ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກປັນຍາຊົນລາວ ຄິດວ່າ ການເຂົ້າໄປພົວພັນຂອງ ສຫລ ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ຫລາຍຂຶ້ນຈະມີຜົນດີ ຕໍ່ຂົງເຂດ


ຮອງປະທານາທິບໍດີ Kamala Harris ພົບກັບພວກນັກເຄື່ອນໄຫວທີ່ເຮັດວຽກປົກປ້ອງສິດຂອງພວກຮັກຮ່ວມເພດ, ພວກປ່ຽນເພດແລະຄົນພິການ ແລະການປ່ຽນແປງຂອງດິນຟ້າອາກາດ ຢູ່ບ້ານພັກຂອງອຸປະທູດສະຫະລັດ ທີ່ນະຄອນຫລວງຮາໂນ່ຍຂອງຫວຽດນາມ, ວັນທີ 26 ສິງຫາ, 2021
ຮອງປະທານາທິບໍດີ Kamala Harris ພົບກັບພວກນັກເຄື່ອນໄຫວທີ່ເຮັດວຽກປົກປ້ອງສິດຂອງພວກຮັກຮ່ວມເພດ, ພວກປ່ຽນເພດແລະຄົນພິການ ແລະການປ່ຽນແປງຂອງດິນຟ້າອາກາດ ຢູ່ບ້ານພັກຂອງອຸປະທູດສະຫະລັດ ທີ່ນະຄອນຫລວງຮາໂນ່ຍຂອງຫວຽດນາມ, ວັນທີ 26 ສິງຫາ, 2021

ການຢ້ຽມຢາມຫວຽດນາມແລະສິງກະໂປຂອງທ່ານນາງຄາມາລາ ແຮຣີສ, ຮອງປະທາ ນາທິບໍດີສະຫະລັດໃນອາທິດແລ້ວນີ້ ທີ່ເປັນການຢໍ້າເຖິງນະໂຍບາຍຂອງສະຫະລັດຕ້ານຢັນຕໍ່ການຂະຫຍາຍອິດທິພົນຂອງຈີນ ໂດຍສະເພາະແມ່ນການ ອ້າງເອົາກໍາມະສິດຂອງຈີນ ຕໍ່ເນື້ອທີ່ເກືອບທັງໝົດ ຂອງທະເລຈີນໃຕ້ນັ້ນ ຖືວ່າ ເປັນການດີ ໃຫ້ແກ່ປະເທດໃນຂົງເຂດດັ່ງກ່າວເພາະມັນຕ້ານຢັນການຄອບຄອງ ທາງເສດຖະກິດຂອງຈີນ ຕໍ່ຂົງເຂດນັ້ນ ດັ່ງທີ່ນັກປັນຍາຊົນລາວທ່ານນຶ່ງທີ່ບໍ່ປະ ສົງອອກນາມ ຢູ່ໃນນະຄອນຫລວງວຽງຈັນໃຫ້ຄໍາເຫັນວ່າ:

ທັງນີ້ຜູ້ກ່ຽວບອກວ່າການລົງທຶນຂອງຈີນໃນຫລາຍປະເທດ ໂດຍສະເພາະແມ່ນໂຄງການ ທີ່ກ່ຽວຂ້ອງກັບການສໍາປະທານທີ່ດິນບາງຄັ້ງກໍມີການລະເມີດສິດທິມະນຸດເມື່ອມີການຊົດເຊີຍຕໍ່ຊັບສິນຂອງປະຊາຊົນແບບບໍ່ເປັນທໍາ. ສະນັ້ນຜູ້ກ່ຽວ ຄິດວ່າ ການຫັນເຂົ້າໄປພົວພັນຂອງສະຫະລັດກັບຂົງເຂດດັ່ງກ່າວຫລາຍຂຶ້ນຈະມີຜົນດີຕໍ່ການສົ່ງເສີມປະຊາທິປະໄຕຢູ່ໃນຂົງເຂດ ຊຶ່ງນັກປັນຍາ ຊົນທ່ານນີ້ໃຫ້ ຄໍາຄິດເຫັນກ່ຽວກັບເລື້ອງນີ້ວ່າ:

ໃນຕອນຢ້ຽມຢາມສິງກະໂປ ແລະຖະແຫລງຂ່າວຮ່ວມກັບນາຍົກລັດຖະມົນຕີ ຫຼີ ຊຽນລຸງ (Lee Hsien Loong) ຂອງສິງກະໂປ ນັ້ນ ທ່ານນາງແຮຣີສກ່າວວ່າ “ເຫດຜົນທີ່ຂ້າພະເຈົ້າມາທີ່ນີ້ ກໍຍ້ອນວ່າ ສະຫະລັດເປັນຜູ້ນໍາລະດັບໂລກ ແລະ ພວກເຮົາຢາກເຮັດບົດບາດນີ້ຢ່າງຈິງຈັງ.

ການໄປຢ້ຽມຢາມຫວຽດນາມຢ່າງເປັນປະຫວັດສາດຂອງຮອງປະທານາທິບໍດີໃນ ຄັ້ງນີ້ ທ່ານນາງບອກວ່າ ສະຫະລັດມີຈຸດປະສົງຢາກຍົກລະດັບສາຍພົວພັນກັບ ຫວຽດນາມໃຫ້ເປັນສາຍພົວພັນທີ່ເປັນຄູ່ພາຄີທາງຍຸດທະສາດ ຊຶ່ງໃນນັ້ນສະຫະ ລັດໃຫ້ຄໍາໝັ້ນສັນຍາວ່າຈະສະໜັບສະໜູນເສດຖະກິດທາງດີຈິຕອລຂອງຫວຽດ ນາມ, ບໍລິຈາກວັກຊີນໄຟເຊີກັນ Covid-19 1 ລ້ານໂດສ, ເປີດຫ້ອງການ ຂອງສູນກາງຄວບຄຸມ ແລະປ້ອງກັນພະຍາດສະຫະລັດ ປະຈໍາຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ຊຶ່ງເຮັດໃຫ້ຫວຽດນາມ ກາຍເປັນ 1 ໃນ 4 ປະເທດໃນ ໂລກ ທີ່ເປັນບ່ອນຕັ້ງຫ້ອງການລະດັບຂົງເຂດ ຂອງສູນກາງດັ່ງກ່າວ. ນອກ ຈາກນັ້ນ ຍັງຈະສ້າງເຂດຄຸ້ມ ຂອງສະຖານເອກອັກຄະລັດຖະທູດສະຫະລັດ ປະຈໍາຫວຽດນາມແຫ່ງໃໝ່ ໃນມູນຄ່າ 1 ຕື້ 2 ລ້ານໂດລາ. ພ້ອມກັນນັ້ນ ທ່ານເລ ຮົງ ຫຽບ (Le Hong Hiep) ນັກຄົ້ນຄວ້າລະດັບ ສູງຢູ່ສະຖາບັນຄົ້ນຄວ້າ ISEAS-Yusof Ishak ­Institute ໃນສິງກະໂປເວົ້າວ່າ ການຖອນ ທະຫານຂອງສະຫະລັດ ອອກຈາກ ອັຟການິສ ຖານຈະເຮັດໃຫ້ສະຫະລັດສາ ມາດຮວບຮວມເອົາຈຸດສົນ ໃຈໃນທາງຍຸດທະສາດ ແລະຊັບພະຍາກອນ ໄປ ຫາຂົງເຂດອື່ນທີ່ມີຄວາມສໍາຄັນຕໍ່ອາເມຣິກາຫລາຍກວ່າ ລວມທັງຂອງເຂດ ເອເຊຍຕາເວັນອອກສຽງໃຕ້ອີກດ້ວຍ” ອີງຕາມໜັງສືພິມ South China Morning Post ທີ່ຮົງກົງ.

XS
SM
MD
LG