ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລາວ ເນັ້ນໜັກ ໃຫ້ຂະຫຍາຍ ການພົວພັນ ທາງການທູດ ກັບຕ່າງປະເທດ ຫຼາຍຂຶ້ນ


ກອງປະຊຸມ ລິເລີ້ມ ໃນການປຶກສາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງ ລາວ ແລະບັນດາປະເທດໃນສະຫະພາບຢູໂຣບ ໃນສົກປີ 2016-2020.
ກອງປະຊຸມ ລິເລີ້ມ ໃນການປຶກສາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງ ລາວ ແລະບັນດາປະເທດໃນສະຫະພາບຢູໂຣບ ໃນສົກປີ 2016-2020.

ນາຍົກລັດຖະມົນຕີລາວ ເນັ້ນໜັກໃນການເສີມຂະຫຍາຍການພົວພັນ ທາງການທູດ ກັບຕ່າງປະເທດ ເພື່ອດຶງດູດນັກທ່ອງທ່ຽວ ແລະການລົງທຶນ ຈາກຕ່າງປະເທດ ເຂົ້າ
ມາລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ
ຂອງການເສີມຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດ ຂອງພັກ ແລະ
ລັດຖະບານລາວ ໃນລະຍະໃໝ່ ກໍຄືການດຶງດູດເອົານັກທ່ອງທ່ຽວ ແລະການລົງທຶນ
ຈາກຕ່າງປະເທດ ໃຫ້ເຂົ້າມາລາວຫຼາຍຂຶ້ນນັບມື້ ດັ່ງຈະເຫັນໄດ້ ຈາກບົດບາດຂອງ
ລັດຖະບານລາວ ໃນເວທີສາກົນທີ່ກວ້າງຂວາງຫຼາຍຂຶ້ນ ທັງລະດັບພາກພື້ນ ແລະ
ລະດັບ ນານາຊາດ ເຊັ່ນ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳອາຊຽນ
ຄັ້ງທີ 10 ໃນປີ 2004 ກອງປະຊຸມສຸດຍອດເອເຊຍ-ຢູໂຣບ ຄັ້ງທີ 9 ປີ 2012 ແລະ
ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ 29 ເປັນຕົ້ນ.

ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ 29 ຢູ່ທີ່ນະຄອນ ວຽງຈັນ
ກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 28 ແລະ 29 ຢູ່ທີ່ນະຄອນ ວຽງຈັນ

ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດ ແນວນະໂຍບາຍ
ຕ່າງປະເທດ ໃນລະຍະຜ່ານມາ ຍັງບໍ່ເປັນໄປຕາມແຜນການ-ເປົ້າໝາຍທີ່ວາງໄວ້
ເນື່ອງຈາກພະນັກງານລັດ ທີ່ກ່ຽວຂ້ອງຍັງປະຕິບັດໜ້າທີ່ ໂດຍບໍ່ມີປະສິດທິພາບ ດັ່ງທີ່
ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການເສີມ ຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດ ຂອງພັກ ແລະ ລັດຖະບານລາວ ໃນລະຍະໃໝ່ ກໍຄືການດຶງດູດເອົານັກທ່ອງທ່ຽວ ແລະການລົງທຶນ ຈາກຕ່າງປະເທດ.
ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຖະແຫລງຢືນຢັນວ່າ ເປົ້າໝາຍສຳຄັນ ຂອງການເສີມ ຂະຫຍາຍການພົວພັນທາງການທູດ ກັບຕ່າງປະເທດ ຂອງພັກ ແລະ ລັດຖະບານລາວ ໃນລະຍະໃໝ່ ກໍຄືການດຶງດູດເອົານັກທ່ອງທ່ຽວ ແລະການລົງທຶນ ຈາກຕ່າງປະເທດ.

“ການຮ່ວມມືສາກົນ ການດຶງດູດເອົາການລົງທຶນ ຂອງຕ່າງປະເທດນີ້ ພວກ
ເຮົາຕ້ອງໄດ້ເຮັດແຮງຂຶ້ນ ມາເດ້ດຽວນີ້ ພວກເຮົາເຮັດວຽກເມື່ອຍເດ້ ທີ່ຜ່ານ
ມານີ້ ເປັນປະທານອາຊຽນນີ້ ເຮັດແທ້ເຮັດວ່າ ທົ່ວປະເທດນີ້ເຮັດໄດ້ຮັບຜົນດີ
ໃຜກະຍ້ອງກະຍໍ ສຸດທ້າຍຜົນຕົວຈິງ ລ່ະບໍ່ມີໃຜມາລົງທຶນ ບໍ່ມີມາທ່ອງທ່ຽວຊ້ຳ
ບຶດນຶ່ງອັນນັ້ນ ບຶດນຶ່ງອນີ້ນິ ກໍຖືວ່າ ພວກເຮົາຕ້ອງໃຫ້ມັນຄຸ້ມຄ່າ ວ່າເຮົາເຮັດ ຖອກເທເຫື່ອແຮງ ຂອງພວກເຮົາ.”

ປະຈຸບັນ ສປປ ລາວ ມີການພົວພັນທາງການທູດກັບ 139 ປະເທດທົ່ວໂລກ ໂດຍມີ
ສຳນັກງານຕາງໜ້າການທູດທັງໝົດ 39 ແຫ່ງ ແບ່ງເປັນສະຖານທູດ 26 ແຫ່ງ
ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ ກົງສຸນໃຫຍ່ 9 ແຫ່ງ ແລະ ຫ້ອງການກົງສຸນ
1 ແຫ່ງ.

ສ່ວນໃນດ້ານເສດຖະກິດນັ້ນ ກໍມີການພົວພັນທາງການຄ້າ ກັບ 50 ກວ່າປະເທດ
ຊຶ່ງນອກຈາກຈະເຮັດໃຫ້ການຄ້າຕ່າງປະເທດຂອງລາວ ມີມູນຄ່າເພີ້ມຂຶ້ນ ທຸກປີແລ້ວ
ກໍຍັງເຮັດໃຫ້ຕ່າງປະເທດເຂົ້າມາລົງທຶນໃນລາວ ເພີ້ມຂຶ້ນຢ່າງຕໍ່ເນື່ອງອີກດ້ວຍ ດັ່ງຈະ
ເຫັນໄດ້ຈາກການຄ້າຕ່າງປະເທດທີ່ເພີ້ມຂຶ້ນ ເປັນຫຼາຍກວ່າ 8,000 ລ້ານໂດລາ ແລະ
ການລົງທຶນຂອງຕ່າງປະເທດໃນລາວ ທີ່ມີມູນຄ່າລວມເກີນກວ່າ 28,000 ລ້ານໂດລາ
ໃນປີ 2016 ໂດຍຈີນເປັນຜູ້ລົງທຶນອັນດັບ 1 ມີມູນຄ່າລວມເກີນກວ່າ 7,000 ລ້ານ
ໂດລາ.

ສຳລັບການຈັດຕ້ອງປະຕິບັດແຜນການ ແລະນະໂຍບາຍການຕ່າງປະເທດຂອງລັດ
ຖະບານ ໃນຊ່ວງປີ 2017-2019 ກໍຈະເນັ້ນໜັກ ໃນດ້ານການທູດປ້ອງກັນປະເທດ
ແລະບຸກທະລຸເພື່ອປົກປັກຮັກສາ ແລະພັດທະນາປະເທດຊາດ ໂດຍຍົກສູງ ຄວາມ
ສາມາດ ລັກສະນະ ທີ່ນຳໜ້າ ແລະເປັນເຈົ້າການ ຂອງພະນັກງານ ໃນດ້ານການ
ຕ່າງປະເທດ ພາຍໃຕ້ຫລັກການທີ່ວ່າດ້ວຍ ການຕ່າງປະເທດ ທີ່ຄ່ອງແຄ່ວ ນຸ້ມນວນ
ມີຈຸດສຸມ ແລະການເສີມສ້າງສາຍພົວພັນ ຢ່າງເໝາະສົມ ກັບແຕ່ລະປະເທດ.

ໂດຍໃນຊ່ວງປີ 2000-2015 ທີ່ຜ່ານມາປາກົດວ່າ ລັດຖະບານລາວ ໄດ້ຮັບການຊ່ວຍ
ເຫຼືອລ້າ ຈາກຕ່າງປະເທດ ຄິດເປັນມູນຄ່າລວມເຖິງ 28,894.9 ລ້ານໂດລາ ທີ່ສ່ວນ
ໃຫຍ່ ເປັນການຊ່ວຍເຫຼືອທີ່ແນໃສ່ ການພັດທະນາ ເພື່ອຍົກລະດັບຄຸນນະພາບຊີວິດ
ການເປັນຢູ່ຂອງປະຊາຊົນລາວ ໃຫ້ໄດ້ດີຂຶ້ນ.

ແຕ່ຢ່າງໃດກໍຕາມ ບັນດາປະເທດ ແລະອົງການສາກົນທີ່ໃຫ້ການຊ່ວຍເຫຼືອ ແກ່ລັດ
ຖະບານລາວ ດັ່ງກ່າວ ກໍໄດ້ເນັ້ນໜັກ ໃຫ້ຄວາມສຳຄັນເປັນພິເສດ ໃນ 4 ດ້ານ ທີ່
ກ່ຽວຂ້ອງກັບແຜນການພັດທະນາທາງເສດຖະກິດ ແລະສັງຄົມແຫ່ງຊາດລາວ ລະຍະ
5 ປີ ຄັ້ງທີ 8 ທີ່ຈັດຕັ້ງປະຕິບັດ ຈາກປີ 2016-2020 ຊຶ່ງປະກອບດ້ວຍການຄຸ້ມຄອງ
ເສດຖະກິດມະຫາພາກ ແລະການເຕີບໂຕ ທີ່ສົມສ່ວນ ແລະຍືນຍົງ ແລະອະນຸລັກ
ສິ່ງແວດລ້ອມທຳມະຊາດ ຢ່າງມີປະສິດທິຜົນ ເພື່ອເຮັດໃຫ້ລາວຫລຸດພົ້ນ ຈາກສະພາບ
ດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020 ຕໍ່ໄປ.

XS
SM
MD
LG