ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ມີນາ ໒໐໒໕

ການບໍ​ລິ​ການ ​ດ້ານ​ສາ​ທາ​ລະ​ນະ​ສຸກ ​ໃນ ລາວ ຍັງ​ດ້ອຍ ​ປະ​ສິດ​ທິ​ພາບ


​ແມ່ ແລະ ເດັກ​ນ້ອຍ​ເຂົ້າ​ຮັບ​ການ​ກວດ​ກາ​ສຸ​ຂະ​ພາບ​ໃນ ລາວ.
​ແມ່ ແລະ ເດັກ​ນ້ອຍ​ເຂົ້າ​ຮັບ​ການ​ກວດ​ກາ​ສຸ​ຂະ​ພາບ​ໃນ ລາວ.

ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ ລາວ ຍັງ​ດ້ອຍ​ປະ​ສິດ​ທິ​ພາບ ເພາະ​ວ່າ​ບັນ​ດາ​ແພດ
ແລະ ພະນັກງານໃນກະຊວງສາທາລະນະສຸກຂາດຈັນຍາບັນ ແລະ ບໍ່ມີຈິດສຳນຶກໃນ
ການໃຫ້ບໍລິການແກ່ປະຊາຊົນ ລາວ.


ທ່ານ ບຸນກອງ ສີ​ຫາ​ວົງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຖະ​ແຫຼງຍອມ​
ຮັບວ່າການບໍລິການດ້ານສາທາລະນະສຸກຂອງລັດຖະບານ ລາວ ໃນປັດຈຸບັນນີ້ ຍັງ
ບໍ່ສາມາດຕອບສະໜອງຕໍ່ຄວາມຕ້ອງການຕົວຈິງຂອງປະຊາຊົນ ລາວ ບັນດາເຜົ່າ
ໄດ້ຢ່າງທົ່ວເຖິງ ໂດຍນອກຈາກຈະມີສາເຫດຈາກການຂາດງົບປະມານຂອງລັດຖະ
ບານແລ້ວ ກໍຍັງມີສາເຫດທີ່ສຳຄັນຈາກການປະຕິບັດໜ້າທີ່ຂອງບັນດາແພດ ແລະ
ພະນັກງານຂອງລັດທີ່ຂາດຈັນຍາບັນ ແລະ ບໍ່ມີຈິດສຳນຶກໃນການໃຫ້ບໍລິການແກ່ປະ
ຊາຊົນ ລາວ ອີກດ້ວຍ ໂດຍສ່ວນໃຫຍ່ຍັງເຫັນແກ່ຜົນປະໂຫຍດສ່ວນຕົວເປັນສຳຄັນ
ດັ່ງທີ່ ທ່ານ ບຸນກອງ ໄດ້ໃຫ້ການຢືນຢັນວ່າ

"ຄວາມ​ຮັບ​ຜິດ​ຊອບນີ້​ຍັງ​ບໍ່​ທັນ​ສູງ ແລະ ກໍ​ແລ່​ນ​ນຳ​ຜົນ​ປະ​ໂຫຍດ​ຫັ່ນ​ແຫຼະ ຄວາມ​ສາ​
ມາດຊອກຄົ້ນຫາພະຍາດ ແລະ ປິ່ນປົວກໍບໍ່ທັນຊັດເຈນ ແລະ ວ່ອງໄວທັນກັບຄວາມ
ຕ້ອງການກົນໄກບໍລິຫານໂຮງໝໍນີ້ ກໍຍັງບໍ່ທັນຄ່ອງຕົວ ແລະ ບໍລິການປິ່ນປົວນີ້ຍັງຈຳ
ກັດ ແລ້ວກໍລະບົບວິທີເຮັດວຽກກໍບໍ່ທັນຖືກຕ້ອງເໝາະສົມ ແລະ ກໍບໍ່ຖືກຕາມມາດຕະ
ຖານຂອງສາກົນ."

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ໃນ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ການ​ພັດ​ທະ​ນາ (UNDP) ໃນ
ລາວ ເປີດເຜີຍວ່າການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມໃນໄລ
ຍະ 5 ປີຜ່ານມາ ລັດຖະບານ ລາວ ບໍ່ສາມາດບັນລຸເປົ້າໝາຍໃນ 6 ດ້ານຊຶ່ງໃນນີ້ກໍມີ
ເຖິງ 5 ດ້ານທີ່ກ່ຽວຂ້ອງກັບບໍລິການດ້ານສາທາລະນະສຸກ ກໍຄືເດັກອາຍຸຕ່ຳກວ່າ 5 ປີ
ຍັງມີສ່ວນສູງຕ່ຳກວ່າເກນມາດຕະຖານເຖິງ 38 ເປີເຊັນ ສ່ວນເດັກທີ່ນ້ຳໜັກຕ່ຳກວ່າ
ເກນກໍມີຢູ່ເຖິງ 27 ເປີເຊັນ ຂະນະທີ່ອັດຕາການເສຍຊີວິດຂອງເດັກອາຍຸຕ່ຳກວ່າ 1 ປີ
ກໍສູງເຖິງ 45 ຄົນຕໍ່ 1,000 ຄົນ ແລະ ການເສຍຊີວິດຂອງແມ່ຂະນະຖືພາກໍສູງເຖິງ
197 ຄົນຕໍ່ 1 ແສນຄົນ ສ່ວນແມ່ຍິງທີ່ເກີດລູກໂດຍໄດ້ຮັບການຊ່ວຍເຫຼືອຈາກແພດ-ພະ
ຍາບານກໍມີພຽງແຕ່ 54 ເປີເຊັນຂອງຈຳນວນແມ່ຍິງທີ່ເກີດລູກທັງໝົດໃນ ລາວ.

ສ່ວນ​ທ່ານ ບຸນ​ປອນ ສີ​ສຸ​ລາດ ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ ແລະ ປະ​ທານ​ຄະ​ນະກຳ​ມະ
ທິການເສດຖະກິດເທັກໂນໂລຈີ ແລະ ສິ່ງແວດລ້ອມຢືນຢັນວ່າ ການຈັດຕັ້ງປະຕິບັດ
ຂອງລັດຖະບານ ລາວ ບໍ່ບັນລຸຄາດໝາຍທີ່ວາງໄວ້ເກືອບທຸກດ້ານ ໂດຍສະເພາະແມ່ນ
ການເຂົ້າເຖິງຫຼັກປະກັນດ້ານສຸຂະພາບຂອງປະຊາຊົນ ລາວ ບັນດາເຜົ່າ ສາມາດຈັດ
ຕັ້ງປະຕິບັດໄດ້ບໍ່ເຖິງ 35 ເປີເຊັນ ໃນຂະນະທີ່ເປົ້າໝາຍໄດ້ວາງເອົາໄວ້ເຖິງ 51 ເປີ
ເຊັນຂອງປະຊາກອນ ລາວ ທັງປະເທດ ແລະ ໃນຂະນະດຽວກັນຍັງໄດ້ມີການປ່ອຍປະ
ໃຫ້ມີຄລີນິກ ທີ່ບໍ່ໄດ້ມາດຕະຖານຈຳນວນຫຼາຍອີກດ້ວຍ ໂດຍເຫັນໄດ້ຈາການຍຸບເລີກ
ຄລີນິກເອກະຊົນທີ່ບໍ່ໄດ້ມາດຕະຖານ 248 ແຫ່ງໃນປີ 2018 ທັງຍັງໄດ້ສືບຕໍ່ການກວດ
ສອບຄລີນິກເອກະຊົນອີກ 802 ແຫ່ງໃນປັດຈຸບັນ.

ທາງ​ດ້ານ​ເຈົ້າ​ໜ້າ​ທີ່​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໃນ ລາວ ເປີດ​ເຜີຍ​ວ່າ ການ​
ປະຕິບັດວຽກງານຄວບຄຸມພະຍາດໄຂ້ມາເລເຣຍໃນ ລາວ ໃນຊ່ວງປີ 2010-2018 ທີ່
ຜ່ານມາໄດ້ເຮັດໃຫ້ອັດຕາສະເລ່ຍການຕິດເຊື້ອໄຂ້ມາເລເຣຍຂອງປະຊາຊົນ ລາວ ຫຼຸດ
ລົງຈາກ 6.7 ເປີເຊັນໃນປີ 2010 ມາຢູ່ທີ່ອັດຕາສະເລ່ຍ 3.1 ເປີເຊັນໃນປີ 2018 ສ່ວນ
ອັດຕາການເສຍຊີວິດຍ້ອນໄຂ້ມາເລເຣຍ ກໍໄດ້ຫຼຸດລົງຈາກ 3.5 ຄົນຕໍ່ 100,000 ຄົນ
ໃນປີ 2010 ມາເປັນ 0.9 ຄົນຕໍ່ 100,000 ຄົນໃນປີ 2018 ຊຶ່ງດ້ວຍຜົນການດຳເນີນ
ງານດັ່ງກ່າວນີ້ ກໍເຮັດໃຫ້ຄາດໝາຍໄດ້ວ່າລັດຖະບານ ລາວ ຈະລົບລ້າງການຕິດເຊື້ອ
ໄຂ້ມາເລເຣຍຂອງປະຊາຊົນ ລາວ ໄດ້ຢ່າງສິ້ນເຊີງໃນປີ 2030 ຫາກແຕ່ການບັນລຸເປົ້າ
ໝາຍດັ່ງກ່າວກໍບໍ່ແມ່ນເລື່ອງງ່າຍ ເພາະວ່າອັດຕາສະເລ່ຍການຕິດເຊື້ອໄຂ້ມາເລເຣຍ
ໃນ ລາວ ຍັງສູງໃນຫຼາຍພື້ນທີ່ ໂດຍສະເພາະແມ່ນໃນແຂວງສະຫວັນນະເຂດ, ຈຳປາ
ສັກ, ສາລະວັນ, ອັດຕະປື ແລະ ເຊກອງ ທີ່ປະຊາຊົນ ລາວ ຈຳນວນບໍ່ນ້ອຍຍັງດຳລົງ
ຊີບດ້ວຍການເຂົ້າໄປເກັບເຄື່ອງປ່າຂອງດົງນັ້ນ.

ໂດຍນອກ​ຈາກ​ໄຂ​ມາ​ເລ​ເຣຍ​ດັ່ງ​ກ່າວ ປະ​ຊາ​ຊົນ ລາວ ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ແຜ່​ລະ​
ບາດຂອງພະຍາດໄຂ້ເລືອດອອກອີກດ້ວຍ ໂດຍສູນວິເຄາະ ແລະ ລະບາດວິທະຍາ
ກະຊວງສາທາລະນະສຸກລາຍງານວ່າ ແຕ່ເດືອນມັງກອນ ເຖິງທ້າຍເດືອນສິງຫາ 2019
ມີປະຊາຊົນ ລາວ 28,500 ກວ່າຄົນຕິດພະຍາດໄຂ້ເລືອດອອກ ແລະ ເສຍຊີວິດໄປ 60
ກວ່າຄົນໃນທົ່ວປະເທດ ໂດຍມີພຽງແຕ່ແຂວງຫົວພັນເທົ່ານັ້ນທີ່ຍັງບໍ່ມີລາຍງານການ
ເສຍຊີວິດໃນປັດຈຸບັນນີ້.

XS
SM
MD
LG