ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜ່ວຍສະເພາະກິດ ລາວ ຈັບກຸມແກັ້ງລັກລອບ ຄ້າໄມ້ເຖື່ອນ ຂ້າມຊາດ ໄດ້ 246 ຄົນ


ໜ່ວຍສະເພາະກິດຂອງລັດຖະບານລາວ ຈັບກຸມສະມາຊິກແກັ້ງ ລັກລອບຄ້າໄມ້ເຖື່ອນຂ້າມຊາດໃນລາວ ໄດ້ເຖິງ 246 ຄົນໃນຊ່ວງ 6 ເດືອນຕົ້ນປີ 2018.
ໜ່ວຍສະເພາະກິດຂອງລັດຖະບານລາວ ຈັບກຸມສະມາຊິກແກັ້ງ ລັກລອບຄ້າໄມ້ເຖື່ອນຂ້າມຊາດໃນລາວ ໄດ້ເຖິງ 246 ຄົນໃນຊ່ວງ 6 ເດືອນຕົ້ນປີ 2018.

ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດຖະບານ​ລາວ ຈັບ​ກຸມ​ສະມາຊິກ​ແກັ່ງ​ລັກ​ລອບຄ້າ​ໄມ້​ເຖື່ອນ​
ຂ້າມ​ຊາດໃນລາວ ​ໄດ້​ເຖິງ 246 ຄົນ​ໃນ​ຊ່ວງ 6 ​ເດືອນ​ຕົ້ນ​ປີ 2018 ​ໃນ​ນີ້​ເປັນ​ຜູ້​ກະທຳ
​ຜິດ​ຊາວ​ຫຽວດນາມ ​ເຖິງ 80 ຕົນ ​ແລະ​ ຈີນ 1 ຄົນ ຊຶ່ງ​ ຊົງ​ລິດ ​ໂພນ​ເງິນ ນັກ​ຂ່າວ
ວີໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ທອງ​ໄຊ ມັງ​ໜໍ່​ເມກ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ​ການ​ຄ້າ ແຂວງ​ຄຳ​ມ່ວນ
ຢືນຢັນ​ວ່າ ​ໃນ​ໄລຍະ 6 ​ເດືອນ​ຕົ້ນ​ປີ 2018 ໜ່ວຍ​ສະ​ເພາະ​ກິດ​ຂອງ​ລັດຖະບານ​ລາວ
​ໄດ້​ດຳ​ເນີນ​ການ​ກວດກາ​ ການ​ລັກລອບ​ຄ້າ​ໄມ້​ຜິດ​ກົດໝາຍ ​ໃນ​ທົ່ວ​ປະ​ເທດ ​ໂດຍ
​ສະ​ເພາະ​ແມ່ນໃນ​ແຂວງ​ຄຳ​ມ່ວນ​ນັ້ນ ສາ​ມາດ​ຈັບ​ກຸມ​ສະມາ​ຊິກ​ແກັ່ງ​ລັກລອບ​ຕັດ​ໄມ້ ​
ແລະ​ຄ້າ​ໄມ້​ຜິດ​ກົດໝາຍ ໄດ້​ເຖິງ 246 ຄົນ ​ໃນ​ນີ້​ເປັນ​ຜູ້​ກະທຳ​ຜິດ​ຊາວ​ຫຽວດນາມ 80
ຄົນ ​ແລະ​ຊາວ​ຈີນ 1 ຄົນ ສ່ວນ​ນອກ​ນັ້ນ ​ກໍ​ແມ່ນ​ປະຊາຊົນ​ລາວ ທີ່​ຮັບ​ຈ້າງ​ຕັດ​ໄມ້ ​ແລ້ວ
ລັກລອບ​ຂົນ​ສົ່ງ​ຈາກ​ລາວ ​ໄປ​ຍັງ​ຊາຍ​ແດນ​ປະ​ເທດ​ເພື່ອນບ້ານ.

ທ່ານ​ທອງ​ໄຊ ຢືນຢັນ​ດ້ວຍວ່າ ​ໃນ​ການ​ຈັບ​ກຸມ​ດັ່ງກ່າວ​ ຍັງ​ສາມາດ​ຍຶດຂອງ​ກາງ ​ເປັນ
​ເລື່ອຍ​ຈັກ ​ໄດ້​ເຖິງ 8,568 ​ເຄື່ອງ ລົດບັນທຸກ 163 ຄັນ ​ໄມ້​ແຜ່ນ 13,411 ແມັດກ້ອນ
​ໄມ້​ທ່ອນ 150,396 ​ໂຕນ ​ແລະ​ມີ​ຄໍ​າສັ່ງ​ປິດ​ ໂຮງງານ​ເຟິນິ​ເຈີ​ ທີ່​ບໍ່​ມີ​ໃບ​ອະນຸຍາດ 18
​ແຫ່ງ ສ່ວນ​ອີກ 71 ​ໂຮ​ງງານ ທີ່​ມີ​ໃບ​ອະນຸຍາດ​ນັ້ນ​ ກໍ​ຍັງ​ຈະ​ຕ້ອງ​ຕິດຕາມ​ກວດກາ​
ຢ່າງ​ໃກ້ຊິດ​ຕໍ່​ໄປ ​ເພາະວ່າ​ໃນ​ນີ້​ມີ​ເຖິງ 34 ​ໂຮງງານ​ ທີ່​ຕັ້ງ​ຢູ່​ໃກ້​ເຂດ​ປ່າ​ສະຫງວນ​ແຫ່ງ
​ຊາດ​ນາ​ກາຍ ຊຶ່ງ​ຍັງ​ມີ​ການ​ລັກລອບ​ຕັດ​ໄມ້ ​ແລະ​ມີລັກສະນະ​ເປັນ​ຂະ​ບວນການ​ຂ້າມ
ຊາດ​ອີກ​ດ້ວຍ.

ທ່ານ​ທອງ​ໄຊ ມັງ​ໜໍ່​ເມກ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ​ການ​ຄ້າ ແຂວງ​ຄຳ​ມ່ວນ ຢືນຢັນ​ດ້ວຍວ່າ ​ໃນ​ການ​ຈັບ​ກຸມ​ດັ່ງກ່າວ​ ຍັງ​ສາມາດ​ຍຶດຂອງ​ກາງ ​ເປັນ ​ເລື່ອຍ​ຈັກ ​ໄດ້​ເຖິງ 8,568 ​ເຄື່ອງ ລົດບັນທຸກ 163 ຄັນ ​ໄມ້​ແຜ່ນ 13,411 ແມັດກ້ອນ ​ໄມ້​ທ່ອນ 150,396 ​ໂຕນ.
ທ່ານ​ທອງ​ໄຊ ມັງ​ໜໍ່​ເມກ ຫົວໜ້າ​ພະ​ແນ​ກອຸດສາຫະກຳ ​ແລະ​ການ​ຄ້າ ແຂວງ​ຄຳ​ມ່ວນ ຢືນຢັນ​ດ້ວຍວ່າ ​ໃນ​ການ​ຈັບ​ກຸມ​ດັ່ງກ່າວ​ ຍັງ​ສາມາດ​ຍຶດຂອງ​ກາງ ​ເປັນ ​ເລື່ອຍ​ຈັກ ​ໄດ້​ເຖິງ 8,568 ​ເຄື່ອງ ລົດບັນທຸກ 163 ຄັນ ​ໄມ້​ແຜ່ນ 13,411 ແມັດກ້ອນ ​ໄມ້​ທ່ອນ 150,396 ​ໂຕນ.

ທັງ​ນີ້ ​ໂດຍ​ໜ່ວຍ​ສະ​ເພາະ​ກິດ​ຂອງລັດຖະບານ​ລາວ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ ຄຳ​ສັ່ງ​ນາຍົກ
ລັດຖະມົນຕີ ເລກ​ທີ 15/ນຍ ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ໄມ້​ທ່ອນ ​ໄປ​ຕ່າງປະ​ເທດ​ຢ່າງ​ເດັດ
ຂາດ ນັບແຕ່ເດືອນ​ພຶ​ດສະພາ 2016 ​ເປັນ​ຕົ້ນ​ມາ ​ແລະ​ໄດ້​ມີ​ຄຳ​ສັ່ງ​ປິດ​ ໂຮງງານ​ປຸງ
​ແຕ່ງ​ໄມ້​ ທີ່​ລະ​ເມີດ​ຄຳ​ສັ່ງ​ດັ່ງກ່າວ​ນີ້ແລ້ວ 1,545 ​ແຫ່ງ​ ຈາກ​ການ​ກວດກາ​ທັງ​ໝົດ
2,857 ​ແຫ່ງ ​ໃນ​ຕະ​ຫຼອດ​ປີ 2017 ຜ່ານ​ມາ ​ໂດຍ​ໃນ​ນີ້​ແບ່ງ​ເປັນ​ໂຮງງານ​ປຸງ​ແຕ່ງ​ໄມ້
​ຂະໜາດ​ໃຫຍ່ ​ແລະ​ຂະໜາດ​ກາງ 355 ​ແຫ່ງ ​ແລະ​ໂຮງງາ​ນຂະໜາ​ດນ້ອຍ 1,190
​ແຫ່ງ ພ້ອມ​ກັນ​ນັ້ນ ​ກໍ​ຍັງ​ກວດ​ພົບ​ການລະ​ເມີດ​ຄຳ​ສັ່ງເລກ​ທີ 15/ນຍ ຈຳນວນ 630
ກໍລະນີ​ ຈັບ​ກຸມ​ຜູ້​ກະທຳ​ຜິດ​ໄດ້ 700 ຄົນ ​ໃນ​ນີ້​ຮວມ​ເຖິງ​ພະນັກ​ງານ​ຂອງ​ລັດຖະບານ
​ທີ່​ຮ່ວມກະທຳ​ຄວາມ​ຜິດ​ດ້ວຍ 421 ຄົນ ນອກຈາກ​ນັ້ນ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກ
ລັດຖະມົນຕີ ກໍ​ໄດ້​ສັ່ງ​ປິດ​ໂຮງ​ເລື່ອຍ 1,206 ​ແຫ່ງ ​ເພາະວ່າ​ ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​
ການ​ລັກ​ລອບຕັດໄມ້ ​ແລະ​ຄ້າ​ໄມ້​ໂດຍ​ຜິດ​ກົດໝາຍ ​ໃນ​ນີ້​ເປັນ​ໂຮງ​ເລື່ອຍ ທີ່​ບໍ່​ມີ​ໃບ​
ອະນຸຍາດ​ເຖິງ 1,186 ​ແຫ່ງ.

ການຈັດ​ຕັ້ງ​ປະ​ຕິ​ບັດຄຳ​ສັ່ງເລກ​ທີ 15/ນຍ ນອກຈາກ​ຈະ​ມີ​ເປົ້າ​ໝາຍ​ເພື່ອ​ເພີ່ມ ການ​ປົກ
​ຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້ 37,000 ​ເຮັກຕາ​ຕໍ່​ປີ ​ໂດຍ​ແນ​ໃສ່​ການ​ເພີ່ມ​ການ​ປົກ​ຫຸ້ມ​ຂອງ​ປ່າ
ໄມ້​ໃຫ້ໄດ້ 37,000 ເຮັກຕາຕໍ່ປີ ໂດຍແນໃສ່ການເພີ້ມການປົກຫຸ້ມຂອງປ່າໄມ້ໃຫ້​ເຖິງ
70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ ​ຕາມແຜນ​ຍຸດ​ທະ​ສາດ​ປ່າ​ໄມ້​ແຫ່ງ​ຊາດ ​ເຖິງ​ປີ 2020 ​
ໂດຍ​ຊຸກຍູ້​ການ​ປູກ​ຕົ້ນ​ໄມ້ ​ໃນ​ເຂດ​ອ່າງ​ໂຕ່ງ​ຂອງ​ເຂື່ອນ​ໄຟຟ້າ ​ແລະ​ເຂດ​ຊົນລະປະທານ
​ຕ່າງໆ ຮວມທັງ​ຈະ​ຕ້ອງ​ຍຸຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ​ດ້ວຍ ​ແລ້​ວກໍ​ຍັງ​ແນ
​ໃສ່​ການ​ພັດທະນາ​ ຜະລິດ​ຕະພັນ​ໄມ້​ຂອງ​ລາວ ​ໃຫ້​ໄດ້​ມາດຕະຖານ ​ແລະເປັນ​ທີ່​ຍອ​ມ
ຮັບ​ໃນ​ສະຫະພາບ​ຢູ​ໂຣບອີກ​ດ້ວຍ ຊຶ່ງ​ທີ່​ຜ່ານ​ມາຄະ​ນະ​ຜູ້​ແທນ​ການ​ຄ້າ​ຂອງ​ລາວ​ ກັບ​
ສະຫະພາບ​ຢູ​ໂຣບ ກໍ​ໄດ້​ເຈລະຈາ​ກັນ​ແລ້ວ 2 ຄັ້ງ ​ແລະ​ໃນ​ປັດຈຸບັນ​ທາງ​ການ​ລາວ​ ກໍ​ຍັງ
​ສືບ​ຕໍ່​ການຈັດ​ຕັ້ງ​ປະຕິບັດ​ຄຳ​ສັ່ງ​ເລກທີ 15/ນຍ ຢ່າງ​ເຂັ້ມງວດ​ດັ່ງ​ທີ່​ທ່ານ​ພວງປະລິສັກ
ປະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ວ່າການ ​ກະຊວງ​ກະ​ຊິ​ກຳ ​ແລະ​ປ່າ​ໄມ້ ​ຢືນຢັນ​ວ່າ

“ພວກ​ເຮົາ​ກະ​ໄດ້​ສະ​ເໜີ​ວ່າ ຝ່າ​ຍ​ເຮົາ​ນີ້​ ແມ່ນ​ສືບ​ຕໍ່​ຄວາມ​ເອົາ​ໃຈ​ໃສ່ ​ເຮັດ​ແນວ​ໃດ​
ໃຫ້​ຫັນປ່ຽນ​ປ່າ​ໄມ້​ນີ້ ປ່ຽນ​ການ​ຜະລິດ ການ​ປຸງ​ແຕ່ງ ການ​ຄ້າ​ປ່າ​ໄມ້​ນີ້ ຫັນ​ໄປ​ສູ່​ລະ
ບົບລະບຽບ​ຫັ້ນແຫຼະ ສະ​ນັ້ນ​ ໃນ​ການ​ເຈລະຈາ​ ມັນ​ກະ​ມີ​ການ​ເຈາະ​ຈິ້ມ​ຫຼາຍ​ປະ​ເດັນ
ບັນຫາ ເພື່ອ​ສ່ອງແສງ​ໃຫ້​ເຫັນ​ວ່າ​ ໃນ​ພາກປະຕິບັດໂຕ​ຈິງ​ຫັ້ນ​ນະ​ ພວກ​ກະສາ​ມາ​ດ
ຜັນ​ຂະຫຍາຍ​ ຕາມ​ນະ​ໂຍບາຍ ​ແລະ​ບັນດາ​ນິຕິ​ກຳ ທີ່​ເຮົາ​ກຳ​ນົດ​ວາງ​ອອກ ​ແລະ​
ໃນ​ການ​ເຈລະຈາ​ຄັ້ງ​ທີ່ 2 ກະຖື​ວ່າ​ໄດ້​ຜົນດີ ​ໃນ​ຂັ້ນ​ຕໍ່​ໄປພວກ​ເຮົາ​ໄດ້​ຕົກລົງ ​ກ່ຽວ​ກັບ​
ແຜນ​ທີ່​ຕ້ອງ​ໄດ້​ປະຕິບັດ​ແຕ່ 2018 ຫາ​ຕົ້ນ 2019.”

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ ​ລຽນ ທິ​ແກ້ວ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້
ກໍ​ປະ​ເມີນວ່າ ສະພາບ​ປ່າ​ໄມ້​ໃນ​ລາວ ​ຍັງ​ມີ​ຄວາມ​ໜາ​ແໜ້ນ​ເຫຼືອ​ຢູ່ 40 ​ເປີ​ເຊັນ​ ຂອງ​ພື້ນ​
ທີ່ທັງ​ໝົດ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ໃນ​ຊ່ວງ​ປີ 2018 ຫາ 2020 ລັດຖະບານ​ລາວ​ ຕ້ອງ​ເພີ້​ມ​
ການ​ປົກ​ຫູ້​ມຂອງ​ປ່າ​ໄມ້​ໃຫ້​ໄດ້​ ໃນ​ອັດຕາສະ​ເລ່ຍ 10 ​ເປີ​ເຊັນຕໍ່​ປີ.

ສ່ວນ​ອົງການ​ອະນຸ​ລັກ​ສິ່ງ​ແວດ​ລ້ອມທຳ​ມະ​ຊາດ Global Witness ລາຍ​ງານ​ວ່າ​ ເຂດ
​ທີ່​ມີ​ການ​ລັກລອບ​ຕັດ​ໄມ້​ຫຼາຍ​ທີ່​ສຸດ ຄື​ເຂດ​ທີ່ຕິດ​ຕໍ່ຊາຍ​ແດນກັບ ຫວຽດນາມ ທີ່​ຮວມ​ເຖິງ
​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດນາ​ກາຍ​ ໃນ​ແຂວງ​ຄຳ​ມ່ວນ​ດ້ວຍ. ​

XS
SM
MD
LG