ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານ ລາວ ຕັດ​ສິນ​ໂທດ​ຂັງ​ຄຸກ 5 ປີ ປັບ​ໃໝ​ເງິນ 20 ລ້ານ​ກີບ ຕ​ໍ່​ແມ່​ຍິງ ລາວ ທີ່​ໂຄ​ສະ​ນາ ຕໍ່​ຕ້ານ ພັກ​-ລັດ​ຖະ​ບານ


ນາງ ຮວຍ​ເຮືອງ ໄຊ​ຍະ​ບູ​ລີ ຫຼື ນາງ ໝວຍ ອາ​ຍຸ 30 ປີ ຖືກ​ທາງ​ການ​ລາວ ຈັບ ຍ້ອນ​ການ​ໂຄ​ສະ​ນາ​ຕໍ່​ຕ້ານ​ລັດ​ຖະ​ບານ​ລາວ​ໃນ ເຟ​ສ​ບຸກ
ນາງ ຮວຍ​ເຮືອງ ໄຊ​ຍະ​ບູ​ລີ ຫຼື ນາງ ໝວຍ ອາ​ຍຸ 30 ປີ ຖືກ​ທາງ​ການ​ລາວ ຈັບ ຍ້ອນ​ການ​ໂຄ​ສະ​ນາ​ຕໍ່​ຕ້ານ​ລັດ​ຖະ​ບານ​ລາວ​ໃນ ເຟ​ສ​ບຸກ

ສານ​ປະ​ຊາ​ຊົນ ລັດ ຕັດ​ສິນໂທດ 5 ປີ ແລະ ປັບ​ໃໝ​ເງິນ 20 ລ້ານ​ກີບ​ແກ່​ແມ່​ຍິງ ລາວ ທີ່​ເຄື່ອນ​ໄຫວ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ທີ່​ເປັນ​ການ​ໂຄ​ສະ​ນາ​ຕ້ານ​ພັກ-ລັດ ແລະ ພົວ​ພັນ​ກັບ​ຄົນ​ບໍ່​ດີ​ໃນ​ຕ່າງ​ປະ​ເທດ.


ສານ​ປະ​ຊາ​ຊົນ​ແຂວງ ຈຳ​ປາ​ສັກ ໄດ້​ພິ​ພາກ​ສາ​ຕັດ​ສິນ​ໃສ່​ໂທດ​ຈຳ​ຄຸກ 5 ປີ ແລະ ປັບ​ໃໝ 20 ລ້ານ​ກີບ​ແກ່​ນາງ ຮວຍ​ເຮືອງ ໄຊ​ຍະ​ບູ​ລີ ຫຼື ນາງ ໝວຍ ອາ​ຍຸ 30 ປີ ມີ​ອາ​ຊີບ​ຄ້າ​ຂາຍ​ຢູ່​ທີ່​ເມືອງ ໂພນ​ທອງ ແຂວງ​ຈຳ​ປາ​ສັກ ຜູ້​ທີ່​ມີ​ຊື່​ສຽງ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ໃນ ລາວ ທີ່​ຖືກ​ຈັບ​ກຸມເມື່ອ​ວັນ​ທີ 12 ກັນ​ຍາ 2019 ໂດຍ​ຜູ້​ກ່ຽວ​ຖືກ​ກ່າວ​ຫາ​ວ່າ​ໄດ້​ທຳ​ຄວາມ​ຜິດ​ດ້ວຍ​ການ​ໂຄ​ສະ​ນາ​ຕ້ານ​ພັກ-ລັດ​ຖະ​ບານ ລາວ ທີ່​ເປັນ​ຄວາມ​ຜິດ​ຕາມ​ອາ​ຍາ​ມາດ​ຕາ 117 ແລະ ຖືກ​ຕັດ​ສິນ​ລົງ​ໂທດ​ດັ່ງ​ກ່າວ​ໃນ​ວັນ​ທີ 22 ພະ​ຈິກ 2019 ທີ່​ຜ່ານ​ມາ​ສຳ​ລັບ​ພັກ​-ລັດ​ຖະ​ບານ ລາວ ແລ້ວ​ຖື​ວ່າ​ເປັນ​ການ​ດຳ​ເນີນ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ໂດຍ​ແນ​ໃສ່​ກາ​ນີ​ຮັກ​ສາ​ຄວາມ​ສະ​ຫງົບ​ຮຽບ​ຮ້ອຍ​ໃນ​ສັງ​ຄົມ ລາວ ເປັນ​ສຳ​ຄັນ ແລະ ເປ​ັນ​ຄວາມ​ຮັບ​ຜິດ​ຊອບ​ທີ່​ປະ​ຊາ​ຊົນ ລາວ ບັນ​ດາ​ເຜົ່າ​ຈະ​ຕ້ອງ​ປະ​ກອບ​ສ່ວນ​ດ້ວຍ​ການ​ເປັນ​ຫູ-ເປັນ​ຕາ​ໃຫ້​ພັກ-ລັດ​ອີກ​ດ້ວຍ ດັ່ງ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ ລາວ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

"ການ​ປ້ອງ​ກັນ​ນີ້​ເວົ້າ​ລວມ​ແລ້ວ​ກະ​ແມ່ນ​ສາ​ມາດ​ຮັບ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ວຽກ​ງ​ານ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ປອດ​ໄພ​ໄດ້​ໂດຍ​ພື້ນ​ຖານ​ກະ​ແມ່ນ​ຍ້ອນ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ພວກ​ເຮົາ​ນີ້​ມີ​ຄວາມ​ຮູ້​ສຶກ​ຕື່ນ​ຕົວ​ໝາຍ​ຄວາມ​ວ່າ​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ​ນີ້​ໄດ້​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເປັນ​ຫູ​ເປັນ​ຕາ​ຊ່ວຍ​ເຈົ້າ​ໜ້າ​ທີ່​ພວກ​ເຮົາ​ທາງ​ຄະ​ນະ​ຮັບ​ຜິດ​ຊ​ອບ​ຂອງ​ພວກ​ເຮົາ​ນີ້ ພາຍຫຼັງ​ທີ່​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ພວກ​ເຮົາ​ກໍ​ໄດ້​ເປັນ​ເອ​ກະ​ພາບ​ສ້າງ​ເປັນ​ແຜນ​ການ​ຖື​ວ່າ​ກໍ​ສາ​ມາດ​ສະ​ກັດ​ກັ້ນ​ແກ້​ໄຂ​ບັນ​ດາ​ໜໍ​ແໜງ​ຄວາມບໍ່​ສະ​ຫງົບ​ຄວາມບໍ່​ເປັນ​ລະ​ບຽບ​ຮຽບ​ຮ້ອຍ."

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢືນ​ຢັນ​ວ່າ ນາງ ຮວຍ​ເຮືອງ ໄດ້​ຮັບ​ສາ​ລະ​ພາບ​ວ່າ​ໄດ້​ທຳ​ຄວາມ​ຜິດ​ຕາມ​ທີ່​ຖືກ​ກ່າວ​ຫາ​ຈິງ ທັງ​ຍັງ​ໄດ້​ໃຫ້​ຂໍ້​ມູນ​ສຳ​ຄັນ​ທີ່​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ກຸ່ມ​ຄົນ​ບໍ່​ດີ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ອີກ​ດ້ວຍ ໂດຍ​ໃນ​ປັດ​ຈຸ​ບັນ​ນາງ ໝວຍ ໄດ້​ຖືກ​ກັກ​ຂັງ​ຢູ່​ທີ່​ສະ​ຖານ​ຄຸມ​ຂັງ​ຂອງ​ແຂວງ​ຈຳ​ປາ​ສັກ ແລະ ຜູ້​ກ່ຽວ​ມີ​ສິດ​ຕາມ​ກົດ​ໝາຍ​ທີ່​ຈະ​ຍື່ນ​ອຸ​ທອນ​ການ​ຕັດ​ສິນ​ດັ່ງ​ກ່າວຕໍ່​ສານ​ປະ​ຊາ​ຊົນ​ພາກ​ໃຕ້​ພາຍ​ໃນ 20 ວັນຫຼັງ​ຈາກມື້​ຕັດ​ສິນ​ຄະ​ດີ​ດັ່ງ​ກ່າວ.

ທາງ​ດ້າ​ນ​ເຈົ້າ​ໜ້າ​ທີ່​ໃນ​ອົງການ​ພັນ​ທະ​ມິດ​ສື່ມວນ​ຊົນ​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ (SEAPA) ໄດ້ໃຫ້ຂໍ້ສັງເກດວ່າ ການຕັດ​ສິນດັ່ງກ່າວເປັນ​ການຕັດ​ສິນ​ຝ່າຍ​ດຽວຂອງ​ສານ​ປະ​ຊາ​ຊົນ ລາວ ໂດຍ​ທີ່​ນາງ​ ຮວຍ​ເຮືອງ ບໍ່​ມີ​ໂອ​ກາດ​ໄດ້​ຕໍ່​ສູ້​ຄະ​ດີ ແລະ ໃຫ້​ຂໍ້​ມູນ​ແກ່​ສື່ມວນ​ຊົນ​ແຕ່​ຢ່າງ​ໃດ ແລະ ທີ່ສຳຄັນກໍຄືສື່ມວນຊົນທຸກຂະແໜງໃນ ລາວ ລ້ວນແຕ່ຢູ່ພາຍໃຕ້ການຄວບຄຸມ​ໂດຍພັກ ແລະ ລັດຖະບານ ລາວ ໝາຍຄວາມວ່າສື່ມວນຊົນໃນ ລາວ ບໍ່ມີເສລີພາບ​ໃນ​ການ​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວ​ສານ​ນັ້ນ​ເອງ.

ນອກ​ຈາກນີ້ SEAPA ໄດ້​ສະ​ເໜີ​ລາຍ​ງານ​ປະ​ຈຳ​ປີ 2019 ວ່າ​ປະ​ຊາ​ຊົນ ລາວ ບໍ່​ມີ​ເສ​ລີ​ພາບ​ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ການ​ບໍ​ລິ​ຫານ​ງານ​ຂອງ​ລັດ​ຖະ​ບານ ລາວ ໂດຍ​ຍັງ​ຖືກ​ຈຳ​ກັດ ແລະ ຖືກ​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ ໂດຍ​ສະ​ເພາະ​ແມ່ນ Facebook ທີ່​ມີ​ຜູ້​ຊົມ​ໃຊ້​ເກີນກວ່າ 2.4 ລ້ານ​ບັນ​ຊີ​ໃນ ລາວ ນັ້ນ ໄດ້​ຖືກກວດ​ກາ​ຢ່າງ​ໃກ້​ຊິດ ຊຶ່ງ​ເຫັນ​ໄດ້​ຈາກ​ກໍ​ລະ​ນີ​ທີ່​ມີ​ການ​ຄັດ​ຄ້ານ​ການ​ຊື້​ຈ້າງ​ເພື່ອ​ເຂົ້າ​ເຮັດ​ວຽກ​ເປັນ​ລັດ​ຖະ​ກອນ ແລະ ການ​ວິ​ຈານ​ການ​ປະ​ຕິ​ບັດ​ທີ່​ຊັກ​ຊ້າ​ຂອງ​ລັດ​ຖະ​ບານ​ໃນ​ການ​ກູ້​ໄພ​ພິ​ບັດ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ແລະ ການ​ຕອບ​ສະ​ໜອງ​ຢ່າງ​ຊັກ​ຊ້າ​ໃນ​ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ທີ່​ປະ​ສົບ​ອຸ​ທົກ​ໄພ​ໃນ 6 ແຂວງ​ພາກ​ກາງ ແລະ ພາກ​ໃຕ້​ທີ່​ນາງ ຮວຍ​ເຮືອງ ກໍ​ເປັນ​ຜູ້​ນຶ່ງ​ທີ່​ວິ​ຈານ​ການ​ຊັກ​ຊ້າ​ດັ່ງ​ກ່າວ​ຂອງ​ລັດ​ຖະ​ບານ ລາວ ດ້ວຍ.

ກ່ອນ​ໜ້ານີ້ ສານ​ປະ​ຊາ​ຊົນ​ນະ​ຄອນຫຼວງ ວຽງ​ຈັນ ໄດ້​ຕັດ​ສິນ​ໃສ່​ໂທດ​ແກ່​ຊາວ​ໜຸ່ມ ລາວ 3 ຄົນ​ເມື່ອ​ເດືອນ​ເມ​ສາ 2017 ຂໍ້​ຫາ​ໃສ່​ຮ້າຍ​ປ້າຍ​ສີ​ພັກ-ລັດ ໃນ​ສື່​ອອນ​ໄລ​ນ໌ ກໍ​ຄື​ທ້າວ ສົມ​ພອນ ພິມ​ມະ​ສອນ ອາ​ຍຸ 29 ປີ ຈຳ​ຄຸກ 20 ປີ ປັບ​ໃໝ 200 ລ້ານ​ກີບ, ທ້າວ ສຸ​ການ ໃຈ​ທັດ ອາ​ຍຸ 32 ປີ ຈຳ​ຄຸກ 16 ປີ ປັບໃໝ 106 ລ້ານ​ກີບ ແລະ ນາງ ຫຼ​ອດ​ຄ​ຳ ທຳ​ມະ​ວົງ ອາ​ຍຸ 30 ປີ ຈຳ​ຄຸກ 12 ປີ​ປັບ​ໃໝ 110 ລ້ານ​ກີບ.

XS
SM
MD
LG