ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄົນ ລາວ ໃນລັດ ໄອໂອວາ ສະແດງປະຕິກິລິຍາ ຕໍ່ການລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ຂອງທ່ານ ໂຈ ໄບເດັນ


ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂອງພັກເດໂມແຄຣັດ.
ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ຜູ້ຖືກສະເໜີຊື່ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂອງພັກເດໂມແຄຣັດ.

ວັນພະຫັດມື້ນີ້ຈະເປັນວັນສຸດທ້າຍຂອງກອງປະຊຸມແຫ່ງຊາດຂອງພັກເດໂມແຄຣັດ, ເຊິ່ງ ທ່ານ ໂຈ ໄບເດັນ ຄາດວ່າ ຈະກ່າວຄຳປາໄສຮັບເອົາການສະເໜີຊື່ຕາງໜ້າໃຫ້ພັກລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີກັບທ່ານ ດໍໂນລ ທຣຳ.

ການເລືອກຕັ້ງ ສະຫະລັດ ເຊິ່ງມີກຳນົດຈັດຂຶ້ນ ໃນວັນທີ 3​ ພະຈິກຈະມາເຖິງນີ້ ແມ່ນກຳລັງຟົດຟື້ນດຸເດືອດຂຶ້ນນັບຕັ້ງແຕ່ທ່ານ ໂຈ ໄບເດັນ ໄດ້ເລືອກເອົາທ່ານນາງ ຄາມາລາ ແຮຣິສ ເປັນຜູ້ຮ່ວມລົງແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີຂອງທ່ານ. ບັນດານັກວິຈານ ແລະ ປະຊາຊົນທົ່ວປະເທດກໍໄດ້ອອກມາສະແດງຄວາມຄິດເຫັນ ກ່ຽວກັບ ການເລືອກເອົາທ່ານນາງ ຄາມາລາ ແລະ ຄວາມເໝາະສົມຂອງທັງສອງທ່ານທີ່ຈະດຳລົງຕຳແໜ່ງໃນທຳນຽບຂາວ.

ບັນດາຜູ້ສະໜັບສະໜູນພັກເດໂມແຄຣັດ ໄດ້ສະແດງຄວາມຄິດເຫັນ ທີ່ເປັນແງ່ບວກ ສຳລັບທ່ານນາງ ຄາມາລາ ແຮຣິສ, ໂດຍຍົກຍ້ອງເພິ່ນເປັນແມ່ຍິງທີ່ມີຄຸນນະວຸດເປັນຢ່າງສູງ. ທ່ານນາງເຄີຍເປັນອະດີດຫົວໜ້າພະແນກຍຸຕິທຳຂອງລັດ ຄາລິຟໍເນຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາ ຊົນ. ທ່ານນາງຍັງຖືກພິຈາລະນາວ່າ ເປັນຄູ່ແຂ່ງຂັນທີ່ເປັນຕາຢ້ານ ສຳລັບຮອງປະທານາທິບໍດີ ໄມຄ໌ ເພັນສ໌ ອີກດ້ວຍ.

ຜູ້ສະໜັບສະໜູນພັກຣີພັບບລີກັນກໍໄດ້ສະແດງຄວາມຄິດເຫັນ ກ່ຽວກັບ ທ່ານ ນາງ ແຮຣິສ ແລະ ທ່ານ ໄບເດັນ ເຊັ່ນກັນ. ໂດຍສະເພາະແມ່ນທ່ານ ທຣຳ, ທີ່ໄດ້ເອີ້ນທ່ານນາງວ່າເປັນຄົນໃຈແຄບ ແລະ ບໍ່ມີມາລະຍາດ”, ຍ້ອນການທີ່ທ່ານນາງໄດ້ຕັ້ງຄຳຖາມທີ່ຮຸນແຮງຕໍ່ທ່ານ ເບຣັດ ຄາວານໍ, ຜູ້ທີ່ທ່ານ ທຣຳ ໄດ້ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃນສານສູງສຸດ.

ນອກນັ້ນຄົນລາວ ທີ່ອາໄສຢູ່ໃນ ສະຫະລັດ ກໍໄດ້ສະແດງຄວາມຄິດເຫັນເຊັ່ນ, ດັ່ງກັບທ່ານນຶ່ງທີ່ອາໄສຢູ່ລັດ ໄອໂອວາ, ເຊິ່ງທ່ານເປັນຜູ້ສະໜັບສະໜູນພັກ ຣີພັບບລີກັນ ທີ່ໄດ້ກ່າວ ກ່ຽວກັບ ທ່ານ ໄບເດັນ ໂດຍຂໍບໍ່ບອກຊື່ວ່າ “ລາວກໍມີຄວາມຮູ້ເນາະ, ລາວກໍເຖົ້າແດ່ແລ້ວ. ອາຍຸຢາກໄປຫຼາຍໂພດຫັ້ນນະ. ຢ້ານໃຈລາວບໍ່ກວ້າງພໍຫັ້ນນະ. ຄົນທີ່ເປັນນາຍໄດ້ມັນຕ້ອງເປັນຄົນທີ່ມີລາສີ. ນຶ່ງມັນຈະປະກອບມີຄວາມຮູ້ເນາະ, ສອງແມ່ນຄວາມສາມາດ, ສາມແມ່ນເງິນ. ເຈົ້າຕ້ອງມີສາມຢ່າງພ້ອມຫັ້ນນະ. ບຸກຄະລິກຂອງເຈົ້າກະເປັນຄົນທີ່ກວ້າງຂວາງ.”

ທ່ານໄດ້ກ່າວຕື່ມວ່າທ່ານໄດ້ໃຊ້ສິດຂອງທ່ານໄປປ່ອນບັດທຸກໆຄັ້ງ ແລະ ຄັ້ງທີ່ຜ່ານມາທ່ານກໍໄດ້ໄປເລືອກເອົາທ່ານ ທຣຳ. ສຳລັບການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກນີ້ ທ່ານກໍຈະໄປໃຊ້ສິດອີກ ແລະ ຄົງຈະເລືອກເອົາປະທານາທິບໍດີດຳລົງຕຳແໜ່ງຕໍ່ໄປອີກສະໄໝນຶ່ງ.

XS
SM
MD
LG