ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກເອກະຊົນລາວ ຮ້ອງຂໍໃຫ້ຈຳກັດການນຳເຂົ້າສິນຄ້າກະສິກຳຈາກຕ່າງປະເທດ ເພື່ອສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍໃນລາວ


ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.
ຊາວນາກຳລັງດຳນາຢູ່ໃນແຂວງຄຳມ່ວນທາງພາກຕາເວັນຕົກສຽງໃຕ້ຂອງລາວ.

ພາກເອກະຊົນລາວ ຮ້ອງຂໍໃຫ້ມີການຈຳກັດການນຳເຂົ້າສິນຄ້າກະສິກຳຈາກຕ່າງປະເທດ ເພື່ອສົ່ງເສີມການຊົມໃຊ້ສິນຄ້າທີ່ຜະລິດພາຍໃນລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນ ເຂົ້າ ຊີ້ນ ປາ ກາເຟ ແລະ ຊາ ນັ້ນ.

ນັກທຸລະກິດລາວ ເປີດເຜີຍວ່າ ສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ ໄດ້ຮຽກຮ້ອງຕໍ່ກະຊວງອຸຸດສາຫະກຳ ແລະການຄ້າ ເພື່ອຂໍໃຫ້ດຳເນີນມາດຕະການຈຂຳກັດການນຳເຂົ້າສິນຄ້າກະສິກຳແລະສິນຄ້າສຳເລັດຮູບບາງຊະນິດຈາກຕ່າງປະເທດ ເຊັ່ນ ເຂົ້າ ຊີ້ນ ປາ ກາເຟ ແລະຊາ ຊຶ່ງສາມາດຜະລິດໄດ້ໃນລາວ ໂດຍຈະອະນຸຍາດໃຫ້ສາມາດນຳເຂົ້າສິນຄ້າດັ່ງກ່າວໄດ້ສະເພາະດ່ານສາກົດ ທີ່ມີດ່ານກັກກັນພືດແລະສັດເທົ່ານັ້ນ ທັງນີ້ ເພື່ອເປັນການສົ່ງເສີມໃຫ້ມີການຊົມໃຊ້ສິນຄ້າກະສິກຳ ແລະສິນຄ້າສຳເລັດຮູບທີ່ຜະລິດພາຍໃນລາວ ໃຫ້ຫຼາຍຂຶ້ນເປັນສຳຄັນ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ສະເໜີໃຫ້ກະຊວງອຸດສາຫະກຳ-ການຄ້າ ຊຸກຍູ້ການຫ້າມນຳເຂົ້າສິນຄ້າກະສິກຳ ຕົວຢ່າງ ເຂົ້າ ຊີ້ນ ປາ ແລະ ໄຂ່ ໂດຍສະເໜີໃຫ້ນຳເຂົ້າສະເພາະດ່ານສາກົນ ທີ່ມີດ່ານກັກກັນພືດ ແລະສັດເທົ່ານັ້ນ ບໍ່ອະນຸຍາດໃຫ້ນຳເຂົ້າຜ່ານດ່ານທ້ອງຖິ່ນ ແລະດ່ານປະເພນີເນາະ ສະເໜີກະຊວງອຸດສະຫະກຳ ແລະການຄ້າຊ່ວຍຄົ້ນຄວ້າມາດຕະການຫ້າມນຳເຂົ້າສິນຄ້າສຳເລັດຮູບທີ່ພວກເຮົາສາມາດຜະລິດໄດ້ພາຍໃນ ໂດຍສະເພາະກໍແມ່ນກາເຟ ຊາ ແລະອື່ນໆ ເພື່ອສົ່ງເສີມການຜະລິດພາຍໃນ.”

ແຕຢ່າງໃດກໍຕາມ ການຜະລິດສິນຄ້າໃນລາວ ໂດຍສະເພາະແມ່ນພາກອຸດສາຫະກຳປຸງແຕ່ງນັ້ນ ຍັງມີສະມັດຕະພາບຕ່ຳຫຼາຍ ເມື່ອທຽບໃສ່ບັນດາປະເທດສະມາຊິກໃນກຸ່ມອາຊຽນດ້ວຍກັນ ໂດຍມີສາເຫດທີ່ສຳຄັນມາຈາກການຂາດແຄນທາງດ້ານເງິນທຶນ ແລະເທັກໂນໂລຈີການຜະລິດສິນຄ້າທີ່ທັນສະໄໝ ຈຶ່ງເປັນໃຫ້ຜະລິດຕະພັນອຸດສາຫະກຳປຸງແຕ່ງຂອງລາວ ມີຄຸນນະພາບຕ່ຳ ແລະບໍ່ສາມາດແຂ່ງຂັນໃນຕະຫຼາດສາກົນໄດ້ເລີຍ ທັງຍັງມີການເຕີໂຕຢ່າງຊັກຊ້າອີກດ້ວຍ ຫຼືຄິດເປັນສັດສ່ວນພຽງ 21.62 ເປີເຊັນເທົ່ານັ້ນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ຂອງລາວ ໃນປັດຈຸບັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG