ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮ້ານອາຫານຄົນ ລາວ ໄດ້ຮັບການສະໜັບສະໜູນ ຢ່າງຫຼວງຫຼາຍ ຈາກຊຸມຊົນ ໃນເຂດຊານເມືອງຂອງລັດ ວິສຄອນຊິນ ໃນໄລຍະ COVID-19


ແມ່ຍິງຄົນນຶ່ງກຳລັງກິນອາຫານ ລາວ ຢູ່ຮ້ານອາຫານ SapSap, ເມືອງ ເຣຊີນ, ລັດ ວິສຄອນຊິນ.
ແມ່ຍິງຄົນນຶ່ງກຳລັງກິນອາຫານ ລາວ ຢູ່ຮ້ານອາຫານ SapSap, ເມືອງ ເຣຊີນ, ລັດ ວິສຄອນຊິນ.

ຕະຫຼາດແຮງງານແມ່ນກຳລັງດີຂຶ້ນ ແລະ ເສດຖະກິດກໍຂະຫຍາຍຕົວຢ່າງຊ້າໆໃນຊ່ວງໂຣກລະ ບາດ COVID-19 ນີ້. ໂຣກລະບາດດັ່ງກ່າວໄດ້ເຮັດໃຫ້ທຸລະກິດຂະໜາດນ້ອຍຫຼາຍແຫ່ງຕ້ອງປິດກິດຈະການໄປ ຫຼື ຫຼຸດການບໍລິການຂອງເຂົາເຈົ້າ. ເຫັນໄດ້ຊັດເຈນກວ່າໝູ່ແມ່ນບັນດາຮ້ານອາ ຫານ, ຮ້ານກິນດື່ມ ແລະ ສະຖານທີ່ບັນເທີງຕ່າງໆ.

ບັນຫາຈາກໂຣກລະບາດ COVID-19 ແມ່ນມີຫຼາກຫຼາຍ, ບໍ່ວ່າຈະເປັນມາດຕະການກັກບໍລິເວນ, ບັນຫາແບ່ງແຍກເຊື້ອຊາດຄົນເອເຊຍ, ໂດຍສະເພາະແມ່ນຕໍ່ຄົນ ຈີນ ທີ່ໄວຣັສໂຄໂຣນາໄດ້ຖືກກວດພົບທຳອິດໃນປະເທດດັ່ງກ່າວ. ທຸລະກິດຂອງຄົນເອເຊຍ ໃນລະຫວ່ງການເກີດໂຣກລະບາດໃໝ່ນັ້ນແມ່ນໄດ້ຮັບຄວາມເສຍຫາຍຢ່າງຫຼວງຫຼາຍ. ພ້ອມກັນນັ້ນຄົນເອເຊຍຈາກປະເທດອື່ນໆ ກໍຖືກກະທົບໄປນຳດ້ວຍ.

ເຖິງແມ່ນຈະພົບຄວາມຫຍຸ້ງຍາກ, ທຸລະກິດຂອງບາງຄົນກໍດຳເນີນກິດຈະການໄປໄດ້ຂ້ອນຂ້າງດີ. ດັ່ງກັບທ່ານ ແອນ້ອຍ ຄົນລາວທີ່ອາໄສຢູ່ລັດ ວິສຄອນຊິນ ເຊິ່ງລາວໄດ້ຫັນມາເປີດຮ້ານອາຫານຢູ່ເມືອງນ້ອຍໆແຫ່ງນຶ່ງ ຫຼັງຈາກທີ່ໄດ້ຂາຍອາຫານສົ່ງໃຫ້ຄົນຈາກບ້ານ.

ທ່ານ ແອນ້ອຍ ໄດ້ກ່າວຕໍ່ພວກເຮົາວ່າ “ພວກເຮົາເຮັດໄດ້ດີຫຼາຍຢ່າງໜ້າປະຫຼາດໃຈ. ຂ້ານ້ອຍກະຄິດວ່າຊິຍາກ, ຂ້ານ້ອຍຢ້ານເຂົາຄິດວ່າຄົນລາວເປັນຄົນ ຈີນ ເນາະເພາະ Coronavirus. ຂ້ານ້ອຍກະຄິດວ່າເຂົາຊິບໍ່ມັກເພາະວ່າເຮົາເປັນຄົນເອເຊຍ. ຫາກການສະໜັບສະໜູນແມ່ນດີຫຼາຍ ທຸກຄົນມາຊ່ວຍເຮົາ. ມາຊື້ເຄື່ອງມາຊື້ອາຫານນີ້ແຫຼະ.”

ຮ້ານອາຫານຂອງທ່ານ ແອນ້ອຍ ຕອນນີ້ ໄດ້ເປີດໃຫ້ຄົນເຂົ້າໄປນັ່ງກິນແລ້ວ ແລະ ຮ້ານຂອງລາວກໍໄດ້ປະຕິບັດມາດຕະການ COVID-19 ທີ່ລັດຖະບານໄດ້ປະກາດໃຊ້ເຊັ່ນກັນ. ຖ້າໃຜບໍ່ໄດ້ສັກຢາ ກໍຈະບໍ່ຖືກອະນຸຍາດໃຫ້ເຂົ້າໄປທາງໃນ.

XS
SM
MD
LG