ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາກທຸລະກິດເອກະຊົນ ໃນລາວ ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ເພື່ອຈະແກ້ໄຂບັນຫາຂາດແຄນແຮງງານຢ່າງໜັກ ໃນປັດຈຸບັນນີ້


ແຮງງານຊາວຕ່າງປະເທດພາກັນໄປເຮັດວຽກຢູ່ປະເທດໄທ
ແຮງງານຊາວຕ່າງປະເທດພາກັນໄປເຮັດວຽກຢູ່ປະເທດໄທ

ພາກທຸລະກິດເອກະຊົນໃນລາວ ຈະປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳ ເພື່ອຈະແກ້ໄຂບັນຫາຂາດແຄນແຮງງານຢ່າງໜັກໃນປັດຈຸບັນນີ້ ເພາະແຮງງານລາວ ສ່ວນໃຫຍ່ພາກັນເດີນທາງໄປເຮັດວຽກຢູ່ປະເທດໄທ.

ນັກທຸລະກິດລາງ ເປີດເຜີຍວ່າ ພາກທຸລະກິດໃນລາວ ກຳລັງປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກໜ່ວງໃນປັດຈຸບັນນີ້ ໂດເປັນຍອນວິກິດການທາງເສດຖະກິດ ທີ່ເຮັດໃຫ້ເກີດບັນຫາອັດຕາເງິນເຟີ້ສູງ ສົ່ງຜົນໃຫ້ສິນຄ້າລາຄາແພງ ແລະເງິນກີບຕົກຕ່ຳລົງຢ່າງຕໍ່ເນື່ອງ ໃຂະນະທີ່ອັດຕາຄ່າຈ້າງຂັ້ນຕ່ຳຂອງແຮງງານໃນລາວ ຍັງຢູ່ທີ່ລະດັບ 1.6 ລ້ານກີບຕໍ່ເດືອນ ແຕ່ວ່າ ການທີ່ຄົນຄົນນຶ່ງຈະສາມາດດຳລົງຊີວິດຕໍ່ໄປໄດ້ນັ້ນ ຕ້ອງມີລາຍໄດ້ບໍ່ຕ່ຳກວ່າ 3 ລ້ານກີບຕໍ່ເດືອນດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຮງງານລາວ ສ່ວນຫຼາຍພາກັນເດີນທາງໄປເຮັດວຽກຢູ່ປະເທດໄທ ທີ່ມີຄ່າຈ້າງສູງກວ່າຢູ່ລາວ ເຖິງ 5 ເທົ່າ ເຮັດໃຫ້ພາກທຸລະກິດໃນລາວ ຈະຕ້ອງມີການພິຈາລະນາເພື່ອປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳໃຫ້ສອດຄ່ອງກັບສະພາການຕົວຈິງຢ່າງຮີບດ່ວນທີ່ສຸດ ຫາກບໍ່ສະນັ້ນ ພາກທຸລະກິດໃນລາວ ກໍຍິ່ງຈະປະເຊີນກັບບັນຫາຂາດແຮງງານທີ່ໜັກໜ່ວງຫຼາຍຂຶ້ນອີກຢ່າງຫລີກລ່ຽງບໍ່ໄດ້ ເພາະສະນັ້ນ ຈຶ່ງປາກົດມີການປັບຂຶ້ນອັດຕາຄ່າຈ້າງເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນບາງພາກທຸລະກິດແລ້ວ ໃນເວລານີ້ ດັ່ງທີ່ນັກທຸລະກິດລາວ ໄດ້ໃຫ້ການຢືນຢັນວ່າ:

“ຄ່າຂອງເງິນກີບຫັ້ນ ມັນຫລຸດລົງຫຼາຍເນາະ ຢ່າງໃດກໍຕາມ ນາຍຈ້າງກໍໄດ້ເພີ້ມເງິນອຸດໜູນປັດຈຸບັນນີ້ ເພື່ອເຮັດໃຫ້ພະນັກງານຢູ່ໄດ້ ກະຢ່າງໜ້ອຍກໍຕ້ອງແມ່ນ 3 ລ້ານ 4 ລ້ານຂຶ້ນໄປ ເພາະວ່າ ຜູ້ປະກອງບການ ກໍຕ້ອງການໃຫ້ພະນັກງານຂອງຕົວເອງຢູ່ນຳຕົວເອງໄດ້ ແລ້ວກະຊ່ວຍວຽກຂອງຕົວເອງໄດ້ ຖ້າຫາກວ່າ ບໍ່ມີພະນັກງານເຫຼືອວ່າກຳມະກອນເຮັດວຽກແລ້ວ ເຮັດຈັ່ງໃດບໍລິສັດ ສິເດີນໄດ້ເນາະ ສະນັ້ນ ກໍຈຳເປັນຈະຕ້ອງໄດ້ເຂົ້າໃຈຊຶ່ງກັນແລະກັນ ແລ້ວກະຊ່ວຍຍູ້ຊຶ່ງກັນແລະກັນ ກຳໄລໜ້ອຍກະຢ່າ ຕອນນີ້ນະ ຂໍໃຫ້ແຕ່ວ່າ ໃຫ້ມີວຽກເຮັດງານທຳ ໃຫ້ໄດ້ວຽກເດີນໄດ້.”

ໂດຍສະເພາະແມ່ນພາກທຸລະກິດບໍລິການແລະທ່ອງທ່ຽວນັ້ນ ຄືພາກທຸລະກິດທີ່ຂາດແຄນແຮງງານຫຼາຍທີ່ສຸດ ໃນຂະນະທີ່ລັດຖະບານລາວ ໄດ້ວາງເປົ້າໝາຍຈະສົ່ງເສີມການທ່ອງທ່ຽວເພື່ອດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະຊາວຕ່າງຊາດໃຫ້ໄດ້ນລວມກັນ 5 ລ້ານຄົນ ເພື່ອຈະສ້າງລາຍຮັບໃນພາກທຸລະກິດບໍລິການໃຫ້ໄດ້ເຖິງ 1,000 ລ້ານໂດລາ ໃນປີ 2024 ນີ້ ແຕ່ວ່າ ຈະບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ເລີຍ ຖ້າຫາກວ່າ ບໍ່ມີບຸຄະລາກອນຢ່າງພຽງພໍ ເນື່ອງຈາກວ່າ ແຮງງານລາວ ຍັງຄົງພາກັນເດີນທາງໄປເຮັດວຽກຢູ່ໄທເພີ້ມຂຶ້ນນັບມື້ ທັງຍັງຈະສືບຕໍ່ເພີ້ມຂຶ້ນອີກ ເພາະວ່າ ລັດຖະບານໄທ ຍັງຈະມີການປັບຂຶ້ນຄ່າຈ້າງແຮງງານຂັ້ນຕ່ຳເປັນ 400 ບາດຕໍ່ວັນໃນທົ່ວປະເທດ ນັບຈາກວັນທີ 1 ຕຸລາ 2024 ນີ້ ເປັນຕົ້ນໄປ ແລະຍັງຈະມີການປັບຂຶ້ນເປັນ 600 ບາດຕໍ່ວັນ ພາຍໃນປີ 2027 ອີກດ້ວຍ ດັ່ງທີ່ທ່ານພິພັນ ຣັດຊະກິດປະການ ລັດຖະມົນຕີກະຊວງແຮງງານຂອງໄທ ໄດ້ຖະແຫລງໃຫ້ການຢືນຢັນວ່າ:

“ເຮົາໄດ້ປະຕິບັດຕາມນະໂຍບາຍໃນວັນທີ 1 ຕຸລານີ້ ເບື້ອງຕົ້ນກໍຄື 400 ບາດ ເຮົາຄົງປັບໃນພາບລວມທັງລະບົບເລີຍເນາະ ບໍ່ວ່າ ອາຊີບໃດເນາະ ທີ່ສາມາດກ້າວຂຶ້ນໄປໄດ້ເຖິງ 400 ບາດ ເຮົາຈະປະກາດເປັນພາບລວມສ່ວນຈະ 600 ບາດ ເຮົາຈະເຮັດຈັ່ງໃດ? ເຮົາຍັງມີໄລຍະເວລາອີກ 2-3 ປີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG