ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວລາວ-ອາເມຣິກັນ ລັດໂຣດໄອແລນ ລະ​ດົມ​ເງິນ ໄປຊ່ວຍເຫລືອຄົນພິການຕາ ຢູ່ລາວທີ່ຖືກຜົນກະທົບ ຈາກການລະບາດຂອງໂຄວິດ

ຍານາງບຸນປັນ ສະຫວັນຄໍາ (ຊ້າຍສຸດ), ເຈົ້າພາບໃຫ້ສະຖານທີ່ຈັດງານຫາລາຍໄດ້ເພື່ອຊ່ວຍຄົນພິການຕາໃນລາວ ພ້ອມກັບໝູ່ເພື່ອນທີ່ໄປຮ່ວມງານຫາ​ລາຍ​ໄດ້​ເພື່ອ​ຄົນ​ພິ​ການ​ຕາ​ໃນ​ລາວທີ່ຈັດຂຶ້ນໃນວັນທີ 16, 2021 ທີ່ເມືອງໂພຣວີເດັນສ໌, ລັດໂຣດໄອແລນ

ດ້ວຍຄວາມເຂົ້າໃຈເຖິງສະພາບຫຍຸ້ງຍາກຂອງຄົນພິການຕາ, ໃນວັນເສົາແລ້ວນີ້ ຊາວລາວ-ອາເມຣິກັນ ໃນລັດໂຣດໄອແລນໄດ້ພ້ອມພາກັນຈັດງານຫາລາຍເພື່ອໄປຊ່ວຍບັນເທົາທຸກ ແກ່ຄົນພິການຕາ ຢູ່ໃນລາວ. ພາຍໃຕ້ການເປັນເຈົ້າພາບຂອງທີມ ນີວອີງແລນ ລາວກັອຟ (New England Lao Golf) ໃນລັດໂຣດ ໄອແລນ ແລະການສະໜັບສະໜຸນຂອງສະມາຄົມຊາວລາວ ຫລາຍສະມາຄົມ ພ້ອມ ດ້ວຍຮ້ານອາຫານຕ່າງໆໃນລັດດັ່ງກ່າວງານນີ້ແມ່ນຈັດຂຶ້ນທີ່ເດີ່ນຫລັງບ້ານຂອງຍານາງບຸນປັນ ສະຫວັນຄຳ ແລະສາມີ ກໍຄືທ່ານບຸນຍິ່ງ ສະຫວັນຄຳທີ່ເປັນຫົວທີມກິລາກອບດັ່ງກ່າວ ແລະມີຜູ້ເຂົ້າຮ່ວມຫລືສົ່ງເງິນໄປບໍລິຈາກເກືອບຮອດ 100 ຄົນ.

ທ່ານບຸນຍິ່ງ ສະຫວັນຄໍາ, ຫົວໜ້າທີມນີວອີງແກລນກອບລາວ ລັດໂຣດໄອແລນ ທີ່ງານຫາລາຍໄດ້ເພື່ອຊ່ວຍຄົນພິການຕາຢູ່ລາວ
ທ່ານບຸນຍິ່ງ ສະຫວັນຄໍາ, ຫົວໜ້າທີມນີວອີງແກລນກອບລາວ ລັດໂຣດໄອແລນ ທີ່ງານຫາລາຍໄດ້ເພື່ອຊ່ວຍຄົນພິການຕາຢູ່ລາວ

ຍາ​ນາງ​ບຸນ​ປັນຊຶ່ງ​ເປັນ​ຜູ້​ປະ​ສານ​ງານ​ຕົ້ນ​ຕໍ​ໃນ​ການ​ຈັດ​ງານນີ້ ໄດ້​ບອກເຖິງ​ຄວາມ​ຮູ້​ສຶກ​ຂອງ​ຕົນຕໍ່ວີ​ໂອ​ເອວ່າ:

ພ້ອມ​ກັນ​ນັ້ນ​ທ່ານ​ວຽງ​ຄອນ ພົມ​ມະ​ສິດ, ​ປະ​ທານ​ສະ​ມາ​ຄົມ​ຊາວ​ລາວໃນ​ລັດ​ໂຣດ​ໄອ​ແລນ ແລະ​ໃນ​ນາມປະ​ທານ​ ໃນ​ການຈັດ​ງານນີ້​ກໍ​ໃຫ້​ຄຳ​ເຫັນ​ວ່າ:

ອາຫານທີ່ຫລາຍພາກສ່ວນບໍລິຈາກເພື່ອປະກອບສ່ວນເຂົ້າໃນການຈັດງານຫາລາຍໄດ້ເພື່ອຊ່ວຍຄົນພິການຕາທີ່ລາວ
ອາຫານທີ່ຫລາຍພາກສ່ວນບໍລິຈາກເພື່ອປະກອບສ່ວນເຂົ້າໃນການຈັດງານຫາລາຍໄດ້ເພື່ອຊ່ວຍຄົນພິການຕາທີ່ລາວ

ເງິນ​ທີ່​ຮວບ​ຮວມ​ໄດ້ຫລາຍກວ່າ 7 ພັນ​ໂດ​ລາ​ນີ້ ຕົ້ນ​ຕໍຈະ​ນຳ​ໄປ​ຊ່ວຍ​ເຫລືອບັນ​ເທົາ​ທຸກ​ ໃຫ້​ແກ່ຜູ້​ພິ​ການ​ຕາທີ່​ຂາດ​ວຽກ​ເຮັດ​ງານ​ທຳຢູ່​ໃນນະ​ຄອນ​ຫລວງວຽງ​ຈັນ ທີ່​ມີ 200 ກວ່າ​ຄົນ​ຍ້ອນ​ມາດ​ຕະ​ການ​ປິດ​ເມືອງ. ກ່ອນ​ການ​ລະ​ບາດ​ຂອງ​ໂຄວິດ ຄົນ​ພິ​ການ​ຕາທີ່ຢູ່​ໃນຕົວ​ເມືອງ​ໃຫຍ່ ​ເຊັ່ນ​ນະ​ຄອນ​ຫລວງວຽງ​ຈັນ ແລະ​ປາກ​ເຊ​ແມ່ນອາ​ໄສການ​ໃຫ້​ບໍ​ລິ​ການນວດ ເພື່ອ​ຫາ​ລ້ຽງ​ຊີບ ແລະ​ເຂົາ​ເຈົ້າ​ມີ​ທັງ​ໝົດ​ປະ​ມານ 220 ຄົນ​ທີ່​ເຮັດ​ອາ​ຊີບນີ້, ອີງ​ຕາມ​ທ່ານ​ແອ​ແກ້ວ ກຸມ​ມະ​ນີ​ວົງ, ອຳ​ນວຍ​ການ​ຂອງ​ສູນ​ບໍ​ລິ​ການ​ຄົນ​ພິ​ການ​ໃນ​ລາວ. ນັບ​ແຕ່​ມີ​ການ​ລະ​ບາດ​ຂອງ​ໂຄວິດ-19 ໃນ​ເດືອນ​ເມ​ສາ​ປີ​ກາຍນີ້ເປັນ​ຕົ້ນ​ມາ ​ເຂົາ​ເຈົ້າ​ກໍ​ແມ່ນ​ຂາດ​ລາຍ​ໄດ້ເມື່ອ​ທາງ​ການ​ສັ່ງ​ໃຫ້ປິດ​ຮ້ານນວດ​ທຸກ​ແຫ່ງໄວ້​ເພື່​ອ​ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດນີ້.

XS
SM
MD
LG