ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລັງຈາກທໍາການພິສູດສັນຊາດລັດຖະບານ ລາວ ກໍໄດ້ຮັບເອົາ 10 ກວ່າ ຄົນຈາກ ສຫລ ກັບຄືນປະເທດ


ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ແລະການາດາ (ພາບສະໜອງໃຫ້ໂດຍສະຖານເອກອັກລຄະລັດຖະທູດ ລາວ ທີ່ນະຄອນຫວງວໍຊິງຕັນ)
ທ່ານ ຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາສະຫະລັດ ແລະການາດາ (ພາບສະໜອງໃຫ້ໂດຍສະຖານເອກອັກລຄະລັດຖະທູດ ລາວ ທີ່ນະຄອນຫວງວໍຊິງຕັນ)

ລັດຖະບານສະຫະລັດ ພາຍໃຕ້ການນໍາພາຂອງປະທານາທິບໍດີ ທຣໍາ ທີ່ໄດ້ຈັດ ເອົາ ສປປ ລາວເຂົ້າຢູ່ໃນລາຍຊື່ຂອງບັນດາປະເທດປະເທດທີ່ບໍ່ຮັບເອົາຄົນລາວທີ່ ຖືກສະຫະລັດສັ່ງໃຫ້ເນລະເທດກັບຄືນໄປລາວໃນຕົ້ນປີ 2018, ກໍໄດ້ອອກລະບຽບການຫລາຍຄັ້ງ ໃນເວລາຕໍ່ມາ ທີ່ຈໍາກັດການອອກວີຊາໃຫ້ແກ່ພົນລະເມືອງລາວເປັນຫລາຍຂັ້ນເພື່ອກົດດັນໃຫ້ລັດຖະບານລາວຮັບເອົາຄົນລາວ ທີ່ສ່ວນໃຫຍ່ບໍ່ມີສັນຊາດອາເມຣິກັນ ທີ່ຢູ່ໃນບັນຊີຄົນລໍຖ້າການເນລະເທດ ໂດຍບໍ່ກ່ຽວຂ້ອງວ່າ ເຄີຍໄດ້ກະທໍາຜິດຖານໃດໃນອະດີດ ແລະພົ້ນໂທດມາໄດ້ດົນປານໃດ. ການເພີ້ມທະວີຂໍ້ຈໍາກັດທາງວີຊາຫລາຍຮອບດັ່ງກ່າວນີ້ ມີຜົນກະທົບຕໍ່ຄົນຢູ່ໃນສະຫະລັດທີ່ມີເຊື້ອສາຍມາຈາກລາວຫລາຍກວ່າ 4,500 ຄົນ ທີ່ໄດ້ຮັບຄໍາສັ່ງຂັ້ນສຸດທ້າຍໃຫ້ເນລະເທດໄປລາວນັ້ນ. ສ່ວນທາງລັດຖະບານລາວນນັ້ນ ກໍຍອມຮັບວ່າຂໍ້ຈໍາກັດດັ່ງກ່າວນັ້ນ ໄດ້ສ້າງ ຄວາມຫຍຸ້ງຍາກໃນລະດັບໃດນຶ່ງໃຫ້ແກ່ລາວ ແຕ່ວ່າ ທາງລັດຖະບານ ກໍໄດ້ຈັດ ຕັ້ງຄະນະສະເພາະກິດເພື່ອຮັບຜິດຊອບ ວຽກງານນດັ່ງກ່າວ ແລະໄດ້ຮັບເອົາຄົນລາວ ທີ່ຖືກເນລະເທດອອກຈາກສະຫະລັດໄປແລ້ວ ຈໍານວນນຶ່ງ ຫຼັງຈາກໄດ້ຮັບການພິສູດສັນຊາດຕາມລະບຽບການຂອງລາວໃນປີນີ້ ດັ່ງການໃຫ້ສໍາພາດຂອງທ່ານຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ປະຈໍາສະຫະລັດ ແລະການາດາວ່າ:

ໃນຂະນະທີ່ສະຫະລັດ ຄາດວ່າຈະມີລັດຖະບານຊຸດໃໝ່ກໍຄື ຄະນະລັດຖະບານ ຂອງທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າ ຈະເປັນປະທານາທິບໍດີ ທີ່ຖືກເລືອກຕັ້ງໃໝ່ນີ້ ທ່ານ ຄໍາພັນກໍມີຄວາມຫວັງໃນແງ່ດີວ່າ ລັດຖະບານຂອງທັງສອງ ປະເທດຈະມີ ໂອກາດເຮັດວຽກຢ່າງໃກ້ຊິດກັນຫຼາຍຂຶ້ນ ກ່ຽວກັບບັນຫາດັ່ງກ່າວ.

XS
SM
MD
LG