ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບພະຍົບລາວ ກ່າວ​ເຖິງ​ໂອ​ກາດ ໃນ​ການ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ ຢູ່ສະຫະລັດ


ອົບ​ພະ​ຍົບ​ຊາວ​ມຽນ​ມາ ສູດ​ມົນພາ​ວະ​ນາ ເນື່ອງ​ໃນ​ໂອ​ກາດ​ວັນ​ອົບ​ພະ​ຍົບ​ໂລກ ​ຢູ່ນອກສຳ​ນັກ​ງານ​ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ຫຼວງ​ອິນ​ເດຍ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2023.
ອົບ​ພະ​ຍົບ​ຊາວ​ມຽນ​ມາ ສູດ​ມົນພາ​ວະ​ນາ ເນື່ອງ​ໃນ​ໂອ​ກາດ​ວັນ​ອົບ​ພະ​ຍົບ​ໂລກ ​ຢູ່ນອກສຳ​ນັກ​ງານ​ອົງ​ການ​ອົບ​ພະ​ຍົບ​ສະ​ຫະ​ປະ​ຊາ​ຊາດ ທີ່​ນະ​ຄອນ​ຫຼວງ​ອິນ​ເດຍ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2023.

ເນື່ອງຈາກສະຖານະການທີ່ຫຍຸ້ງຍາກສັບສົນ ເກີດຂຶ້ນຢູ່ໃນທົ່ວໂລກຈຶ່ງເຮັດໃຫ້ມີປະຊາຊົນຫຼາຍລ້ານຄົນພາກັນຍົກຍ້າຍ ແລະໜີອອກຈາກຖິ່ນຖານ ບ້ານ​ເກີດຂອງຕົນ, ເຊິ່ງອົງການສະຫະປະຊາຊາດ ຈຶ່ງໄດ້ກໍານົດ ເອົາວັນທີ 20 ມິຖຸນາ ເປັນວັນອົບພະຍົບໂລກປະຈໍາປີ. ສຳ​ລັບປະຊາຊົນລາວ​ ຈຳ​ນວນຫຼາຍແສນຄົນ ກໍໄດ້ພາກັນຫລົບໜີອອກຈາກບ້ານເກີດ​ເມືອງນອນ ພາຍຫຼັງປ່ຽນແປງລະບອບການປົກຄອງ ໃນປີ 1975, ເຊິ່ງເກືອບ​ທັງ​ໝົດ​ກໍພາກັນຜ່ານສູນ​ອົບ​ພະ​ຍົບໃນປະເທດໄທ ແລະໄດ້ຮັບການຊ່ວຍເຫຼືອ ໃຫ້ໄປຕັ້ງຖິ່ນຖານໃໝ່ ຢູ່​ໃນ​ຫຼາຍໆ​ປະ​ເທດ ຮວມ​ທັງສະຫະລັດ, ການາດາ, ຝຣັ່ງ, ອອສເຕຣເລຍ, ອາເຈັນຕິນາແລະອື່ນໆ. ທ່ານ Tom ທີ່ມາຕັ້ງຖິ່ນຖານຢູ່ສະຫະລັດເປັນເວລາຫຼາຍກວ່າ 40 ປີ, ເພິ່ນກໍເຄີຍເປັນ​ອົບ​ພະ​ຍົບອາໄສຢູ່ສູນໃນປະເທດໄທ ໄດ້ກ່າວໃຫ້ຟັງ ກ່ຽວກັບຊີວິດໃໝ່ ທີ່ເພິ່ນໄດ້ຮັບຈາກການຊ່ວຍເຫຼືອຂອງອົງການອົບພະຍົບວ່າ:

“ແຕ່ວ່າມາຢູ່ນີ້ດົນນານ ຄືວ່າຄວາມເຫັນດີຄືວ່າ ເຮົາໄດ້ມີໂອກາດຮຽນໜັງສື, ເຂົາຊ່ວຍເຫຼືອຄົນທຸກຍາກ ເຂົາກໍມີໂອກາດໃຫ້ເຮົາ, ເຂົາໃຫ້ໂອກາດທຸກໆ opportunities, ໃຫ້ໂອກາດ ໃຫ້ຄົນ ຜູ້ໃດມີກໍາລັງຈິດໃຈ ເຂົາມີວິທີແກ້ໄຂໃຫ້ ຄວາມຊ່ວຍເຫຼືອຫຼາຍສິ່ງຫຼາຍຢ່າງ ແລ້ວແຕ່ເຈົ້າມັກຮຽນແນວໃດ ເຂົາມີເຫດຜົນຊ່ວຍຄົນມາຕະຫຼອດ.”

ອີງຕາມຂໍ້ມູນຈາກອົງການ UNHCR ປັດຈຸບັນນີ້ ມີອົບ​ພະ​ຍົບ​ຫຼື​ຜູ້​ທີ່​ໄດ້​ຖືກ​ບັງ​ຄັບ​ໃຫ້​ຫຼົບ​ໜີ​ອອກ​ຈາກປະ​ເທດ 117.2 ລ້ານຄົນ, ​ມີຜູ້ຂໍລີ້ໄພ​ມີ 5.6 ລ້ານຄົນ ແລະ ​ຜູ້​ຫຼົ​ລໄພພາຍໃນປະເທດ​ຫຼື IDP ອີກ 61.2 ລ້ານຄົນ.

XS
SM
MD
LG