ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ລາວ ສັ່ງໃຫ້ຈ່າຍ ເງິນເດືອນ ພະນັກງານທຸກຄົນ ໃຫ້ກົງເວລາ


ບັນດາພະນັກງນລັດ ສ່ວນໃຫຍ່ທີ່ເປັນນາຍຄູ ແມ່ນບໍ່ໄດ້
ຮັບເງິນເດືອນມາ 3 ເດືອນແລ້ວ ອີງຕາມການຢືນຢັນ ຂອງນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ.
ບັນດາພະນັກງນລັດ ສ່ວນໃຫຍ່ທີ່ເປັນນາຍຄູ ແມ່ນບໍ່ໄດ້ ຮັບເງິນເດືອນມາ 3 ເດືອນແລ້ວ ອີງຕາມການຢືນຢັນ ຂອງນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ.

ນາຍົກລັດຖະມົນຕີ ລາວ ສັ່ງການໃຫ້ຈ່າຍເງິນເດືອນພະນັກງານທຸກຄົນ ໃຫ້ກົງເວລາ ເຖິງແມ່ນວ່າ ຈະປະເຊີນກັບຄວາມຫຍຸ້ງຍາກ ໃນການຈັດເກັບລາຍຮັບເຂົ້າງົບປະມານ ລາຍຈ່າຍ ຂອງລັດຖະບານມາຢ່າງຕໍ່ເນື່ອງ ກໍຕາມ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສັ່ງການໃຫ້ບັນດາໜ່ວຍງານ ທີ່ກ່ຽວ
ຂ້ອງກັບການຈັດເກັບລາຍຮັບ ແລະການໃຊ້ຈ່າຍງົບປະມານ ຂອງລັດຖະບານ ທັງ ໃນສູນກາງ ແລະທ້ອງຖິ່ນ ໃນທົ່ວປະເທດລາວ ໃຫ້ເພີ່ມປະສິດທິພາບ ໃນການຈັດຕັ້ງ ປະຕິບັດໜ້າທີ່ ໃນຄວາມຮັບຜິດຊອບ ຂອງຕົນ ໃຫ້ສູງຂຶ້ນຢ່າງເປັນຮູບປະທຳ ຫາກ
ແຕ່ ເພື່ອເປັນການເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງ ກໍຈະຕ້ອງ ສ້າງເສີມກຳລັງໃຈ ໃຫ້ກັບພະນັກງານລັດທຸກຄົນ ດ້ວຍເຊັ່ນກັນ.

ທັງນີ້ ໂດຍສະເພາະ ແມ່ນການຈ່າຍເງິນເດືອນໃຫ້ແກ່ພະນັກງານລັດ ທີ່ເກີດການຊັກ
ຊ້າມາໂດຍຕະຫຼອດ ກໍເປັນບັນຫາສຳຄັນທີ່ສົ່ງຜົນກະທົບ ຕໍ່ກຳລັງໃຈໃນການປະຕິບັດ ໜ້າທີ່ ຂອງພະນັກງານລັດ ສະນັ້ນ ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ຈຶ່ງມີຄວາມ ຈຳເປັນຢ່າງຍິ່ງ ທີ່ຈະຕ້ອງມີການຈ່າຍເງິນເດືອນ ຢ່າງກົງເວລາໃຫ້ກັບພະນັກງານລັດ ທຸກຄົນ ໃນທົ່ວປະເທດໃຫ້ໄດ້ຢ່າງແທ້ຈິງ ດັ່ງທີ່ທ່ານທອງລຸນ ໄດ້ຢືນຢັນວ່າ:

ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ສັ່ງການໃຫ້ຈ່າຍເງິນເດືອນພະນັກງານລັດ ໃຫ້ກົງເວລາ
ນາຍົກລັດຖະມົນຕີ ລາວ ທ່ານທອງລຸນ ສີສຸລິດ ສັ່ງການໃຫ້ຈ່າຍເງິນເດືອນພະນັກງານລັດ ໃຫ້ກົງເວລາ

“ປີ 2016 ນີ້ ໃຫ້ເບີກໃຫ້ທັນໝົດຊະ ເງິນເດືອນແຂວງໃດ ເມືອງໃດຍັງຄ້າງຄານີ້ ຂໍໃຫ້ກະຊວງການເງິນຄວບຄຸມ ຖ້າວ່າເງິນມັນມາຢູ່ຫັ້ນ ລາຍຮັບກະພໍໄດ້ແລ້ວ ກຸ້ມເງິນເດືອນແລ້ວ ກະໃຫ້ຈ່າຍເງິນເດືອນ ຖ້າວ່າຕ້ອງໄດ້ດຸນ ຕ້ອງໄດ້ໂອນໄປ ຕ້ອງດຸນໄປໂລດ ມີບາງຄົນແຈ້ງມາວ່າ ສາມເດືອນບໍ່ທັນໄດ້ ເມືອງບາງເມືອງ ສາມເດືອນບໍ່ທັນໄດ້ ເປັນຕາຕົກໃຈ ອັນນີ້ ຂໍມອບໜ້າທີ່ໃຫ້ເປັນຄວາມຮັບຜິດ
ຊອບ ກະຊວງການເງິນ ທະນາຄານແຫ່ງລັດ ເຈົ້າແຂວງ ຮອງເຈົ້າແຂວງ ພະແນກແຜນການເງິນ ຂອງແຂວງ ນອກນັ້ນ ກະຍັງມີພະແນກພາຍໃນແລ້ວ ກະພະແນກຕ່າງໆ ຢູ່ແຂວງ ໃຫ້ປະສານກັນໄວໆ.”

ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ກໍຍອມຮັບວ່າ ການຈັດເກັບລາຍຮັບ ແລະການນຳ
ໃຊ້ງົບປະມານລາຍຈ່າຍຂອງລັດຖະບານ ຍັງປະສົບກັບບັນຫາຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະ ແມ່ນການຈັດເກັບລາຍຮັບທີ່ບໍ່ມີປະສິດທິພາບ ແລະການນຳໃຊ້ງົບ ປະມານ ທີ່ບໍ່ເປັນໄປຕາມແຜນການນັ້ນ ໄດ້ສົ່ງຜົນເຮັດໃຫ້ການຈັດຕັ້ງປະຕິບັດ ແຜນການພັດທະນາ ໃນດ້ານຕ່າງໆ ຂອງລັດຖະບານບໍ່ໄດ້ຕາມເປົ້າໝາຍ ທີ່ວາງໄວ້ ທັງຍັງເປັນບັນຫາ ທີ່ລັດຖະບານລາວ ຈະຕ້ອງປະເຊີນຕໍ່ໄປຢ່າງຫລີກລ່ຽງບໍ່ໄດ້
ອີກດ້ວຍ ຖ້າຫາກວ່າ ບໍ່ມີການແກ້ໄຂບັນຫາ ຢ່າງຮີບດ່ວນ ແລະ ມີປະສິດທິຜົນ ຢ່າງແທ້ຈິງ.

ໂດຍພາຍໃຕ້ສະພາບການດັ່ງກ່າວ ຍັງເຮັດໃຫ້ລັດຖະບານລາວ ຕ້ອງປັບລົດຄາດ
ໝາຍ ການເຕີບໂຕ ທາງເສດຖະກິດ ລົງຈາກ 7.5 ເປັນ 7 ຫາ 7.2 ເປີເຊັນ ຕໍ່ປີ ໃນ
ຊ່ວງ 4 ປີ ທີ່ເຫຼືອຂອງແຜນການພັດທະນາເສດຖະກິດ ແລະສັງຄົມ ແຫ່ງຊາດລະຍະ
5 ປີ ຄັ້ງທີ 8 ທີ່ກຳລັງຈັດຕັ້ງປະຕິບັດໃນປັດຈຸບັນ ແລະ ຈະຍັງຈັດຕັງປະຕິບັດຕໍ່ໄປ ຈົນເຖິງປີ 2020 ຊຶ່ງຖ້າຫາກວ່າ ເປັນໄປຕາມການຄາດໝາຍດັ່ງກ່າວ ກໍຈະເຮັດໃຫ້ ຍອດຜະລິດຕະພັນພາຍໃນ (GDP) ຂອງລາວມີມູນຄ່າລວມຫຼາຍກວ່າ 597,682
ຕື້ກີບ ທີ່ຄິດສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວ ທີ່ລະດັບ 23.82 ລ້ານກີບ ຫຼືປະມານ 2,978 ໂດລາ ຕໍ່ຄົນ ໃນປີ 2020.

ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸຄາດໝາຍດັ່ງກ່າວ ໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງນຳໃຊ້ເງິນທຶນບໍ່ນ້ອຍກວ່າ 173,328 ຕື້ກີບ ຫຼືປະມານ 21,666 ລ້ານໂດລາ ໂດຍຄິດເປັນ 29 ເປີເຊັນ ຂອງ GDP ຊຶ່ງໃນນີ້ ແບ່ງເປັນການລົງທຶນຂອງລັດ 21,723 ຕື້ກີບ ເງິນທຶນຈາກການກູ້ຢືມ ແລະຄວາມຊ່ວຍເຫຼືອຈາກຕ່າງປະເທດ 33,960 ຕື້ກີບ ການລົງທຶນຂອງເອກະຊົນລາວ ແລະຕ່າງປະເທດ 79,447 ຕື້ກີບ ແລະເງິນທຶນ ຈາກ ລະບົບສິນເຊື່ອຂອງທະນາຄານ ໃນປະເທດ 38,199 ຕື້ກີບ ຕາມລຳດັບ.

ກ່ອນໜ້ານີ້ ລັດຖະບານລາວ ໄດ້ວາງຄາດໝາຍການເຕີບໂຕທາງເສດຖະກິດໄວ້ ໃນອັດຕາສະເລ່ຍ 7.5 ເປີເຊັນຕໍ່ປີ ໃນຊ່ວງປີ 2016-2020 ຊຶ່ງຈະເຮັດໃຫ້ມູນຄ່າ
GDP ສະເລ່ຍເປັນລາຍໄດ້ຂອງປະຊາຊົນລາວເຖິງ 3,100 ໂດລາ ຕໍ່ຄົນໃນປີ 2020 ຫາກແຕ່ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍຈະຕ້ອງຊຸກຍູ້ ໃຫ້ພາກກະສິກຳ ຂະຫຍາຍຕົວເພີ່ມຂຶ້ນ 3.2 ເປີເຊັນ ພາກອຸດສາຫະກຳ 9.3 ເປີເຊັນ ແລະພາກບໍລິການ 8.9 ເປີເຊັນ ຕໍ່ປີ ໂດຍຈະຕ້ອງລະດົມເງິນລົງທຶນ ໃຫ້ໄດ້ເຖິງ
27,000 ລ້ານໂດລາ ໃນຕະຫຼອດລະຍະ 5 ປີດັ່ງກ່າວ ທັງຍງຈະຕ້ອງຄວບຄຸມ ອັດຕາເງິນເຟີ້ ແລະປະລິມານເງິນທຶນໝຸນວຽນໃຫ້ໄດ້ຕາມແຜນການທີ່ວາງໄວ້
ອີກດ້ວຍ.

ສ່ວນທະນາຄານໂລກ ກໍລາຍງານວ່າ ເສດຖະກິດລາວ ຂະຫຍາຍຕົວເພີ່ມຂຶ້ນ 6.4 ເປີເຊັນ ໃນແຜນການປີ 2014-2015 ແຕ່ສະພາວະເສດຖະກິດຂອງລາວ ກໍດີຂຶ້ນ
ໃນປີ 2016 ໂດຍທະນາຄານພັດທະນາເອເຊຍ (ADB) ສະເໜີລາຍງານວ່າ ເສດຖະກິດຂອງລາວ ໄດ້ຂະຫຍາຍຕົວເພີ່ມຂຶ້ນເຖິງ 7.3 ເປີເຊັນ ໃນແຜນການປີ 2015-2016 ທີ່ຜ່ານມາ.

XS
SM
MD
LG