ລັດຖະບານລາວໄດ້ຕັ້ງສູນກາງຂໍ້ມູນທີ່ດິນເພື່ອເຮັດໃຫ້ປະຊາຊົນລາວເພິ່ງພໍໃຈຕໍ່ການຊົດເຊີຍທີ່ເຂົາເຈົ້າໄດ້ຮັບຈາກໂຄງການຕ່າງໆ ທີ່ລັດຖະບານອະນຸມັດໃຫ້ສໍາປະທານແກ່ນັກລົງທຶນລາວແລະຕ່າງປະເທດ. ຊົງລິດ ໂພນເງິນມີລາຍງານເລື້ອງນີ້ມາຈາກບາງກອກ.
ທ່ານນາງບຸນຄຳ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ຖະແຫລງວ່າ ການຈັດຕັ້ງສູນກາງຂໍ້ມູນຂ່າວສານກ່ຽວກັບທີ່ດິນແຫ່ງຊາດຈະສຳເລັດພາຍໃນປີ 2021 ນີ້ຢ່າງແນ່ນອນ. ການດໍາເນີນງານໃນປັດຈຸບັນນີ້ກໍາລັງຢູ່ໃນຂັ້ນຕອນຂອງການກໍ່ສ້າງສະຖານີອ້າງອີງການສໍາຫລວດ-ວັດແທກແບບຕໍ່ເນື່ອງຈໍານວນ 52 ສະຖານີ ແລະການປະສານງານກັບບັນດາແຂວງໃນທົ່ວປະເທດໃນການຄົ້ນຄວ້າແລະກໍານົດລາຄາທີ່ດິນ ເພື່ອສະເໜີຕໍ່ສະພາແຫ່ງຊາດຮັບຮອງແລະ ປະກາດບັງຄັບໃຊ້ໃນທົ່ວປະເທດໃຫ້ໄດ້ພາຍໃນປີ 2021 ນີ້, ດັ່ງທີ່ນາງບຸນຄໍາໃຫ້ການຢືນຢັນວ່າ:
“ສຳລັບແຜນການໃນຕໍ່ໜ້າໃນການພັດທະນາລະບົບເຄືອຂ່າຍຂໍ້ມູນຂ່າວສານກ່ຽວກັບທີ່ດິນ ແມ່ນການກໍ່ສ້າງສະຖານີອ້າງອີງການສໍາຫລວດ-ວັດແທກແບບຕໍ່ເນື່ອງ 52 ສະຖານີ, ສືບຕໍ່ປະສານງານສົມທົບ ກັບແຂວງເປົ້າໝາຍ ດໍາເນີນການຄົ້ນຄ້ວາ ແລະສະເໜີ ສະພາຮັບຮອງປະກາດໃຊ້ເຂດປະເມີນລາຄາທີ່ດິນໃນຈຳນວນເມືອງທີ່ຍັງເຫຼືອໃຫ້ໄດ້ນຳໃຊ້ໃນປີ 2021 ນີ້.”
ໂດຍລັດຖະບານລາວຄາດຫວັງວ່າ ການດໍາເນີນການດັ່ງກ່າວ ຈະເຮັດໃຫ້ປະຊາຊົນລາວ ມີຄວາມເຊື່ອໝັ້ນ ແລະເພິ່ງພໍໃຈຕໍ່ການຊົດເຊີຍທີ່ດິນ ແລະສິ່ງປຸກສ້າງທີ່ໄດ້ຮັບຈາກໂຄງການພັດທະນາຕ່າງໆ ທີ່ລັດຖະບານໄດ້ອະນຸມັດສໍາປະທານແກ່ບັນດານັກລົງທຶນລາວ ແລະຕ່າງຊາດ ເພາະໃນໄລຍະທີ່ຜ່ານມາ ປາກົດວ່າມີປະຊາຊົນມີປະຊາຊົນຈໍານວນຫລາຍທີ່ບໍ່ພະໃຈຕໍ່ການຊົດເຊີຍ ໂດຍສະເພາະແມ່ນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະໂຄງການສ້າງທາງລົດໄຟລາວ-ຈີນໃນລາວນັ້ນ ເພາະວ່າ ການຊົດເຊີຍທີ່ໄດ້ຮັບ ມີມູນຄ່າຕ່ຳກວ່າການເສຍຫາຍຕົວຈິງທັງຍັງຈັດຕັ້ງປະຕິບັດບໍ່ໄດ້ຕາມສັນຍາສຳປະທານອີກດ້ວຍ ດັ່ງທີ່ສະມາຊິກສະພາແຫ່ງຊາດທ່ານນຶ່ງໄດ້ຍົກຕົວຢ່າງເຖິງກໍລະນີ ບັນຫາທີ່ເກີດຂຶ້ນຈາກການກໍ່ສ້າງເຂື່ອນນໍ້າອູ 7 ໂຄງການ ແລະທາງລົດໄຟລາວ-ຈີນໃນແຂວງຫລວງພະບາງ ໄດຍບໍລິສັດຈາກຈີນນັ້ນວ່າ:
“ເປັນຕົ້ນວ່າແມ່ນຜົນກະທົບຈາກການສ້າງເຂື່ອນໄຟຟ້ານ້ຳຄານ, ນ້ຳອູ1, ນ້ຳອູ2, ນ້ຳອູ3, ຜົນກະທົບຈາກການສ້າງທາງລົດໄຟ ໂດຍທົ່ວໄປແລ້ວ ກໍໄດ້ມີການຊົດເຊີຍໃຫ້ແກ່ປະຊາຊົນ ແຕ່ວ່າກໍມີຈຳນວນນຶ່ງກະຍັງບໍ່ທັນພໍໃຈບາງດ້ານ ເພາະບາງເທື່ອກໍບໍ່ໄດ້ຕ້ານເຈື່ອນ, ບາງເທື່ອກະສ້າງໄປແລ້ວໄມ້ມັນກະແຫ່ວ ແລ້ວມັນກໍຫ່າງ ຫລືວ່າຈາກການທີ່ມີການຈັດສັນບ້ານແລ້ວ ກໍຮຽກຮ້ອງເຖິງການປັບປຸງຊີວິດການເປັນຢູ່ ຖືວ່າບາງດ້ານ ຍັງເຮັດບໍ່ທັນໄດ້ດີ.”
ທັງນີ້ໂດຍຈາກການເກັບກຳຂໍ້ມູນກໍພົບວ່າ ມີປະຊາຊົນລາວກວ່າ 12,000 ຄົນຢູ່ໃນເຂດ 28 ບ້ານ ທີ່ ຖືກກະທົບຈາກເຂື່ອນໄຟຟ້ານ້ຳອູ ທັງ 7 ໂຄງການ ຊຶ່ງກຸ່ມຜູ້ລົງທຶນຈາກຈີນລາຍງານວ່າ ໄດ້ຈ່າຍເງິນຊົດເຊີຍໃຫ້ປະຊາຊົນທີ່ຖືກກະທົບຈາກເຂື່ອນນ້ຳອູ 2, 5 ແລະ 6 ແລ້ວ ແຕ່ຈາກການ ສຳຫຼວດໂດຍອົງການແມ່ນ້ຳສາກົນ (International Rivers) ພົບວ່າ ມີປະຊາຊົນ 89 ບ້ານທີ່ຢູ່ໃນແຂວງຜົ້ງສາລີ, ອຸດົມໄຊ ແລະຫລວງພະບາງ ຖືກກະທົບຈາກເຂື່ອນນ້ຳອູນັ້ນ ສ່ວນໃຫຍ່ຍັງບໍ່ທັນໄດ້ຮັບການຊົດເຊີຍແຕ່ຢ່າງໃດ.
ສ່ວນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກໍໄດ້ກະທົບຕໍ່ປະຊາຊົນ 4,411 ຄອບຄົວ ໃນແຂວງຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ກໍໄດ້ເວນຄືນທີ່ດິນແລ້ວ 3,832 ເຮັກຕາ, ສິ່ງປູກສ້າງ 3,346 ຫຼັງ, ຕົ້ນໄມ້ຕ່າງກວ່າ 1 ລ້ານຕົ້ນ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ໄດ້ລະບຸວ່າ ໄດ້ມີການຊົດເຊີຍຕໍ່າກວ່າ 10 ເທົ່າ ເຊັ່ນ ທີ່ດິນຢູ່ເຂດເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ທີ່ມີລາຄາຊື້ຂາຍຕົວຈິງທີ່ລາຄາສະເລ່ຍ 1.3 ລ້ານກີບຕໍ່ຕາແມັດ ຫາກແຕ່ກໍໄດ້ມີການຊົດເຊີຍພຽງ 137,000 ກີບຕໍ່ຕາແມັດ ເທົ່ານັ້ນ.
ສ່ວນເຈົ້າໜ້າທີ່ຂັ້ນສູງໃນຄະນະກຳມາທິການແມ່ນ້ຳຂອງ (MRC) ກໍຢືນຢັນວ່າການກໍ່ສ້າງເຂື່ອນໄຟຟ້າໃນລາວໃນໄລຍະຜ່ານມາໄດ້ເຮັດໃຫ້ຕ້ອງຍົກຍ້າຍປະຊາຊົນລາວແລ້ວ 80,000 ຄົນ ຫຼື 14,500 ກວ່າຄົວເຮືອນໃນ 280 ກວ່າບ້ານ ຊຶ່ງສ່ວນໃຫຍ່ກໍໄດ້ຍົກຍ້ານໄປຢູ່ເຂດຈັດສັນໃໝ່ ໂດຍບັນດານັກລົງທຶນໃນໂຄງການຕ່າງໆ ໄດ້ນໍາໃຊ້ເງິນທຶນໄປເກີນກວ່າ 500 ລ້ານ ໂດລາ ເພື່ອຊົດເຊີຍ ແລະ ພັດທະນາທີ່ຢູ່ອາໄສໃໝ່ໃຫ້ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບດັ່ງກ່າວນັ້ນ.