ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ກິ ດາວ​ເພັດ​ເເລະ​ລໍາ​ມຸດ ບຸດສະບາ - ເຂີຍ​ໃຕ້​ໃພ້​ເໜືອ


ກິ ດາວເພັດ-ລໍາມຸດ ບຸດສະບາ
ກິ ດາວເພັດ-ລໍາມຸດ ບຸດສະບາ

ໃນລາຍການສຽງເພງຈາກແດນໄກຂອງ VOA ມື້ນີ້ ວັນນະສອນມີເພງມ່ວນໆ ມາກ່ອມອາຣົມທ່ານ ສໍາຫຼັບທ່ານຜູ້ຟັງທີ່ຂຽນມາຂໍຟັງເພງໃນລາຍການນັ້ນ ຄໍ່າຄືນນີ້ໄດ້ຟັງແນ່ນອນ ສ່ວນວ່າຈະເປັນເພງຂອງທ່ານທີ່ຂຽນເຂົ້າມາຫຼືບໍ່ນັ້ນ ກໍຕ້ອງພິສູດດ້ວຍຕົວທ່ານເອງແລ້ວລະ ຂໍເຊີນເຂົ້າສູ່ລາຍການໄດ້ເລີຍ.

ມື້ນີ້ວັນນະ​ສອນ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງໃຫ້ທ່ານຜູ້​ຟັງ​ໄດ້​ຟັງ​ກັນແລະ​ກໍ​ບໍ່​ຕ້ອງ​ນ້ອຍ​ໃຈ
ຖ້າວ່າ​ເພງ​ທີ່​ທ່ານ​ຂໍ​ມາ​ນັ້ນ​ຍັງ​ບໍ່​ໄດ້​ຫຼິ້ນ​ໃຫ້​ຟັງເທື່ອ​ ​ແຕ່​ໂອ​ກາດ​ໜ້າ​ໄດ້​ຟັງ​ແນ່ນອນເພງ "ເຂີຍ​ໃຕ້​ ໃພ້​ເໜືອ​" ຄົງ​ໂດນ​ໃຈຫຼາຍ​ໆທ່ານ ທີ່​ມີ​ຄວາມ​ຫວັງ​ຢາກ​ເປັນ​ເຂີຍ​ໃຕ້ ຫຼື​ບໍ່​ກໍ່​ຢາກ​ໄດ້​ໃພ້​ເໜືອ ​ເປັນ​ເພງ​ມ່ວນໆ​ສະບາຍໆ​ຂອງ​ນັກ​ຮ້ອງ​ຄູ່ ກິ ດາວ​ເພັດແລະ​ລໍາ​ມຸດ ບຸດສະບາ​ ຫັວງວ່າ​ນ້ອງ​ສົມ​ເໝາະ​ທີ່​ຂໍ​ຟັງ​ມາ​ນັ້ນ​ບໍ່​ພາດ ​ເພາະວ່າ ນ້ອງ​ສົມ​ເໝາະ​ໜ້າ​ຮັກ​ຄົນ​ນີ້ ​ເປັນ​ແຟນປະ​ຈໍາ​ລາຍການ ​ເຖິງ ​ແມ່ນ​ວ່າ​ຈະ​ມີ​ພາລະກິດ​ມາກ​ມາຍ ​ແຕ່ກໍ​ບໍ່​ວາຍ​ທີ່​ຈະ​ facebook ​ເຂົ້າມາ ​ເອົາ​ຂໍ​ໃຫ້​ສົມ​ປະສົງ​ລະ​ກັນ ​ເພື່ອ​ວ່າ​ມີ​ໜຸ່ມ​ໃຕ້​ມາ​ຈີບ ​ແລະ​ຂໍ​ຂອບ​ໃຈ​ທີ່​ຊົມ​ມາ ​ເອື້ອຍ​ວັນນະ​ສອນ​ສຽງ​ບໍ່​ຫວານ ກໍ​ຕ້ອງ​ຫວານ​ຕອນ​ນີ້​ລະ

ເພງ " ເຂີຍ​ໃຕ້​ ໃພ້​ເໜືອ " ໂດຍ ກິ ດາວ​ເພັດ​ເລະ​ລໍາ​ມຸດ ບຸດສະບາ

ຕ້ອງ​ຂໍ​ຂອບໃຈນໍາ​ເອື້ອຍ​ສີ​ປະ​ໄພ​ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ website ຫຼັງ​ຈາກ​ທີ່​ໄດ້​ອອກເພງ
ກຸ​ຫຼາບ​ຫຼວງ​ພະ​ບາງ
ໄປ​ແລ້ວນັ້ນເພາະ​ຄິດວ່າ ນັກ​ຮ້ອງ​ຊື່​ ວັນ ທີ່​ຮ້ອງ​ເພງນີ້ ​ເປັນ​ເພື່ອນ
ສະ​ໄໝ​ຮຽນ​ດ້ວຍ​ກັນ​ທີ່​ຈໍາປາ​ສັກແລະ​ວ່າ 30 ກ່ວາປີ​ແລ້ວ​ບໍ່​ໄດ້​ພົບ​ພໍ້​ກັນ ດີ​ໃຈ​ເປັນ​ຢ່າງ​ຍິ່ງ​
ແລະ​ສົນ​ໃຈ​ຢາກ​ຟັງເພງຂອງຜູ້ກ່ຽວ​ອີກ​ວ່າ​ຊັ້ນແຕ່​ໜ້າ​ເສຍດາຍ ທີ່​ເຮົາ​ບໍ່​ມີ​ເພງ​ຂອງ​ວັນ
ທັງ​ໝົດ​ຊຸດ ມີ​ແຕ່​ຮ້ອງ​ກັບສິນລະປິນ​ທ່ານ​ອື່ນໆ ວັນນະ​ສອນ​ກໍ​ເລີຍ​ຂໍ​ມອບ​ເພງ​ "ສາວ​ສະຫວັນ​
ຄອຍ​ຮັກ"
ໃຫ້​ແທນ ຊຶ່ງ​ເປັນ​ເພງ​ຢູ່​ໃນ​ຊຸດ​ນີ້ ທີ່​ຂັບ​ຮ້ອງໂດ​ຍ ແດງ​ ຈໍ​າພອນ ຂໍ​ມອບ​ເພງ​
"ສາວ​ສະຫວັນ​ຄອຍ​ຮັກ"
ນີ້ໃຫ້​ເອື້ອຍສີປະ​ໄພ ຟັງ​ພ້ອມ​ກັບ​ຍາດ​ມິດ​ພີ່ນ້ອງ​ແລະ​ເພື່ອນ​ມິດ
ສະຫາຍ​ທຸກໆ​ຄົນ​ເລີຍທີ່​ຈໍ​າປາ​ສັກ​ພຸ້ນ.

ເພງ "ສາວ​ສະຫວັນ​ຄອຍ​ຮັກ" ໂດຍ ​ ແດງ ຈໍາ​ພອນ

ສ່ວນ​ເພງ "ບໍ່​ລືມ​ວຽງ​ຈັນ​" ຂອງ​ດາຣາ​ເພັດ ຈັດ​ມອບ​ໃຫ້ ສິດ ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາແລະ
ຕ້ອງ​ຂໍຂອບ​ໃຈ​ຫຼາຍ​ໆທີ່​ອາສາ​ສະມັກ​ທີ່​ຈະ​ເຮັດ​ອາຫານ​ລາວ​ແຊບໆ​ໃດ້ຊຸມ​ແຊວ​ກັນ​
ໄດ້​ເລີຍ ​ເອື້​ອຍຕຽມພ້ອມ​ແລ້ວ ​ແລະ​ຍາ​ເອື້ອຍ​ດາຣາ ບັກ​ຄໍາ ກໍ​ຕຽມ​ຕົວ​ຕຽ​ມ​ໃຈ​ໄວ້​ເຊັ່ນ​ກັນ.
ຫວັງວ່າ​ຄົງ​ໄດ້​ພົບ​ກັນ​ໃນ​ໄວໆ​ນີ້ ​ແລະ​ພິ​ເສດ​ໄປ​ກ່ວາ​ນັ້ນ ສິດ​ຍັງ​ບອກ​ມາ​ວ່າ ​ເພງ​"ບໍ່​ລືມ​
ວຽງ​ຈັນ​"
ນີ້ຄົງ​ຈະ​ພາ​ໃຫ້​ຫຼາຍ​ໆທ່ານນໍ້າຕາ​ໄຫຼ ​ແລະ​ຍັງ​ປາກຫວານ​ອີກ​ນ໋າ​...ວ່າ "ຮັກ​ຄົນ
ລາວ​ທີ່ຢູ່​ຕ່າງ​ແດນ​ທຸກ​ຄົນ​ເດີ."
ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ​.

ເພງ: "ບໍ່​ລືມ​ວຽງ​ຈັນ​" ໂດຍ ດາຣາ​ເພັດ

XS
SM
MD
LG