ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມສະຫງົບໃນລາວ ວາງແຜນຈະແກ້ໄຂບັນຫາ ການກໍ່ອາດຊະຍາກຳ ໃຫ້ໄດ້ເຖິງ 90 ເປີເຊັນ


ພວກກະທຳຄວາມຜິດ ທີ່ຖືກຈັບ.
ພວກກະທຳຄວາມຜິດ ທີ່ຖືກຈັບ.

ກຳລັງປ້ອງກັນຄວາມສະຫງົບຂອງລາວ ວາງແຜນການສະກັດກັ້ນ ແລະແກ້ໄຂບັນຫາ
ອາດຊະຍາກຳ ທີ່ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ສັງຄົມລາວໃຫ້ໄດ້ເຖິງ 90 ເປີເຊັນ
ຂອງຄະດີອາດຊະຍາກຳທັງໝົດ ໃນປີ 2021 ນີ້ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານ
ຈາກບາງກອກ.

ພົນຕີກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ ຖະ
ແຫຼງວ່າ ເປົ້າໝາຍທີ່ສຳຄັນປະການນຶ່ງ ສຳລັບການຈັດຕັ້ງປະຕິບັດແຜນການ ໃນຕະ
ຫຼອດປີ 2021 ນີ້ ກໍຄືການສະກັດກັ້ນແລະແກ້ໄຂບັນຫາອາຊະຍາກຳທີ່ສົ່ງ ຜົນກະທົບ
ຢ່າງກວ້າງຂວາງ ຕໍ່ສັງຄົມລາວ ໃຫ້ໄດ້ເຖິງ 90 ເປີເຊັນ ຂອງຄະດີ ອາຍາຊະຍາກຳທີ່
ເກີດຂຶ້ນທັງໝົດ ດ້ວຍການຍົກລະດັບປະສິດທິພາບໃນການປະ ຕິບັດໜ້າທີ່ຂອງບັນ
ດາພະນັກງານປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນໃນທົ່ວປະເທດ ດັ່ງທີ່ພົນຕີກົງທອງ
ໄດ້ຖະແຫຼງຢືນຢັນວ່າ:

“ຄະນະພັກ ຄະນະບັນຊາແຕ່ລະຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບການເມືອງ ຂອງ
ຕົນ ຖືເອົາການສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກ ສ້າງທັດ ສະນະຫລັກ
ໝັ້ນຄຸນນະທາດການເມືອງ ຄຸນສົມບັດ ສິນທຳປະຕິວັດ ຈັນຍາບັນ ຈັນຍາທຳ ຂອງກຳ
ລັງປ້ອງກັນຄວາມສະຫງົບເປັນສຳຄັນ ປັບປຸງລະບຽບວິໄນ ແລະ ແບບແຜນການບັງຄັບ
ບັນຊາໃຫ້ເຂັ້ມງວດ ເດັດດ່ຽວ ເດັດຂາດ ເຊີດຊູບົດ ບາດ ການນຳ
ພາຂອງພັກ ເດັດຂາດ
ໂດຍກົງ ແລະຮອບດ້ານຕໍ່ວຽກງານປ້ອງກັນ ຄວາມສະຫງົບ.”

ແຕ່ຢ່າງໃດກໍຕາມບັນຫາໄພສັງຄົມ ກໍໄດ້ກາຍເປັນບັນຫາທີີ່ມີລະດັບຄວາມຮຸນແຮງ ເພີ້ມ
ຂຶ້ນນັບມື້ ໂດຍສະເພາະແມ່ນການກໍ່ອາດຊະຍາກຳທີ່ພົວພັນກັບບັນດານັກຫຼີ້ນ ການພະ
ນັນ ແລະແກັ່ງຄ້າາຢາເສບຕິດນັ້ນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່

ຂອງພົນລະເມືອງລາວຢ່າງກວ້າງຂວາງໃນປັດຈຸບັນນີ້ ເຖິງແມ່ນວ່າທາງການລາວ ຈະ
ໄດ້ພະຍາຍາມ ດຳເນີນມາດຕະການປາບປາມ ຢ່າງເດັດຂາດຫຼາຍຂຶ້ນກໍຕາມ ຫາກແຕ່
ວ່າ ປະສິດທິພາບໃນການຈັດຕັ້ງປະຕິບັດນັ້ນ ກໍຍັງບໍ່ສາມາດຮັບມືກັບບັນ ຫາໂຕຈິງໄດ້
ຢ່າງເທົ່າທັນ ກັບສະພາບການທີ່ເກີດຂຶ້ນ ເພາະກຳລັງເຈົ້າໜ້າທີ່ມີ ໜ້ອຍ ແຕ່ກັບມີຜູ້ກະ
ທຳຜິດຫຼາຍ ໂດຍເຂດນະຄອນວຽຈັນ ກໍແມ່ນເຂດນຶ່ງ ທີ່ມີ ບັນຫາອາດຊະຍາກຳເກີດຂຶ້ນ
ຫຼາຍທີ່ສຸດໃນລາວ ດັ່ງທີ່ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງເຂດນະຄອນຫຼວງວຽງຈັນ
ໄດ້ຖະແຫຼງຢືນຢັນວ່າ:

“ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນບັນຫາຢາເສບຕິດ ກໍໄດ້ເອົາໃຈໃສ່ ປາບ
ປາມ ແຕ່ຍັງບໍ່ມັນຫລຸດລົງ ອຸປະຕິເຫດຕາມທ້ອງຖະໜົນ ບັນຫາໄພສັງຄົມ ການປຸ້ນຈີິ້ ຊີງ
ສັບ ກຸ່ມແກັ່ງກວນເມືອງຂໍ້ຂັດແຍ້ງຄະດີຄວາມຕ່າງໆໄດ້ມີມາດຕະ ການແກ້ໄຂ ແລະມີ
ຫຼາຍມາດຕະການຄວບຄຸມ ແຕ່ການເຄື່ອນໄຫວໂຕຈິງກໍຍັງບໍ່ ແຂງແຮງ ແລະຕໍ່ເນື່ອງຈຳ
ນວນຜູ້ເສຍຊີວິດ ແບະຊັບສິນທີ່ເສຍຫາຍຍ້ອນອຸບັດຕິ ເຫດ ແລະບັນຫາໄພສັງຄົມກໍຍັງ
ໜັກໜ່ວງອັນໄດ້ສົ່ງຜົນກະທົບ ຕໍ່ການຂະຫຍາຍ ໂຕຂອງເສດຖະກິດສັງຄົມ ແລະກະ
ທົບຕໍ່ຄອບຄົວ.”

ທັງນີ້ໃນ 2 ປີ ທີ່ຜ່ານມາ ຕໍາຫຼສດລາວ ຈັບນັກຄ້າຢາເສບຕິດໄດ້ 13,900 ກວ່າ ຄົນ ຈາກ
9,340 ກວ່າຄະດີ ຍຶດຢາບ້າ 37 ກວ່າລ້ານເມັດ ເຮໂຣອິນກວ່າ 735 ກິໂລກຣາມ ຢາໄອສ໌
ກວ່າ 2 ຕັນ ກັນຊາ 6.3 ຕັນ ຝິ່ນກວ່າ 500 ກິໂລກຣາມ ໂຄເຄນ 8 ກິໂລກຣາມ ສານເຄມີ
10 ໂຕນ ອາວຸດປືນ ແລະອຸປະກອນສື່ສານກວ່າ 1 ໝື່ນລາຍການ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງປ້ອງກັນຄວາມສະຫງົບ ກໍເປີດເຜີຍວ່າການກໍ່ອາດ
ຊະຍາກຳທີ່ກ່ຽວຂ້ອງກັບບັນດານັກຫຼີ້ນກາພະນັນ ແລະກຸ່ມແກັ່ງອາຊະຍາກອນຈາກຈີນ
ໃນລາວ ກໍມີທ່າອຽງເພີ້ມຂຶ້ນນັບມື້ເຊັ່ນກັນ ໂດຍສະເພາະແມ່ນໃນໄລຍະຂອງການສົ່ງເສີມ
ການທ່ອງທ່ຽວລະຫວ່າງລາວກັບຈີນ ໃນປີ 2018-2019 ນັ້ນ ທາງການລາວ ໄດ້ຈັບກຸມ
ອາຊະຍາກອນຊາວຈີນ ທີ່ກະທຳຄວາມຜິດໃນລາວ ແລະໄດ້ສົ່ງໂຕ ໃຫ້ກັບທາງການຈີນ
ຈຳນວນເຖິງ313 ຄົນ ທີ່ໄດ້ຮ່ວມກັນສໍ້ໂກງ ເງິນຈາກຊາວຈີນດ້ວຍກັນ ໂດຍຜ່ານລະບົບ
internetເກີນກວ່າ 1,200 ກໍລະນີ ຊຶ່ງຄິດເປັນມູນຄ່າໃນການສໍ້ໂກງຫຼາຍກວ່າ 100
ລ້ານຢວນ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນສະຫະພັນແມ່ຍິງລາວ ເປີດເຜີຍວ່າສະຫະພັນແມ່ຍິງລາວ ໄດ້
ໃຫ້ການຊ່ວຍເຫຼືອຜູ້ຍິງລາວ ທີ່ຖືກຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ຂ້າມຊາດ
ຈຳນວນ 146 ຄົນ ໃນປີ 2019 ໃນນີ້ແບ່ງເປັນ 94 ຄົນ ທີ່ຕົກເປັນ ເຫຍື່ອຂອງແກັ່ງຄ້າມະ
ນຸດໃນຈີນ 17 ຄົນໃນໄທ ແລະ 3 ຄົນໃນຫວຽດນາມ ສ່ວນ 32 ຄົນນັ້ນ ຕົກເປັນເຫຍື່ອ
ຂອງການຄ້າມະນຸດໃນລາວ ທີ່ີມີເຄືອຂ່າຍທັງຢູ່ ຈີນ ໄທ ແລະຫວຽດນາມ ໂດຍສ່ວນຫຼາຍ
ແມ່ຍິງລາວຈະຖືກຫຼອກໃຫ້ແຕ່ງດອງ ກັບຜູ້ຊາຍຈີນ ແລ້ວຖືກບັງຄັບໃຫ້ຂາຍບໍລິການ
ທາງເພດ ເມື່ອເດີນທາງໄປຢູ່ ປະ ເທດຂອງຝ່າຍຊາຍແລ້ວນັ້ນ.

ນອກຈາກນີ້ການເກັບຂໍ້ມູນພາກສະໜາມ ຍັງພົບດ້ວຍວ່າມີແມ່ຍິງລາວຫຼາຍກວ່າ 15,340
ຄົນ ທີ່ຂາຍບໍລິການທາງເພດເປັນອາຊີບ ຊຶ່ງສ່ວນໃຫຍ່ກໍຄືແມ່ຍິງລາວ ທີ່ໄດ້ຢ່າຮ້າງກັບ
ສາມີແລ້ວນັ້ນ.

XS
SM
MD
LG