ອົງການກວດສອບແຫ່ງລັດ ຈະດຳເນີນການກວດສອບ 263 ໂຄງການໃນຕະຫຼອດ
ການຈັດຕັ້ງ ປະຕິບັດແຜນການງົບປະມານລາຍຮັບ ແລະລາຍຈ່າຍປະຈຳປິ 2019
ຂອງລັດຖະບານລາວໃນທົ່ວປະເທດ ຊຶ່ງ ຊົງລິດ ໂພນເງິນ ນັກຂ່າວ ວີໂອເອ ມີລາຍ
ງານຈາກບາງກອກ.
ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫຼງຢືນ
ຢັນວ່າ ໃນຕະຫຼອດປີ 2019 ນີ້ ອົງການກວດສອບແຫ່ງລັດ ໄດ້ວາງເປົ້າໝາຍທີ່
ຈະດຳເນີນການກວດກາ ບັນດາໂຄງການພັດທະນາຕ່າງໆ ທີ່ເປັນໂຄງການໃໝ່
ຂອງລັດຖະບານລາວໃຫ້ໄດ້ເຖິງ 99 ໂຄງການ ພ້ອມດ້ວຍໂຄງການອື່ນໆທີ່ໄດ້ຈັດ
ຕັ້ງປະຕິບັດສືບຕໍ່ຈາກປີ 2018 ຮວມເຖິງບັນດາໂຄງການທີ່ລັດວິສາຫະກິດເປັນ
ຜູ້ລົງທຶນໃນທົ່ວປະເທດ ດັ່ງທີ່ທ່ານນາງວຽງທອງ ຢືນຢັນວ່າ
“ປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນກວດສອບຈຳນວນ 99
ເປົ້າໝາຍກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບມານແຫ່ງລັດ
46 ເປົ້າໝາຍ ກວດສອບໂຄງການພັດທະນາແບບຍຶນຍົງ (SDG) 2 ເປົ້າໝາຍ
ກວດສອບໂຄງການກູ້ຢືມ ແລະຊ່ວຍເຫຼືອລ້າ 21 ເປົ້າໝາຍ ກວດສອບທະນາ
ຄານລັດ 6 ເປົ້າໝາຍ ແລະກວດສອບວິສາຫະກິດລັດຈຳນວນ 88 ເປົ້າໝາຍ.”
ທັ້ງນີ້ເພື່ອເຮັດໃຫ້ວຽກງານການກວດສອບມີປະສິດທິພາບສູງຂຶ້ນ ແລະສາມາດດຳ
ເນີນການກວດສອບ ການປະຕິບັດໜ້າທີ່ຂອງພະນັກງານລັດທຸກລະດັບຊັ້ນໃຫ້ໄດ້
ຢ່າງແທ້ຈິງນັ້ນ ຂອງການກວດສອບແຫ່ງລັດກໍໄດ້ຂະຫຍາຍການຮ່ວມມືກັບສະພາ
ປະຊາຊົນຂັ້ນແຂວງຢ່າງໃກ້ຊິດ ໂດຍມອບໝາຍໃຫ້ເປັນຄວາມຮັບຜິດຊອບຂອງ
ອົງການກວດສອບແຫ່ງລັດທັງໃນພາກເໜືອ ພາກກາງ ແລະພາກໃຕ້ ເພາະການ
ກວດສອບໃນໄລຍະຮອບປີຜ່ານມາ ໄດ້ກວດພົບໂຄງການນອກແຜນຂອງລັດຖະ
ບານ 285 ໂຄງການ ທີ່ມີການນຳໃຊ້ງົບປະມານໄປຫຼາຍກວ່າ 4,483 ຕື້ກີບ ຊຶ່ງໄດ້
ຈັດຕັ້ງປະຕິບັດບໍ່ເປັນໄປຕາມລະບຽບດ້ານງົບປະມານ ແລະບໍ່ຜ່ານການຮັບຮອງ
ຂອງສະພາແຫ່ງຊາດ ໂດຍຍັງບໍ່ຮວມເຖິງການເສຍຫາຍທີ່ເກີດຈາກການລັກລອບ
ຂົນສົ່ງໄມ້ໄປຕ່າງປະເທດ ໃນມູນຄ່າຫຼາຍກວ່າ 2,407 ຕື້ກີບແຕ່ຢ່າງໃດ.
ທາງດ້ານທ່ານບຸນທຽມ ວິໄລວົງ ຫົວໜ້າໄອຍະການປະຊາຊົນ ແຂວງອຸດົມໄຊ ຖະ
ແຫຼງວ່າ ອົງການກວດສອບແຫ່ງລັດໄດ້ມອບສຳນວນຄະດີກ່ຽວກັບການທຸດຈະລິດ
ຂອງບັນດາພະນັກງານລັດຢູ່ໃນແຂວງອູດົມໄຊໃຫ້ກັບໄອຍະການປະຊາຊົນ ແຂວງ
ອຸດົມໄຊຈຳນວນ 121 ຄະດີ ໂດຍທັງໝົດເປັນການກະທຳຂອງພະນັກງານລັດ ທີ່
ທຸດຈະລິດຕໍ່ໜ້າທີ່ດ້ວຍການຍັກຍອກເອົາງົບປະມານຂອງລັດຖະບານໄປຫຼາຍກວ່າ
625 ຕື້ກີບໃນ 121 ໂຄງການພັດທະນາ ທີບໍ່ມີຈິງແຕ່ເປັນໂຄງການທີ່ສ້າງຂຶ້ນມາ
ດ້ວຍເອກກະສານເທັດທັງໝົດ ແລະໄດ້ມີການສົມທົບກັນຢ່າງເປັນຂະບວນການ
ອີກດ້ວຍ.
ພ້ອມກັນນີ້ຍັງກວດພົບໂຄງການນອກແຜນຂອງລັດຖະບານອີກ 285 ໂຄງການຢູ່ທີ່
ແຂວງຫຼວງນ້ຳທາ ຫຼວງພະບາງ ຫົວພັນ ຊຽງຂວາງ ບໍລິຄຳໄຊ ສະຫວັນນະເຂດ ອັດ
ຕະປື ຈຳປາສັກ ແລະແຂວງວຽງຈັນ ທີີ່ມີມູນຄ່າເສຍຫາຍລວມຫຼາຍກວ່າ 4,483 ຕື້ກີບ
ດ້ວຍການຈັດຕັ້ງປະຕິບັດທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍດ້ານງົບປະມານລາຍ
ຈ່າຍຂອງລັດຖະບານ ທັງຍັງບໍ່ຜ່ານການຮັບຮອງຂອງສະພາແຫ່ງຊາດລາວອີກດ້ວຍ.
ທາງດ້ານທະນາຄານພັດທະນາເອເຊຍ (ADB) ປະເມີນວ່າການທຸດຈະລິດຄໍລັບຊັນ
ໃນໄລຍະ 5 ປີຜ່ານມາເຮັດໃຫ້ລັດຖະບານລາວສູນເສຍງົບປະມານໄປຫຼາຍ ກວ່າ
695 ລ້ານໂດລາສະຫະລັດ ໂດຍເປັນການເສຍຫາຍທີ່ເກີດຈາກການທຸດຈະລິດຂອງ
ພະນັກງານລັດໃນ 734 ໂຄງການ ຫາກແຕ່ກໍມີພະນັກງານພັກລັດທີ່ຖືກລົງໂທດພຽງ
203 ຄົນເທົ່ານັ້ນ.
ຫາກແຕ່ສູນກາງພັກລັດປະຊາຊົນປະຕິວັດລາວ ລາຍງານວ່າໄດ້ລົງໂທດສະມາຊິກ
ພັກທີ່ມີການລະເມີດກົດໝາຍພັກ ດ້ວຍການຍຸບການຈັດຕັ້ງໃນ 4 ຮາກຖານ ມີສະ
ມາຊິກພັກຖືກວິໄນ 2,723 ຄົນ ປົດອອກຈາກພັກ 1,440 ຄົນ ແລະໃຫ້ອອກຈາກ
ຕຳແໜ່ງໃນວົງການລັດຖະບານ 960 ຄົນ ເນື່ອງຈາກໄດ້ລະເມີດກົດ ລະບຽບກົດ
ໝາຍ ແລະກໍ່ຄວາມເສຍຫາຍໃຫ້ກັບລັດຫຼາຍກວ່າ 5,113 ຕື້ກີບ.
ເບິ່ງຄວາມເຫັນ (5)
ໂຫລດຄວາມເຫັນ ຕື່ມອີກ