ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຈະເປັນປະທານ ເຈົ້າພາບຈັດກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 28


ພິທີເປີດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 10 ເມື່ອວັນທີ 29 ພະຈິກ 2004 ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ນຳ ຈາກປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ.
ພິທີເປີດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 10 ເມື່ອວັນທີ 29 ພະຈິກ 2004 ຢູ່ທີ່ນະຄອນຫຼວງວຽງຈັນ ໂດຍມີບັນດາຜູ້ນຳ ຈາກປະເທດສະມາຊິກ ອາຊຽນ ເຂົ້າຮ່ວມ.

ນາຍົກລັດຖະມົນຕີ ຢືນຢັນວ່າ ການເປັນປະທານອາຊຽນໃນປີ 2016 ລັດຖະບານລາວ ໃຫ້ຄວາມສຳຄັນເປັນພິເສດ ໃນການຈັດທຳແຜນງານລິເລີ້ມເພື່ອເຊື່ອມຈອດ ສະບັບທີ 3 ແລະ ວິໄສທັດອາຊຽນ ເຖິງປີ 2025.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຖະແຫລງ ຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ເມື່ອປີ 2015.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວຖະແຫລງ ຕໍ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງ ກົວລາລຳເປີ ປະເທດມາເລເຊຍ ເມື່ອປີ 2015.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຖະແຫລງຢືນຢັນວ່າ ໃນໂອກາດ ທີ່ລັດຖະ ບານລາວ ເປັນປະທານຂອງອາຊຽນ ໃນປີ 2016 ຊຶ່ງເຮັດໃຫ້ຈະຕ້ອງເປັນເຈົ້າພາບ ຈັດກອງ ປະຊຸມສຸດຍອດອາຊຽນ ໃນເດືອນກັນຍາປີນີ້ ຢູ່ທີ່ນະຄອນຫຼວງວຽງຈັນ ລັດ ຖະບານລາວ ໄດ້ໃຫ້ບຸລິມະສິດ ກັບເອກະສານສຳຄັນ 2 ສະບັບ ຄືແຜນວຽກຂໍ້ລິເລີ້ມ ສຳລັບ ການເຊື່ອມ ໂຍງອາຊຽນ ສະບັບທີ 3 ແລະ ວາລະການເຊື່ອມຈອດອາຊຽນ ຫລັງ ປີ 2015 ທັງຍັງໃຫ້ ຄວາມສຳຄັນ ເປັນພິເສດກັບວິໄສທັດຂອງອາຊຽນ 2025 ໂດຍ ສະເພາະແມ່ນໃນດ້ານ ການເມືອງ ແລະ ຄວາມໝັ້ນຄົງ ຂອງປະຊາຄົມອາຊຽນນັ້ນ ດັ່ງທີ່ທ່ານໄດ້ເນັ້ນຢ້ຳວ່າ:

“ພາຍໃຕ້ການເປັນປະທານຂອງ ສປປ ລາວ ຈະມີ 2 ເອກະສານທີ່ສຳຄັນ ຄື ແຜນ ວຽກຂໍ້ລິເລີ້ມສຳລັບການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ວາລະການເຊື່ອມຈອດ ອາຊຽນ ຫລັງປີ 2015 ພວກເຮົາໄດ້ສຸມໃສ່ປຶກສາຫາລື ໃນການຈັດຕັ້ງວິໄສທັດ ຂອງ ປະຊາຄົມອາຊຽນ 2025 ໂດຍສະເພາະແມ່ນແຜນແມ່ບົດຂອງເສົາຄ້ຳປະຊາຄົມ ການເມືອງ-ຄວາມໝັ້ນຄົງອາຊຽນ.”

ທ່ານທອງລຸນ ຢືນຢັນວ່າ ລັດຖະບານລາວ ຈະຮັບປະກັນຄວາມປອດໄພໃຫ້ໄດ້ທັງ 100 ເປີເຊັນ ທັງຍັງຈະຕ້ອງກະກຽກສະຖານທີ່ຈັດກອງປະຊຸມ ບ້ານພັກຮັບຮອງຜູ້ນຳ ແລະ ຄະນະຜູ້ແທນຂອງທຸກປະເທດ ຕະຫຼອດຈົນ ຄວາມພ້ອມດ້ານບຸຄະລາກອນ ແລະ ສິ່ງອຳ ນວຍຄວາມສະດວກຕ່າງໆ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ເຊື່ອໝັ້ນວ່າ ການເປັນປະທານ ຂອງອາຊຽນ ຈະເຮັດໃຫ້ບົດບາດໃນເວທີສາກົນ ຂອງລັດຖະບານລາວໂດດເດັ່ນຂຶ້ນ ອັນຈະເຮັດໃຫ້ການດຳເນີນນະໂຍບາຍການຕ່າງປະເທດຂອງລາວ ໄດ້ຮັບຜົນສຳເລັດ ເປັນຢ່າງດີ ໃນທຸກໆດ້ານ.

ພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 21 ພະຈິກ 2015.
ພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 27 ຢູ່ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 21 ພະຈິກ 2015.

ໂດຍໃນປັດຈຸບັນ ສປປ ລາວ ມີສາຍພົວພັນ ທາງການທູດກັບ 138 ປະເທດ ທັງກໍຍັງມີ ສາຍພົວພັນກັບ ພັກການເມືອງ 124 ພັກ ໃນທົ່ວໂລກ ໃນຂະນະທີ່ລາວ ກໍມີສຳນັກງານ ຜູ້ຕາງໜ້າທາງການທູດຢູ່ຕ່າງປະເທດ 38 ແຫ່ງ ໂດຍໃນນີ້ ເປັນສະຖານເອກອັກຄະລັດ ຖະທູດ 26 ແຫ່ງ ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ສະຖານກົງສຸນໃຫຍ່ 8 ແຫ່ງ ແລະ ຫ້ອງການກົງສຸນ 1 ແຫ່ງ.

ການພົວພັນກັບຕ່າງປະເທດຢ່າງກວ້າງຂວາງຫຼາຍຂຶ້ນນັບມື້ດັ່ງກ່າວ ກໍຍັງເຮັດໃຫ້ບົດ ບາດຂອງລາວ ໃນເວທີສາກົນເປັນທີ່ຍອມຮັບຂອງນາໆຊາດເພີ້ມຂຶ້ນ ໂດຍສະເພາະ ແມ່ນການທີ່ລາວໄດ້ເປັນສະມາຊິກ ຂອງອາຊຽນ ແຕ່ປີ 1997 ເປັນຕົ້ນມາ ແລະ ເປັນ ສະມາຊິກອົງການການຄ້າໂລກ (WTO) ນັບແຕ່ປີ 2013 ເປັນຕົ້ນມາ ຊຶ່ງກໍສົ່ງຜົນດີຕໍ່ ການພັດທະນາເສດຖະກິດ ການຄ້າ ແລະ ການລົງທຶນໃນລາວ ເປັນົຢ່າງດີ.

ທາງດ້ານທ່ານສົມດີ ດວງດີ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການ ກະຊວງ ການເງິນ ຢືນຢັນວ່າ ແຜນການພັດທະນາເສດຖະກິດ-ສັງຄົມ ໃນຊ່ວງປີ 2016-2020 ລັດຖະບານລາວ ຈະສູ້ຊົນເພື່ອຍາດແຍ່ງເອົາຄວາມຊ່ວຍເຫຼືອ ຈາກຕ່າງປະເທດ ໃຫ້ໄດ້ ເຖິງ 3,500 ລ້ານໂດລາ ຫຼື 700 ລ້ານໂດລາ ຕໍ່ປີ ທີ່ຄິດເປັນ 12.5 ເປີເຊັນ ຂອງການລົງ ທຶນພາກລັດທັງໝົດ.

ໂດຍສຳລັບໃນລະຍະແຜນການປີ 2011-2015 ທີ່ຜ່ານມາ ລັດຖະບານລາວ ກໍໄດ້ຮັບ ຄວາມຊ່ວຍເຫຼືອຈາກຕ່າງປະເທດ ຄິດເປັນມູນຄ່າລວມ 3,368 ລ້ານໂດລາ ຫຼື ປະມານ 673 ລ້ານໂດລາ ຕໍ່ປີ ຊຶ່ງໃນນີ້ ແບ່ງເປັນການຊ່ວຍເຫຼືອລ້າໃນມູນຄ່າ 2,270 ລ້ານໂດລາ ແລະ ເງິນທຶນກູ້ຢືມໃນມູນຄ່າ 1,098 ລ້ານໂດລາ ສ່ວນການຄາດໝາຍໃນແຜນການປີ 2016-2020 ກໍຄິດເປັນລະດັບທີ່ເພີ້ມຂຶ້ນ ຈາກແຜນການປີ 2011-2015 ພຽງ 4 ເປີເຊັນ ເທົ່ານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວໝັ້ນໃຈວ່າ ຈະໄດ້ຮັບການຕອບສະໜອງ ຈາກນາໆ ຊາດຕາມຄາດໝາຍດັ່ງກ່າວ.

ທັງນີ້ ໂດຍຍີ່ປຸ່ນ ເປັນປະເທດອັນດັບ 1 ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຫຼາຍທີ່ສຸດ ນັບ ຈາກທັງສອງປະເທດ ໄດ້ສະຖາປະນາສາຍພົວພັນທາງການທູດ ລະຫວ່າງກັນ ໃນປີ 1955 ລັດຖະບານຍີ່ປຸ່ນ ກໍໄດ້ເລີ້ມໃຫ້ການຊ່ວຍເຫຼືອແກ່ລາວ ດ້ວຍການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍຖ້ຫາກນັບຈາກປີ 1958 ເປັນຕົ້ນມາ ກໍປາກົດວ່າ ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ຄິດເປັນມູນຄ່າສະເລ່ຍ ລະຫວ່າງ 80-100 ລ້ານໂດລາ ໃນແຕ່ລະປີ.

ແຕ່ຢ່າງໃດກໍຕາມ ການທີ່ລັດຖະບານລາວ ໄດ້ວາງເປົ້າໝາຍທີ່ຈະຊຸກຍູ້ໃຫ້ເສດຖະກິດ ຂະຫຍາຍຕົວເພີ້ມຂຶ້ນ ໃນລະດັບ 8 ເປີເຊັນ ຕໍ່ປີ ໃນຊ່ວງປີ 2016-2020 ກໍເຮັດໃຫ້ຈະ ຕ້ອງລະດົມເງິນທຶນ ໃຫ້ໄດ້ເຖິງ 33,000 ຕື້ກີບ ຫຼື 4,125 ລ້ານໂດລາ ຊຶ່ງຄິດເປັນ 32 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ແຕ່ລັດຖະບານລາວ ສາມາດ ຈະຕອບສະໜອງໄດ້ພຽງ 10 ເປີເຊັນເທົ່ານັ້ນ ຈຶ່ງຕ້ອງເພິ່ງພາການຊ່ວຍເຫຼືອ ຈາກຕ່າງ ປະເທດເປັນຫຼັກ.

XS
SM
MD
LG