ສະບາຍດີທຸກໆທ່ານ ວັນນະສອນຫວັງຢ່າງຍິ່ງວ່າທຸກໆທ່ານສະບາຍດີ ພ້ອມດ້ວຍ
ພາລະໜ້າທີ່ ຈະເລີນງອກງາມທຸກປະການ ແລະທີ່ສໍາຄັນຍິ່ງໄປກວ່ານັ້ນ ກໍຄືການ
ມີສຸກຂະພາບທີ່ແຂງແຮງ. ເພງ "ສາວບໍ່ແກ້ວ" ນີ້ ຂໍຈັດພິເສດໃຫ້ຜູ້ຟັງ ນ້ອງຄໍາຫຼ້າ
ຈາກແຂວງສະຫວັນນະເຂດພຸ້ນ ພ້ອມດຽວກັນນີ້ ກໍຂໍຈັດໃຫ້ທ່ານຜູ້ຟັງທີ່ເຮັດຫົວໃຈ
ຫຼົ່ນໄວ້ໃນ ບໍ່ແກ້ວພຸ້ນລະ ເອົາໄປຟັງກັນໄດ້ເລີຍ ເປັນຜົນງານເພງຂອງແສງດາວວີ
ຊຸບເປີສອງສີ.
ເພງ: "ສາວບໍ່ແກ້ວ" ໂດຍ ແສງດາວວີ ຊຸບເປີສອງສີ
ສ່ວນນ້ອງ ເວີນສອນ ຜູ້ຟັງທີ່ຕິດຕາມຮັບຟັງ VOA ເປັນປະຈໍານັ້ນ ຊຶ່ງກໍາລັງສຶກສາ
ຢູ່ທີ່ມະຫາວິທະຍາໄລໃນ ພິລິບປີນພຸ້ນ ຂໍຟັງເພງ "ກໍາລັງຂ້າງໆ" ຂອງສາວໝອນ
ເພື່ອມອບເປັນກໍາລັງໃຈໃຫ້ ພວກເຄົາຮ້າຍທີ່ປະສົບໄພກັບນໍ້າຖ້ວມໃນເອເຊຍ
ໂດຍສະເພາະໃນລາວ. ໜ້າເສຍດາຍທາງເຮົາບໍ່ມີເພງນີ້ຈຶ່ງຂໍຈັດເພງ "ສຽງແຄນລາວ"
ຂອງນ້ອງຕ່າຍ ດອກເກດ ໃຫ້ແທນ ໂອກາດໜ້າຈະຫາເພງມາເປີດໃຫ້ຟັງອີກ ແລະວ່າ
ນ້ອງຄົງຈະຕັ້ງໃຈສຶກສາແລະຈົບໄວໆ.
ເພງ: "ສຽງແຄນລາວ" ໂດຍ ຕ່າຍ ດອກເກດ
ສ່ວນເພງສຸດທ້າຍນີ້ ເປັນຜົນງານເພງຂອງສິນລະປິນ ອາວຸໂສ ທີ່ມີຜົນງານເພງ
ຂອງເພິ່ນໄດ້ຖືກນໍາມາຮ້ອງແລ້ວຮ້ອງອີກ ຫຼາຍໆຮຸ່ນ ຊຶ່ງຜູ້ຟັງເຈົ້າ ອິນທະສອນ
ຈາກຫຼວງພະບາງ ຂໍຟັງມາ ເພງນີ້ເອື້ອຍ ວັນນະສອນ ກໍມັກເປັນພິເສດ ຂໍກ່ອມ
ທ່ານດ້ວຍສຽງເພງຫວານໆນີ້ "ອ້າຍອາດມາຊ້າ" ທີ່ຂັບຮ້ອງໂດຍ ວໍຣະເດດ
ດິດທະວົງ ແລະຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.
ເພງ: "ອ້າຍອາດມາຊ້າ" ໂດຍ ວໍຣະເດດ ດິດທະວົງ