ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

"ກ້ຽວ​ສາວ​ງື່ມ" ໂດຍ ຕ. ຕະວັນ​ແລະ​ອະນຸສອນ


ຕ. ຕະວັນ ແລະ ອະນຸສອນ
ຕ. ຕະວັນ ແລະ ອະນຸສອນ

ເພງມວ່ນໆຫຼາຍເພງທີ່ ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາເປີດ ກ່ອມທ່ານຜູ້ຟັງໃນຄໍ່າຄືນວັນອາທິດນີ້ ກໍຈະມີຮວມທັງເພງລາວ ແລະເພງສາກົນ ທີ່ວັນນະສອນຕັ້ງໃຈຈັດໃຫ້ຕາມຄໍາຂໍຂອງນ້ອງສົມເໝາະ ທີ່ຂຽນຂໍຟັງມາຕັ້ງດົນແລ້ວ. ຂໍເຊີນພົບກັບເພງມ່ວນໆຂອງເຮົາໄດ້ເລີຍ.

ສະບາຍດີທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍກາ​ນສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ກ່ອນ​ອື່ນ​ຕ້ອງ​ຂໍ​ຂອບໃຈຫຼາຍ​ໆມາ​ຍັງ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ຄອຍ​ເປັນ​ກໍາລັງ​ໃຈ ​ແລະ​ຕິດຕາມ​ຮັບ​ຟັງ​ລາຍກາ​ນ VOA ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​.

ເພງ​ ກ້ຽວ​ສາວ​ງື່ມ ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້​ຈັດ​ໃຫ້​ນ້ອງ​ສົມ​ເໝາະ ​ເພາະວ່າຕິດ​ຄ້າງ​ມາ​ດົນ​ແລ້ວ ​ຈົນ​ນ້ອງ​ສົ​ມ​ເໝາະ ຂຽນ​ເຂົ້າ​ມາ​ທາງ Facebook ​ແລະ​ທາງ VOA ທວງ​ຟັງ.
ເພງ​ "ກ້ຽວ​ສາວ​ງື່ມ" ນີ້​ເປັນ​ເພງ​ຕົ້ນສະບັບ​ຂອງ​ອາຈານ
ສ. ​ແສງ​ສິຣິວັນ
ເປັນ​ເພງ​ທີ່​ນິຍົມ​ຮ້ອງ​ກັນ​ຫຼາຍແລະ​ໄດ້​ມີ​ຫຼາຍໆ​ສິນລະປິນນໍາ​ຂຶ້ນ​ມາ​ຂັບ​ຮ້ອງ
ສ່ວນ​ເພງ​ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້​ຂັບ​ຮ້ອງ​ໂດຍ ຕ. ຕະວັນ​ແລະ​ອະນຸສອນ ສິນລະປິນ​ຈາກ
ສປປລາວ. ​ເອົາ​ເອື້ອຍວັນນະ​ສອນ​ຂໍ​ຈັດ​ເພງ​ນີ້ໃຫ້​ນ້ອງ​ສົມ​ເໝາະ​ຟັງ​ຮ່ວມ​ກັບເພື່ອນທີ່​ສະ​ຖາ
ບັນ​ຄົ້ນ​ຄ້ວາ​ວິທະຍາສາດການ​ສຶກສາ ກະ​ຊວງ​ສຶກສາ​ທິການ​ແລະ​ແນ່ນອນ​ພ້ອມ​ກັບ​ເອື້ອຍ​
ວັນນະ​ສອນ​ແລະທ່ານ​ຜູ້​ຟັງ​ທຸກໆ​ທ່ານ.​ ​ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ.


ເພງ: "ກ້ຽວ​ສາວ​ງື່ມ" ໂດຍ ຕ. ຕະວັນ​ແລະ​ອະນຸສອນ

"ກ້ຽວ​ສາວ​ງື່ມ" ໂດຍ ຕ. ຕະວັນ​ແລະ​ອະນຸສອນ
"ກ້ຽວ​ສາວ​ງື່ມ" ໂດຍ ຕ. ຕະວັນ​ແລະ​ອະນຸສອນ












ຂັບ​ລໍາ "ອ້ອມ​ກອດແມ່" ຂອງ ​ເມກ​ຂະຫລາ ສະຖາພອນ ນີ້ ​ຂໍຈັດມອບ​ໃຫ້​ແດ່​ຊາວ​
ລາວເຜົ່າ​ພູ່​ໄທ​ທັງຫຼາຍໂດຍ​ສະ​ເພາະ​ນ້ອງໄຊວັດ​ ກໍ່ພົນຣັຕ​ ນັກ​ດົນຕີ​ພື້ນ​ບ້ານ​ທີ່​ມາ​ຫາ​
ສາ​ຣະ​ຄາມກໍ​ຂໍໃຫ້ສືບທອດ​ແລະ​ຮັກສາ​ເຄົ້າ​ມູນ​ດົນ​ຕີ​ພື້ນ​ບ້ານ ອັນ​ເປັນ​ມໍລະດົກ​ຕົກ​ທອດ​
ມາ​ຈາກ​ບັນພະບຸລຸດ​ລາວ​ນັ້ນໃຫ້ຍືນຍົງ​ຢູ່​ຕໍ່​ໄປ. ຫວັງ​ວ່າ​ຄົງ​ຖືກ​ໃຈ ​ເປັນ​ຈັ່ງ​ຫວະ​ດັ້ງ​ເດີມ
ລໍາ​ຜູ້ໄທ ຂັບ​ລໍາໂດຍເມກ​ຂະຫລາ ສະຖາພອນ ສິນລະປິນຈາກ ສປປລາວ ​ເຊັ່ນ​ກັນ ​
ແລະ​ພໍ​ໄດ້​ຍິນ​ເພງ​ນີ້​ແລ້ວ ຄົງ​ຈະ​ເຫັນ​ນ້ອງ​ໄຊ​ຣັດ facebook ​ເຂົ້າ​ມາ​ຫາ​ທາງ VOA
ຜ່ານ​ທາງ facebook ​ໄດ້ທີ່ facebook.com/voalao

ເພງ: "ອ້ອມ​ກອດແມ່" ໂດຍ ເມກ​ຂະຫລາ ສະຖາພອນ

Beautiful Sunday by Daniel Boone
Beautiful Sunday by Daniel Boone









ກ່ອນ​ອໍາ​ລາ​ທ່ານ​ຜູ້​ຟັງ​ໃນ​ຄໍ່າ​ຄືນ​ນີ້ ວັນນະສອນຂໍ​ໃຫ້​ຄໍ່າ​ຄືນ​ນີ້​ເປັນ​ວັນ​ແຫ່ງ​ຄວາມສຸກ,
ມ່ວນ​ຊື່ນຕື່​ມອີກ​ນຶ່ງ​ວັນ ດັ່ງ​ຄວາມ​ໝາຍ ຂອງ​ເພງ​ນີ້ "Beautiful Sunday" ​
ໂດຍ Daniel Boone
ທີ່​ຈັດ​ໃຫ້​ນ້ອງ​ສົມ​ເໝາະ.​ ທັງ​ສອງ​ເພງ "Beautiful
Sunday
"
ກ້ຽວ​ສາວ​ງື່ມ" ຄົງ​ຈະ​ເຮັດໃຫ້​ນ້ອງ​ສົມ​ເໝາະ​ຫາຍ​ໂກດ​ແລ້ວ​. ສ່ວນວ່າ
ນ້ອງ​ສົມ​ເໝາະ​ໄດ້​ລໍຖ້າ​ດົນ​ຫຼາຍ​ນັ້ນ​ ​ເອື້ອຍ​ວ່າ​ທັງສອງ​ເພງ​ທີ່​ຈັດ​ໃຫ້​ໄປນັ້ນ​ຄົງ​ເຮັ​ດ​ໃຫ້
ຜັກກະ​ເດົາ​ກັບມາ​ຂົມ​ເໝືອນ​ເດີມ​ ຫຼື​ວ່າ​ຂົມ​ກວ່າ​ເກົ່າ​ແລ້ວ​ລະແລະ​ສ່ວນ​ນ້ອງ​ສົມ​ເໝາະ
ກໍ​ປາກຫວານ​ຂຶ້ນ​ກວ່າ​ເກົ່າ​ ແລະວ່າ​ຄົງ​ຈະ​ຂຽນ​ເຂົ້າ​ມາ​ອີກ.

ພົບ​ກັນ​ໃໝ່​ໃນ​ສັບປະດາ​ຫນ້າ ຂໍໃຫ້ທຸກໆ​ທ່ານນອນ​ຫຼັບຝັນ​ດີ.

ເພງ: "Beautiful Sunday" ໂດຍ Daniel Boone

XS
SM
MD
LG