ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ທ່ານ ສອນໄຊ ສີພັນດອນ ເປັນປະທານເປີດພິທີກອງປະຊຸມອາຊຽນ ຄັ້ງທີ 44 ແລະ 45


44th and 45th ASEAN Summit Opening Ceremony 
please wait

No media source currently available

0:00 0:02:29 0:00

ຊົມວິດີໂອ ກ່ຽວກັບ ຂ່າວນີ້.

ພີທີເປີດກອງປະຊຸມອາຊຽນຄັ້ງທີ 44 ແລະ 45 ໄດ້ໄຂຂຶ້ນຢ່າງເປັນທາງການ ເມື່ອຕອນເຊົ້າ 8 ໂມງ 30 ຕາມເວລາໃນເມືອງລາວ. ຂະບວນລົດຂອງບັນ ດາຫົວໜ້າລັດຖະບານ ແລະ ປະມຸກລັດອາຊຽນໄດ້ເລີ່ມ ເດີນທາງໄປທີ່ຫໍປະ ຊຸມແຫ່ງຊາດຕັ້ງແຕ່ 7 ໂມງ 30. ກ່ອນເລີ່ມພິທີເປີດ ທ່ານ ສອນໄຊ ສີພັນດອນ ແລະ ພັນລະຍາກໍໄດ້ຢືນຕ້ອນຮັບບັນດາຜູ້ແທນຢູ່ໜ້າທາງເຂົ້າ ຫໍປະຊຸມ.

ພິທີດັ່ງກ່າວໄດ້ເລີ່ມຂຶ້ນດ້ວຍການສະແດງສິລະປະຂອງ ລາວ, ຕາມດ້ວຍ ການເຄົາລົບເພງຊາດອາຊຽນ.​ ຫຼັງຈາກນັ້ນທ່ານ ສອນໄຊ ສີພັນດອນ ກໍໄດ້ ຂຶ້ນກ່າວຄຳປ່າໄສຕ້ອນຮັບບັນດາຜູ້ແທນເຂົ້າສູ່ພິທີ. ໃນຄຳປາໄສຂອງທ່ານນັ້ນ, ທ່ານກໍໄດ້ກ່າວເຖິງຄວາມສຳຄັນຂອງສະມາຄົມອາຊຽນ.

ຄຳປາໄສຂອງທ່ານ ສອນໄຊ: “ທ່ຕະຫຼອດໄລຍະ 57 ປີຜ່ານມາ, ອາຊຽນ ໄດ້ ເພີ່ມທະວີການຮ່ວມມືພາຍ ໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບພາຍ ນອກເພື່ອຈຸດປະສົງທີ່ສຳຄັນດັ່ງກ່າວ. ສະມາຊິກອາຊຽນ ຈະກວມເອົາທຸກ ປະເທດໃນເອເຊຍຕາເວັນອອກສຽງໃຕ້ໃນອະນາຄົດອັນໃກ້ໆນີ້. ເພາະພວກ ເຮົາພວມ ດຳເນີນຂັ້ນຕອນຕ່າງໆ ເພື່ອໃຫ້ ຕີມໍ ເລັສເຕ ມີຄວາມພ້ອມເຂົ້າ ເປັນສະມາຊິກສົມບູນອາຊຽນ. ປະຊາ ຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2015 ໄດ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວ. ອາຊຽນໄດ້ກາຍເປັນພາກພື້ນ ທີ່ເປັນທີ່ຮັບຮູ້ ແລະ ສົນໃຈຈາກພາຍນອກນັບມື້ນັບເພີ່ມຂຶ້ນ.”

ທ່ານ ທອງລຸນ ໄດ້ເນັ້ນຢໍ້າເຖິງຄວາມທ້າທາຍຕ່າງໆທີ່ພາກພື້ນກຳລັງປະເຊີນ ບໍ່ວ່າຈະເປັນການປະທະກັນ ດ້ວຍກຳລັງ, ວິກິດການດ້ານເສດຖະກິດ, ສະພາບ ອາກາດປ່ຽນແປງ ແລະ ອື່ນໆ. ເຊິ່ງນັ້ນກໍເປັນທີ່ມາຂອງຄຳຂວັນສຳລັບກອງ ປະຊຸມສຸດຍອດໃນປີນີ້ ຄື ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງ ອາຊຽນ.

ຫຼັງຈາກຄຳປາໄສຂອງທ່ານ ສອນໄຊ, ທ່ານກໍໄດ້ເຊີນ​ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ຂຶ້ນກ່າວຄໍາປາໄສເພື່ອເປີດ ກອງປະ ຊຸມສຸດຍອດອາຊຽນ.

ໃນຕອນທ້າຍຂອງພິທີກໍໄດ້ມີການມອບລາງວັນ ASEAN Prize, ເຊິ່ງລາງວັນ ດັ່ງ່ກາວແມ່ນການໃຫ້ກຽດ ແກ່ປະຊາ ຊົນໃນສະມາຄົມອາຊຽນທີ່ບັນລຸຄວາມສຳເລັດທີ່ໜ້າປະທັບໃຈ ສຳລັບການປະກອບສ່ວນໃນ ຄວາມພະຍາຍາມສ້າງສາ ປະຊາຄົມອາຊຽນ. ການມອບລາງວັນດັ່ງກ່າວແມ່ນມີທຸກປີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG