 135,267 ລ້ານບາດ ໂດຍກະແສໄຟຟ້າຍັງເປັນ ສິນຄ້າ ທີ່ໄທ ນຳເຂົ້າຈາກລາວຫລາຍທີ່ສຸດ ສ່ວນນໍ້າມັນເຊື້ອໄຟກໍຍັງເປັນສິນຄ້າທີ່ລາວນໍາເຂົ້າຈາກໄທ ຫລາຍທີ່ສຸດ ທັງເປັນການຄ້າທີ່ເກີນລະດັບຄາດຫມາຍຂອງລັດຖະບານໄທອີກດ້ວຍ.
ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກໍຍອມຮັບວ່າ ທຶນສຳຮອງເງິນຕາ ຕ່າງປະເທດຂອງລາວມີທ່າອຽງຫລຸດລົງຢ່າງຕໍ່ເນື່ອງ ໂດຍທີ່ມີສາເຫດສຳຄັນມາຈາກການຂາດດຸນ ການຄ້າຕ່າງປະເທດ ແລະສົມທົບດ້ວຍການອ່ອນຄ່າລົງຂອງເງິນ ກີບທຽບກັບຄ່າເງິນໂດລາ ແລະເງິນ ບາດໃນຕະຫຼາດແລກປ່ຽນເງິນຕາຊຶ່ງລວມເຖິງພາລະ ໜີ້ສິນຂອງລັດຖະບານລາວ ທີ່ຈະຕ້ອງມີການຊຳ ລະຄືນ ທັງເງິນຕົ້ນ ແລະດອກເບ້ຍເພີ້ມ ຂຶ້ນທຸກປີ. ສ່ວນການລະບາດພະບາດໄວຣັສໂຄວິດ-19 ກໍເຮັດ ໃຫ້ລາຍຮັບຂອງລັດຖະບານ ແລະພາກທຸລະກິດໃນລາວຫລຸດລົງອີກດ້ວຍ ຈຶ່ງເຮັດໃຫ້ລາວປະເຊີນກັບ ບັນຫາຂາດ ເງິນຕາຕ່າງປະເທດເພີ້ມຂຶ້ນນັບມື້ ເພາະເງິນຕາໄດ້ໄຫລອອກໄປຕ່າງປະເທດຫຼາຍກວ່າ ໄຫລເຂົ້າມາລາວນັ້ນເອງ.
ທັງນີ້ ລັດຖະບານລາວມີໜີ້ສະສົມເຖິງ 15,500 ລ້ານໂດລາ, ຄິດເປັນ 70 ເປີເຊັນ ຂອງ GDP ໃນປີ 2021 ແລະຄາດວ່າ ຈະເພີ້ມຂຶ້ນອີກໃນປີ 2022 ນີ້ ເພາະວ່າລັດຖະບານ ລາວຍັງຈະຕ້ອງກູ້ຢືມຈາກຕ່າງປະເທດ ເພີ້ມຂຶ້ນອີກກວ່າ 2,000 ລ້ານໂດລາ ສຳລັບໃຊ້ໃນການດຸ່ນດ່ຽງດ້ານລາຍຈ່າຍທີ່ສູງກວ່າລາຍຮັບ. ສ່ວນ ການຄ້າຕ່າງປະເທດຂອງລາວ ໃນປີ 2021 ກໍປາກົດວ່າລາວສົ່ງສິນຄ້າອອກໃນມູນຄ່າ 5,458 ລ້ານໂດລາ ຊຶ່ງໃນນັ້ນ ບໍ່ລວມເຖິງການສົ່ງອອກພະລັງງານໄຟຟ້າ ໃນຂະນະທີ່ລາວໄດ້ນໍາເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າລວມເຖິງ 5,806 ລ້ານໂດລາ ຊຶ່ງເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ ໃນມູນຄ່າລວມເຖິງ 348 ລ້ານໂດລາແລະເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດ ຂອງລາວເຫຼືອພຽງ 1,262.51 ລ້ານໂດລາໃນທ້າຍປີ 2021 ຜ່ານມາ.