ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ ຕັ້ງ​ໜ່ວຍ​ສະ​ເພາະ​ກິດ​ເພື່ອ​ຕອບ​ໂຕ້​​ການ​ເຄື່ອນ​ໄຫວ​ເຜີ​ຍ​ແຜ່​ຂໍ້​ມູນທີ່​ຕ້ອ​ງ​ການ​ບ່ອນ​ທຳ​ລາຍ​ຕໍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ


ໃນ​ປັດ​ຈຸ​ບັນ​ໃນ​ລາວ​ມີ​ສື່​ສັງ​ຄົມ​ອອນ​ໄລ​ນ໌ 60 ກວ່າ​ລາຍ​ທີ່​ລົງ​ທະ​ບຽນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສື່ມວນ​ຊົນ.
ໃນ​ປັດ​ຈຸ​ບັນ​ໃນ​ລາວ​ມີ​ສື່​ສັງ​ຄົມ​ອອນ​ໄລ​ນ໌ 60 ກວ່າ​ລາຍ​ທີ່​ລົງ​ທະ​ບຽນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສື່ມວນ​ຊົນ.

ທາງ​ການ​ລາວ​ຕັ້ງ​ໜ່ວຍ​ສະ​ເພາະ​ກິດ​ເພື່ອ​ຕອບ​ໂຕ້​ກັບ​ການ​ເຄື່ອນ​ໄຫວ​ເຜີ​ຍ​ແຜ່​ຂໍ້​ມູນ-ຂ່າວ​ສານ​ທີ່​ຕ້ອ​ງ​ການ​ບ່ອນ​ທຳ​ລາຍ​ຕໍ່​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ລັດ​ຖະ​ບານ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ນ໌.

ເຈົ້າ​ໜ້​າ​ທີ່​ໃນ​ກະ​ຊວງ​ໄປ​ສະ​ນີ, ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ສື່​ສານ​ເປີດ​ເຜີຍ​ວ່າ​ລັດ​ຖະ​ບານ ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ໃນ​ດ້ານ​ເທັກ​ນິກ​ໃນ​ການ​ສະ​ກັດ​ກັ້ນ ແລະ ຕອບ​ໂຕ້​ກັບ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ທີ່​ຕ້ອງ​ການ​ຈະ​ບ່ອນ​ທຳ​ລາຍ​ຕໍ່​ສະ​ຖຽນ​ລະ​ພາບ​ທາງ​ການ​ເມືອງ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ລັດ​ຖະ​ບານ​ລາ​ວ​ໃນ​ສື່​ສັງ​ຄົມ​ອອນ​ໄລ​ນ໌ ດ້ວຍ​ການ​ຕັ້ງ​ໜ່ວຍ​ງານ​ຂຶ້ນ​ມາ​ຮັບ​ຜິດ​ຊອບ​ດຳ​ເນີນ​ການກວດ​ກາ​ສື່​ສັງ​ຄົມ​ອອນ​ໄລ​ນ໌​ທັງ​ທີ່​ຢູ່​ພາຍ​ໃນປະ​ເທດ ແລະ ຢູ່​ຕ່າງ​ປະ​ເທດ​ເປັນ​ການ​ສະ​ເພາະ​ຕະຫຼອດ 24 ຊົ່ວ​ໂມງ​ເນື່ອງ​ຈາກວ່າ​ສື່​ສັງ​ຄົມ​ອອນ​ໄລ​ນ໌​ທີ່​ມີ​ຢູ່​ຢ່າງຫຼາກຫຼາຍ​ໃນ​ປັດ​ຈຸ​ບັນ​ນີ້ ໂດຍ​ສະ​ເພາະ​ແມ່ນ​ກຸ່ມ​ທີ່​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ນັ້ນ​ກໍ​ຄື​ສື່​ສັງ​ຄົມ​ອອນ​ໄລ​ນ໌ ທີ່ບໍ່​ສາ​ມາດ​ຈະ​ຄວບ​ຄຸມ​ໄດ້​ເລີຍ​ນັ້ນ​ຈຶ່ງ​ຕ້ອງ​ມີ​ການ​ຈັດ​ຕັ້ງ​ໜ່ວຍ​ສະ​ເພາະ​ກິດ​ດັ່ງ​ກ່າວ ແລະ ໄດ້​ປະ​ສານ​ງານ​ຢ່າງ​ໃກ້​ຊິດ​ກັບ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ (ປກ​ສ) ດັ່ງ​ເຈົ້າ​ໜ້າ​ທີ່​ຂອງ​ລາວ​ໃຫ້​ການ​ຢືນ​ຢັນ​ວ່າ:

“ສື່​ສັງ​ຄົມ​ອອນ​ໄລ​ນ໌​ມັນ​ມີ 2 ປະ​ເພດ, ປະ​ເພດ 1 ແມ່ນ​ຄົນ​ທີ່​ຢູ່​ພາຍ​ໃນ​ປະ​ເທດ​ເຮົາ​ນີ້​ເປັນ​ຜູ້​ລົງ​ຂ່າວ​ອັນ​ນີ້​ເຮົາ​ຕິດ​ຕາມ​ໄດ້ ແລະ ເຮົາ​ກໍ​ເອົາ​ມາ​ປັບ​ທັດ​ສະ​ນະ​ຄະ​ຕິ ເອົາ​ມາ​ອົບ​ຮົ​ມ​ແນວ​ຄິດການ​ເມືອງ​ໃຫ້​ເຂົາ​ເຈົ້າ​ແລ້ວເຂົາ​ເຈົ້າ​ກະ​ເຊົາ​ເຮັດ. ຜ່ານ​ມາ​ໄທ​ເຮົາ​ກະ​ໄດ້​ສົມ​ທົບ​ກັບ​ກະ​ຊວງ ປກ​ສ. ເຮັດ​ບັນ​ຫາ​ດັ່ງ​ກ່າວ​ແຕ່​ມັນ​ມີ​ສື່​ສັງ​ຄົມ​ອອນ​ໄລ​ນ໌​ປະ​ເພດ​ທີ​ສອງ​ມັນ​ເຮັດ​ຢູ່​ຕ່າງ​ປະ​ເທດ ເຂົາ​ເປີດ​ບັນ​ຊີ​ຢູ່​ຕ່າງ​ປະ​ເທດ ພວກ​ເຮົາ​ປິດ​ເຂົາ​ເປີດ​ໃໝ່ ປິດ​ເຂົາ​ເປີດ​ໃໝ່ ອັນ​ນີ້​ພວກ​ຂ້າ​ພະ​ເຈົ້າ​ກະ​ໄດ້​ສົມ​ທົບ​ກັບ​ທາງ​ບັນ​ດາ​ກະ​ຊວງ​ກ່ຽວ​ຂ້ອງ​ແລ້ວ​ຈະ​ມີ​ວິ​ທີ​ເພື່ອ​ເຮັດ​ແນວ​ໃດ​ໃນ​ການ​ຕອບ​ໂຕ້ ແລະ ແກ້​ຂ່າວ.”

ທັງ​ນີ້​ສື່​ສັງ​ຄົມ​ອອນ​ໄລ​ນ​ທີ່​ຕ້ອງ​ການ​ຈະ​ໂຄ​ສະ​ນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານ​ຕໍ່​ສາ​ທາ​ລະ​ນະ​ໃນ​ລາວ ກໍ​ຈະ​ຕ້ອງ​ລົງ​ທະ​ບຽນ​ຕາມ​ກົດ​ໝາຍ​ສື່ມວນ​ຊົນ ທັງ​ຍັງ​ຈະ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ກົມ​ຂ່າວ​ໃນ​ສັງ​ກັດ​ກະ​ຊວ​ງ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຢ່າງ​ເປັນ​ທາງ​ການ​ແລ້ວ​ເທົ່າ​ນັ້ນ​ຈຶ່ງ​ຈະ​ສາ​ມາດ​ດຳ​ເນີນ​ການ​ດັ່ງ​ກ່າວ​ໄດ້ ຫາກບໍ່​ສະ​ນັ້ນ​ແລ້ວ​ກໍ​ຈະ​ຖື​ວ່າ​ເປັນ​ສື່​ສັງ​ຄົ​ມ​ອອນ​ໄລ​ນ໌​ຜິດ​ກົດ​ໝາຍ ແລະ ຈະ​ຕ້ອງ​ຖືກ​ດຳ​ເນີນ​ມາດ​ຕະ​ການ​ລົງ​ໂທດ​ຕາມ​ກົດ​ໝາຍ​ໂດຍ​ໃນ​ປັດ​ຈຸ​ບັນ​ໃນ​ລາວ​ມີ​ສື່​ສັງ​ຄົມ​ອອນ​ໄລ​ນ໌ 60 ກວ່າ​ລາຍ​ທີ່​ລົງ​ທະ​ບຽນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສື່ມວນ​ຊົນ ຫາກ​ແຕ່​ກໍ​ມີຫຼາຍ​ສິບ​ລາຍ​ທີ່​ດຳ​ເນີນ​ການ​ເຜີນ​ແຜ່​ຂໍ້​ມູນ-ຂ່າວ​ສານ​ກ່ຽວ​ຂ້ອງ​ກັບ​ລາວ​ຢູ່​ຕ່າງ​ປະ​ເທດ​ທີ່​ລັດ​ຖະ​ບານ​ລາວບໍ່​ສາ​ມາດ​ຄວບ​ຄຸມ​ໄດ້​ຈຶ່ງ​ຕ້ອງ​ດຳ​ເນີນ​ການ​ພັດ​ທະ​ນາ​ລະ​ບົບ-ເຄືອ​ຂ່າຍ​ສື່​ສັງ​ຄົມ​ອອນ​ໄລ​ນ໌​ຂອງ​ລັດ​ໃຫ້​ທັນ​ສະ​ໄໝ ແລະ ຄວ​ບ​ຄຸມ​ພື້ນ​ທີ່​ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວິ​ຊາ​ການ ແລະ ເທັກ​ໂນ​ໂລ​ຈີ​ຂັ້ນ​ສູງ​ຈາກ​ລັດ​ຖະ​ບານ ຈີນ ຈຶ່ງ​ເຮັດ​ໃຫ້​ສາ​ມາດ​ຄວບ​ຄຸມ​ພື້ນ​ທີ່​ໃນ​ປະ​ເທດ​ໄດ້​ເປັນ​ສ່ວນ​ໃຫຍ່​ແລ້ວ ດັ່ງ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ໄດ້​ຢືນ​ຢັນ​ວ່າ:

“ໃນ​ປັດ​ຈຸ​ບັນ​ນີ້​ການ​ຂະ​ຫຍາຍ​ຕາ​ໜ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ອິນ​ເຕີ​ແນັດ ພາຍ​ໃນ ສ​ປ​ປ ລາວ ສາ​ມາດກວມ​ເອົາ​ເກືອບ​ທັງ​ໝົດ​ບັນ​ດາ​ບ້ານ​ໃນ​ທົ່ວ​ປະ​ເທດ ໃນ​ນັ້ນ​ລະ​ບົບ​ເຄືອ​ຂ່າຍ​ໂທ​ລະ​ສັບ​ມື​ຖື​ລຸ້ນ 2G ກວມ​ເຖິງ 96 ເປີ​ເຊັນ, ລະ​ບົບ 3G ກວມ 83 ເປີ​ເຊັນ ແລະ ລະ​ບົບ 4G ກວມ 75 ເປີ​ເຊັນ ສ່ວນ​ລະ​ບົບ 5G ໄດ້​ມີ​ການ​ພັດ​ທະ​ນາ ແລະ ເປີດ​ທົດ​ລອງ​ນຳ​ໃຊ້​ແຕ່​ປີ 2019 ເປັນ​ຕົ້ນ​ມາ.”

ສ່ວນ​ຜູ້​ປະ​ສານ​ງານ​ອົງ​ການ​ສິດ​ທິ​ມະ​ນຸດ​ໃນ ອາ​ຊຽນ ໄດ້​ເປີດ​ເຜີຍ​ວ່າ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ລາວ​ໄດ້​ມີ​ຄຳ​ສັ່ງ​ໄປ​ເຖິງກອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ທົ່ວ​ປະ​ເທດ​ເພື່ອ​ໃຫ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການ​ດຳ​ເນີນ​ມາດ​ຕະ​ການ​ຄວບ​ຄຸມ ແລະ ຈຳ​ກັດ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຜູ້​ນຳ​ທາງ​ສາ​ສະ​ໜາ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທີ່​ເຊື່ອ​ຖື​ໃນ​ສາ​ສະ​ໜາ​ທີ່​ມີຫຼັກ​ຄຳ​ສອນ​ທີ່ບໍ່​ສອດ​ຄ່ອງ​ກັບ​ແນວ​ທາງ​ການ​ນຳ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ຖ້າ​ຫາກກວດ​ພົບ​ວ່າ​ໄດ້​ມີ​ການ​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ​ກໍ​ໃຫ້​ສາ​ມາດ​ຈັບ​ກຸມ​ໄດ້​ທັນ​ທີ ແລະ ໃຫ້​ຄວບ​ຄຸມ​ຕົວ​ຜູ້​ກ່ຽວ​ເຂົ້າ​ສູ່​ຂະ​ບວນ​ການ​ສຶກ​ສາ​ອົບ​ຮົມ ແລະ ໃຫ້​ສັນ​ຍາ​ດ້ວຍ​ວ່າ​ຈະ​ບໍ່​ເຄື່ອນ​ໄຫວ​ໃນ​ລັກ​ສະ​ນະ​ດັ່ງ​ກ່າວ​ອີກ ຈຶ່ງ​ຈະ​ອະ​ນຸ​ຍາດ​ໃຫ້​ປ່ອຍ​ຕົວ ແລະ ເດີນ​ທາງ​ກັບ​ຄືນ​ສູ່​ພູມ​ລຳ​ເນົາ​ທັງ​ຍັງ​ໄດ້​ມອບ​ໝາຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈະ​ຕ້ອງ​ດຳ​ເນີນ​ການ​ຕິດ​ຕາມ​ການ​ເຄື່ອນ​ໄຫວ​ຂອງ​ຜູ້​ທີ່​ຖືກ​ສຶກ​ສາ​ອົບ​ຮົມ​ທຸກ​ຄົນ​ຢ່າງ​ໃກ້​ຊິດ​ອີກ​ດ້ວຍ.

XS
SM
MD
LG