ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເຮັດທຸລະກິດ ກ່ຽວກັບການເປີດຮ້ານອາຫານລາວ


ພັນປາ, ເຊິ່ງເປັນອາຫານລາວທີ່ສາມາດກິນພັນກັບຜັກຫຼາຍໆຢ່າງ.
ພັນປາ, ເຊິ່ງເປັນອາຫານລາວທີ່ສາມາດກິນພັນກັບຜັກຫຼາຍໆຢ່າງ.

ອາຫານລາວ ຍັງບໍ່ປາກົດເຫັນຂາຍກັນຫຼາຍຕາມຮ້ານອາຫານ, ເຖິງແມ່ນເຈົ້າຂອງທຸລະກິດ ຈະເປັນຄົົນລາວ ແຕ່ສ່ວນຫຼາຍກໍມັກຈະຂາຍອາຫານປະເພດອື່ນ. ຖ້າທ່ານມັກອາຫານ ລາວ ແລະມີຄວາມສົນໃຈທີ່ຈະຂາຍອາຫານລາວ, ທິບສຸດາ ມີລາຍງານກ່ຽວກັບເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ຄວາມຈິງແລ້ວ ອາຫານລາວເປັນອາຫານທີ່ເປັນເອກະລັກສະເພາະ ແລະມີລົດຊາດທີ່ຄົນທົ່ວໂລກຮັບຮູ້, ດັ່ງນັ້ນ ການເປີດຮ້ານອາຫານລາວຈຶ່ງບໍ່ແມ່ນເລື້ອງຍາກ ເພາະວັດຖຸດິບຕ່າງໆກໍສາມາດຫາໄດ້ທົ່ວໄປຢູ່ໃນສະຫະລັດ.

ການເປີດຮ້ານອາຫານລາວ, ທ່ານສາມາດກະກຽມຫຼາຍໆຢ່າງ ແຕ່ສິ່ງທີ່ເປັນດ້ານຫຼັກກໍແມ່ນທຶນທີ່ໃຊ້ເຂົ້າໃນການເປີດຮ້ານ ແລະດໍາເນີນກິດຈະການ ເຊັ່ນ ທຶນສໍາລັບຊື້ຮ້ານ, ເຊົ່າສະຖານທີ່, ທຶນໝູນວຽນທີ່ຈະຕ້ອງໄດ້ຊື້ເຄື່ອງຂອງຕ່າງໆເຂົ້າມາໃສ່ຮ້ານ ແລະອື່ນໆ ໂດຍຈະໃຊ້ທຶນຢ່າງນ້ອຍ 200,000 ໂດລາຂຶ້ນໄປ.

ເມື່ອຜູ້ທີ່ຈະປະກອບການຫາກບໍ່ມີຕົ້ນທຶນທີ່ພຽງພໍ, ທ່ານສາມາດກູ້ຢືມຈາກແຫຼ່ງເງິນກູ້ຂອງທະນາຄານຢູ່ໃນທ້ອງຖິ່ນທີ່ທ່ານອາໄສຢູ່ ເພາະຜູ້ດໍາເນີນກິດຈະການຮ້ານອາຫານສ່ວນໃຫຍ່ ແມ່ນພາກັນກູ້ຢືມເງິນ ໃນລັກສະນະດັ່ງກ່າວ. ແຕ່ຜູ້ປະ ກອບການຕ້ອງເຂົ້າໃຈວ່າ ທ່ານເອງຈະຕ້ອງມີປະຫວັດທາງເຄຣດິດທີ່ດີ ແລະມີຂະແນນທີ່ສູງສົມຄວນ ຈຶ່ງຈະສາມາດກູ້ຢືມເງິນໄດ້ ແລະສະດວກ. ຖ້າທ່ານຫາກມີຄະແນນເຄຣດິດຢ່າງໜ້ອຍ 700 ຂຶ້ນໄປ ແມ່ນເປັນການດີຕໍ່ທ່ານທີ່ສຸດ.

ອາຫານລາວ, ຕໍາໝາກແຕງ.
ອາຫານລາວ, ຕໍາໝາກແຕງ.

ຢ່າງໃດກໍຕາມ, ສິ່ງທີ່ຂາດບໍ່ໄດ້ເລີຍກໍຄືການຂໍໜັງສືສໍາລັບເປີດຮ້ານເຊັ່ນ Business License ໃນລາຄາປະມານ 50 ໂດລາ, ແຕ່ກໍມີລະຫວ່າງ 25 ຫາ 7,000 ໂດລາ ເຊິ່ງຂຶ້ນຢູ່ກັບລັກສະນະ ແລະຜົນກໍາໄລຂອງຮ້ານ. EIN ເອກະສານນີ້ແມ່ນຟຣີ, ເອກະສານ CO ໂດຍທົ່ວໄປແມ່ນມີລາຄາປະມານ 50 ໂດລາ, Food Service License ເອກະສານນີ້ຈະອອກໃຫ້ໂດຍເມືອງ ຫຼືສາທາລະນະສຸກຂອງຂົງເຂດທີ່ຈະເປີດຮ້ານ ເຊິ່ງມີລາຄາລະຫວ່າງ 100 1,000 ໂດລາ ຂຶ້ນຢູ່ກັບສະຖານທີ່ຕັ້ງ ແລະຈໍານວນຂອງພະນັກງານ, ນອກນັ້ນກໍມີໜັງສືອະນຸຍາດຂໍຂຶ້ນປ້າຍ ແລະອື່ນໆ.

ຍານາງຄຣິສໂຕລ, ຄົນອາເມຣິກັນເຊື້ອສາຍລາວ ຜູ້ປະກອບການເປີດຮ້ານອາ ຫານລາວ ຢູ່ໃນລັດຟລໍຣິດາ ເລົ່າສູ່ VOA Lao ຟັງເຖິງເຫດຜົນທີ່ທ່ານນາງເລືອກປະກອບການທຸລະກິດຮ້ານອາຫານລາວວ່າ:

“ຂະນ້ອຍມາເຫັນວ່າຢູ່ໃນລັດຟລໍຣິດາມັນມີຂອງທໍາມະຊາດກໍຫຼາຍ ຄືວ່າເປັນໝາກຫຸ່ງ ເປັນຂອງເອເຊຍທັງຫຼາຍທີ່ບ້ານເຮົາມີຫັ້ນໜາ, ແລະບາດນີ້ຂະນ້ອຍກໍເລີຍວ່າຊິເປີດຮ້ານອາຫານລາວລອງເບິ່ງ ແລະກໍມີຄວາມໝັ້ນໃຈໃນການເຮັດອາຫານລາວ, ເວລາເຮັດຮ້ານອາຫານມາແລ້ວ ມັນໜ້າມືເປັນຫຼັງມືເລີຍ ເຮົາກໍແນະນໍາໃຫ້ເຂົາເຈົ້າເຫັນວ່າອາຫານລາວຂ້ອຍມີແບບນີ້ ແບບນີ້.”

ການເປີດຮ້ານອາຫານລາວ, ຄວນເລືອກສະຖານທີ່ທີ່ເໝາະສົມ ເບິ່ງສະພາບແວດລ້ອມ ແລະກຸ່ມເປົ້າໝາຍຂອງລູກຄ້າ, ເພາະຖ້າບໍລິເວນສະພາບແວດລ້ອມຂອງຮ້ານດີ ພ້ອມທັງມີກຸ່ມລູກຄ້າທີ່ສົນໃນອາຫານຂອງເຮົາແລ້ວ ການດໍາເນີນທຸລະກິດກໍໄປໄດ້ດີເຊັ່ນກັນ.

ອາຫານລາວ, ຕໍາໝາກຖົ່ວ ເຂົ້າໜຽວ ໄສ້ອົ່ວ.
ອາຫານລາວ, ຕໍາໝາກຖົ່ວ ເຂົ້າໜຽວ ໄສ້ອົ່ວ.

ລາຄາຂອງຫານ, ຜູ້ປະກອບການຄວນຈັດແບ່ງອາຫານແຕ່ລະຈານໃຫ້ເປັນທີ່ສົນໃຈຂອງລູກຄ້າ, ທ່ານອາດຈະເຮັດເປັນຊຸດ ຫຼືຂາຍແບບຈານດ່ຽວ ແຕ່ໃຫ້ລູກຄ້າເຂົ້າໃຈໃນການສັ່ງອາຫານ ເພາະອາຫານລາວສ່ວນຫຼາຍແມ່ນກິນກັບເຂົ້າໜຽວ ແລະກິນແບບເປັນຊຸດເຊັ່ນ ຕໍາໝາກຫຸ່ງຄູ່ກັບເຂົ້າໜຽວ ແລະປີ້ງໄກ່ ໝູ ຫຼືໄສ້ອົ່ວ, ລາບຊີ້ນກິນຄູ່ກັບຕົ້ມ ເຂົ້າໜຽວ ຜັກກັບ ແລະມີເມນູອື່ນໆອີກຫຼາຍຢ່າງ, ເຊິ່ງຍານາງຄຣິສໂຕລ ໄດ້ກ່າວລາຍການກ່ຽວກັບເມນູອາຫານລາວຢູ່ໃນຮ້ານຂອງຍານາງສູຟັງດັ່ງນີ້:

“ລາຍການອາຫານນີ້ກໍນັບຕັ້ງແຕ່ແໜມເຂົ້າ ຕໍາໝາກຫຸ່ງ ລາບ (ລາບໝູ ລາບໄກ່ ລາບຊີ້ນ) ມີກ້ອຍປາ ກ້ອຍກຸ້ງ ອ່ອມຂີ້ເຫຼັກ ແກງໜໍ່ໄມ້ ປີ້ງໄກ່ ແຈ່ວບອງ ຊີ້ນຫຼອດ ໄສ້ອົ່ວ, ແບບດັ້ງເດີມເລີຍ ອາຫານລາວແທ້ໆບໍ່ຜິດຫວັງ.”

ກໍານົດລາຄາຂອງອາຫານແຕ່ລະຈານໃຫ້ລະອຽດ ສົມມາພາຄວນ ບໍ່ແພງຫຼາຍເຊັ່ນ ລາຄາຈະຢູ່ແຕ່ລະຫວ່າງ 8 ໂດລາຂຶ້ນໄປ ຫຼຶ ຫຼາຍກວ່ານັ້ນ ແລ້ວແຕ່ເຍື່ອງອາຫານ ປະເພດອາຫານທີ່ສັ່ງ.

ເວົ້າລວມແລ້ວ, ອາຫານລາວກໍເປັນອີກຣົດຊາດນຶ່ງທີ່ຫຼາຍຄົນມັກໃນຣົດຊາດ ແລະເປັນສິ່ງໃໝ່ສໍາລັບຄົນອາເມຣິກັນທີ່ຢາກລອງ. ດັ່ງນັ້ນ ຖ້າຜູ້ປະກອບການຫາກມີຄວາມສົນໃຈທີ່ຈະເປີດຮ້ານອາຫານລາວ ທ່ານກໍສາມາດດໍາເນີນການໄດ້ ເພາະສາມາດສ້າງລາຍໄດ້ໃນແຕ່ລະວັນໂດຍສະເລ່ຍປະມານ 2,000 ໂດລາ.

XS
SM
MD
LG