ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ ໄອຍະການຢືນຢັນວ່າ ຈະ ພັດທະນາວຽກງານ ໃຫ້ໄດ້ມາດຕາມຖານ ສາກົນ


ບັນດາເຈົ້າໜ້າທີ່ໄອຍະການ ລາວ ຖ່າຍຮູບຢູ່ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ.
ບັນດາເຈົ້າໜ້າທີ່ໄອຍະການ ລາວ ຖ່າຍຮູບຢູ່ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ.

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢືນຢັນວ່າຈະພັດທະນາເພື່ອຍົກລະດັບການ ຈັດຕັ້ງປະຕິບັດວຽກງານໄອຍະການໃນ ລາວ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງ ຕາມວິໄສທັດ 2030 ຂອງພັກ.

ທ່ານ ຄຳສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຢືນຢັນວ່າ ພາຍໃຕ້ວິໄສ ທັດການພັດທະນາ ລາວ ໄປເຖິງປີ 2030 ນັ້ນພັກປະຊາຊົນປະຕິວັດ ລາວ ໄດ້ກຳນົດເປົ້າ ໝາຍໃນການພັດທະນາວຽກງານໄອຍະການປະຊາຊົນໃຫ້ມີປະສິດທິພາບ ທີ່ໄດ້ມາດຕະ ຖານສາກົນໃຫ້ໄດ້ຢ່າງແທ້ຈິງ ທັງນີ້ດ້ວຍການພັດທະນາບຸກຄະລາກອນ ຫຼື ພະນັກງານ ໄອຍະການຂອງ ລາວ ທັງໃນດ້ານຄຸນະພາບ ແລະ ປະລິມານ. ແນ່ໃສ່ການເພີ່ມທະວີການ ພົວພັນຮ່ວມມືກັບສາກົນຢ່າງກວ້າງຂວາງ ດັ່ງທີ່ທ່ານ ຄຳສານ ໃຫ້ການຢືນຢັນວ່າ.

"ສືບຕໍ່ຕັ້ງໜ້າ ບໍາລຸງກໍ່ສ້າງຖັນແຖວພະນັກງານທັງຈຳນວນ ແລະ ຄຸນະພາບໂດຍບຳ ລຸງກໍ່ສ້າງທາງດ້ານຄຸນຖາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກແໜ້ນກວ່າ ເກົ່າ ແລະ ໃຫ້ມີຄວາມຮູ້ຄວາມສາມາດດ້ານວິຊາສະເພາະ, ສືບຕໍ່ບຳລຸງຍົກລະດັບທາງ ດ້ານທິດສະດີການເມືອງ ການປົກຄອງໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ບຳລຸງຍົກລະ ດັບດ້ານວິຊາສະເພາະໃຫ້ແກ່ພະນັກງານວິຊາການ ເພີ່ມທະວີຄວາມເປັນເຈົ້າການ ພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອຈາກຕ່າງ ປະເທດ ແນໃສ່ພັດທະນາວຽກງານໄອຍະການໃຫ້ກ້າວໜ້າ ແລະ ທັນສະໄໝ."

ສຳລັບການປະກອບສ່ວນເຂົ້າໃນການພົວພັນຮ່ວມມືກັບຕ່າງປະເທດນັ້ນ ທາງການ ລາວ ໄດ້ໃຫ້ບູລິມະສິດກັບຕ້ານອາຊະຍາກຳສາກົນ ໂດຍສະເພາະແມ່ນການສະກັດກັ້ນ ແລະ ປາບປາມການຄ້າຢາເສບຕິດ ແລະ ການຄ້າມະນຸດລະຫວ່າງ ອາຊຽນ ກັບ ຈີນ ທີ່ໄດ້ເນັ້ນ ໜັກກການຮ່ວມມືໃນ 7 ດ້ານດ້ວຍກັນ ຄືການເພີ່ມທະວີຄວາມຮັບຜິດຊອບໃນການນຳ ເອົາອາຊະຍາກອນ ຫຼື ຜູ້ກະທຳຜິດຂ້າມຊາດມາລົງໂທດຕາມກົດໝາຍ ເອົາໃຈໃສ່ປະຕິ ບັດໜ້າທີ່ຂອງໄອຍະການຢ່າງມີປະສິດທິຜົນ, ການປັບປຸງກົດໝາຍທີ່ພົວພັນເຖິງການ ຕ້ານ ອາຊະຍາກອນຂ້າມຊາດ, ການເພີ່ມທະວີແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບ ອາຊະ ຍາກຳຂ້າມຊາດ,​ການຮ່ວມມືໃນການສ້າງພະນັກງານໄອຍະການ, ການສ້າງເວັບໄຊຂອງ ກອງປະຊຸມຫົວໜ້າອົງການໄອຍະການສູງສຸດ ອາຊຽນ-ຈີນ ການປະກອບສ່ວນເຂົ້າໃນ ການຈັດຕັ້ງປະຕິບັດ ຖະແຫຼງການຮ່ວມ ແລະ ແຜນດຳເນີນງານວ່າດ້ວຍຄູ່ຮ່ວມຍຸດທະ ສາດອາຊຽນ-ຈີນ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ໂດຍສຸມໃສ່ສິ່ງທ້າທາຍ ຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນການທະຫານ ແລະ ການສ້າງຕັ້ງສູນປະສານງານອົງການໄອຍະ ການ ອາຊຽນ-ຈີນ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ອົງການໄອຍະການປະຊາຊົນສູງສຸດຂອງ ລາວ ກໍສາມາດປະຕິບັດກົດ ໝາຍຕາມການຕັດສິນຂອງສານປະຊາຊົນໄດ້ພຽງ 2,140 ຄະດີ ຊຶ່ງຄິດເປັນ 15.62 ເປີ ເຊັນເທົ່ານັ້ນຂອງຄະດີອາຍາທີ່ມີຫຼາຍກວ່າ 13,690 ຄະດີ ຈຶ່ງຍັງເຫຼືອອີກເກືອບ 85 ເປີ ເຊັນທີ່ຈະຕ້ອງຈັດຕັ້ງປະຕິບັດຕາມການຕັດສິນຂອງສານຕໍ່ໍ່ໄປ ຊຶ່ງລວມເຖິງຄະດີ ກ່ຽວກັບ ຢາເສບຕິດ 2,258 ກໍລິນີ ທີ່ຈັບຜູ້ຕ້ອງຫາໄດ້ 3,346 ຄົນມີຊາວຕ່າງຊາດ 90 ຄົນ ແລະ ເປັນການຈັບກຸມທີ່ເພີ່ມຂຶ້ນເຖິງ 600 ກໍລະນີທຽບໃສ່ປີ 2014.

ສ່ວນຢາເສບຕິດຂອງກາງທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ກໍປະກອບດ້ວຍຢາບ້າ ຫຼາຍກວ່າ 6,330,000 ເມັດ, ເຮໂຣອິນ 134 ກິໂລກຣາມ, ກັນຊາແຫ້ງ 3,257 ກິໂລ ກຣາມ, ຢາໄອຊ 176 ກິໂລກຣາມ, ຝິ່ນດິບເກືອບ 50 ກິໂລກຣາມ, ສານເຄມີ ແລະ ສ່ວນ ປະສົມຂອງຢາເສບຕິດອີກ 8,242 ກິໂລກຣາມ ໂດຍພື້ນທີ່ໆມີການຈັບກຸມ ແລະ ຍຶດຢາ ເສບຕິດໄດ້ຫຼາຍທີ່ສຸດກໍຄືເຂດນະຄອນຫຼວງວຽງຈັນ.

ນອກຈາກນີ້ ການຮ່ວມມືຢູ່ເຂດຊາຍແດນ ລະຫວ່າງ ທາງການຕຳຫຼວດ ລາວ ກັບ ຫວຽດ ນາມ ໃນປີທີ່ຜ່ານມາກໍຍັງສາມາດຈັບກຸມສະມາຊິກແກັງຄ້າຢາເສບຕິດໄດ້ 11 ຄົນ ໂດຍ ຍຶດກັນຊາແຫ້ງໄດ້ເຖິງ 1,998 ຫໍ່, ສານເຄມີທີ່ເປັນສ່ວນປະສົມຂອງຢາບ້າ 2,220 ລິດ ແລະ ເຄື່ອງ ສຳລັບອົບແຫ້ງກັນຊາ. ສ່ວນຕຳຫຼວດຢູ່ແຂວງອຸດົມໄຊ ກໍສາມາດຈັບກຸມນັກ ຄ້າຢາເສບ ຕິດລາຍໃຫຍ່ 2 ຄົນ ແລະ ຍຶດເຮໂຣອິນໄດ້ 200 ແທ່ງ ນ້ຳໜັກລວມເຖິງ 77.6 ກິໂລກຣາມ ສ່ວນເຈົ້າໜ້າທີ່ຝ່າຍປາບປາມຢາເສບຕິດຂອງ ລາວ ຍອມຮັບວ່າມີເຈົ້າໜ້າທີ່ ໃນວົງການທະຫານ, ຕຳຫຼວດ ແລະ ລັດຖະບານຈຳນວນບໍ່ນ້ອຍທີ່ພົວພັນກັບການຄ້າຢາ ເສບຕິດ.

XS
SM
MD
LG