ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນ - "ກຸຫຼາບ​ຫຼວງ​ພຣະບາງ"


​ແດງ​ ຈໍາ​ພອນ
​ແດງ​ ຈໍາ​ພອນ

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນນີ້ ວັນນະສອນໄດ້ຕຽມເພງໃໝ່ໆ ຈາກບັນດາສິນລະປິນລາວໃນ ອ໊ອສເຕຣເລຍ ມາຝາກທ່ານຜູ້ຟັງ ຂໍເຊີນເຂົ້າສູ່ລາຍການໄດ້ເລີຍ.

ສະ​ບາຍ​ດີ​ມິດ​ຮັກ​ແຟນ​ເພງໃນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆທ່ານ ວົງ​ການ​ເພງ​ລາວ ກໍ​ຄຶກຄັກ​ຂຶ້ນ​ມາ​ຕາມ​ລໍາດັບ ຮວມທັງໃນສປປລາວ​ແລະ​ໃນ​ຕ່າງປະ​ເທດ​ນໍາ ນັກ​ຮ້ອງ, ນັກ​ຮ້ອງສິນລະປິນລາວ​ຢູ່ໃນຕ່າງ​ແດນ ກໍ​ໄດ້​ມີ​ຜົນງານ​ອອກມາ​ເລື້ອຍໆ​ ​ໃຫ້​ຊາວລາວ​ໃນ​ຕ່າງແດນ​ໄດ້​ຮັບ​ຟັງ​ກັນ. ຊຶ່ງ​ໃນ​ວັນ​ນີ້ ວັນນະ​ສອນ​ຂໍ​ເນະ​ນໍາ​ເພງ "ກຸຫຼາບ​ຫຼວງ​ພຣະບາງ" ທີ່ຂັບ​ຮ້ອງໂດ​ຍ ວັນ ສິນ​ລະ​ປິນລາວ ​ຈາກອອສ​ເຕຣ​ເລຍ ທີ່​ຮ້ອງ​ເພງ​ໃນ​ຊຸດ "ສາວ​ສະ​ຫວັນຄອຍ​ຮັກ" ຂໍ​ມອບໃຫ້​ແກ່​ຊາວ​ລາວ​ໃນ ອອສ​ເຕຣ​ເລຍທຸກໆ​ທ່ານ ​ພິ​ເສດ​ແມ່ນ ວິຣະ​ເບນ​ຈາ ຜູ້​ຟັງ​ທີ່​ຂຽນ​ຂໍ້ຄວາມ​ໄວ້​ໃນ VOA's website ທີ່​ບອກ​ວ່າ ມັກ​ຂັບ​ສະຫຼາມ​ສາມ​ສ້າວ ຂັບ​ທຸ້ມຫຼວງ​ພຣະບາງ ທີ່​ທາງ​ລາຍການ​ຈັດ​ສະ​ເໜີໄປນັ້ນວ່າ"ໄດ້​ຟັງ​ແລ້ວ ມ່ວນ​ຊື່ນ​
ເບີກບານ​ໃຈ​ຫຼາຍ" ​ເອົາ​ວັນນະ​ສອນ​ກໍ​ຫັວງ​ເຊັ່ນ​ກັນວ່າ ເພງ​ກຸຫຼາບ​ຫຼວງ​ພຣະບາງນີ້
ຄົງ​ຈະ​ນໍາ​ຄວາມສະນຸກສະໜາ​ນມາ​ໃຫ້​ທ່ານ​ເຊັ່ນ​ກັນ ເຊີນ​ຮັບ​ຟັງ​ໄດ້.

ເພງ: "ກຸຫຼາບ​ຫຼວງ​ພຣະບາງ" ໂດຍ ວັນ

ພ້ອມ​ດຽວ​ກນີ້ ວັນນະ​ສອນ​ຂໍ​ເນະ​ນໍາ​ຜົນ​ງານ​ເພງ​ຂອງ​ສິນລະປິນຈາກອອສ​ເຕຣ​ເລຍ​ໃຫ້​ຟັງ​ ​ຕື່ມອີກ​ເພງ​ນຶ່ງ ​ເປັນ​ເພງ​ຂອງ ອຸດອນ ວົງ​ສີ ທີ່​ຂັບ​ຮ້ອງ​ເພງ "ຄິດ" ​ໄດ້​ຫວານ​ຈັບ​ໃຈ ຂໍ​ຝາກ​ເພງ​ນີ້ມ​ອບ​ໃຫ້​ແຟນຂອງ​ລາຍການ​ສຽງ​ເພງຈາກ​ແດນ​ໄກ​ທຸກ​ຖ້ວນ​ໜ້າ ຈະໄດ້ພາ​ກັນ​ມາຮ່ວມຟັງ​ເພງ​ດ້ວຍ​ກັນ​ໃນ​ທຸກໆ​ຄໍ່າຄືນ​ຂອງວັນອາທິດ.

ເພງ: "ຄິດ" ໂດຍ ອຸດອນ ວົງ​ສີ

ຂໍ​ອໍາ​ລາ​ທ່ານ​ຜູ້​ຟັງໃນ​ລາຍກາ​ນສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ດ້ວ​ຍເພງ​ຫວານ​
ຂອງ​ນັກ​ຮ້ອງ​ສາວສຽງ​ຫວານ​ຈາກ​ແດນ​ໄກ ເມືອງ Kuala bear​ ແລະ Kungaru ທີ່ເປັນ​ຜົນງານ​ເພງ​ໃນ​ຊຸດ "ຫຼັງ​ວັນ​ພົບ" ​ແລະຫັວງວ່າ ​ແດງ​ ຈໍ​າພອນ ເຈົ້າ​ຂອງ​ເພງຄົງ​ຈະ​ມີ​ຜົນງານ​ເພງ​ຄຸນ​ນະພາ​ບ​ໃໝ່​ໆ ອອກ​ມາສູ່​ສາຍຕານັກ​ຟັງ​ເພງ​ລ​າວ​ໃນ​ທົ່ວ​ທຸກມຸມ​ໂລກ​ໃນ​ອານາ​ຄົດ​ອັນ​ໃກ້ໆນີ້ ​ແລະ​ວ່າ ວັນນະ​ສອນ​ຄົງ​ຈະ​ມີ​ຄວາມ​ຮູ້ສຶກ​ດີໆ ຫຼັງພົບກັນ​ແລ້ວ ດັ່ງ​ຊື່​ຂອງ​ເພງ​ນີ້ "ຫຼັງ​ວັນ​ພົບ"
ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

ເພງ: "ຫຼັງ​ວັນ​ພົບ" ໂດຍ ແດງ​ ຈໍ​າພອນ

XS
SM
MD
LG