ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄົນລາວ ທີ່ອາໄສຢູ່ ເຢຍຣະມັນ ປະເຊີນກັບ ການກັກບໍລິເວນທີ່ເຄັ່ງຄັດ ຄັ້ງທີສອງ


ພາບທົ່ວໄປຂອງຈະຕຸລັດ ນອຍມາກ ໃນລະຫວ່າງກການກັກບໍລິເວນໄວຣັສໂຄໂຣນາໃນທ້ອງຖິ່ນ. ເມືອງ ເດຣສເດັນ, ເຢຍຣະມັນ. 14 ທັນວາ, 2020.
ພາບທົ່ວໄປຂອງຈະຕຸລັດ ນອຍມາກ ໃນລະຫວ່າງກການກັກບໍລິເວນໄວຣັສໂຄໂຣນາໃນທ້ອງຖິ່ນ. ເມືອງ ເດຣສເດັນ, ເຢຍຣະມັນ. 14 ທັນວາ, 2020.

ຢູໂຣບ ແມ່ນກຳລັງປະເຊີນກັບການລະບາດຢ່າງໜັກຂອງ COVID-19 ໃນປັດຈຸບັນນີ້. ດ້ວຍຫຼາຍປະເທດໄດ້ວາງມາດຕະການກັກບໍລິເວນຄືນໃໝ່ໃນຊ່ວງບຸນ ຄຣິສມັສ.

ເຖິງວ່າປະເທດ ອັງກິດ ຈະໄດ້ດຳເນີນການສັກຢາວັກຊີນ COVID-19 ເປັນປະເທດທຳອິດນັ້ນ, ປະເທດອື່ນໆແມ່ນບໍ່ໄດ້ມີການອະນຸມັດໃຫ້ສັກຢາວັກຊີນຕ້ານໄວຣັສດັ່ງກ່າວເທື່ອ.

ປັດຈຸບັນນີ້ປະເທດ ເຢຍຣະມັນ ແມ່ນກຳລັງປະເຊີນກັບການລະບາດຢ່າງໜັກ, ແລະ ນາຍົກລັດ ຖະມົນຕີທ່ານນາງ ແອນເຈີລາ ເມີໂກລ ກໍໄດ້ປະກາດເມື່ອທ້າຍອາທິດຜ່ານມາວ່າ ປະເທດຕ້ອງໄດ້ມີການກັກບໍລິເວນໃນຊ່ວງວັນພັກນີ້.

ການປະກາດດັ່ງກ່າວຈະກໍ່ໃຫ້ເກີດຄວາມຫຍຸ້ງຍາກ ແລະ ບໍ່ສາມາດສະເຫຼີມສະຫຼອງບຸນສົ່ງທ້າຍປີເກົ່າ. ດັ່ງທີ່ທ່ານນາງ ໄຊປັນຍາ ຮຸ່ງໄຊຍະແສງ, ຄົນລາວທີ່ອາໄສຢູ່ເມືອງ ຟອດໄຊມ໌ (Pforzheim) ປະເທດ ເຢຍຣະມັນ ກ່າວວ່າ “ເລີ່ມແຕ່ວັນພຸດທີ 16 ທັນວາ ຫາວັນທີ 10 ເດືອນ ມັງກອນ 2021 ຈະມີ ການ ລັອກດາວ ຄັ້ງທີສອງ, ໂຮງຮຽນ, ຮ້ານຊັບພະສິນຄ້າ, ຮ້ານເສີມສວຍ, ແລະ ຮ້ານບໍລິການຕ່າງໆແມ່ນໃຫ້ປິດ. ສຳລັບຮ້ານອາຫານ, ຮ້ານເບເກີຣີ ແມ່ນມີແຕ່ ໃຫ້ຊື້ກັບໄປບ້ານໄດ້. ສ້ວນຮ້ານຊຸບເປີມາເກັດທີ່ຂາຍເຄື່ອງບໍລິໂພກ, ຮ້ານຂາຍ ຢາ ຍັງໃຫ້ເປີດປົກກະຕິ.” ທ່ານນາງ ໄຊປັນຍາ ກ່າວຕື່ມວ່າ “ບາງຄົນອາດຈະ ພົບຄວາມຫຍຸ້ງຍາກ ໃນການພົບປະກັບພໍ່ແມ່ ທີ່ບໍ່ໄດ້ອາໄສຢູ່ເຮືອນດຽວກັນ ຫຼື ບາງຄົນທີ່ອາໄສຢູ່ບ້ານພັກຄົນຊະລາ ທີ່ສຳຄັນແມ່ນເທດສະການຄຣິສມາສ ແລະ ປີໃໝ່ສາກົນທຸກຄົນໃນຄອບຄົວບໍ່ສາມາດສະຫຼອງພ້ອມກັນແບບຄົບໜ້າຄົບຕາໄດ້.”

ສ່ວນຄົນລາວໃນຣາຊະອານາຈັກ ອັງກິດ ແມ່ນໄດ້ພາກັນມີຄວາມດີໃຈກັບການເລີ່ມສັກຢາຕ້ານໂຄວິດ. ເຊິ່ງທ່ານນາງ ດວງໃຈ ຈັນສິລິ ໄດ້ກ່າວຕໍ່ພວກເຮົາວ່າ “ປະເທດ ອັງກິດ ເປັນປະເທດທໍາອິດທີ່ໄດ້ຮັບວັກຊີນຕ້ານ COVID-19 ນັ້ນຖືວ່າເປັນຜົນສຳເລັດອັນຍິ່ງໃຫຍ່. ແລະ ອີກຢ່າງນຶ່ງຂ້າພະ ເຈົ້າກໍຢາກໃຫ້ທຸກຄົນໄດ້ຮັບການສັກວັກຊີນ ການທີ່ວ່າທຸກໆຄົນນີ້ໝາຍເຖິງທຸກໆຄົນໃນທົ່ວໂລກ ບໍ່ແມ່ນພຽງແຕ່ປະຊາຊົນ ອັງກິດ ເທົ່ານັ້ນ. ເພື່ອວ່າພວກເຮົາຈະໄດ້ຂ້າມຜ່ານວິກິດການ ຫຼືວ່າຂ້າມຜ່າການລະບາດຄັ້ງນີ້ໄປ ແລະ ກະຢາກໃຫ້ທຸກຄົນມີຊີວິດກັບຄືນມາເປັນຊີວິດທີ່ວ່າປົກກະຕິດ.

ໃນລະດູວັນພັກນີ້ປົກກະຕິແລ້ວປະຊາຊົນຈະພາກັນໄປຊື້ເຄື່ອງເຕັມຢູ່ຫ້າງຊັບພະສິນຄ້າ, ທຳການເດີນທາງໄກ ແລະ ເຕົ້າໂຮມກັນກັບຄອບຄົວ. ແຕ່ເນື່ອງຈາກເກີດໂຣກລະບາດ COVID-19, ການເຮັດກິດຈະກຳດັ່ງກ່າວຈະກໍ່ໃຫ້ວິກິດການນີ້ຮ້າຍແຮງຂຶ້ນຕື່ມ.

XS
SM
MD
LG