ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະກາຍຫົງ ວົງພະຈັນ - ຕົວສໍາຮອງ


ປະກາຍຫົງ ວົງພະຈັນ
ປະກາຍຫົງ ວົງພະຈັນ

ລາຍການສຽງເພງຈາກແດນໄກ ຂອງ VOAໃນຄໍ່ຄືນນີ້ກໍຈະນໍາເອົາແຕ່ຄວາມສຸກ ສະນຸກສະນານ ມ່ວນຊື່ນກັບສຽງເພງຂັບລໍາລາວມາຝາກທ່ານຜູ້ຟັງຕາມເຄີຍ ຊຶ່ງວ່າຈະເປັນເພງທີ່ຈະຈັດໃຫ້ທ່ານໃດແດ່ແລະຂອງນັກຮ້ອງທ່ານໃດນັ້ນ ຂໍເຊີນທ່ານເຂົ້າສູ່ລາຍການໄດ້ໃນອັນດັບຕໍ່ໄປ.

ສະບາຍດີ​ແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້
ຮັບຟັງກັນຫຼັງຈາກທີ່ໄດ້ລາພັກຮ້ອນໄປຫຼາຍສັບປະດາແນ໋


ເອົາຂໍຈັດເພງ "ຕົວສໍາຮອງ" ຂອງ ປະກາຍຫົງ ວົງ
ພະຈັນ
ໃຫ້ນ້ອງ ດອນມາລາ ຜູ້ຟັງຈາກ ອ໊ອສເຕຣເລຍ
ແລະຫັວງວ່າຄົງຈະບໍ່ວ່າກັນເຖິງຈະຫຼ້າຊ້າໄປແດ່ ເພາະ
ທາງເຮົາຈະຈັດໃຫ້ຕາມລໍາດັບທີ່ຂຽນເຂົ້າມາ ປະຈວບ
ເໝາະທີ່ລາພັກຮ້ອນດ້ວຍ ຈຶ່ງນານພໍສົມຄວນ.

ເພງ “ ຕົວສໍາຮອງ”
ໂດຍ ປະກາຍຫົງ ວົງພະຈັນ

ວັນນະ​ສອນ​ຂໍຂອບໃຈກັບຫົວໜ້າພະແນກພາສາລາວ ຍາເອື້ອຍດາຣາ ບັກກໍາທີ່ໄດ້ຈັດ
ລາຍການແທນ ຕັ້ງຫຼາຍອາທິດ ແລະແນ່ນອນນໍ້າສຽງຂອງເພິ່ນຍັງທຸ້ມແລະອໍາມະຕະ
ຕະຫຼອດການ ສຽງຂັບລໍາລາວຕໍ່ໄປນີ້ຈັດໃຫ້ຜູ້ຟັງ ສະນິດຕາ ວົງປຣະດິດ ທີ່ຂໍຟັງລໍາສີ່
ພັນດອນ ຂອງຕ້ອມ ເຣນໂບວ່າຊັ້ນ ຊຶ່ງຂັບລໍາສີ່ພັນດອນນີ້ໄດ້ບັນລະຍາຍເຖິງທໍາມະຊາດ
ທີ່ຍັງບໍຣິສຸດ ສວຍສົດງົດງາມຕາມແມ່ນໍ້າລໍາທານ ພາກໃຕ້ຂອງລາວ ເພາະວັນນະສອນ
ໄດ້ມີໂອກາດໄປຢ້ຽມຢາມພາກໃຕ້ຂອງລາວ ໃນຫວ່າງໝໍ່ໆມານີ້ ຊ່າງງົດງາມສຸດເຫຼືອຈະ
ພັນລະນາ ແລະຂໍຝາກລໍານີ້ແທນຄໍາຂອບໃຈແຕ່ຜູ້ຟັງທຸກໆທ່ານ ໂດຍສະເພາະຜູ້ຟັງທີ່
ໝູ່ບ້ານນາກະສັງ, ດອນເດດ, ດອນຄອນ ໃນໝູ່ເກາະສີ່ພັນດອນແຫ່ງນີ້.

ລໍາ “ສີ່ພັນດອນ” ໂດຍ ຕ້ອມ ເຣນໂບ

ເພງກຸຫຼາບປາກຊັນ ນີ້ຂອງກໍ ວິເສດ ນີ້ຈັດໃຫ້ຜູ້ຟັງນ້ອງ ສົມລິດ ສຸລິຄໍາ ທີ່ບອກມາວ່າ
ຟັງ VOA ມາຕະຫຼອດວ່າຊັ້ນ ແລະອວຍພອນປີໃໝ່ມາໃຫ້ທາງຄະນະດ້ວຍ ຈຶ່ງຂໍສົ່ງ
ຄວາມສຸກແລະເພງມ່ວນໆມອບກັບໄປໃຫ້ນ້ອງເຊັ່ນກັນ ແລະຂໍໃຫ້ປະສົບແຕ່ສິ່ງສວຍງາມ
ຕະຫຼອດໄປ ພ້ອມທັງຕັ້ງໜ້າຕັ້ງຕາຮໍ່າຮຽນໃຫ້ຈົບໄວໆດ້ວຍແລະຈະສົ່ງຮູບນະຄອນຫຼວງ
Washingon DC ໄປໃຫ້ເບິ່ງ.

ຢ່າລືມກັບມາຟັງເພງມ່ວນໆກັບວັນນສອນໄດ້ອີກໃໝ່ໃນລາຍການສຽງເພງຈາກແດນໄກ
ຂອງ VOA ໃນທຸກໆຄໍ່ຄືນຂອງວັນອາທິດ ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ

ເພງ “ກຸຫຼາບປາກຊັນ” ໂດຍ ກໍ ວິເສດ

XS
SM
MD
LG